-
ເຢເຣມີຢາ 32:17-19ຄຳພີໄບເບິນສະບັບແປໂລກໃໝ່
-
-
17 “ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອີ້ຍ ພະອົງໄດ້ສ້າງສະຫວັນແລະໂລກດ້ວຍພະລັງອຳນາດ+ແລະລິດເດດທີ່ຍິ່ງໃຫຍ່*ຂອງພະອົງ. ບໍ່ມີສິ່ງໃດຍາກເກີນໄປສຳລັບພະອົງ. 18 ພະອົງເປັນຜູ້ທີ່ສະແດງຄວາມຮັກທີ່ໝັ້ນຄົງຕໍ່ຄົນຫຼາຍພັນຊົ່ວອາຍຸຄົນ ແຕ່ພະອົງລົງໂທດລຸ້ນລູກລຸ້ນຫຼານຕາມຄວາມຜິດທີ່ລຸ້ນພໍ່ໄດ້ເຮັດ.+ ພະອົງເປັນພະເຈົ້າທ່ຽງແທ້ທີ່ມີລິດເດດແລະມີອຳນາດຫຼາຍ. ຊື່ຂອງພະອົງແມ່ນພະເຢໂຫວາຜູ້ບັນຊາການກອງທັບ. 19 ການສັ່ງສອນຈາກພະອົງດີແທ້ໆ*ແລະພະອົງເຮັດສິ່ງທີ່ຍິ່ງໃຫຍ່ຫຼາຍຢ່າງ.+ ພະອົງເຝົ້າເບິ່ງການໃຊ້ຊີວິດຂອງມະນຸດ+ເພື່ອຈະຕອບແທນແຕ່ລະຄົນຕາມສິ່ງທີ່ເຂົາເຈົ້າເຮັດ.+
-