ໂຢບ
25 ບິນດັດ+ຄົນຊູອາຕອບວ່າ:
2 “ພະເຈົ້າມີສິດປົກຄອງແລະມີລິດເດດທີ່ຍິ່ງໃຫຍ່.
ເພິ່ນເຮັດໃຫ້ສະຫວັນ*ສະຫງົບສຸກ.
3 ໃຜຈະນັບຈຳນວນທະຫານໃນກອງທັບຂອງເພິ່ນໄດ້?
ມີໃຜບໍທີ່ບໍ່ໄດ້ຮັບແສງສະຫວ່າງຈາກເພິ່ນ?
4 ດັ່ງນັ້ນ ພະເຈົ້າຈະຄິດວ່າມະນຸດຈະເປັນຄົນດີໄດ້ແທ້ໆບໍ?+
ມະນຸດເຮົາທີ່ເກີດຈາກຜູ້ຍິງຈະເປັນຄົນບໍລິສຸດໄດ້ບໍ?+
5 ແມ່ນແຕ່ເດືອນກໍບໍ່ແຈ້ງ
ແລະດາວກໍບໍ່ຮຸ່ງສຳລັບເພິ່ນ.
6 ແລ້ວມະນຸດທີ່ຕາຍໄດ້ຈະມີຄ່າຫຍັງ?
ພວກເຮົາກໍເປັນຄືກັບໂຕໜອນຫັ້ນແຫຼະ.”