ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 26:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ປະຊາຊົນ​ຂອງ​ເຮົາ ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ຫ້ອງ​ທາງ​ໃນ

      ແລະ​ອັດ​ປະຕູ​ໄວ້​ແມ້.+

      ເຂົ້າ​ໄປ​ລີ້​ຢູ່​ຫັ້ນ​ບຶດ​ໜຶ່ງ

      ຈົນ​ກວ່າ​ເຮົາ​ຈະ​ເຊົາ​ໃຈຮ້າຍ.+

  • ໂຢເອນ 2:31, 32
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ຕາເວັນ​ຈະ​ມືດ ແລະ​ເດືອນ​ຈະ​ເປັນ​ສີແດງ​ຄືກັບ​ເລືອດ+

      ກ່ອນ​ວັນ​ທີ່​ຍິ່ງໃຫຍ່​ແລະ​ເປັນ​ຕາຢ້ານ​ຂອງ​ພະ​ເຢໂຫວາ​ຈະ​ມາຮອດ.+

      32 ທຸກຄົນ​ທີ່​ອ້ອນວອນ​ໂດຍ​ອອກ​ຊື່​ຂອງ​ພະ​ເຢໂຫວາ​ຈະ​ລອດ.+

      ຈະ​ມີ​ຄົນ​ທີ່​ລອດ​ຊີວິດ​ຢູ່​ເທິງ​ພູ​ຊີໂອນ​ແລະ​ຢູ່​ໃນ​ເມືອງ​ເຢຣູຊາເລັມ+​ຄືກັບ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໄວ້.

      ຄົນ​ເຫຼົ່ານັ້ນ​ທີ່​ພະ​ເຢໂຫວາ​ເອີ້ນ​ກໍ​ລອດ​ຊີວິດ.”

  • ມາລາກີ 3:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ເມື່ອ​ເປັນ​ແນວ​ນີ້ ຄົນ​ທີ່​ຢ້ານຢຳ​ພະ​ເຢໂຫວາ​ກໍ​ລົມ​ກັນ ແລະ​ພະ​ເຢໂຫວາກໍ​ສົນໃຈ​ຟັງ​ສິ່ງ​ທີ່​ເຂົາເຈົ້າ​ເວົ້າ. ພະ​ເຢໂຫວາ​ໃຫ້​ຂຽນ​ຊື່​ຂອງ​ຄົນ​ທີ່​ເພິ່ນ​ຈື່+​ໃສ່​ປຶ້ມ​ໄວ້ ເຊິ່ງ​ກໍ​ແມ່ນ​ຄົນ​ທີ່​ຢ້ານຢຳ​ເພິ່ນ​ແລະ​ຄິດເຖິງ*​ຊື່​ຂອງ​ເພິ່ນ.+

  • ມັດທາຍ 24:21, 22
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ໃນ​ຕອນ​ນັ້ນ​ຈະ​ມີ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່+​ແບບ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ​ນັບ​ຕັ້ງແຕ່​ມີ​ໂລກ​ມາ​ຈົນ​ຮອດ​ດຽວ​ນີ້ ແລະ​ຄວາມ​ທຸກ​ລຳບາກ​ແບບນັ້ນ​ກໍ​ຈະ​ບໍ່​ເກີດ​ຂຶ້ນ​ອີກ​ເລີຍ.+ 22 ທີ່ຈິງ ຖ້າ​ພະເຈົ້າ​ບໍ່​ເຮັດ​ໃຫ້​ໄລຍະ​ທີ່​ມີ​ຄວາມ​ທຸກ​ລຳບາກ​ນັ້ນ​ສັ້ນ​ລົງ​ກໍ​ຈະ​ບໍ່​ມີ​ຜູ້​ໃດ​ລອດ​ເລີຍ ແຕ່​ເພື່ອ​ເຫັນ​ແກ່​ຜູ້​ທີ່​ເພິ່ນ​ເລືອກ​ໄວ້ ເພິ່ນ​ຈະ​ເຮັດ​ໃຫ້​ໄລຍະ​ເວລາ​ນັ້ນ​ສັ້ນ​ລົງ.+

  • ລູກາ 10:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ຢ່າ​ດີໃຈ​ທີ່​ພວກ​ປີສາດ​ຢູ່​ໃຕ້​ອຳນາດ​ພວກ​ເຈົ້າ ແຕ່​ໃຫ້​ດີໃຈ​ທີ່​ຊື່​ຂອງ​ພວກ​ເຈົ້າ​ຖືກ​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ.”+

  • ພະນິມິດ 3:5
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 ດັ່ງນັ້ນ ຄົນ​ທີ່​ໄດ້​ໄຊ​ຊະນະ+​ຈະ​ໃສ່​ເສື້ອ​ຄຸມ​ສີ​ຂາວ+ ແລະ​ຂ້ອຍ​ຈະ​ບໍ່​ລຶບ​ຊື່​ລາວ​ອອກ​ຈາກ​ປຶ້ມ​ລາຍຊື່​ຄົນ​ທີ່​ຈະ​ໄດ້​ຊີວິດ.+ ຂ້ອຍ​ຈະ​ບອກ​ວ່າ​ຂ້ອຍ​ຮູ້​ຈັກ​ຊື່​ລາວ​ເມື່ອ​ຢູ່​ຕໍ່​ໜ້າ​ພໍ່​ແລະ​ຕໍ່​ໜ້າ​ພວກ​ທູດສະຫວັນ​ຂອງ​ພໍ່.+

  • ພະນິມິດ 7:13, 14
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ຜູ້​ປົກຄອງ​ຄົນ​ໜຶ່ງ​ໄດ້​ຖາມ​ຂ້ອຍ​ວ່າ: “ຄົນ​ເຫຼົ່າ​ນັ້ນ​ທີ່​ໃສ່​ເສື້ອ​ຄຸມ​ສີ​ຂາວ+​ແມ່ນ​ໃຜ​ແລະ​ມາ​ຈາກ​ໃສ?” 14 ຂ້ອຍ​ຕອບ​ທັນທີ​ວ່າ: “ທ່ານ​ເອີ້ຍ ທ່ານ​ກໍ​ຮູ້​ແລ້ວ.” ເພິ່ນ​ຈຶ່ງ​ບອກ​ຂ້ອຍ​ວ່າ: “ເຂົາເຈົ້າ​ເປັນ​ຄົນ​ທີ່​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່+ ແລະ​ໄດ້​ຊັກ​ເສື້ອ​ຄຸມ​ຂອງ​ໂຕເອງ​ແລະ​ເຮັດ​ໃຫ້​ຂາວ​ດ້ວຍ​ເລືອດ​ຂອງ​ແກະ​ນ້ອຍ​ຂອງ​ພະເຈົ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌