ປະຖົມມະການ
43 ຕອນນີ້ມີຄວາມອຶດຢາກຢ່າງໜັກໃນແຜ່ນດິນການາອານ.+ 2 ເມື່ອເຂົາເຈົ້າກິນອາຫານທີ່ຊື້ຈາກເອຢິບໝົດແລ້ວ+ ພໍ່ກໍເວົ້າກັບເຂົາເຈົ້າວ່າ: “ກັບໄປຊື້ອາຫານອີກເດີ້ລູກ.” 3 ແຕ່ຢູດາບອກພໍ່ວ່າ: “ຜູ້ຊາຍຄົນນັ້ນເວົ້າແບບເດັດຂາດເລີຍວ່າ ຖ້າພວກເຮົາບໍ່ພານ້ອງຫຼ້າໄປ ກໍບໍ່ຕ້ອງກັບໄປຫັ້ນອີກ.+ 4 ຖ້າພໍ່ຍອມໃຫ້ນ້ອງຫຼ້າໄປນຳ ພວກເຮົາຊິໄປຊື້ອາຫານມາໃຫ້. 5 ຖ້າພໍ່ບໍ່ຍອມໃຫ້ນ້ອງຫຼ້າໄປນຳ ພວກເຮົາກໍຊິບໍ່ໄປ ເພາະຜູ້ຊາຍຄົນນັ້ນບອກພວກເຮົາວ່າ ‘ພວກເຈົ້າບໍ່ຕ້ອງກັບມາອີກ ຄັນບໍ່ພານ້ອງຫຼ້າມານຳ.’”+ 6 ອິດສະຣາເອນ+ກໍຖາມວ່າ: “ເປັນຫຍັງພວກເຈົ້າເຮັດໃຫ້ພໍ່ອຸກໃຈ? ໄປບອກລາວເຮັດຫຍັງວ່າມີນ້ອງອີກຄົນໜຶ່ງ?” 7 ເຂົາເຈົ້າຕອບວ່າ: “ຜູ້ຊາຍຄົນນັ້ນຖາມສໍ້ພວກເຮົາເອົາແທ້ເອົາວ່າ ທັງເລື່ອງພວກເຮົາແລະຍາດຕິພີ່ນ້ອງ. ລາວຖາມວ່າ ‘ພໍ່ຂອງພວກເຈົ້າຍັງມີຊີວິດຢູ່ບໍ? ມີນ້ອງຊາຍອີກຄົນໜຶ່ງບໍ?’ ພວກເຮົາກໍເລີຍບອກລາວໄປຕາມຄວາມຈິງ.+ ພວກເຮົາບໍ່ຮູ້ຊ້ຳວ່າລາວຊິບອກໃຫ້ພານ້ອງໄປນຳ.”+
8 ຢູດາເວົ້າກັບພໍ່ອີກວ່າ: “ຍອມໃຫ້ນ້ອງຫຼ້າໄປກັບພວກເຮົາໂລດພໍ່.+ ພວກເຮົາຊິໄດ້ໄປຊື້ອາຫານ ເພື່ອພວກເຮົາ ພໍ່ ແລະລູກຂອງພວກເຮົາ+ຊິບໍ່ຕາຍ.+ 9 ຂ້ອຍຂໍຮັບຮອງວ່າຊິບໍ່ໃຫ້ເກີດຫຍັງຂຶ້ນກັບນ້ອງ.+ ຖ້າຂ້ອຍບໍ່ພານ້ອງກັບມາຫາພໍ່ ພໍ່ລົງໂທດຂ້ອຍໂລດ. ໃຫ້ຖືວ່າຂ້ອຍເຮັດຜິດຕໍ່ພໍ່ໄປຕະຫຼອດຊີວິດ. 10 ຖ້າພວກເຮົາບໍ່ມົວແຕ່ເສຍເວລາຢູ່ນີ້ ປານນີ້ພວກເຮົາຄືຊິໄປແລະກັບມາໄດ້ 2 ຖ້ຽວແລ້ວ.”
11 ອິດສະຣາເອນກໍເລີຍບອກພວກລູກຊາຍວ່າ: “ຖ້າຈັ່ງຊັ້ນ ໄປກໍໄປ. ແຕ່ໃຫ້ພວກລູກເອົາແນວດີໆຢູ່ໃນແຜ່ນດິນນີ້ໄປເປັນຂອງຂວັນໃຫ້ຜູ້ຊາຍຄົນນັ້ນນຳ.+ ໃຫ້ເອົານ້ຳມັນຫອມທີ່ສະກັດຈາກພືດ+ ນ້ຳເຜີ້ງ ຢາງໄມ້ຫອມ ເປືອກໄມ້ທີ່ມີຢາງ+ ຖົ່ວພິດຕາຊິໂອ້ ແລະແອວມ້ອນໄປນຳ. 12 ເທື່ອນີ້ໃຫ້ເອົາເງິນໄປ 2 ເທົ່າ. ເງິນທີ່ຕິດມານຳເປົາເທື່ອແລ້ວນັ້ນກໍໃຫ້ເອົາໄປນຳ.+ ເຂົາເຈົ້າຄືຊິຫຼົງເອົາມາໃສ່ໃຫ້. 13 ໃຫ້ພວກເຈົ້າພານ້ອງຫຼ້າໄປຫາຜູ້ຊາຍຄົນນັ້ນ. 14 ຂໍໃຫ້ພະເຈົ້າຜູ້ມີລິດເດດສູງສຸດເຮັດໃຫ້ຜູ້ຊາຍຄົນນັ້ນອີ່ຕົນພວກເຈົ້າ ເພື່ອລາວຊິໄດ້ປ່ອຍຊີເມໂອນແລະເບັນຢາມິນກັບມາ. ແຕ່ຖ້າພໍ່ຕ້ອງເສຍລູກໄປແທ້ໆ ພໍ່ກໍຊິຍອມຮັບຄວາມເຈັບປວດນັ້ນ!”+
15 ແລ້ວພວກລູກຊາຍຂອງອິດສະຣາເອນກໍພາເບັນຢາມິນໄປຫາໂຢເຊັບຢູ່ເອຢິບ. ເຂົາເຈົ້າເອົາຂອງຂວັນທັງໝົດໄປນຳແລະເອົາເງິນໄປ 2 ເທົ່າ.+ 16 ເມື່ອໂຢເຊັບເຫັນເບັນຢາມິນມາກັບພວກອ້າຍ ລາວກໍສັ່ງຄົນທີ່ເບິ່ງແຍງເຮືອນຂອງລາວວ່າ: “ໃຫ້ພາຄົນພວກນີ້ໄປເຮືອນຂອງຂ້ອຍ ແລ້ວຂ້າສັດ ກຽມເຮັດອາຫານ ເພາະເຂົາເຈົ້າຊິກິນເຂົ້າສວາຍນຳຂ້ອຍ.” 17 ຄົນທີ່ເບິ່ງແຍງເຮືອນກໍເຮັດຕາມທີ່ໂຢເຊັບບອກທັນທີ+ ແລະພາເຂົາເຈົ້າໄປເຮືອນຂອງໂຢເຊັບ. 18 ຕອນທີ່ເດີນທາງໄປເຮືອນຂອງໂຢເຊັບ ເຂົາເຈົ້າກໍຢ້ານຫຼາຍແລະພາກັນເວົ້າວ່າ: “ເປັນຫຍັງພວກເຂົາພາພວກເຮົາມານີ້? ຕ້ອງເປັນຍ້ອນເງິນທີ່ຕິດມານຳເປົາເທື່ອແລ້ວແທ້ໆແຫຼະ. ພວກເຂົາຊິທຳຮ້າຍພວກເຮົາ ເອົາພວກເຮົາເປັນທາດ ແລະຍຶດເອົາລາພວກເຮົາໄປ!”+
19 ເຂົາເຈົ້າກໍເລີຍລົມກັບຄົນທີ່ເບິ່ງແຍງເຮືອນຂອງໂຢເຊັບຢູ່ຕໍ່ໜ້າທາງເຂົ້າເຮືອນ. 20 ເຂົາເຈົ້າເວົ້າວ່າ: “ນາຍເອີ້ຍ ຍົກໂທດໃຫ້ພວກເຮົາແດ່. ເທື່ອແລ້ວນີ້ພວກເຮົາຕັ້ງໃຈມາຊື້ອາຫານແທ້ໆ+ 21 ແຕ່ເມື່ອພວກເຮົາຮອດເຮືອນແລ້ວເປີດປາກເປົາເຂົ້າອອກ ກໍເຫັນເງິນຂອງແຕ່ລະຄົນຍັງຢູ່ຄົບຄືເກົ່າ.+ ເທື່ອນີ້ພວກເຮົາຕັ້ງໃຈເອົາເງິນມາຄືນໃຫ້ທ່ານດ້ວຍໂຕເອງ 22 ແລະພວກເຮົາຍັງເອົາເງິນມາຕື່ມອີກເພື່ອຊື້ອາຫານ. ແຕ່ພວກເຮົາບໍ່ຮູ້ແທ້ໆວ່າຜູ້ໃດເອົາເງິນມາໃສ່ເປົາຂອງພວກເຮົາ.”+ 23 ຄົນເບິ່ງແຍງເຮືອນເວົ້າວ່າ: “ບໍ່ເປັນຫຍັງ. ບໍ່ຕ້ອງຢ້ານເດີ້. ພະເຈົ້າຂອງພວກເຈົ້າແລະພະເຈົ້າຂອງພໍ່ພວກເຈົ້າໄດ້ເອົາເງິນໃສ່ໃນເປົາຂອງພວກເຈົ້າ. ເທື່ອແລ້ວນີ້ຂ້ອຍໄດ້ຮັບເງິນຄ່າອາຫານຂອງພວກເຈົ້າແລ້ວ.” ແລ້ວລາວກໍພາຊີເມໂອນມາຫາເຂົາເຈົ້າ.+
24 ລາວພາພວກອ້າຍນ້ອງຂອງໂຢເຊັບເຂົ້າໄປໃນເຮືອນ ເອົານ້ຳມາໃຫ້ເຂົາເຈົ້າລ້າງຕີນ ແລະເອົາເຟືອງໃຫ້ລາເຂົາເຈົ້າກິນ. 25 ເມື່ອຮູ້ວ່າຊິໄດ້ກິນເຂົ້າສວາຍກັບໂຢເຊັບຢູ່ເຮືອນຂອງລາວ+ ເຂົາເຈົ້າກໍເລີຍເອົາຂອງຂວັນອອກມາກຽມໄວ້ໃຫ້.+ 26 ຕອນໂຢເຊັບເຂົ້າມາໃນເຮືອນ ເຂົາເຈົ້າກໍເອົາຂອງຂວັນໃຫ້ແລະໝູບໜ້າລົງພື້ນສະແດງຄວາມນັບຖືລາວ.+ 27 ຫຼັງຈາກນັ້ນ ໂຢເຊັບໄດ້ຖາມເຖິງຄວາມເປັນຢູ່ຂອງພວກອ້າຍນ້ອງ ແລະເວົ້າວ່າ: “ພໍ່ຂອງພວກເຈົ້າທີ່ອາຍຸຫຼາຍແລ້ວເປັນແນວໃດ? ເພິ່ນຍັງມີຊີວິດຢູ່ບໍ?”+ 28 ເຂົາເຈົ້າຕອບວ່າ: “ນາຍເອີ້ຍ ພໍ່ຂອງພວກເຮົາສະບາຍດີແລະຍັງມີຊີວິດຢູ່.” ແລ້ວເຂົາເຈົ້າກໍໝູບໜ້າລົງພື້ນ.+
29 ເມື່ອໂຢເຊັບແນມໄປກໍເຫັນເບັນຢາມິນ ນ້ອງຊາຍພໍ່ແມ່ດຽວກັນ.+ ລາວຖາມວ່າ: “ຜູ້ນີ້ແມ່ນນ້ອງຫຼ້າທີ່ພວກເຈົ້າເວົ້າເຖິງແມ່ນບໍ?”+ ລາວເວົ້າກັບເບັນຢາມິນວ່າ: “ຂໍໃຫ້ພະເຈົ້າອວຍພອນເຈົ້າເດີ້ລູກ.” 30 ໂຢເຊັບອັ້ນຄວາມຮູ້ສຶກທີ່ມີຕໍ່ນ້ອງຫຼ້າໄວ້ບໍ່ໄຫວ ກໍເລີຍຟ້າວແລ່ນອອກໄປ ຫາບ່ອນທີ່ຈະຮ້ອງໄຫ້. ລາວເຂົ້າໄປໃນຫ້ອງຂອງລາວແລະຮ້ອງໄຫ້ຢູ່ຫັ້ນ.+ 31 ເມື່ອໂຢເຊັບຄວບຄຸມອາລົມໄດ້ແລ້ວ ລາວກໍລ້າງໜ້າແລະອອກໄປຫາເຂົາເຈົ້າອີກ. ຈາກນັ້ນ ລາວສັ່ງຄົນຮັບໃຊ້ວ່າ: “ເອົາອາຫານອອກມາ.” 32 ພວກຄົນຮັບໃຊ້ຈັດໃຫ້ໂຢເຊັບນັ່ງກິນເຂົ້າຄົນດຽວ ຈັດໃຫ້ພວກເອຢິບນັ່ງກິນເຂົ້ານຳກັນ ແລະຈັດໃຫ້ພວກອ້າຍນ້ອງຂອງໂຢເຊັບນັ່ງກິນຕ່າງຫາກ ຍ້ອນຄົນເອຢິບລັງກຽດທີ່ຈະນັ່ງກິນເຂົ້າໂຕະດຽວກັນກັບຄົນເຮັບເຣີ.+
33 ພວກອ້າຍນ້ອງຖືກຈັດໃຫ້ນັ່ງຢູ່ຕໍ່ໜ້າໂຢເຊັບ ຕາມລຳດັບຕັ້ງແຕ່ອ້າຍກົກ+ໄປຈົນຮອດນ້ອງຫຼ້າ. ເຂົາເຈົ້າແປກໃຈຫຼາຍແລະແນມເບິ່ງໜ້າກັນ. 34 ໂຢເຊັບໃຫ້ຄົນເອົາອາຫານຈາກໂຕະຂອງລາວໄປໃຫ້ພວກອ້າຍນ້ອງ ແຕ່ລາວເອົາໃຫ້ເບັນຢາມິນຫຼາຍກວ່າພວກອ້າຍທຸກຄົນ 5 ເທົ່າ.+ ແລ້ວເຂົາເຈົ້າກໍກິນແລະດື່ມກັບໂຢເຊັບຈົນອີ່ມ.