ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 29
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ຄຳ​ສັນຍາ​ທີ່​ພວກ​ອິດສະຣາເອນ​ເຮັດ​ຢູ່​ໂມອາບ (1-13)

      • ຄຳ​ເຕືອນ​ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ຟັງ (14-29)

        • ສິ່ງ​ທີ່​ເປັນ​ຄວາມ​ລັບ​ແລະ​ສິ່ງ​ທີ່​ຖືກ​ເປີດ​ເຜີຍ (29)

ພະບັນຍັດ 29:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:8

ພະບັນຍັດ 29:2

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:4; ຢຊ 24:5

ພະບັນຍັດ 29:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:34; ນຮຢ 9:10

ພະບັນຍັດ 29:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 11:8

ພະບັນຍັດ 29:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 1:3; 8:2
  • +ພບຍ 8:4; ນຮຢ 9:21; ມທ 6:31

ພະບັນຍັດ 29:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:26
  • +ຈຊບ 21:33
  • +ພສ 135:10, 11

ພະບັນຍັດ 29:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:33; ພບຍ 3:12, 13

ພະບັນຍັດ 29:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:6; 8:18; ຢຊ 1:7, 8; 1ກສ 2:3; ພສ 103:17, 18; ລກ 11:28

ພະບັນຍັດ 29:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 8:2
  • +ອພຍ 12:38

ພະບັນຍັດ 29:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 1:3; 29:1

ພະບັນຍັດ 29:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:5; ພບຍ 7:6; 28:9
  • +ອພຍ 6:7; 29:45
  • +ປຖກ 17:1, 7; 22:16, 17
  • +ປຖກ 26:3
  • +ປຖກ 28:13

ພະບັນຍັດ 29:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 2:4

ພະບັນຍັດ 29:17

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 25:1, 2

ພະບັນຍັດ 29:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 11:16; ຮຣ 3:12
  • +ຮຣ 12:15

ພະບັນຍັດ 29:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 24:19
  • +ພບຍ 27:26; 28:15

ພະບັນຍັດ 29:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:24; ຢດ 7
  • +ປຖກ 10:19; 14:2

ພະບັນຍັດ 29:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 9:8, 9; 2ຂຄ 7:21, 22; ຢຣມ 22:8, 9

ພະບັນຍັດ 29:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:10
  • +ຢຣມ 31:32

ພະບັນຍັດ 29:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:12

ພະບັນຍັດ 29:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:16; ພບຍ 27:26

ພະບັນຍັດ 29:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:45, 63; 1ກສ 14:15; 2ກສ 17:18; ລກ 21:24
  • +ອຊຣ 9:7; ດນອ 9:7

ພະບັນຍັດ 29:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 11:33
  • +ພສ 78:5; ປຍຈ 12:13

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 29:1ອພຍ 24:8
ພບຍ. 29:2ອພຍ 19:4; ຢຊ 24:5
ພບຍ. 29:3ພບຍ 4:34; ນຮຢ 9:10
ພບຍ. 29:4ຣມ 11:8
ພບຍ. 29:5ພບຍ 1:3; 8:2
ພບຍ. 29:5ພບຍ 8:4; ນຮຢ 9:21; ມທ 6:31
ພບຍ. 29:7ຈຊບ 21:26
ພບຍ. 29:7ຈຊບ 21:33
ພບຍ. 29:7ພສ 135:10, 11
ພບຍ. 29:8ຈຊບ 32:33; ພບຍ 3:12, 13
ພບຍ. 29:9ພບຍ 4:6; 8:18; ຢຊ 1:7, 8; 1ກສ 2:3; ພສ 103:17, 18; ລກ 11:28
ພບຍ. 29:11ນຮຢ 8:2
ພບຍ. 29:11ອພຍ 12:38
ພບຍ. 29:12ພບຍ 1:3; 29:1
ພບຍ. 29:13ອພຍ 19:5; ພບຍ 7:6; 28:9
ພບຍ. 29:13ອພຍ 6:7; 29:45
ພບຍ. 29:13ປຖກ 17:1, 7; 22:16, 17
ພບຍ. 29:13ປຖກ 26:3
ພບຍ. 29:13ປຖກ 28:13
ພບຍ. 29:16ພບຍ 2:4
ພບຍ. 29:17ຈຊບ 25:1, 2
ພບຍ. 29:18ພບຍ 11:16; ຮຣ 3:12
ພບຍ. 29:18ຮຣ 12:15
ພບຍ. 29:20ຢຊ 24:19
ພບຍ. 29:20ພບຍ 27:26; 28:15
ພບຍ. 29:23ປຖກ 19:24; ຢດ 7
ພບຍ. 29:23ປຖກ 10:19; 14:2
ພບຍ. 29:241ກສ 9:8, 9; 2ຂຄ 7:21, 22; ຢຣມ 22:8, 9
ພບຍ. 29:251ກສ 19:10
ພບຍ. 29:25ຢຣມ 31:32
ພບຍ. 29:26ຜຕສ 2:12
ພບຍ. 29:27ລລວ 26:16; ພບຍ 27:26
ພບຍ. 29:28ພບຍ 28:45, 63; 1ກສ 14:15; 2ກສ 17:18; ລກ 21:24
ພບຍ. 29:28ອຊຣ 9:7; ດນອ 9:7
ພບຍ. 29:29ຣມ 11:33
ພບຍ. 29:29ພສ 78:5; ປຍຈ 12:13
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 29:1-29

ພະບັນຍັດ

29 ຕໍ່​ໄປ​ນີ້​ແມ່ນ​ສັນຍາ​ທີ່​ພະ​ເຢໂຫວາ​ສັ່ງ​ໂມເຊ​ໃຫ້​ເຮັດ​ກັບ​ພວກ​ອິດສະຣາເອນ​ຢູ່​ແຜ່ນດິນ​ໂມອາບ ນອກ​ເໜືອ​ຈາກ​ຄຳ​ສັນຍາ​ທີ່​ໄດ້​ເຮັດ​ໄປ​ແລ້ວ​ຕອນ​ຢູ່​ໂຮເຣັບ.+

2 ໂມເຊ​ເອີ້ນ​ພວກ​ອິດສະຣາເອນ​ທຸກ​ຄົນ​ມາ ແລ້ວ​ເວົ້າ​ວ່າ: “ພວກ​ເຈົ້າ​ກໍ​ໄດ້​ເຫັນ​ກັບ​ຕາ​ແລ້ວ​ວ່າ ຕອນ​ທີ່​ພວກ​ເຈົ້າ​ຢູ່​ເອຢິບ ພະ​ເຢໂຫວາ​ໄດ້​ຈັດ​ການ​ກັບ​ຟາໂຣ* ພວກ​ຜູ້​ຮັບ​ໃຊ້​ຂອງ​ລາວ ແລະ​ແຜ່ນດິນ​ຂອງ​ລາວ​ແນວ​ໃດ+ 3 ແລະ​ຍັງ​ໄດ້​ເຫັນ​ການ​ຕັດສິນ​ລົງໂທດ ການອັດສະຈັນ​ກັບ​ລິດເດດ​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ.+ 4 ແຕ່​ຈົນ​ຮອດ​ຕອນ​ນີ້ ພະ​ເຢໂຫວາ​ຍັງ​ບໍ່​ໄດ້​ໃຫ້​ພວກ​ເຈົ້າເຂົ້າໃຈ​ວ່າສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເຫັນ​ແລະ​ໄດ້​ຍິນ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ.+ 5 ເພິ່ນ​ເວົ້າ​ວ່າ ‘ຕະຫຼອດ 40 ປີ​ທີ່​ເຮົາ​ນຳ​ພາ​ພວກ​ເຈົ້າ​ເດີນ​ທາງ​ໃນ​ບ່ອນ​ກັນດານ+ ເຄື່ອງນຸ່ງ​ຂອງ​ພວກ​ເຈົ້າ​ກໍ​ບໍ່​ເກົ່າ ເກີບ​ຂອງ​ພວກ​ເຈົ້າ​ກໍ​ບໍ່​ຂາດ.+ 6 ເຖິງ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ໄດ້​ກິນ​ເຂົ້າຈີ່ ບໍ່​ໄດ້​ກິນ​ເຫຼົ້າແວງ ຫຼື​ເຫຼົ້າ​ອື່ນ​ໆ​ ແຕ່​ເຮົາ​ກໍ​ເບິ່ງ​ແຍງ​ພວກ​ເຈົ້າ​ຢ່າງ​ດີ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.’ 7 ໃນ​ທີ່​ສຸດ ເມື່ອ​ພວກ​ເຮົາ​ມາ​ຮອດ​ບ່ອນ​ນີ້ ສີໂຮນ​ກະສັດ​ຂອງ​ເມືອງ​ເຮັດຊະໂບນ+​ແລະ​ໂອກ​ກະສັດ​ຂອງ​ບາຊານ+​ໄດ້​ອອກ​ມາ​ຕໍ່ສູ້​ພວກ​ເຮົາ ແຕ່​ພວກ​ເຮົາ​ກໍ​ເອົາ​ຊະນະ​ພວກ​ເຂົາ​ໄດ້.+ 8 ຈາກ​ນັ້ນ ພວກ​ເຮົາ​ກໍ​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ​ໃຫ້​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ.+ 9 ຍ້ອນ​ພະເຈົ້າ​ໄດ້​ເຮັດ​ສິ່ງ​ທັງ​ໝົດນີ້​ໃຫ້​ພວກ​ເຈົ້າ ພວກ​ເຈົ້າ​ກໍ​ຕ້ອງ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ສັນຍາ​ນີ້ ເພື່ອ​ທຸກ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ຈະ​ສຳເລັດ.+

10 ມື້​ນີ້​ພວກ​ເຈົ້າ​ໄດ້​ມາ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ມີ​ທັງ​ພວກ​ຫົວ​ໜ້າ​ຕະກູນ ພວກ​ຜູ້​ນຳ​ກັບ​ພວກ​ຫົວ​ໜ້າ​ອື່ນ​ໆ​ ພວກ​ຜູ້​ຊາຍ​ອິດສະຣາເອນ​ທຸກ​ຄົນ 11 ລູກ​ເມຍ​ຂອງ​ພວກ​ເຈົ້າ+ ແລະ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ+ ບໍ່​ວ່າ​ຈະ​ເປັນ​ຄົນ​ເກັບ​ຟືນ​ຫຼື​ຄົນ​ຕັກ​ນ້ຳ. 12 ພວກ​ເຈົ້າ​ມາ​ຢູ່​ນີ້​ເພື່ອ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ເຮັດ​ສັນຍາ​ກັບ​ພວກ​ເຈົ້າ+ ແລະ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ສາບານ​ຕໍ່​ເພິ່ນ. ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເຮັດ​ແນວ​ນີ້ 13 ເພື່ອເຮັດ​ໃຫ້​ແນ່​ໃຈ​ວ່າພວກ​ເຈົ້າ​ເປັນ​ປະຊາຊົນ​ຂອງ​ເພິ່ນ+ ແລະ​ເພິ່ນ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ+​ຕາມ​ທີ່​ເພິ່ນ​ເຄີຍ​ສັນຍາ​ກັບ​ພວກ​ເຈົ້າ ແລະ​ສັນຍາ​ກັບ​ອັບຣາຮາມ+ ອີຊາກ+ ແລະ​ຢາໂຄບ+​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ.

14 ບໍ່​ແມ່ນ​ແຕ່​ພວກ​ເຈົ້າ​ເທົ່າ​ນັ້ນ​ທີ່​ຂ້ອຍ​ຊ່ວຍ​ໃຫ້​ເຮັດ​ສັນຍາ​ນີ້​ກັບ​ພະເຈົ້າ​ໂດຍ​ການ​ສາບານ. 15 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເຮັດ​ສັນຍາ​ກັບ​ພວກ​ເຈົ້າ ແລະ​ກັບ​ຄົນ​ລຸ້ນ​ຕໍ່​ໆ​ໄປ​ທີ່​ບໍ່​ໄດ້​ຢູ່​ນຳ​ພວກ​ເຮົາ​ຕອນ​ນີ້. 16 ເພາະພວກ​ເຈົ້າ​ຮູ້​ດີວ່າ​ຕອນ​ທີ່​ພວກ​ເຮົາ​ຢູ່​ເອຢິບ​ພວກ​ເຮົາ​ມີ​ຊີວິດ​ແນວ​ໃດ ແລະ​ພວກ​ເຮົາ​ໄດ້​ເດີນ​ທາງ​ຜ່ານ​ຊາດ​ຕ່າງ​ໆ​ແນວ​ໃດ.+ 17 ພວກ​ເຈົ້າ​ໄດ້​ເຫັນ​ພະເຈົ້າ​ຕ່າງ​ໆ​*+ຂອງ​ພວກ​ເຂົາ​ທີ່​ເປັນ​ໄມ້ ເປັນ​ຫີນ ເປັນ​ເງິນ ແລະ​ເປັນ​ຄຳ​ທີ່​ເປັນ​ຕາ​ຂີ້ດຽດ. 18 ລະວັງ ຢ່າ​ໃຫ້​ຜູ້​ຊາຍ​ຫຼື​ຜູ້​ຍິງ​ຄົນ​ໃດ ຄອບຄົວ​ໃດ​ຫຼື​ຕະກູນ​ໃດ​ຖິ້ມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລ້ວ​ໄປ​ນະມັດສະການ​ພະເຈົ້າ​ຂອງ​ຊາດ​ເຫຼົ່າ​ນັ້ນ.+ ຢ່າ​ໃຫ້​ຜູ້​ໃດ​ໃນ​ພວກ​ເຈົ້າ​ເປັນ​ຄື​ກັບຮາກ​ໄມ້ທີ່​ຂົມ​ແລະ​ມີ​ພິດ.+

19 ແຕ່​ຖ້າ​ຜູ້​ໃດ​ໄດ້​ຍິນ​ຄຳ​ສາບານ​ນີ້​ແລະຄິດ​ອວດ​ອົ່ງ​ໃນ​ໃຈ​ວ່າ ‘ຂ້ອຍ​ຢາກ​ເຮັດ​ຫຍັງ​ຂ້ອຍ​ກໍ​ຊິ​ເຮັດ ມັນ​ຊິ​ບໍ່​ມີ​ບັນຫາ​ດອກ’ ແລະ​ເຮັດ​ໃຫ້​ໂຕເອງ​ກັບ​ຄົນ​ອື່ນ​ຈິບຫາຍ 20 ພະ​ເຢໂຫວາ​ຈະ​ບໍ່​ຍົກ​ໂທດ​ໃຫ້​ລາວ.+ ພະ​ເຢໂຫວາ​ຈະ​ໃຈ​ຮ້າຍ​ໃຫ້​ຜູ້​ນັ້ນ​ຫຼາຍ​ແລະ​ລາວ​ຈະ​ຖືກ​ສາບແຊ່ງ​ຕາມ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້.+ ພະ​ເຢໂຫວາ​ຈະ​ລຶບ​ຊື່​ລາວ​ໄປ​ຈາກ​ໂລກ​ນີ້. 21 ພະ​ເຢໂຫວາ​ຈະ​ແຍກ​ລາວ​ອອກ​ຈາກ​ຕະກູນ​ຕ່າງ​ໆ​ຂອງ​ພວກ​ອິດສະຣາເອນ ແລະ​ຄຳ​ສາບແຊ່ງ​ທັງ​ໝົດ​ຕາມ​ຄຳ​ສັນຍາ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ກົດ​ໝາຍ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ລາວ​ແທ້.

22 ໃນ​ອະນາຄົດ ລູກ​ຫຼານ​ຂອງ​ເຈົ້າ​ແລະ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ປະເທດ​ໄກ​ໆ​ຈະ​ໄດ້​ເຫັນ​ໄພ​ພິບັດ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ເກີດ​ຂຶ້ນ​ໃນ​ແຜ່ນດິນ​ນີ້. 23 ເພິ່ນ​ຈະ​ໃຊ້​ມາດ ເກືອ​ແລະ​ໄຟ ເພື່ອ​ເຮັດ​ໃຫ້​ທົ່ວ​ແຜ່ນດິນ​ນີ້​ບໍ່​ມີ​ພືດ​ຜັກ​ແລະ​ຜົນລະປູກ ຄື​ກັບ​ຕອນ​ທີ່​ພະ​ເຢໂຫວາ​ໃຈ​ຮ້າຍ​ແລະ​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ+ ເມືອງ​ອັດມາ​ກັບ​ເມືອງ​ເຊໂບຢິມ.+ 24 ລູກ​ຫຼານ​ຂອງ​ພວກ​ເຈົ້າ​ແລະ​ຄົນ​ຕ່າງ​ຊາດ​ກໍ​ຈະ​ເວົ້າ​ວ່າ ‘ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ກັບ​ແຜ່ນດິນ​ນີ້​ແນວ​ນີ້?+ ເປັນ​ຫຍັງ​ເພິ່ນ​ຄື​ໃຈ​ຮ້າຍ​ແນວ​ນີ້?’ 25 ແລ້ວ​ພວກ​ເຂົາ​ກໍ​ຈະ​ເວົ້າ​ວ່າ ‘ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ພະ​ເຢໂຫວາ+ໄດ້​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ຕອນ​ທີ່​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+ 26 ແຕ່​ເຂົາ​ເຈົ້າ​ໄດ້​ໄປ​ນະມັດສະການ​ພະເຈົ້າ​ອື່ນ ແລະ​ໄດ້​ຂາບ​ໄຫວ້​ພະເຈົ້າ​ທີ່​ເຂົາ​ເຈົ້າ​ບໍ່​ເຄີຍ​ຮູ້ຈັກ ເຊິ່ງ​ເພິ່ນ​ຫ້າມ​ບໍ່​ໃຫ້​ເຂົາ​ເຈົ້າ​ນະມັດສະການ.+ 27 ແລ້ວ​ພະ​ເຢໂຫວາ​ກໍ​ໃຈ​ຮ້າຍ ແລະ​ເຮັດ​ໃຫ້​ຄຳ​ສາບແຊ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ເກີດ​ຂຶ້ນ​ກັບ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ.+ 28 ຍ້ອນ​ພະ​ເຢໂຫວາ​ໃຈຮ້າຍ​ແຮງ+ ເພິ່ນ​ຈຶ່ງ​ໄດ້​ຂັບ​ໄລ່​ເຂົາ​ເຈົ້າ​ອອກ​ຈາກ​ແຜ່ນດິນ​ນັ້ນ​ໃຫ້​ໄປ​ຢູ່​ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່​ຕອນ​ນີ້.’+

29 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຮູ້​ຄວາມ​ລັບ​ໝົດທຸກ​ຢ່າງ+ ແລະ​ສິ່ງ​ທີ່​ເພິ່ນ​ຢາກ​ໃຫ້​ພວກ​ເຮົາ​ກັບ​ລູກ​ຫຼານ​ຂອງ​ພວກ​ເຮົາ​ຮູ້ ເພິ່ນ​ກໍ​ເປີດ​ເຜີຍ​ຕະຫຼອດໄປ ເພື່ອ​ພວກ​ເຮົາ​ຈະ​ເຮັດ​ຕາມ​ທຸກ​ຢ່າງ​ໃນ​ກົດ​ໝາຍ​ນີ້​ໄດ້.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌