ກະສັດສະບັບທີສອງ
14 ໃນປີທີ 2 ທີ່ເຢໂຮອາດ+ລູກຊາຍຂອງເຢໂຮອາຮາດເປັນກະສັດປົກຄອງອິດສະຣາເອນ ອາມາຊີຢາລູກຊາຍຂອງເຢໂຮອາດກໍເປັນກະສັດປົກຄອງຢູດາ. 2 ອາມາຊີຢາເປັນກະສັດຕອນອາຍຸ 25 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 29 ປີ. ແມ່ຂອງລາວຊື່ເຢໂຮອັດດິນ*ເປັນຄົນເຢຣູຊາເລັມ.+ 3 ລາວເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຖືກຕ້ອງ ແຕ່ກໍບໍ່ສ່ຳກັບດາວິດ+ທີ່ເປັນປູ່ຍ່າຕານາຍຂອງລາວ. ລາວເຮັດທຸກສິ່ງຄືກັບເຢໂຮອາດພໍ່ຂອງລາວ.+ 4 ແຕ່ລາວບໍ່ໄດ້ທຳລາຍບ່ອນນະມັດສະການພະເຈົ້າປອມ+ແລະປະຊາຊົນຍັງໄປເຜົາເຄື່ອງບູຊາໃຫ້ພະເຈົ້າຂອງເຂົາເຈົ້າຢູ່ບ່ອນນະມັດສະການເຫຼົ່ານັ້ນ.+ 5 ເມື່ອການປົກຄອງຂອງລາວໝັ້ນຄົງແລ້ວ ລາວກໍຂ້າພວກຄົນຮັບໃຊ້ທີ່ຂ້າພໍ່ລາວ.+ 6 ແຕ່ອາມາຊີຢາບໍ່ໄດ້ຂ້າລູກຂອງເຂົາເຈົ້າ. ລາວເຮັດຕາມຄຳສັ່ງຂອງພະເຢໂຫວາທີ່ຂຽນໄວ້ໃນກົດໝາຍຂອງໂມເຊທີ່ວ່າ: “ຢ່າຂ້າພໍ່ຍ້ອນຄວາມຜິດຂອງລູກ ແລະຢ່າຂ້າລູກຍ້ອນຄວາມຜິດຂອງພໍ່. ແຕ່ລະຄົນຈະຖືກຂ້າຍ້ອນຄວາມຜິດຂອງໂຕເອງ.”+ 7 ລາວໄດ້ຂ້າພວກເອໂດມ+ 10.000 ຄົນຢູ່ຮ່ອມພູເກືອ+ ແລະໄດ້ຍຶດເອົາເມືອງເສລາ+ແລ້ວປ່ຽນຊື່ເມືອງນັ້ນເປັນໂຢກເທເອນຈົນຮອດທຸກມື້ນີ້.
8 ຈາກນັ້ນ ອາມາຊີຢາໄດ້ສົ່ງຄົນໄປບອກເຢໂຮອາດກະສັດຂອງອິດສະຣາເອນທີ່ເປັນລູກຊາຍຂອງເຢໂຮອາຮາດແລະເປັນຫຼານຂອງເຢຮູວ່າ: “ມາສູ້ກັນເບາະ?”*+ 9 ແລ້ວເຢໂຮອາດກະສັດຂອງອິດສະຣາເອນກໍສົ່ງຂ່າວໄປບອກອາມາຊີຢາກະສັດຂອງຢູດາວ່າ: “ຕົ້ນໜາມຢູ່ເລບານອນສົ່ງຂ່າວໄປບອກຕົ້ນຊີດ້າ*ຢູ່ເລບານອນວ່າ ‘ຍົກລູກສາວເຈົ້າໃຫ້ເປັນເມຍລູກຊາຍຂ້ອຍສະ.’ ແຕ່ສັດປ່າໂຕໜຶ່ງຢູ່ເລບານອນຍ່າງກາຍມາແລະຢຽບຕົ້ນໜາມນັ້ນ. 10 ເຈົ້າຂ້າພວກເອໂດມໄດ້+ ເຈົ້າກໍເລີຍຈອງຫອງຫວະ? ເຊີນພູມໃຈໄຊຊະນະຂອງເຈົ້າຢູ່ວັງຂອງເຈົ້າພຸ້ນ. ເປັນຫຍັງເຈົ້າຈຶ່ງຊອກເລື່ອງໃຫ້ຢູດາຈິບຫາຍພ້ອມກັບເຈົ້າ?” 11 ແຕ່ອາມາຊີຢາກໍບໍ່ຟັງ.+
ເຢໂຮອາດກະສັດຂອງອິດສະຣາເອນຈຶ່ງໄປຕໍ່ສູ້ກັບອາມາຊີຢາກະສັດຂອງຢູດາຢູ່ເມືອງເບັດເຊເມັດ+ຂອງຢູດາ.+ 12 ອິດສະຣາເອນຊະນະຢູດາ. ແລ້ວທະຫານຂອງຢູດາກໍແຕກໜີກັບເມືອເຮືອນ*ຂອງໃຜຂອງລາວ. 13 ຢູ່ເມືອງເບັດເຊເມັດ ເຢໂຮອາດກະສັດຂອງອິດສະຣາເອນໄດ້ຈັບອາມາຊີຢາກະສັດຂອງຢູດາທີ່ເປັນລູກຊາຍຂອງເຢໂຮອາດແລະເປັນຫຼານຊາຍຂອງອາຮາຊີຢາ.* ຈາກນັ້ນ ເຂົາເຈົ້າກໍໄປເມືອງເຢຣູຊາເລັມ. ເຢໂຮອາດໄດ້ທຳລາຍກຳແພງເມືອງເຢຣູຊາເລັມຕັ້ງແຕ່ປະຕູເອຟຣາຢິມ+ຈົນຮອດປະຕູແຈ+ ລວມທັງໝົດຍາວ 400 ສອກ.* 14 ລາວເອົາເງິນເອົາຄຳທັງໝົດກັບເຄື່ອງໃຊ້ທຸກຢ່າງທີ່ຢູ່ໃນວິຫານຂອງພະເຢໂຫວາແລະຢູ່ຄັງຊັບສິນໃນວັງຂອງກະສັດໄປ ແລະລາວຍັງໄດ້ຈັບເອົາຊະເລີຍໄປນຳ. ແລ້ວເຢໂຮອາດກໍກັບໄປເມືອງຊາມາເຣຍ.
15 ເລື່ອງຕ່າງໆຂອງເຢໂຮອາດ ທຸກສິ່ງທີ່ລາວເຮັດ ຄວາມສຳເລັດຕ່າງໆຂອງລາວ ແລະເລື່ອງສົງຄາມທີ່ລາວເຮັດກັບອາມາຊີຢາກະສັດຂອງຢູດາກໍຂຽນໄວ້ໃນປຶ້ມປະຫວັດຂອງພວກກະສັດອິດສະຣາເອນ. 16 ເມື່ອເຢໂຮອາດຕາຍ ເຂົາເຈົ້າໄດ້ຝັງລາວໄວ້ກັບກະສັດອິດສະຣາເອນອົງອື່ນໆຢູ່ຊາມາເຣຍ.+ ເຢໂຣໂບອາມ*+ລູກຊາຍຂອງລາວກໍເປັນກະສັດແທນ.
17 ຫຼັງຈາກເຢໂຮອາດ+ລູກຊາຍຂອງເຢໂຮອາຮາດກະສັດຂອງອິດສະຣາເອນຕາຍ+ ອາມາຊີຢາ+ລູກຊາຍຂອງເຢໂຮອາດກະສັດຂອງຢູດາກໍມີຊີວິດຢູ່ຕໍ່ອີກ 15 ປີ. 18 ເລື່ອງຕ່າງໆຂອງອາມາຊີຢາກໍຂຽນໄວ້ໃນປຶ້ມປະຫວັດຂອງພວກກະສັດຢູດາ. 19 ມີຄົນວາງແຜນຂ້າອາມາຊີຢາ+ຢູ່ເມືອງເຢຣູຊາເລັມ ລາວຈຶ່ງໜີໄປເມືອງລາກິດ ແຕ່ເຂົາເຈົ້າກໍສົ່ງຄົນນຳລາວໄປແລະຂ້າລາວຕາຍຢູ່ຫັ້ນ. 20 ເຂົາເຈົ້າເອົາສົບຂອງອາມາຊີຢາໃສ່ລົດມ້າກັບມາ ແລະຝັງລາວໄວ້ກັບປູ່ຍ່າຕານາຍຂອງລາວຢູ່ເມືອງຂອງດາວິດ+ໃນເມືອງເຢຣູຊາເລັມ. 21 ພວກຢູດາໄດ້ແຕ່ງຕັ້ງອາຊາຣີຢາ*+ໃຫ້ເປັນກະສັດແທນອາມາຊີຢາພໍ່ຂອງລາວ.+ ຕອນນັ້ນ ອາຊາຣີຢາອາຍຸ 16 ປີ.+ 22 ອາຊາຣີຢາໄດ້ຍຶດເອົາເມືອງເອລັດ+ກັບຄືນມາເປັນຂອງຢູດາແລະຟື້ນຟູເມືອງນັ້ນຫຼັງຈາກທີ່ກະສັດອາມາຊີຢາຕາຍ.+
23 ໃນປີທີ 15 ທີ່ອາມາຊີຢາລູກຊາຍຂອງເຢໂຮອາດປົກຄອງເປັນກະສັດຢູດາ ເຢໂຣໂບອາມ+ລູກຊາຍຂອງເຢໂຮອາດກໍເປັນກະສັດປົກຄອງອິດສະຣາເອນຢູ່ເມືອງຊາມາເຣຍ. ລາວປົກຄອງ 41 ປີ. 24 ລາວເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຊົ່ວ. ລາວເຮັດຜິດຄືກັບເຢໂຣໂບອາມລູກຊາຍຂອງເນບັດທີ່ເປັນຕົ້ນເຫດພາໃຫ້ພວກອິດສະຣາເອນເຮັດຜິດ.+ 25 ລາວໄປຍຶດເອົາດິນແດນທີ່ເຄີຍເປັນຂອງພວກອິດສະຣາເອນຕັ້ງແຕ່ເລໂບຮາມັດ*+ຈົນຮອດທະເລອາຣາບາ*+ ຄືກັບທີ່ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກໄວ້ຜ່ານທາງຜູ້ພະຍາກອນໂຢນາ+ລູກຊາຍຂອງອາມິດທາຍທີ່ມາຈາກເມືອງກັດເຮເຟ.+ 26 ພະເຢໂຫວາເຫັນຄວາມທຸກລຳບາກຂອງພວກອິດສະຣາເອນ+ ບໍ່ມີໃຜທີ່ຈະຊ່ວຍເຂົາເຈົ້າໄດ້ແລະຈະຊອກຄົນທີ່ຕ່ຳຕ້ອຍທີ່ສຸດມາຊ່ວຍກໍຍັງບໍ່ມີ. 27 ແຕ່ພະເຢໂຫວາເຄີຍສັນຍາວ່າຈະບໍ່ລຶບຊື່ຂອງເຂົາເຈົ້າອອກໄປຈາກໂລກນີ້.+ ດັ່ງນັ້ນ ເພິ່ນຈຶ່ງຊ່ວຍເຂົາເຈົ້າໂດຍທາງເຢໂຣໂບອາມລູກຊາຍຂອງເຢໂຮອາດ.+
28 ເລື່ອງຕ່າງໆຂອງເຢໂຣໂບອາມ ທຸກສິ່ງທີ່ລາວເຮັດ ຄວາມສຳເລັດຕ່າງໆຂອງລາວ ສົງຄາມທີ່ລາວເຮັດ ແລະເລື່ອງທີ່ລາວຍຶດເອົາເມືອງດາມາເຊ+ກັບເມືອງຮາມັດ+ທີ່ຢູ່ໃນອິດສະຣາເອນກັບມາເປັນຂອງຢູດາກໍຂຽນໄວ້ໃນປຶ້ມປະຫວັດຂອງພວກກະສັດອິດສະຣາເອນ. 29 ເມື່ອເຢໂຣໂບອາມຕາຍ ເຂົາເຈົ້າໄດ້ຝັງລາວໄວ້ກັບກະສັດອິດສະຣາເອນອົງອື່ນໆ. ເຊຄາຣີຢາ+ລູກຊາຍຂອງລາວກໍເປັນກະສັດແທນ.