ຊາມູເອນສະບັບທີສອງ
8 ຕໍ່ມາ ດາວິດຕໍ່ສູ້ກັບພວກຟີລິດສະຕີນ+ແລະເອົາຊະນະເຂົາເຈົ້າໄດ້.+ ດາວິດຍຶດເອົາເມືອງເມເທັກອຳມາຈາກພວກຟີລິດສະຕີນ.
2 ດາວິດຕໍ່ສູ້ຊະນະພວກໂມອາບ+ແລະລາວໃຫ້ເຂົາເຈົ້ານອນລຽນກັນເປັນແຖວ. ລາວແທກຄວາມຍາວຂອງແຖວນັ້ນແລະແບ່ງອອກເປັນ 3 ສ່ວນ. ຄົນທີ່ນອນຢູ່ 2 ສ່ວນທຳອິດລາວໄດ້ຂ້າຖິ້ມ ແຕ່ຄົນທີ່ນອນຢູ່ສ່ວນທີ 3 ລາວບໍ່ໄດ້ຂ້າ.+ ພວກໂມອາບຍອມເປັນຫົວເມືອງຂຶ້ນຂອງດາວິດແລະເອົາເຄື່ອງເສຍສ່ວຍໃຫ້ລາວ.+
3 ດາວິດຕໍ່ສູ້ຊະນະຮາດາເດເຊກະສັດຂອງໂຊບາ+ທີ່ເປັນລູກຊາຍຂອງເຣໂຮບ. ຕອນນັ້ນ ຮາດາເດເຊໄປຍຶດເອົາອຳນາດຄືນຢູ່ແມ່ນ້ຳເອິຟາຣາດ.+ 4 ດາວິດໄດ້ຈັບທະຫານມ້າຂອງຮາດາເດເຊ 1.700 ຄົນກັບທະຫານ 20.000 ຄົນ. ໃນຈຳນວນມ້າທີ່ແກ່ລົດຮົບ ດາວິດຈົ່ງໄວ້ 100 ໂຕ ແຕ່ເຫຼືອນັ້ນລາວໄດ້ຕັດເອັນຂາຂອງພວກມັນ.+
5 ເມື່ອພວກຊີເຣຍຈາກເມືອງດາມາເຊ+ມາຊ່ວຍຮາດາເດເຊກະສັດຂອງໂຊບາ ດາວິດໄດ້ຂ້າທະຫານຊີເຣຍຕາຍ 22.000 ຄົນ.+ 6 ດາວິດຕັ້ງກອງທະຫານປ້ອງກັນໄວ້ໃນເມືອງດາມາເຊຢູ່ຊີເຣຍ ແລະພວກຊີເຣຍໄດ້ຍອມເປັນຫົວເມືອງຂຶ້ນຂອງດາວິດແລະເອົາເຄື່ອງເສຍສ່ວຍໃຫ້ລາວ. ພະເຢໂຫວາຊ່ວຍໃຫ້ດາວິດຊະນະ*ບໍ່ວ່າລາວຈະຕໍ່ສູ້ຢູ່ໃສ.+ 7 ດາວິດຍັງເອົາໂລ້ວົງມົນທີ່ເປັນຄຳຂອງທະຫານຮາດາເດເຊກັບໄປເມືອງເຢຣູຊາເລັມນຳ.+ 8 ກະສັດດາວິດໄດ້ເອົາທອງແດງຈຳນວນຫຼາຍຈາກ 2 ເມືອງຂອງຮາດາເດເຊທີ່ຊື່ເບຕາແລະເບໂຣທາຍ.
9 ເມື່ອໂຕອີ*ກະສັດຂອງເມືອງຮາມັດ+ໄດ້ຍິນວ່າດາວິດຕໍ່ສູ້ຊະນະກອງທັບທັງໝົດຂອງຮາດາເດເຊ+ 10 ໂຕອີຈຶ່ງສົ່ງໂຢຣາມ*ລູກຊາຍຂອງລາວໄປຫາກະສັດດາວິດເພື່ອຖາມສະບາຍດີແລະຊົມເຊີຍລາວທີ່ຕໍ່ສູ້ຊະນະຮາດາເດເຊ ຍ້ອນຮາດາເດເຊມັກມາຕໍ່ສູ້ກັບໂຕອີເລື້ອຍໆ. ໂຢຣາມເອົາເຄື່ອງຂອງທີ່ເຮັດຈາກເງິນຈາກຄຳແລະທອງແດງມາໃຫ້ດາວິດນຳ. 11 ກະສັດດາວິດມອບສິ່ງເຫຼົ່ານີ້ໃຫ້ພະເຢໂຫວາ ພ້ອມທັງມອບເງິນແລະຄຳທີ່ລາວຍຶດມາຈາກຊາດຕ່າງໆທີ່ລາວເອົາຊະນະໄດ້.+ 12 ຊາດເຫຼົ່ານັ້ນແມ່ນພວກຊີເຣຍ ພວກໂມອາບ+ ພວກອຳໂມນ ພວກຟີລິດສະຕີນ+ ພວກອາມາເລັກ+ ແລະລາວຍັງໄດ້ມອບເຄື່ອງຂອງທີ່ຍຶດມາຈາກຮາດາເດເຊ+ກະສັດຂອງໂຊບາທີ່ເປັນລູກຊາຍຂອງເຣໂຮບໃຫ້ນຳ. 13 ຫຼັງຈາກດາວິດກັບມາຈາກການຂ້າພວກເອໂດມ 18.000 ຄົນຢູ່ຮ່ອມພູເກືອ ລາວກໍມີຊື່ສຽງຫຼາຍຂຶ້ນອີກ.+ 14 ດາວິດໄດ້ຕັ້ງກອງທະຫານປ້ອງກັນໃນເອໂດມ. ລາວມີທະຫານປ້ອງກັນຢູ່ທົ່ວເອໂດມ ແລະພວກເອໂດມທັງໝົດກໍຍອມເປັນຫົວເມືອງຂຶ້ນຂອງດາວິດ.+ ພະເຢໂຫວາຊ່ວຍດາວິດໃຫ້ຊະນະບໍ່ວ່າລາວຈະຕໍ່ສູ້ຢູ່ໃສ.+
15 ດາວິດປົກຄອງທົ່ວອິດສະຣາເອນຕໍ່ໄປ.+ ດາວິດປົກຄອງປະຊາຊົນຢ່າງຖືກຕ້ອງແລະຍຸຕິທຳ.+ 16 ໂຢອາບ+ລູກຊາຍຂອງເຊຣູຢາເປັນຫົວໜ້າກອງທັບ ແລະເຢໂຮຊາຟັດ+ລູກຊາຍຂອງອາຮີລຸດເປັນຜູ້ຈົດບັນທຶກໃຫ້ກະສັດ. 17 ຊາໂດກ+ລູກຊາຍຂອງອາຮີຕຸບແລະອາຮີເມເລັກລູກຊາຍຂອງອາບີອາທາເປັນປະໂລຫິດ ແລະເສຣາຢາເປັນເລຂາຂອງກະສັດ. 18 ເບນາຢາ+ລູກຊາຍຂອງເຢໂຮຢາດາເປັນຫົວໜ້າພວກເກເຣັດແລະພວກເປເລດ*+ ແລະພວກລູກຊາຍຂອງດາວິດເປັນຫົວໜ້າລະດັບສູງ.