ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມາລາກີ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມາລາກີ

      • ເອລີຢາ​ຈະ​ມາ​ກ່ອນ​ວັນ​ຂອງ​ພະ​ເຢໂຫວາ (1-​6)

        • “ແສງ​ຕາເວັນ​ທີ່​ເອົາ​ຄວາມ​ຖືກຕ້ອງ​ມາ​ໃຫ້” (2)

ມາລາກີ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຟຢ 2:2; 2ປຕ 3:7

ມາລາກີ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:5

ມາລາກີ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 11:13, 14; ມຣກ 9:11, 12
  • +ຢອ 2:31; ກຈກ 2:20; 2ປຕ 3:10

ມາລາກີ 4:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 1:17

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມລກ. 4:1ຊຟຢ 2:2; 2ປຕ 3:7
ມລກ. 4:4ພບຍ 4:5
ມລກ. 4:5ມທ 11:13, 14; ມຣກ 9:11, 12
ມລກ. 4:5ຢອ 2:31; ກຈກ 2:20; 2ປຕ 3:10
ມລກ. 4:6ລກ 1:17
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
ຄຳພີໄບເບິນສະບັບແປໂລກໃໝ່
ມາລາກີ 4:1-6

ມາລາກີ

4 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ຖ້າ​ເບິ່ງ​ເດີ້ ມື້​ນັ້ນ​ຈະ​ມາ​ແນ່ນອນ. ໃນ​ມື້​ນັ້ນ ຄົນ​ຈອງຫອງ​ແລະ​ຄົນ​ຊົ່ວ​ທັງໝົດ​ຈະ​ຖືກ​ທຳລາຍ​ຄື​ກັບ​ຕໍ​ເຟືອງ​ທີ່​ຢູ່​ໃນ​ເຕົາ​ຫຼອມ.+ ເຂົາເຈົ້າ​ຈະ​ບໍ່​ເຫຼືອ​ເລີຍ​ຄື​ກັບ​ຮາກ​ແລະ​ງ່າ​ທີ່​ຖືກ​ຈູດ​ແລ້ວ. 2 ແຕ່​ພວກເຈົ້າ​ທີ່​ນັບຖື​ຊື່​ຂອງ​ເຮົາ​ຈະ​ໄດ້​ຮັບ​ແສງ​ຈາກ​ຕາເວັນ​ທີ່​ເອົາ​ຄວາມ​ຖືກຕ້ອງ​ມາ​ໃຫ້​ແລະ​ຊ່ວຍ​ໃນ​ການ​ປິ່ນປົວ. ແລ້ວ​ພວກ​ເຈົ້າ​ຈະ​ເຕັ້ນ​ໄປ​ເຕັ້ນ​ມາ​ຄື​ກັບ​ງົວ​ນ້ອຍ​ທີ່​ແຂງແຮງ.”

3 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ໃນ​ມື້​ທີ່​ເຮົາ​ລົງໂທດ ພວກເຈົ້າ​ຈະ​ຢຽບ​ຄົນ​ຊົ່ວ ແລະ​ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ຂີ້ຝຸ່ນ​ທີ່​ຢູ່​ພື້ນ​ຕີນ​ພວກ​ເຈົ້າ.”

4 “ໃຫ້​ຈື່​ກົດໝາຍ​ທີ່​ເຮົາ​ເອົາ​ໃຫ້​ໂມເຊ​ຜູ້​ຮັບໃຊ້​ຂອງ​ເຮົາ​ຢູ່​ພູ​ໂຮເຣັບ. ກົດໝາຍ​ນັ້ນ​ມີ​ຄຳສັ່ງ​ແລະ​ການ​ຕັດສິນ​ທີ່​ເຮົາ​ບອກ​ພວກ​ອິດສະຣາເອນ​ທຸກ​ຄົນ​ໃຫ້​ເຮັດ​ຕາມ.+

5 ຖ້າ​ເບິ່ງ​ເດີ້ ເຮົາ​ຈະ​ສົ່ງ​ຜູ້ພະຍາກອນ​ເອລີຢາ​ໄປ​ຫາ​ພວກ​ເຈົ້າ+ ກ່ອນ​ວັນ​ທີ່​ຍິ່ງໃຫຍ່​ແລະ​ເປັນ​ຕາ​ຢ້ານ​ຂອງ​ພະ​ເຢໂຫວາ​ຈະ​ມາ​ຮອດ.+ 6 ລາວ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ພໍ່​ເປັນ​ຄື​ກັບໃຈ​ຂອງ​ລູກ+ ແລະ​ເຮັດ​ໃຫ້​ໃຈ​ຂອງ​ລູກ​ເປັນ​ຄື​ກັບໃຈ​ຂອງ​ພໍ່ ເພື່ອ​ເຮົາ​ຈະ​ບໍ່​ຕ້ອງ​ມາ​ແລະ​ທຳລາຍ​ໂລກ.”

(ພະຄຳພີ​ພາກ​ພາສາ​ເຮັບເຣີ​ແລະ​ພາສາ​ອາຣາເມອິກ​ຈົບ​ແລ້ວ ແລະ​ຕໍ່​ໄປ​ແມ່ນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ)

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌