-
2 ກະສັດ 22:12, 13ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ຈາກນັ້ນ ກະສັດໄດ້ສັ່ງປະໂລຫິດຮິນກີຢາ ອາຮີກາມ+ລູກຊາຍຂອງຊາຟານ ອັກໂບ*ລູກຊາຍຂອງມີກາຢາ* ຊາຟານທີ່ເປັນເລຂາ ແລະອາສາຢາທີ່ເປັນຄົນຮັບໃຊ້ຂອງກະສັດວ່າ: 13 “ໃຫ້ພວກເຈົ້າໄປຖາມພະເຢໂຫວາແທນຂ້ອຍ ແທນປະຊາຊົນ ແລະແທນພວກຢູດາທຸກຄົນກ່ຽວກັບສິ່ງທີ່ຂຽນໄວ້ໃນປຶ້ມນີ້. ພະເຢໂຫວາໃຈຮ້າຍໃຫ້ພວກເຮົາຫຼາຍ+ ຍ້ອນປູ່ຍ່າຕານາຍຂອງພວກເຮົາບໍ່ເຊື່ອຟັງແລະບໍ່ໄດ້ເຮັດຕາມທຸກຢ່າງທີ່ຂຽນໄວ້ໃນປຶ້ມນີ້.”
-
-
ເຢເຣມີຢາ 39:13, 14ຄຳພີໄບເບິນສະບັບແປໂລກໃໝ່
-
-
13 ແລ້ວເນບູຊາຣາດານທີ່ເປັນຫົວໜ້າທະຫານປ້ອງກັນໂຕກະສັດ ເນບູຊັດບານທີ່ມີຕຳແໜ່ງເປັນຣັບສາຣິດ* ເນການຊາເຣັດເຊທີ່ມີຕຳແໜ່ງເປັນຣັບມັກ ແລະພວກຜູ້ຊາຍທັງໝົດທີ່ເປັນສຳຄັນຂອງກະສັດບາບີໂລນກໍສົ່ງຄົນໄປ 14 ພາເຢເຣມີຢາອອກມາຈາກເດີ່ນທະຫານປ້ອງກັນໂຕກະສັດ+ ແລະພາລາວໄປຫາເກດາລີຢາ+ລູກຊາຍຂອງອາຮີກາມ+ຫຼານຊາຍຂອງຊາຟານ+ເພື່ອໃຫ້ໄປຢູ່ເຮືອນຂອງລາວ. ແລ້ວເຢເຣມີຢາກໍຢູ່ກັບຄົນເຫຼົ່ານັ້ນ.
-
-
ເຢເຣມີຢາ 40:5ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ຕອນທີ່ເຢເຣມີຢາກຳລັງຄິດຢູ່ວ່າຈະໄປຫຼືຈະກັບດີ ເນບູຊາຣາດານກໍບອກລາວວ່າ: “ໃຫ້ເຈົ້າກັບໄປຫາເກດາລີຢາ+ລູກຊາຍຂອງອາຮີກາມ+ຫຼານຊາຍຂອງຊາຟານ+ທີ່ກະສັດບາບີໂລນໄດ້ແຕ່ງຕັ້ງລາວໃຫ້ເບິ່ງແຍງເມືອງຕ່າງໆຂອງຢູດາ. ໃຫ້ເຈົ້າໄປຢູ່ນຳລາວກັບຄົນຂອງລາວ ຫຼືຄັນບໍ່ຊັ້ນກໍໃຫ້ເຈົ້າໄປບ່ອນທີ່ເຈົ້າຢາກໄປ.”
ແລ້ວຫົວໜ້າທະຫານປ້ອງກັນໂຕກະສັດກໍເອົາອາຫານກັບຂອງຂວັນໃຫ້ເຢເຣມີຢາແລະປ່ອຍລາວໄປ.
-