ໂຢບ
35 ເອລີຮູເວົ້າຕໍ່ໄປວ່າ:
2 “ເຈົ້າໝັ້ນໃຈວ່າເຈົ້າເຮັດຖືກຈົນກ້າເວົ້າວ່າ
‘ຂ້ອຍເປັນຝ່າຍຖືກກວ່າພະເຈົ້າ’ ຊັ້ນບໍ?+
3 ເພາະເຈົ້າເວົ້າວ່າ ‘ຖ້າຂ້ອຍເຮັດສິ່ງທີ່ຖືກຕ້ອງ ມັນກໍບໍ່ກ່ຽວຫຍັງກັບພະອົງ.*
ຂ້ອຍບໍ່ໄດ້ເຮັດຜິດ ແຕ່ກໍບໍ່ເຫັນວ່າໃນຊີວິດຂ້ອຍມີຫຍັງດີຂຶ້ນເລີຍ.’+
4 ຂ້ອຍຊິຕອບເຈົ້າ
ແລະຕອບໝູ່+ຂອງເຈົ້ານຳ.
5 ໃຫ້ເຈົ້າແນມເບິ່ງຟ້າ
ແລະແນມເບິ່ງຂີ້ເຝື້ອ+ທີ່ຢູ່ສູງໆ.
6 ຖ້າເຈົ້າເຮັດຜິດ ມັນກໍບໍ່ມີຜົນຫຍັງກັບພະເຈົ້າ.+
ເຖິງວ່າເຈົ້າຈະເຮັດຜິດຫຼາຍຢ່າງຫຼາຍແນວ ແຕ່ເພິ່ນກໍບໍ່ເສຍຫາຍຫຍັງດອກ.+
8 ຖ້າເຈົ້າເຮັດຊົ່ວ ມັນກໍຈະສົ່ງຜົນຕໍ່ຜູ້ທີ່ເປັນມະນຸດຄືກັນກັບເຈົ້າເທົ່ານັ້ນ
ແລະຖ້າເຈົ້າເຮັດສິ່ງທີ່ຖືກຕ້ອງກໍມີແຕ່ມະນຸດນຳກັນທີ່ໄດ້ປະໂຫຍດ.
9 ມະນຸດຮ້ອງຂໍຄວາມຊ່ວຍເຫຼືອ ຕອນທີ່ເຂົາເຈົ້າຖືກກົດຂີ່ຢ່າງໜັກ.
ເຂົາເຈົ້າຮ້ອງຂໍໃຫ້ຫຼຸດພົ້ນຈາກຜູ້ມີອຳນາດ.+
10 ແຕ່ບໍ່ມີຜູ້ໃດຖາມວ່າ ‘ພະເຈົ້າຜູ້ສ້າງອົງຍິ່ງໃຫຍ່ຂອງຂ້ອຍຢູ່ໃສ?+
ຜູ້ທີ່ເຮັດໃຫ້ພວກເຮົາຮ້ອງເພງສັນລະເສີນໃນຕອນກາງຄືນຢູ່ໃສ?’+
11 ເພິ່ນສອນພວກເຮົາ+ຫຼາຍກວ່າສັດທີ່ຢູ່ເທິງໂລກ+
ແລະເພິ່ນເຮັດໃຫ້ພວກເຮົາສະຫຼາດກວ່ານົກທີ່ບິນຢູ່ເທິງຟ້າ.
13 ພະເຈົ້າບໍ່ຟັງຄຳຮ້ອງຂໍທີ່ຂີ້ຕົວະແນ່ນອນ.+
ຜູ້ມີລິດເດດສູງສຸດບໍ່ສົນໃຈຄຳຮ້ອງຂໍແບບນັ້ນເລີຍ.
14 ຄັນຊັ້ນ ຖ້າເຈົ້າຈົ່ມໃຫ້ເພິ່ນວ່າເພິ່ນບໍ່ສົນໃຈເຈົ້າ ເພິ່ນກໍແຮ່ງຊິບໍ່ຟັງເຈົ້າ.+
ເພິ່ນໃກ້ຊິຕັດສິນຄະດີໃຫ້ເຈົ້າແລ້ວ ໃຫ້ເຈົ້າຖ້າກ່ອນ.+
15 ເພາະພະເຈົ້າບໍ່ໄດ້ໃຈຮ້າຍເອົາໂທດນຳເຈົ້າ
ແລະບໍ່ໄດ້ສົນໃຈທີ່ເຈົ້າເວົ້າແບບບໍ່ຄິດ.+
16 ໂຢບເອີ້ຍ ເຈົ້າເວົ້າແຕ່ແນວບໍ່ມີປະໂຫຍດ
ເຈົ້າເວົ້າຫຼາຍຢ່າງຫຼາຍແນວ ທັງໆທີ່ບໍ່ຮູ້ຫຍັງເລີຍ.”+