ໂຢນາ
1 ພະເຢໂຫວາບອກໂຢນາ*+ລູກຊາຍຂອງອາມິດທາຍວ່າ: 2 “ໃຫ້ເຈົ້າໄປເມືອງນີເນເວ+ ແລະປະກາດກັບຄົນຢູ່ຫັ້ນວ່າເມືອງໃຫຍ່ນັ້ນຈະຖືກທຳລາຍ ເພາະເຮົາເຫັນວ່າຄົນໃນເມືອງນັ້ນເຮັດຊົ່ວຫຼາຍ.”
3 ແຕ່ໂຢນາໜີຈາກພະເຢໂຫວາໄປຕາຊິດ. ລາວໄປເມືອງຢົບປາແລະເຫັນເຮືອລຳໜຶ່ງທີ່ຈະໄປຕາຊິດ ລາວຈຶ່ງຈ່າຍຄ່າໂດຍສານແລະຂຶ້ນເຮືອໄປຕາຊິດເພື່ອຈະໜີໃຫ້ໄກຈາກພະເຢໂຫວາ.
4 ແລ້ວພະເຢໂຫວາກໍເຮັດໃຫ້ມີລົມພັດແຮງຢູ່ໃນທະເລ ແລະເຮັດໃຫ້ມີພາຍຸພັດແຮງຫຼາຍຈົນເຮືອຊິແຕກ. 5 ພວກລູກເຮືອພາກັນຢ້ານຫຼາຍຈຶ່ງໄດ້ຮ້ອງຂໍໃຫ້ພະຂອງໂຕເອງຊ່ວຍ. ເຂົາເຈົ້າເອົາເຄື່ອງຂອງຕ່າງໆທີ່ຢູ່ເທິງເຮືອຖິ້ມລົງທະເລເພື່ອເຮັດໃຫ້ເຮືອເບົາຂຶ້ນ+ ແຕ່ໂຢນາພັດນອນຫຼັບຢູ່ຫ້ອງເກັບເຄື່ອງຂອງເຮືອ*ລຳນັ້ນເສີຍ. 6 ຜູ້ຄຸມເຮືອຈຶ່ງໄປຫາລາວແລະເວົ້າວ່າ: “ເປັນຫຍັງເຈົ້າຄືນອນຢູ່? ຕື່ນທະແມ້ ແລະຮ້ອງຂໍໃຫ້ພະເຈົ້າຂອງເຈົ້າຊ່ວຍ! ບາງເທື່ອພະເຈົ້າທ່ຽງແທ້ຈະອີ່ຕົນພວກເຮົາ ແລ້ວພວກເຮົາຈະບໍ່ຕາຍ.”+
7 ແລ້ວເຂົາເຈົ້າກໍເວົ້ານຳກັນວ່າ: “ໃຫ້ພວກເຮົາມາຈົກສະຫຼາກເບິ່ງ+ ເພື່ອຈະຮູ້ວ່າໃຜເຮັດໃຫ້ພວກເຮົາຕ້ອງເຈິໄພພິບັດນີ້.” ເຂົາເຈົ້າຈົກສະຫຼາກ ແລະສະຫຼາກກໍຖືກໂຢນາ.+ 8 ເຂົາເຈົ້າເລີຍເວົ້າກັບລາວວ່າ: “ບອກພວກເຮົາມາໃຫ້ໝົດ ແມ່ນເຈົ້າບໍທີ່ເຮັດໃຫ້ມີໄພພິບັດນີ້ເກີດຂຶ້ນ? ເຈົ້າເຮັດວຽກຫຍັງ? ເຈົ້າມາແຕ່ໃສ? ເຈົ້າເປັນຄົນປະເທດໃດ? ເຈົ້າເປັນລູກຫຼານຂອງໃຜ?”
9 ລາວຕອບວ່າ: “ຂ້ອຍເປັນຄົນເຮັບເຣີ ແລະຂ້ອຍນະມັດສະການ*ພະເຢໂຫວາພະເຈົ້າຂອງສະຫວັນ ຜູ້ທີ່ສ້າງທະເລແລະແຜ່ນດິນ.”
10 ເມື່ອໄດ້ຍິນແນວນັ້ນ ເຂົາເຈົ້າກໍແຮ່ງພາກັນຢ້ານຫຼາຍແລະຖາມໂຢນາວ່າ “ເປັນຫຍັງເຈົ້າຄືເຮັດແນວນີ້?” (ຄົນເຫຼົ່ານີ້ຮູ້ວ່າລາວໜີຈາກພະເຢໂຫວາຍ້ອນລາວບອກເຂົາເຈົ້າ.) 11 ເຂົາເຈົ້າຖາມລາວອີກວ່າ: “ເຮົາຕ້ອງເຮັດແນວໃດກັບເຈົ້າ ທະເລຈຶ່ງຈະສະຫງົບ?” ຕອນນັ້ນ ພາຍຸພັດແຮງຂຶ້ນໆ. 12 ໂຢນາຕອບວ່າ: “ໃຫ້ຈັບຂ້ອຍໂຍນລົງທະເລ ແລ້ວທະເລກໍຈະສະຫງົບ ເພາະຂ້ອຍຮູ້ວ່າທີ່ພວກເຈົ້າເຈິພາຍຸແຮງໆນີ້ ມັນເປັນຍ້ອນຂ້ອຍ.” 13 ຕອນນັ້ນ ເຂົາເຈົ້າຍັງພະຍາຍາມພາຍເຮືອເຂົ້າຝັ່ງ ແຕ່ກໍເຮັດບໍ່ໄດ້ ຍ້ອນພາຍຸພັດແຮງຂຶ້ນເລື້ອຍໆ.
14 ເຂົາເຈົ້າຈຶ່ງຮ້ອງຫາພະເຢໂຫວາວ່າ: “ພະເຢໂຫວາເອີ້ຍ ຂໍຢ່າໃຫ້ພວກເຮົາຈິບຫາຍຍ້ອນຜູ້ຊາຍຄົນນີ້. ພະເຢໂຫວາເອີ້ຍ ຂໍຢ່າຖືວ່າພວກເຮົາມີຄວາມຜິດຍ້ອນການຕາຍ*ຂອງຜູ້ບໍລິສຸດຄົນນີ້ ເພາະທັງໝົດນີ້ແມ່ນສິ່ງທີ່ພະອົງຕ້ອງການ.” 15 ແລ້ວເຂົາເຈົ້າກໍຈັບໂຢນາໂຍນລົງທະເລ ແລະທະເລກໍສະຫງົບລົງ. 16 ເຂົາເຈົ້າຢ້ານພະເຢໂຫວາຫຼາຍ. ເຂົາເຈົ້າເອົາເຄື່ອງບູຊາມາໃຫ້ພະເຢໂຫວາ+ແລະສັນຍາວ່າຈະຮັບໃຊ້ເພິ່ນ.
17 ແລ້ວພະເຢໂຫວາກໍໄດ້ໃຫ້ປາໃຫຍ່ໂຕໜຶ່ງມາກືນເອົາໂຢນາ ໂຢນາຈຶ່ງຢູ່ໃນທ້ອງປາ 3 ມື້ 3 ຄືນ.+