ໂຮເຊອາ
5 “ພວກປະໂລຫິດເອີ້ຍ ໃຫ້ຟັງເດີ້.+
ພວກອິດສະຣາເອນເອີ້ຍ ໃຫ້ຕັ້ງໃຈຟັງດີໆ.
ພວກລູກຫຼານຂອງກະສັດເອີ້ຍ ໃຫ້ສົນໃຈຟັງເດີ້.
ພວກເຈົ້າຈະຖືກຕັດສິນ
ຍ້ອນພວກເຈົ້າເປັນຄືກັບກັບດັກຢູ່ເມືອງມິດຊະປາ
ແລະເປັນຄືກັບຕານ່າງຈັບສັດຢູ່ເມືອງຕາໂບ.+
3 ເຮົາຮູ້ຈັກເອຟຣາຢິມດີ.
ອິດສະຣາເອນບໍ່ສາມາດລີ້ເຮົາໄດ້.
ເອຟຣາຢິມເອີ້ຍ ຕອນນີ້ເຈົ້າເຮັດໂຕຄືກັບແມ່ຈ້າງ.*
ອິດສະຣາເອນເອີ້ຍ ເຈົ້າເຮັດໃຫ້ໂຕເອງບໍ່ສະອາດ.+
4 ການກະທຳຂອງເຂົາເຈົ້າເຮັດໃຫ້ເຂົາເຈົ້າກັບມາຫາພະເຈົ້າບໍ່ໄດ້
ຍ້ອນເຂົາເຈົ້າມັກນອນນຳຫຼາຍຄົນ+
ແລະເຂົາເຈົ້າບໍ່ຍອມຮັບວ່າ ເຮົາເຢໂຫວາເປັນພະເຈົ້າຂອງເຂົາເຈົ້າ.
5 ຄວາມຍິ່ງຂອງອິດສະຣາເອນຢືນຢັນວ່າເຂົາເຈົ້າຊົ່ວ+
ທັງອິດສະຣາເອນແລະເອຟຣາຢິມໄດ້ສະດຸດລົ້ມຍ້ອນຄວາມຜິດຂອງໂຕເອງ
ແລະຢູດາກໍສະດຸດລົ້ມນຳເຂົາເຈົ້າຄືກັນ.+
6 ເຂົາເຈົ້າພາຝູງງົວກັບຝູງແກະໄປຊອກຫາພະເຢໂຫວາ
ແຕ່ກໍຊອກບໍ່ເຫັນ.
ເພິ່ນໄດ້ຖິ້ມເຂົາເຈົ້າແລ້ວ.+
ພາຍໃນໜຶ່ງເດືອນ ເຂົາເຈົ້າຈະຖືກທຳລາຍພ້ອມກັບດິນມູນຂອງເຂົາເຈົ້າ.
8 ໃຫ້ເປົ່າແກເຂົາສັດ+ຢູ່ເມືອງກີເບອາແລະເປົ່າແກຢູ່ເມືອງຣາມາ.+
ໃຫ້ຮ້ອງດັງໆຕອນອອກໄປຕໍ່ສູ້ໃນສົງຄາມຢູ່ເມືອງເບັດອາເວນ.+ ເບັນຢາມິນເອີ້ຍ ໃຫ້ອອກໜ້າໝູ່ເດີ້!
9 ເອຟຣາຢິມເອີ້ຍ ຄົນອື່ນຈະຢ້ານຫຼາຍຕອນທີ່ເຫັນຈຸດຈົບຂອງເຈົ້າໃນມື້ທີ່ເຈົ້າຖືກລົງໂທດ.+
ເຮົາໄດ້ບອກໃຫ້ຮູ້ແລ້ວວ່າຈະເກີດຫຍັງຂຶ້ນກັບຕະກູນຕ່າງໆຂອງອິດສະຣາເອນ.
10 ພວກເຈົ້ານາຍຂອງຢູດາເປັນຄືກັບຄົນທີ່ຍ້າຍຫຼັກແດນເອົາດິນຂອງຄົນອື່ນ.+
ເຮົາຈະເທຄວາມໃຈຮ້າຍຂອງເຮົາໃສ່ເຂົາເຈົ້າຄືກັບເທນ້ຳ.
11 ເອຟຣາຢິມຖືກກົດຂີ່. ສົມແລ້ວທີ່ເຂົາເຈົ້າຖືກທຳລາຍ
ຍ້ອນເຂົາເຈົ້າຕັ້ງໃຈຈະເປັນມິດກັບສັດຕູຂອງເຂົາເຈົ້າ.+
12 ເຮົາຈະກັດກິນເອຟຣາຢິມຄືກັບປວກກິນໄມ້
ແລະເຮົາຈະເຮັດໃຫ້ຢູດາຜຸຄືກັບໄມ້ທີ່ຜຸ.
13 ເມື່ອເອຟຣາຢິມຮູ້ວ່າໂຕເອງບໍ່ສະບາຍແລະຢູດາເຫັນບາດຂອງໂຕເອງທີ່ເປື່ອຍ
ເອຟຣາຢິມໄດ້ຂໍໃຫ້ອັດຊີເຣຍຊ່ວຍ+ແລະສົ່ງຄົນໄປຫາກະສັດຜູ້ຍິ່ງໃຫຍ່.
ແຕ່ລາວປິ່ນປົວພວກເຈົ້າບໍ່ໄດ້
ແລະລາວກໍປົວບາດໃຫ້ພວກເຈົ້າບໍ່ໄດ້ຄືກັນ.
14 ເຮົາຈະເປັນຄືກັບໂຕສິງແລະຈະໂຈມຕີເອຟຣາຢິມ.
ເຮົາຈະເປັນຄືກັບສິງໂຕຜູ້ທີ່ແຂງແຮງແລະຈະໂຈມຕີຢູດາ.
ເຮົາຈະຈີກເຂົາເຈົ້າເປັນຕ່ອນໆແລ້ວກໍໄປ.+
ເຮົາຈະລາກເຂົາເຈົ້າໄປແລະຈະບໍ່ມີໃຜຊ່ວຍເຂົາເຈົ້າໄດ້.+
15 ເຮົາຈະກັບໄປບ່ອນຢູ່ຂອງເຮົາຈົນຮອດຕອນທີ່ເຂົາເຈົ້າຖືກລົງໂທດສຳລັບຄວາມຜິດຂອງໂຕເອງ
ແລ້ວເຂົາເຈົ້າຈະຂໍໃຫ້ເຮົາຊ່ວຍ.+
ເມື່ອເຈິຄວາມລຳບາກ ເຂົາເຈົ້າຈະຊອກຫາເຮົາ.”+