ເຊຄາຣີຢາ
12 ຕໍ່ໄປນີ້ແມ່ນຄຳປະກາດຂອງພະເຈົ້າ
ຜູ້ທີ່ພືທ້ອງຟ້າຄືກັບພືຜ້າອອກ+
ຜູ້ທີ່ວາງຮາກຖານຂອງໂລກ+
ແລະຜູ້ທີ່ໃຫ້ມະນຸດມີຊີວິດ.*
ພະເຢໂຫວາເວົ້າວ່າ: “ນີ້ແມ່ນສິ່ງທີ່ເຮົາເຢໂຫວາຈະເວົ້າກ່ຽວກັບຄົນອິດສະຣາເອນ.
2 ເຮົາຈະເຮັດໃຫ້ເຢຣູຊາເລັມເປັນຈອກ*ໃສ່ເຫຼົ້າແວງທີ່ເຮັດໃຫ້ຊາດຕ່າງໆທີ່ຢູ່ອ້ອມຂ້າງເມົາ ແລະພວກສັດຕູຈະມາລ້ອມຢູດາກັບເຢຣູຊາເລັມ.+ 3 ໃນມື້ນັ້ນ ເຮົາຈະເຮັດໃຫ້ເຢຣູຊາເລັມເປັນກ້ອນຫີນທີ່ໜັກຫຼາຍ*ສຳລັບຊາດຕ່າງໆ. ຜູ້ໃດທີ່ມາຍົກມັນຈະຕ້ອງເຈັບໜັກແນ່ນອນ+ ແລະທຸກໆຊາດໃນໂລກກໍຈະມາລວມໂຕກັນຕໍ່ສູ້ເມືອງນັ້ນ.”+ 4 ພະເຢໂຫວາເວົ້າວ່າ: “ໃນມື້ນັ້ນ ເຮົາຈະເຮັດໃຫ້ມ້າທຸກໂຕຕື່ນຕົກໃຈ ແລະເຮັດໃຫ້ຄົນຂີ່ຮູ້ສຶກຢ້ານ. ເຮົາຈະເຝົ້າເບິ່ງພວກຢູດາສະເໝີ ແຕ່ເຮົາຈະເຮັດໃຫ້ມ້າຂອງຊາດຕ່າງໆຕາບອດ. 5 ພວກຫົວໜ້າເຜົ່າຂອງຢູດາຈະຄິດໃນໃຈວ່າ ‘ຄົນໃນເຢຣູຊາເລັມເປັນກຳລັງຂອງພວກເຮົາ ຍ້ອນພະເຢໂຫວາຜູ້ບັນຊາການກອງທັບເປັນພະເຈົ້າຂອງເຂົາເຈົ້າ.’+ 6 ໃນມື້ນັ້ນ ເຮົາຈະເຮັດໃຫ້ພວກຫົວໜ້າເຜົ່າຂອງຢູດາເປັນຄືກັບຖ່ານໄຟທີ່ຮ້ອນໆຢູ່ກອງຟືນ ແລະເປັນຄືກັບກະບອງໄຟຢູ່ກາງຟ່ອນເຂົ້າທີ່ລຽນກັນໄວ້.+ ເຂົາເຈົ້າຈະເຜົາໄໝ້ຊາດຕ່າງໆທີ່ຢູ່ອ້ອມຂ້າງ ທັງເບື້ອງຊ້າຍແລະເບື້ອງຂວາຂອງເຂົາເຈົ້າ+ ແລະເຢຣູຊາເລັມຈະມີຄົນອາໄສອີກເທື່ອໜຶ່ງ.*+
7 ເຮົາເຢໂຫວາຈະຊ່ວຍເຕັ້ນຂອງຢູດາກ່ອນໝູ່ ເພື່ອໃນທີ່ສຸດຄົນຂອງດາວິດແລະຄົນໃນເມືອງເຢຣູຊາເລັມຈະບໍ່ໄດ້ຮັບກຽດຫຼາຍໄປກວ່າຄົນອື່ນໆໃນຢູດາ. 8 ໃນມື້ນັ້ນ ເຮົາເຢໂຫວາຈະປົກປ້ອງຄົນໃນເມືອງເຢຣູຊາເລັມຄືກັບໂລ້.+ ໃນມື້ນັ້ນ ຜູ້ໃດໃນເຂົາເຈົ້າທີ່ສະດຸດລົ້ມ*ກໍຈະແຂງແຮງຄືກັບດາວິດ ແລະລູກຫຼານຂອງດາວິດຈະນຳໜ້າເຂົາເຈົ້າຄືກັບພະເຈົ້າແລະຄືກັບທູດສະຫວັນຂອງພະເຢໂຫວາ.+ 9 ແລະໃນມື້ນັ້ນ ເຮົາຈະທຳລາຍຊາດຕ່າງໆທັງໝົດທີ່ມາຕໍ່ສູ້ເມືອງເຢຣູຊາເລັມ.+
10 ເຮົາຈະເອົາພະລັງບໍລິສຸດຂອງເຮົາໃຫ້ກັບລູກຫຼານຂອງດາວິດແລະຄົນໃນເມືອງເຢຣູຊາເລັມ. ເຂົາເຈົ້າຈະໄດ້ຮັບຄວາມພໍໃຈຈາກເຮົາແລະເຮົາຈະຟັງຄຳອະທິດຖານຂອງເຂົາເຈົ້າ. ເຂົາເຈົ້າຈະແນມເບິ່ງຜູ້ໜຶ່ງທີ່ເຂົາເຈົ້າເອົາຫອກແທງ+ ແລ້ວເຂົາເຈົ້າຈະຮ້ອງໄຫ້ໃຫ້ລາວຄືກັບວ່າລູກຊາຍຄົນດຽວຂອງເຂົາເຈົ້າຕາຍ ແລະຈະຮ້ອງໄຫ້ໂສກເສົ້າຄືກັບວ່າລູກຊາຍຜູ້ທຳອິດຂອງເຂົາເຈົ້າຕາຍ. 11 ໃນມື້ນັ້ນ ສຽງຮ້ອງໄຫ້ໃນເມືອງເຢຣູຊາເລັມຈະດັງແຮງຫຼາຍຄືກັບສຽງຮ້ອງໄຫ້ຢູ່ຮາດັດຣິມໂມນທີ່ຢູ່ທົ່ງພຽງຂອງເມກິດໂດ+ 12 ແລະຢູ່ທົ່ວແຜ່ນດິນຈະມີແຕ່ສຽງຮ້ອງໄຫ້. ແຕ່ລະຄອບຄົວຈະຮ້ອງໄຫ້ຕາມຄອບຄົວໃຜຄອບຄົວລາວ. ລູກຫຼານຂອງດາວິດແຕ່ລະຄົນຈະຮ້ອງໄຫ້ໂດຍແບ່ງຜູ້ຊາຍຢູ່ກຸ່ມໜຶ່ງແລະຜູ້ຍິງຢູ່ອີກກຸ່ມໜຶ່ງ. ລູກຫຼານຂອງນາທານ+ແຕ່ລະຄົນຈະຮ້ອງໄຫ້ໂດຍແບ່ງຜູ້ຊາຍຢູ່ກຸ່ມໜຶ່ງແລະຜູ້ຍິງຢູ່ອີກກຸ່ມໜຶ່ງ. 13 ແຕ່ລະຄົນໃນຕະກູນຂອງເລວີ+ຈະຮ້ອງໄຫ້ໂດຍແບ່ງຜູ້ຊາຍຢູ່ກຸ່ມໜຶ່ງແລະຜູ້ຍິງຢູ່ອີກກຸ່ມໜຶ່ງ. ແຕ່ລະຄົນໃນຄອບຄົວຂອງຊິເມອີ+ຈະຮ້ອງໄຫ້ໂດຍແບ່ງຜູ້ຊາຍຢູ່ກຸ່ມໜຶ່ງແລະຜູ້ຍິງຢູ່ອີກກຸ່ມໜຶ່ງ 14 ແລະຄອບຄົວອື່ນໆທີ່ເຫຼືອຈະຮ້ອງໄຫ້ໂດຍແບ່ງຜູ້ຊາຍຢູ່ກຸ່ມໜຶ່ງແລະຜູ້ຍິງຢູ່ອີກກຸ່ມໜຶ່ງ.”