ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຂ່າວຄາວ 36:15, 16
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ໄດ້​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເພິ່ນ​ມາ​ເຕືອນ​ເຂົາ​ເຈົ້າ​ຫຼາຍ​ເທື່ອ ຍ້ອນ​ເພິ່ນ​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ​ແລະ​ບໍ່​ຢາກ​ໃຫ້ວິຫານ​ຖືກ​ທຳລາຍ. 16 ແຕ່​ເຂົາ​ເຈົ້າ​ເຍາະເຍີ້ຍ​ຜູ້​ສົ່ງ​ຂ່າວ​ຂອງ​ພະເຈົ້າ​ທ່ຽງແທ້+ ດູຖູກ​ຄຳ​ເຕືອນ​ຂອງ​ເພິ່ນ+ ແລະ​ດູຖູກ​ຜູ້ພະຍາກອນ​ຂອງ​ເພິ່ນ+ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ+​ຈົນບໍ່​ມີ​ວິທີ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້.

  • ເອຊາຢາ 6:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ໃຫ້​ເຈົ້າ​ເຮັດ​ໃຫ້​ໃຈ​ຂອງ​ເຂົາເຈົ້າ​ດື້​ດ້ານ+

      ເຮັດ​ໃຫ້​ເຂົາເຈົ້າ​ອັດ​ຫູ​ໄວ້+

      ເຮັດ​ໃຫ້​ເຂົາເຈົ້າ​ຫຼັບ​ຕາ​ໄວ້

      ເພື່ອ​ເຂົາເຈົ້າ​ຈະ​ບໍ່​ເຫັນແລະ​ບໍ່​ໄດ້​ຍິນ

      ເພື່ອ​ເຂົາເຈົ້າ​ຈະ​ບໍ່​ເຂົ້າໃຈແລະ​ບໍ່​ກັບ​ມາ​ຄືນດີ​ກັບ​ເຮົາ.”+

  • ເຢເຣມີຢາ 8:21, 22
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ຂ້ອຍ​ຮູ້ສຶກ​ເຈັບ​ປວດ​ຍ້ອນ​ບາດ​ແຜ​ຂອງ​ຄົນ​ຊາດ​ດຽວ​ກັນ​ກັບ​ຂ້ອຍ+

      ຂ້ອຍ​ຮູ້ສຶກ​ເສົ້າ

      ແລະ​ຢ້ານ​ຫຼາຍ.

      22 ຢູ່​ກິລຽດ​ບໍ່​ມີ​ນ້ຳມັນ​ຫອມ*​ບໍ?+

      ຢູ່​ຫັ້ນ​ບໍ່​ມີ​ຄົນ​ປິ່ນ​ປົວ*​ບໍ?+

      ເປັນ​ຫຍັງ​ຄົນ​ຊາດ​ດຽວ​ກັນ​ກັບ​ຂ້ອຍ​ຈຶ່ງ​ຍັງ​ບໍ່​ໄດ້​ຮັບ​ການ​ປິ່ນ​ປົວ?+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌