ເຢເຣມີຢາ
18 ພະເຢໂຫວາບອກເຢເຣມີຢາວ່າ: 2 “ໃຫ້ເຈົ້າລຸກຂຶ້ນແລະໄປເຮືອນຂອງຊ່າງປັ້ນໝໍ້+ ແລະເຮົາຈະເວົ້າກັບເຈົ້າຢູ່ຫັ້ນ.”
3 ຂ້ອຍຈຶ່ງໄປເຮືອນຂອງຊ່າງປັ້ນໝໍ້ແລະເຫັນວ່າລາວກຳລັງປັ້ນດິນຢູ່ແປ້ນໝູນ. 4 ແຕ່ດິນທີ່ລາວໃຊ້ປັ້ນໝໍ້ບໍ່ໄດ້ເປັນຮູບຕາມທີ່ລາວຄິດໄວ້. ດັ່ງນັ້ນ ລາວຈຶ່ງປັ້ນດິນນັ້ນເປັນຮູບໃໝ່ຕາມທີ່ລາວເຫັນວ່າເໝາະສົມ.
5 ແລ້ວພະເຢໂຫວາກໍເວົ້າກັບຂ້ອຍວ່າ: 6 “‘ພວກອິດສະຣາເອນເອີ້ຍ ເຮົາຈະເຮັດກັບພວກເຈົ້າຄືກັບຊ່າງປັ້ນໝໍ້ເຮັດກັບດິນດາກບໍ່ໄດ້ບໍ? ພວກອິດສະຣາເອນເອີ້ຍ ພວກເຈົ້າຢູ່ໃນມືຂອງເຮົາຄືກັບດິນດາກຢູ່ໃນມືຂອງຊ່າງປັ້ນໝໍ້.’+ ພະເຢໂຫວາເວົ້າໄວ້ແນວນີ້. 7 ‘ເມື່ອໃດກໍຕາມທີ່ເຮົາເວົ້າເຖິງການຫຼົກຮາກຫຼົກເຫງົ້າແລະການທຳລາຍຊາດໃດຊາດໜຶ່ງຫຼືປະເທດໃດປະເທດໜຶ່ງ+ 8 ແລ້ວຊາດນັ້ນໄດ້ເຊົາເຮັດຊົ່ວ ເຮົາກໍຈະປ່ຽນໃຈ*ບໍ່ທຳລາຍຊາດນັ້ນຄືກັບທີ່ເຮົາໄດ້ຕັ້ງໃຈໄວ້ຕັ້ງແຕ່ຕອນທຳອິດ.+ 9 ແຕ່ເມື່ອໃດກໍຕາມທີ່ເຮົາເວົ້າເຖິງການສ້າງຊາດໃດຊາດໜຶ່ງຫຼືປະເທດໃດປະເທດໜຶ່ງຂຶ້ນມາ 10 ແລ້ວຊາດນັ້ນໄດ້ເຮັດສິ່ງທີ່ເຮົາເຫັນວ່າຊົ່ວແລະບໍ່ເຊື່ອຟັງເຮົາ ເຮົາກໍຈະປ່ຽນໃຈບໍ່ໃຫ້ມີສິ່ງດີໆເກີດຂຶ້ນກັບຊາດນັ້ນຄືກັບທີ່ເຮົາໄດ້ຕັ້ງໃຈໄວ້ຕັ້ງແຕ່ຕອນທຳອິດ.’
11 ໃຫ້ເຈົ້າໄປບອກຄົນຢູດາແລະຄົນຢູ່ໃນເມືອງເຢຣູຊາເລັມວ່າ ‘ພະເຢໂຫວາບອກວ່າ “ເຮົາກຳລັງກຽມຄວາມຈິບຫາຍແລະກຳລັງຄິດວ່າຈະລົງໂທດພວກເຈົ້າແນວໃດ. ຂໍໃຫ້ພວກເຈົ້າເຊົາເຮັດຊົ່ວແລະປ່ຽນແປງວິທີໃຊ້ຊີວິດກັບການກະທຳຂອງພວກເຈົ້າສະ.”’”+
12 ແຕ່ເຂົາເຈົ້າເວົ້າວ່າ: “ບໍ່ຕ້ອງເວົ້າໃຫ້ເມື່ອຍປາກດອກ ມັນບໍ່ມີປະໂຫຍດ.+ ຈັ່ງໃດພວກເຮົາກໍຈະເຮັດຕາມຄວາມຄິດຂອງໂຕເອງ ແລະພວກເຮົາແຕ່ລະຄົນຈະເຮັດຕາມໃຈຊົ່ວໆຂອງໂຕເອງຕໍ່ໄປ.”+
13 ພະເຢໂຫວາເວົ້າວ່າ:
“ໃຫ້ພວກເຈົ້າໄປຖາມຊາດຕ່າງໆເບິ່ງ.
ມີໃຜເຄີຍໄດ້ຍິນຄົນເວົ້າແບບນີ້ບໍ?
ພວກອິດສະຣາເອນ*ໄດ້ເຮັດສິ່ງທີ່ໜ້າລັງກຽດທີ່ສຸດ.+
14 ຫິມະເທິງພູຢູ່ເລບານອນຈະເປື່ອຍຈາກຫີນໄປໝົດໄດ້ບໍ?
ຫຼືນ້ຳເຢັນໆທີ່ໄຫຼມາຈາກບ່ອນໄກໆຈະແຫ້ງໄປໝົດໄດ້ບໍ?
15 ແຕ່ປະຊາຊົນຂອງເຮົາໄດ້ລືມເຮົາແລ້ວ.+
ເຂົາເຈົ້າເອົາເຄື່ອງບູຊາ*ໃຫ້ສິ່ງທີ່ບໍ່ມີຄ່າ.+
ເຂົາເຈົ້າເຮັດໃຫ້ຄົນອື່ນເຮັດຜິດແລະພາຄົນອື່ນເຈີດອອກຈາກທາງທີ່ຖືກຕ້ອງທີ່ມີມາແຕ່ບູຮານ+
ແລ້ວພາໄປທາງເສັ້ນນ້ອຍໆທີ່ບໍ່ພຽງແລະມີແຕ່ຂຸມ
16 ເພື່ອເຮັດໃຫ້ຄົນອື່ນຕົກໃຈ+
ຄົນທີ່ກາຍໄປກາຍມາແຜ່ນດິນນັ້ນຈະຈ້ອງເບິ່ງດ້ວຍຄວາມຕົກໃຈແລະແກວ່ງຫົວໃສ່.+
17 ຄືກັບລົມຈາກທິດຕາເວັນອອກ ເຮົາຈະເຮັດໃຫ້ເຂົາເຈົ້າກະຈັດກະຈາຍກັນໄປຕໍ່ໜ້າສັດຕູ.
ໃນມື້ທີ່ເຂົາເຈົ້າເຈິຄວາມຈິບຫາຍ ເຮົາຈະລັງກຽດເຂົາເຈົ້າແທນທີ່ຈະອີ່ຕົນເຂົາເຈົ້າ.”+
18 ເຂົາເຈົ້າພາກັນເວົ້າວ່າ: “ໄປ໋ ໃຫ້ພວກເຮົາວາງແຜນຈັດການເຢເຣມີຢາ+ ຍ້ອນພວກເຮົາຍັງມີພວກປະໂລຫິດທີ່ຈະເຮັດໃຫ້ພວກເຮົາເຂົ້າໃຈກົດໝາຍ* ມີພວກຄົນສະຫຼາດທີ່ຈະໃຫ້ຄຳແນະນຳກັບພວກເຮົາ ແລະຍັງມີພວກຜູ້ພະຍາກອນທີ່ຈະປະກາດຄຳເວົ້າຂອງພະເຈົ້າໃຫ້ພວກເຮົາຟັງ. ໃຫ້ພວກເຮົາພາກັນໄປຮ້າຍໄປດ່າລາວ* ແລະຢ່າໄປສົນໃຈຄຳເວົ້າຂອງລາວ.”
19 ພະເຢໂຫວາເອີ້ຍ ຂໍພະອົງສົນໃຈຟັງລູກ
ແລະຂໍພະອົງຟັງວ່າຜູ້ທີ່ຕໍ່ຕ້ານລູກເວົ້າຫຍັງແດ່.
20 ຄວາມດີຄວນຖືກຕອບແທນດ້ວຍຄວາມຊົ່ວບໍ?
ເຂົາເຈົ້າຂຸດຂຸມເພື່ອຈະຂ້າລູກ.+
ຂໍພະອົງຈື່ວ່າລູກເຄີຍຢືນຢູ່ຕໍ່ໜ້າພະອົງແລະຂໍແທນເຂົາເຈົ້າ
ເພື່ອໃຫ້ພະອົງເຊົາໃຈຮ້າຍໃຫ້ເຂົາເຈົ້າ.
21 ຂໍພະອົງເຮັດໃຫ້ລູກຊາຍຂອງເຂົາເຈົ້າຕາຍຍ້ອນຄວາມອຶດຢາກ
ແລະຖືກຂ້າດ້ວຍດາບ.+
ຂໍໃຫ້ເມຍຂອງເຂົາເຈົ້າສູນເສຍລູກແລະເປັນໝ້າຍ.+
ຂໍໃຫ້ພວກຜູ້ຊາຍເປັນພະຍາດຕາຍ
ແລະຂໍໃຫ້ພວກຊາຍໜຸ່ມຂອງເຂົາເຈົ້າຖືກຂ້າຕາຍຢູ່ໃນສະໜາມຮົບ.+
22 ຂໍໃຫ້ມີສຽງຮ້ອງດັງອອກມາຈາກເຮືອນຂອງເຂົາເຈົ້າ
ຕອນທີ່ພະອົງພາກຸ່ມໂຈນມາຈັດການເຂົາເຈົ້າແບບກະທັນຫັນ
ຍ້ອນເຂົາເຈົ້າໄດ້ຂຸດຂຸມເພື່ອຈັບລູກ
ແລະວາງກັບດັກໄວ້ດັກລູກ.+
23 ແຕ່ພະເຢໂຫວາເອີ້ຍ
ພະອົງຮູ້ຈັກແຜນຮ້າຍທຸກຢ່າງຂອງເຂົາເຈົ້າທີ່ຈະຂ້າລູກ.+
ຂໍພະອົງຢ່າປົກປິດຄວາມຜິດຂອງເຂົາເຈົ້າ
ແລະຂໍພະອົງຢ່າລົບລ້າງຄວາມຜິດຂອງເຂົາເຈົ້າ.