ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ດານີເອນ 1:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ທຸກ​ເທື່ອ​ທີ່​ກະສັດ​ຖາມ​ເລື່ອງ​ໃດ​ກໍ​ຕາມ​ທີ່​ຕ້ອງ​ໃຊ້​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ ລາວ​ກໍ​ເຫັນ​ວ່າ 4 ຄົນ​ນີ້​ເກັ່ງ​ກວ່າ​ພວກ​ໝໍ​ຄາຖາ​ອາຄົມ​ແລະ​ພວກ​ໝໍ​ມໍ+ 10 ເທົ່າ​ໃນ​ທົ່ວ​ເຂດ​ທີ່​ລາວ​ປົກຄອງ.

  • ດານີເອນ 4:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ‘ເບນເຕຊັດຊາເຣ​ຫົວໜ້າ​ຂອງ​ພວກ​ໝໍ​ຄາຖາ​ອາຄົມ+ ຂ້ອຍ​ຮູ້​ດີ​ວ່າ​ເຈົ້າ​ມີ​ພະລັງ​ອຳນາດ​ຂອງ​ພວກ​ພະເຈົ້າ​ຕ່າງ​ໆ​+ ແລະ​ບໍ່​ມີ​ຄວາມລັບ​ອັນ​ໃດ​ທີ່​ຍາກ​ໂພດ​ສຳລັບ​ເຈົ້າ.+ ໃຫ້​ເຈົ້າ​ບອກ​ຄວາມໝາຍ​ຂອງ​ສິ່ງ​ທີ່​ຂ້ອຍ​ເຫັນ​ໃນ​ຄວາມ​ຝັນ​ໃຫ້​ຂ້ອຍ​ຮູ້​ແດ່.

  • ດານີເອນ 5:11, 12
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ໃນ​ອານາຈັກ​ຂອງ​ທ່ານ​ມີ​ຜູ້ຊາຍ*​ຄົນ​ໜຶ່ງ​ທີ່​ມີ​ພະລັງ​ອຳນາດ​ຂອງ​ພວກ​ພະເຈົ້າ​ທີ່​ສັກສິດ. ໃນ​ສະໄໝ​ທີ່​ພໍ່​ຂອງ​ທ່ານ​ປົກຄອງ ຫຼາຍ​ຄົນ​ຍອມຮັບ​ວ່າ​ຜູ້​ຊາຍ​ຄົນ​ນີ້​ມີ​ຄວາມຮູ້ ຄວາມ​ເຂົ້າໃຈ ແລະ​ມີ​ສະຕິ​ປັນຍາ​ຄື​ກັບ​ພະເຈົ້າ.+ ກະສັດ​ເນບູກາດເນັດຊາ​ພໍ່​ຂອງ​ທ່ານ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ​ຂອງ​ພວກ​ໝໍ​ຄາຖາ​ອາຄົມ ພວກ​ໝໍ​ມໍ ແລະ​ພວກ​ການເດອາ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງດາວ.+ ພໍ່​ຂອງ​ທ່ານ​ໄດ້​ເຮັດ​ແນວ​ນັ້ນ​ແທ້​ໆ​. 12 ຜູ້​ນັ້ນ​ແມ່ນ​ດານີເອນ​ທີ່​ກະສັດ​ເນບູກາດເນັດຊາ​ໄດ້​ຕັ້ງ​ຊື່​ໃຫ້​ວ່າ​ເບນເຕຊັດຊາເຣ.+ ລາວ​ມີ​ສະຕິປັນຍາ​ແລະ​ຄວາມ​ສາມາດ​ພິເສດ ມີ​ຄວາມຮູ້​ແລະ​ຄວາມ​ເຂົ້າໃຈ​ທີ່​ຈະ​ແປ​ຄວາມ​ຝັນ ແກ້​ຄຳ​ປິດສະໜາ ແລະ​ແກ້​ຄຳ​ທີ່​ເປັນ​ບັນຫາ​ຍາກ​ໆ​ໄດ້.*+ ຕອນ​ນີ້ ຂໍ​ໃຫ້​ທ່ານ​ເອີ້ນ​ດານີເອນ​ມາ ແລ້ວ​ລາວ​ຈະ​ແປ​ຄວາມໝາຍ​ຂອງ​ໂຕ​ໜັງສື​ເຫຼົ່າ​ນີ້​ໃຫ້​ທ່ານ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌