-
ເຢເຣມີຢາ 36:11, 12ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ເມື່ອມີກາຢາລູກຊາຍຂອງເກມາຣີຢາຫຼານຊາຍຂອງຊາຟານໄດ້ຍິນຄຳເວົ້າທັງໝົດຂອງພະເຢໂຫວາຈາກມ້ວນໜັງສືນັ້ນ 12 ລາວກໍໄປຫ້ອງຂອງເລຂາທີ່ຢູ່ໃນວັງຂອງກະສັດ. ພວກເຈົ້ານາຍ*ທີ່ຢູ່ຫັ້ນມີ ເອລີຊາມາ+ທີ່ເປັນເລຂາ ເດລາຢາລູກຊາຍຂອງເຊມາຢາ ເອນນາທານ+ລູກຊາຍຂອງອັກໂບ+ ເກມາຣີຢາລູກຊາຍຂອງຊາຟານ ເຊເດກີຢາລູກຊາຍຂອງຮານານີຢາ ແລະພວກເຈົ້ານາຍຄົນອື່ນໆທັງໝົດ.
-