-
2 ຂ່າວຄາວ 36:20, 21ຄຳພີໄບເບິນສະບັບແປໂລກໃໝ່
-
-
20 ຄົນທີ່ບໍ່ຖືກຂ້າ+ ລາວກໍຈັບໄປບາບີໂລນເພື່ອຮັບໃຊ້ລາວ+ແລະພວກລູກຫຼານຂອງລາວຈົນຮອດຕອນທີ່ເປີເຊຍເລີ່ມປົກຄອງບາບີໂລນ.+ 21 ເລື່ອງນີ້ເກີດຂຶ້ນແທ້ຕາມທີ່ພະເຢໂຫວາໄດ້ເວົ້າຜ່ານທາງເຢເຣມີຢາ.+ ແຜ່ນດິນຖືກປະໄວ້ໃຫ້ຮ້າງເປົ່າຈົນຄົບຈຳນວນປີທີ່ດິນນັ້ນຄວນພັກຕາມກົດໝາຍເລື່ອງປີຊະບາໂຕ.+ ແຜ່ນດິນນັ້ນໄດ້ພັກຈົນຄົບ 70 ປີ.+
-
-
ເຢເຣມີຢາ 25:11, 12ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ແຜ່ນດິນທັງໝົດນີ້ຈະກາຍເປັນຊາກຫັກພັງແລະກາຍເປັນບ່ອນທີ່ເປັນຕາຢ້ານ ແລະຊາດເຫຼົ່ານີ້ຈະຕ້ອງຮັບໃຊ້ກະສັດບາບີໂລນ 70 ປີ.”’+
12 ພະເຢໂຫວາເວົ້າວ່າ ‘ແຕ່ເມື່ອຄົບ 70 ປີແລ້ວ+ ເຮົາຈະລົງໂທດກະສັດບາບີໂລນແລະຊາດຂອງລາວສຳລັບຄວາມຜິດຂອງເຂົາເຈົ້າ+ ແລະເຮົາຈະເຮັດໃຫ້ແຜ່ນດິນຂອງພວກການເດອາຮ້າງເປົ່າຕະຫຼອດໄປ.+
-