ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 38
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ເຮເຊກີຢາ​ບໍ່​ສະບາຍ​ແຮງ​ແລະ​ເຊົາ​ເຈັບ​ປ່ວຍ (1-​22)

        • ເພງ​ຂອບໃຈ​ພະເຈົ້າ (10-​20)

ເອຊາຢາ 38:1

ໄຂເງື່ອນ

  • *

    ຫຼື “ຄົນ​ໃນ​ວັງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 32:24
  • +2ກສ 19:20; ອຊຢ 1:1
  • +2ກສ 20:1-3

ເອຊາຢາ 38:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 13:22; ພສ 20:1-3; ຮຣ 6:10
  • +2ຂຄ 31:20, 21

ເອຊາຢາ 38:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 20:4-6
  • +ສພສ 15:29; 1ຢຮ 5:14
  • +ພສ 39:12; 56:8
  • +ພບຍ 32:39; 1ຊມ 2:6

ເອຊາຢາ 38:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 32:22

ເອຊາຢາ 38:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 20:8-11

ເອຊາຢາ 38:8

ໄຂເງື່ອນ

  • *

    ອາດ​ເປັນ​ຂັ້ນໄດ​ທີ່​ໃຊ້​ນັບ​ເວລາ​ໂດຍ​ສັງເກດ​ເບິ່ງ​ຈຸດ​ທີ່​ເງົາ​ຢູ່

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 10:12, 13

ເອຊາຢາ 38:9

ໄຂເງື່ອນ

  • *

    ຫຼື “ບົດ​ຂຽນ”

ເອຊາຢາ 38:10

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ເອຊາຢາ 38:11

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຢາ” ເຊິ່ງ​ເປັນ​ຊື່​ຫຍໍ້​ຂອງ​ພະ​ເຢໂຫວາ

  • *

    ແປ​ຕາມ​ໂຕ​ວ່າ “ຢາ” ເຊິ່ງ​ເປັນ​ຊື່​ຫຍໍ້​ຂອງ​ພະ​ເຢໂຫວາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 6:5; ປຍຈ 9:5

ເອຊາຢາ 38:12

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພະອົງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 146:4; ປຍຈ 8:8
  • +ໂຢບ 17:1

ເອຊາຢາ 38:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 39:10

ເອຊາຢາ 38:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 102:7
  • +ອຊຢ 59:11
  • +ພສ 39:7
  • +ພສ 39:12; 119:82, 123

ເອຊາຢາ 38:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 2:6; ໂຢບ 33:28; ພສ 71:20

ເອຊາຢາ 38:17

ໄຂເງື່ອນ

  • *

    ຫຼື “ກຳຈັດ​ຄວາມ​ຜິດ​ຂອງ​ລູກ​ອອກ​ໄປ​ຈາກ​ສາຍ​ຕາ​ຂອງ​ພະອົງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 30:3; 86:13; ຢນ 2:6
  • +ອຊຢ 43:25; ມກ 7:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 264

ເອຊາຢາ 38:18

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 30:9
  • +ພສ 6:5; 115:17
  • +ປຍຈ 9:5, 10

ເອຊາຢາ 38:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 18:19; ພບຍ 4:9; ຢຊ 4:21-24

ເອຊາຢາ 38:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 30:11, 12
  • +2ກສ 20:5; ພສ 84:2

ເອຊາຢາ 38:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 20:7

ເອຊາຢາ 38:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 20:8

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 38:12ຂຄ 32:24
ອຊຢ. 38:12ກສ 19:20; ອຊຢ 1:1
ອຊຢ. 38:12ກສ 20:1-3
ອຊຢ. 38:3ນຮຢ 13:22; ພສ 20:1-3; ຮຣ 6:10
ອຊຢ. 38:32ຂຄ 31:20, 21
ອຊຢ. 38:52ກສ 20:4-6
ອຊຢ. 38:5ສພສ 15:29; 1ຢຮ 5:14
ອຊຢ. 38:5ພສ 39:12; 56:8
ອຊຢ. 38:5ພບຍ 32:39; 1ຊມ 2:6
ອຊຢ. 38:62ຂຄ 32:22
ອຊຢ. 38:72ກສ 20:8-11
ອຊຢ. 38:8ຢຊ 10:12, 13
ອຊຢ. 38:11ພສ 6:5; ປຍຈ 9:5
ອຊຢ. 38:12ພສ 146:4; ປຍຈ 8:8
ອຊຢ. 38:12ໂຢບ 17:1
ອຊຢ. 38:13ພສ 39:10
ອຊຢ. 38:14ພສ 102:7
ອຊຢ. 38:14ອຊຢ 59:11
ອຊຢ. 38:14ພສ 39:7
ອຊຢ. 38:14ພສ 39:12; 119:82, 123
ອຊຢ. 38:161ຊມ 2:6; ໂຢບ 33:28; ພສ 71:20
ອຊຢ. 38:17ພສ 30:3; 86:13; ຢນ 2:6
ອຊຢ. 38:17ອຊຢ 43:25; ມກ 7:18
ອຊຢ. 38:18ພສ 30:9
ອຊຢ. 38:18ພສ 6:5; 115:17
ອຊຢ. 38:18ປຍຈ 9:5, 10
ອຊຢ. 38:19ປຖກ 18:19; ພບຍ 4:9; ຢຊ 4:21-24
ອຊຢ. 38:20ພສ 30:11, 12
ອຊຢ. 38:202ກສ 20:5; ພສ 84:2
ອຊຢ. 38:212ກສ 20:7
ອຊຢ. 38:222ກສ 20:8
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 38:1-22

ເອຊາຢາ

38 ຕອນ​ທີ່​ເຮເຊກີຢາ​ບໍ່​ສະບາຍ​ແຮງ​ແລະ​ໃກ້​ຊິ​ຕາຍ+ ຜູ້ພະຍາກອນ​ເອຊາຢາ+​ລູກ​ຊາຍ​ຂອງ​ອາມອດ​ມາ​ຫາ​ລາວ​ແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ໃຫ້​ສັ່ງ​ລາ​ຄອບຄົວ*​ຂອງ​ເຈົ້າ ເພາະ​ວ່າ​ເຈົ້າ​ຈະ​ບໍ່​ເຊົາ​ເຈັບ​ປ່ວຍ​ແລະ​ຈະ​ຕາຍ.’+​” 2 ເມື່ອ​ໄດ້​ຍິນ​ແບບນັ້ນ​ເຮເຊກີຢາ​ກໍ​ປິ່ນ​ໜ້າ​ເຂົ້າ​ຝາ​ແລະ​ອະທິດຖານ​ຫາ​ພະ​ເຢໂຫວາ​ວ່າ: 3 “ພະ​ເຢໂຫວາ ຂໍ​ໃຫ້​ຈື່+​ວ່າ​ລູກ​ໃຊ້​ຊີວິດ​ຢ່າງ​ສັດຊື່​ໃນ​ແນວ​ທາງ​ຂອງ​ພະອົງ ຮັບໃຊ້​ພະອົງ​ດ້ວຍ​ສຸດ​ຫົວໃຈ+ ແລະ​ເຮັດ​ສິ່ງ​ທີ່​ພະອົງ​ເບິ່ງ​ວ່າ​ຖືກຕ້ອງ​ສະເໝີ.” ແລ້ວ​ເຮເຊກີຢາ​ກໍ​ໄຫ້​ແທ້​ໄຫ້​ວ່າ.

4 ພະ​ເຢໂຫວາ​ບອກ​ເອຊາຢາ​ວ່າ: 5 “ໃຫ້​ເຈົ້າ​ກັບ​ໄປ​ຫາ​ເຮເຊກີຢາ​ແລະ​ບອກ​ລາວ​ວ່າ+ ‘ພະ​ເຢໂຫວາ​ພະເຈົ້າ​ຂອງ​ດາວິດ​ປູ່ຍ່າຕານາຍ​ຂອງ​ເຈົ້າ​ບອກ​ວ່າ “ເຮົາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຈົ້າ+ ແລະ​ເຫັນ​ນ້ຳ​ຕາ​ຂອງ​ເຈົ້າ​ແລ້ວ.+ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່​ຕໍ່​ອີກ 15 ປີ.+ 6 ເຮົາ​ຈະ​ຊ່ວຍ​ເຈົ້າ​ກັບ​ເມືອງ​ນີ້​ໃຫ້​ລອດ​ຈາກ​ກະສັດ​ອັດຊີເຣຍ​ແລະ​ເຮົາ​ຈະ​ປົກປ້ອງ​ເມືອງ​ນີ້.+ 7 ພະ​ເຢໂຫວາ​ຈະ​ໃຫ້​ທ່ານ​ເຫັນ​ສິ່ງ​ຕໍ່ໄປ​ນີ້​ເພື່ອ​ຢືນຢັນ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ຕາມ​ທີ່​ເພິ່ນ​ໄດ້​ເວົ້າ.+ 8 ເຮົາ​ຈະ​ເຮັດ​ໃຫ້​ເງົາ​ທີ່​ສ່ອງ​ໃສ່​ຂັ້ນໄດ*​ຂອງ​ອາຮາດ​ຖອຍ​ກັບ​ຫຼັງ 10 ຂັ້ນ.”’”+ ແລ້ວ​ເງົາ​ທີ່​ສ່ອງ​ກາຍ​ໄປ​ແລ້ວ​ກໍ​ຖອຍ​ກັບ​ຫຼັງ 10 ຂັ້ນ.

9 ຕໍ່ໄປ​ນີ້​ແມ່ນ​ສິ່ງ*​ທີ່​ເຮເຊກີຢາ​ກະສັດ​ຂອງ​ຢູດາ​ຂຽນ​ຕອນ​ທີ່​ລາວ​ບໍ່​ສະບາຍ​ແຮງ​ແລະ​ຕອນ​ທີ່​ລາວ​ເຊົາ​ແລ້ວ.

10 ຂ້ອຍ​ເວົ້າ​ວ່າ: “ທັງ​ໆ​ທີ່​ຂ້ອຍຍັງ​ບໍ່​ເຖົ້າ

ແຕ່​ຂ້ອຍ​ຕ້ອງ​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ.*

ຊີວິດ​ທັງໝົດຂອງ​ຂ້ອຍ​ຕ້ອງ​ຈົບ​ລົງ​ຕອນນີ້.”

11 ຂ້ອຍ​ເວົ້າ​ວ່າ: “ຂ້ອຍ​ຈະ​ບໍ່​ເຫັນ​ພະ​ເຢໂຫວາ*​ແລ້ວ. ຂ້ອຍ​ຈະ​ບໍ່​ໄດ້​ເຫັນ​ພະ​ເຢໂຫວາ*​ໃນ​ແຜ່ນດິນ​ຂອງ​ຄົນ​ທີ່​ມີ​ຊີວິດ​ຢູ່.+

ຂ້ອຍ​ຈະ​ບໍ່​ເຫັນ​ຄົນ​ທີ່​ມີ​ຊີວິດ​ຢູ່​ອີກ​ຕໍ່ໄປ

ຍ້ອນ​ວ່າ​ຂ້ອຍ​ຈະ​ໄປ​ຢູ່​ກັບ​ຄົນ​ຕາຍ.

12 ບ່ອນ​ຢູ່​ຂອງ​ຂ້ອຍ​ຖືກ​ມ້າງ​ແລະ​ຖືກ​ຍ້າຍ+

ຄື​ກັບ​ເຕັ້ນ​ຂອງ​ຄົນ​ລ້ຽງ​ແກະ.

ຂ້ອຍ​ມ້ວນ​ຊີວິດ​ຂອງ​ໂຕເອງ​ຄື​ກັບ​ຄົນ​ຕ່ຳຫູກ​ມ້ວນ​ຜ້າ​ທີ່​ລາວ​ຕ່ຳ.

ເພິ່ນຕັດ​ຊີວິດຂ້ອຍ​ຄື​ກັບ​ຄົນ​ຕ່ຳຫູກ​ຕັດ​ຜ້າ​ອອກ​ຈາກ​ເຄືອ.

ຕັ້ງແຕ່​ເຊົ້າ​ຮອດ​ແລງ ເພິ່ນ*​ເຮັດ​ໃຫ້​ຂ້ອຍ​ເຈິ​ແຕ່​ຄວາມ​ລຳບາກ.+

13 ຂ້ອຍ​ພະຍາຍາມ​ສະຫງົບໃຈ​ຈົນ​ຮອດ​ຕອນ​ເຊົ້າ.

ເພິ່ນ​ຫັກ​ກະດູກ​ຂອງ​ຂ້ອຍ​ທັງໝົດ​ຄື​ກັບ​ທີ່​ໂຕ​ສິງ​ເຮັດ​ກັບເຫຍື່ອ​ຂອງ​ມັນ.

ຕັ້ງແຕ່​ເຊົ້າ​ຮອດ​ແລງ ເພິ່ນເຮັດ​ໃຫ້​ຂ້ອຍ​ເຈິ​ແຕ່ຄວາມ​ລຳບາກ.+

14 ຂ້ອຍ​ຮ້ອງ​ບໍ່​ຢຸດ​ບໍ່​ເຊົາ​ຄື​ກັບນົກ​ໂຕ​ນ້ອຍ​ໆ​ທີ່​ບິນ​ໄວ​ໆ​.+

ຂ້ອຍ​ຮ້ອງ​ຕະຫຼອດ​ຄື​ກັບ​ນົກ​ເຂົາ.+

ຂ້ອຍ​ແນມ​ເບິ່ງ​ທາງ​ເທິງຈົນ​ຕາ​ເມື່ອຍ​ແລະເວົ້າ​ວ່າ:+

‘ພະ​ເຢໂຫວາ ລູກ​ທຸກໃຈ​ຫຼາຍ.

ຂໍ​ພະອົງຊ່ວຍ​ລູກ​ແດ່.’+

15 ຂ້ອຍ​ຈະ​ເວົ້າ​ຫຍັງ​ໄດ້​ອີກ?

ເພິ່ນເວົ້າ​ໄວ້ແນວໃດ ເພິ່ນ​ກໍ​ເຮັດ​ຕາມ​ນັ້ນ.

ຂ້ອຍ​ເຄີຍ​ເຈິ​ຄວາມ​ເຈັບ​ປວດມາ​ແລ້ວ.

ຕັ້ງແຕ່​ນີ້​ໄປ ຂ້ອຍ​ຈະ​ເປັນ​ຄົນ​ຖ່ອມ​ຕະຫຼອດ​ຊີວິດ​ຂອງ​ຂ້ອຍ.

16 ‘ພະ​ເຢໂຫວາ ມະນຸດ​ມີ​ຊີວິດ​ຢູ່​ໄດ້​ຍ້ອນຄວາມ​ດີຂອງ​ພະອົງ

ແລະ​ລູກ​ຫາຍ​ໃຈ​ຢູ່​ໄດ້​ກໍ​ຍ້ອນ​ຄວາມ​ດີ​ຂອງ​ພະອົງ​ຄື​ກັນ.

ພະອົງ​ຈະ​ຊ່ວຍ​ລູກ​ໃຫ້​ເຊົາ​ເຈັບ​ປ່ວຍ​ແລະ​ມີ​ຊີວິດ​ຢູ່​ຕໍ່ໄປ.+

17 ແທນ​ທີ່​ຈະ​ມີ​ຄວາມ​ສະຫງົບໃຈ ລູກ​ພັດ​ມີ​ແຕ່​ຄວາມ​ທຸກໃຈ

ແຕ່​ຍ້ອນ​ພະອົງ​ຮັກ​ລູກ

ພະອົງ​ຈຶ່ງ​ປົກປ້ອງ​ລູກ​ຈາກຄວາມ​ຕາຍ.+

ພະອົງ​ໂຍນ​ຄວາມ​ຜິດ​ທັງໝົດ​ຂອງ​ລູກ​ໄປ​ທາງ​ຫຼັງ​ພະອົງ.*+

18 ບ່ອນ​ຝັງ​ສົບ*​ໃຫ້​ກຽດ​ພະອົງ​ບໍ່​ໄດ້+

ແລະ​ຄວາມ​ຕາຍ​ກໍ​ສັນລະເສີນ​ພະອົງ​ບໍ່​ໄດ້.+

ຜູ້​ທີ່​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ​ຈະ​ບໍ່​ເຫັນ​ສິ່ງ​ທີ່​ພະອົງ​ເຮັດ​ດ້ວຍ​ຄວາມສັດຊື່ອີກ​ຕໍ່ໄປ.+

19 ມີ​ແຕ່​ຄົນ​ທີ່​ມີ​ຊີວິດ​ຢູ່ເທົ່າ​ນັ້ນທີ່​ສາມາດ​ສັນລະເສີນ​ພະອົງ​ໄດ້

ຄື​ກັບ​ທີ່​ລູກ​ເຮັດ​ໃນ​ມື້​ນີ້.

ຜູ້​ເປັນ​ພໍ່​ກໍ​ຈະ​ສອນ​ລູກ​ໃຫ້​ຮູ້​ກ່ຽວກັບ​ຄວາມ​ສັດຊື່​ຂອງ​ພະອົງ​ໄດ້.+

20 ພະ​ເຢໂຫວາ ຂໍ​ຊ່ວຍ​ລູກ​ແດ່

ແລະ​ພວກ​ເຮົາ​ຈະ​ຫຼິ້ນ​ເພງ​ທີ່​ລູກ​ແຕ່ງ​ດ້ວຍ​ເຄື່ອງ​ດົນຕີ​ທີ່​ມີ​ສາຍ+

ຕະຫຼອດ​ຊີວິດ​ຂອງ​ພວກ​ເຮົາ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.’”+

21 ຈາກ​ນັ້ນ ເອຊາຢາ​ບອກ​ຄົນ​ຮັບໃຊ້​ຂອງ​ກະສັດ​ວ່າ: “ໄປ​ເອົາ​ໝາກເດື່ອ​ແຫ້ງ​ທີ່​ປັ້ນ​ເປັນ​ກ້ອນ​ມາ​ແລະ​ໂພະ​ໃສ່​ຝີ ແລ້ວ​ກະສັດ​ຈະ​ໄຄ​ຂຶ້ນ.” + 22 ເຮເຊກີຢາ​ໄດ້​ຖາມ​ເອຊາຢາ​ວ່າ: “ມີ​ຫຍັງ​ຢືນຢັນ​ວ່າ​ຂ້ອຍ​ຈະ​ໄດ້​ໄປ​ວິຫານ​ຂອງ​ພະ​ເຢໂຫວາ?”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌