ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 13:3-9
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ພະ​ເຢຊູ​ໄດ້​ສອນ​ເຂົາເຈົ້າ​ໂດຍ​ໃຊ້​ຕົວຢ່າງ​ປຽບທຽບ​ຫຼາຍ​ເລື່ອງ.+ ເພິ່ນ​ເລົ່າ​ວ່າ: “ມີ​ຜູ້​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ.+ 4 ຕອນ​ທີ່​ລາວ​ຫວ່ານ​ນັ້ນ ເມັດ​ພືດ​ບາງ​ສ່ວນ​ຕົກ​ໃສ່​ຫົນທາງ​ແລະ​ມີ​ນົກ​ມາ​ກິນ​ຈົນ​ໝົດ.+ 5 ບາງ​ສ່ວນ​ຕົກ​ໃສ່​ພື້ນ​ທີ່​ເປັນ​ຫີນ​ທີ່​ມີ​ດິນ​ຕື້ນ​ໆ​ ແລະ​ເຮັດ​ໃຫ້​ຕົ້ນ​ອ່ອນ​ປົ່ງ​ຂຶ້ນ​ໄວ.+ 6 ແຕ່​ເມື່ອ​ຖືກ​ແດດ​ເຜົາ ຕົ້ນ​ອ່ອນ​ນັ້ນ​ກໍ​ຫ່ຽວ​ຕາຍ​ຍ້ອນ​ຮາກ​ມັນ​ຢູ່​ຕື້ນ​ໆ​. 7 ເມັດ​ພືດ​ບາງ​ສ່ວນ​ຕົກ​ໃສ່​ຟຸ່ມ​ໄມ້​ທີ່​ມີ​ໜາມ. ຟຸ່ມ​ໄມ້​ນັ້ນ​ກໍ​ປົ່ງ​ຂຶ້ນ​ຫຸ້ມ​ຕົ້ນ​ອ່ອນ​ຈົນ​ໝົດ.+ 8 ແຕ່​ກໍ​ມີ​ບາງ​ສ່ວນ​ຕົກ​ໃສ່​ດິນ​ດີ ມັນ​ຈຶ່ງ​ໃຫຍ່​ຂຶ້ນ​ແລະ​ເປັນ​ໝາກ. ບາງ​ຕົ້ນ​ໄດ້ 100 ເທົ່າ ບາງ​ຕົ້ນ​ໄດ້ 60 ເທົ່າ ແລະ​ບາງ​ຕົ້ນ​ໄດ້ 30 ເທົ່າ.+ 9 ໃຫ້​ທຸກ​ຄົນ​ທີ່​ໄດ້​ຍິນ​ຕັ້ງໃຈ​ຟັງ​ດີ​ໆ​.”+

  • ລູກາ 8:5-8
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 “ມີ​ຜູ້​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພື​ດ. ຕອນ​ທີ່​ລາວ​ຫວ່ານ​ນັ້ນ ເມັດ​ພືດ​ບາງ​ສ່ວນ​ຕົກ​ໃສ່​ຫົນທາງ​ແລະ​ຖືກ​ຢຽບ ແລະ​ມີ​ນົກ​ບິນ​ມາ​ກິນ​ຈົນ​ໝົດ.+ 6 ບາງ​ສ່ວນ​ຕົກ​ໃນ​ພື້ນ​ທີ່​ເປັນ​ຫີນ​ທີ່​ມີ​ດິນ​ຕື້ນ​ໆ​ ເມື່ອ​ປົ່ງ​ຂຶ້ນ​ແລ້ວ​ກໍ​ຫ່ຽວ​ຕາຍ​ຍ້ອນ​ຂາດ​ຄວາມ​ຊຸ່ມ.+ 7 ເມັດ​ພືດ​ບາງ​ສ່ວນ​ຕົກ​ກາງ​ຟຸ່ມ​ໄມ້​ທີ່​ມີ​ໜາມ ຟຸ່ມ​ໄມ້​ຈຶ່ງ​ປົ່ງ​ຂຶ້ນ​ພ້ອມ​ກັບ​ຕົ້ນ​ອ່ອນ​ແລະ​ຫຸ້ມ​ຕົ້ນ​ອ່ອນ​ຈົນ​ໝົດ.+ 8 ແຕ່​ກໍ​ມີ​ບາງ​ສ່ວນ​ຕົກ​ໃສ່​ດິນ​ດີ ແລະ​ເມື່ອ​ໃຫຍ່​ຂຶ້ນ​ກໍ​ເປັນ​ໝາກ​ໄດ້ 100 ເທົ່າ.”+ ເມື່ອ​ເລົ່າ​ຈົບ​ເພິ່ນ​ກໍ​ເວົ້າ​ວ່າ: “ໃຫ້​ທຸກ​ຄົນ​ທີ່​ໄດ້​ຍິນ​ຕັ້ງໃຈ​ຟັງ​ດີ​ໆ​.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌