ເອເຊກຽນ
20 ໃນວັນທີ 10 ເດືອນທີ 5 ຂອງປີທີ 7* ພວກຜູ້ນຳບາງຄົນຂອງອິດສະຣາເອນມາຫາຂ້ອຍເພື່ອຖາມພະເຢໂຫວາ. ເຂົາເຈົ້ານັ່ງຢູ່ຕໍ່ໜ້າຂ້ອຍ. 2 ພະເຢໂຫວາເວົ້າກັບຂ້ອຍວ່າ: 3 “ລູກມະນຸດ ໃຫ້ເຈົ້າບອກພວກຜູ້ນຳຂອງອິດສະຣາເອນແບບນີ້ ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ພວກເຈົ້າມາຖາມເຮົາບໍ? ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາສາບານວ່າຕາບໃດທີ່ເຮົາຍັງມີຊີວິດຢູ່ ເຮົາຈະບໍ່ຕອບພວກເຈົ້າ.’”’+
4 ເຈົ້າພ້ອມບໍທີ່ຈະຕັດສິນ*ເຂົາເຈົ້າ? ລູກມະນຸດ ເຈົ້າພ້ອມແລ້ວບໍທີ່ຈະຕັດສິນເຂົາເຈົ້າ? ເຈົ້າຕ້ອງບອກໃຫ້ເຂົາເຈົ້າຮູ້ສິ່ງທີ່ເປັນຕາຂີ້ດຽດທີ່ປູ່ຍ່າຕານາຍຂອງເຂົາເຈົ້າໄດ້ເຮັດ.+ 5 ໃຫ້ບອກເຂົາເຈົ້າຈັ່ງຊີ້ ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ໃນມື້ທີ່ເຮົາເລືອກອິດສະຣາເອນ+ ເຮົາຍັງໄດ້ສາບານກັບລູກຫຼານຂອງຢາໂຄບ ແລະເຮົາໄດ້ໃຫ້ເຂົາເຈົ້າຮູ້ຈັກເຮົາໃນແຜ່ນດິນເອຢິບ.+ ເຮົາໄດ້ສາບານກັບເຂົາເຈົ້າແລະບອກວ່າ ‘ເຮົາແມ່ນເຢໂຫວາພະເຈົ້າຂອງພວກເຈົ້າ.’ 6 ໃນມື້ນັ້ນ ເຮົາສາບານວ່າເຮົາຈະພາເຂົາເຈົ້າອອກຈາກແຜ່ນດິນເອຢິບໄປແຜ່ນດິນທີ່ເຮົາໄດ້ເລືອກໄວ້ສຳລັບເຂົາເຈົ້າ. ແຜ່ນດິນນັ້ນມີນ້ຳນົມກັບນ້ຳເຜີ້ງຫຼາຍ+ແລະເປັນແຜ່ນດິນທີ່ງາມທີ່ສຸດ. 7 ແລ້ວເຮົາບອກເຂົາເຈົ້າວ່າ ‘ພວກເຈົ້າທຸກຄົນຕ້ອງເອົາສິ່ງທີ່ເປັນຕາຂີ້ດຽດທີ່ພວກເຈົ້າຂາບໄຫວ້ຢູ່ໄປຖິ້ມ ແລະຢ່າເຮັດໃຫ້ໂຕເອງບໍ່ສະອາດຍ້ອນຮູບບູຊາທີ່ເປັນຕາຂີ້ດຽດ*ຂອງເອຢິບ.+ ເຮົາແມ່ນເຢໂຫວາພະເຈົ້າຂອງພວກເຈົ້າ.’+
8 ແຕ່ເຂົາເຈົ້າພັດກະບົດເຮົາແລະບໍ່ຍອມຟັງເຮົາ. ເຂົາເຈົ້າບໍ່ຖິ້ມສິ່ງທີ່ເປັນຕາຂີ້ດຽດທີ່ເຂົາເຈົ້າຂາບໄຫວ້ແລະບໍ່ຖິ້ມຮູບບູຊາທີ່ເປັນຕາຂີ້ດຽດຂອງເອຢິບ.+ ເຮົາຈຶ່ງບອກວ່າເຮົາຈະປ່ອຍຄວາມໃຈຮ້າຍຂອງເຮົາໃສ່ເຂົາເຈົ້າສຸດຂີດໃນແຜ່ນດິນເອຢິບ. 9 ແຕ່ເຮົາອົດໄວ້ຍ້ອນເຫັນແກ່ຊື່ຂອງເຮົາ. ເຮົາບໍ່ຢາກໃຫ້ຊື່ນີ້ຖືກດູຖູກຕໍ່ໜ້າຄົນຊາດຕ່າງໆທີ່ເຂົາເຈົ້າອາໄສຢູ່ນຳ.+ ຕອນທີ່ເຮົາພາເຂົາເຈົ້າ*ອອກມາຈາກເອຢິບ ເຮົາເຮັດໃຫ້ເຂົາເຈົ້າຮູ້ຈັກເຮົາຕໍ່ໜ້າຊາດຕ່າງໆ.+ 10 ຍ້ອນແນວນີ້ ເຮົາຈຶ່ງພາເຂົາເຈົ້າອອກມາຈາກເອຢິບ ແລະພາເຂົາເຈົ້າເຂົ້າໄປໃນບ່ອນກັນດານ.+
11 ແລ້ວເຮົາກໍໃຫ້ເຂົາເຈົ້າຮູ້ຈັກກົດໝາຍແລະຄຳສັ່ງຂອງເຮົາ+ ເພື່ອຄົນທີ່ເຮັດຕາມສິ່ງເຫຼົ່ານັ້ນຈະມີຊີວິດຢູ່.+ 12 ເຮົາຍັງໃຫ້ເຂົາເຈົ້າຖືວັນຊະບາໂຕ+ເຊິ່ງເປັນສັນຍະລັກລະຫວ່າງເຮົາກັບເຂົາເຈົ້າ+ ເພື່ອເຂົາເຈົ້າຈະຮູ້ວ່າເຮົາເຢໂຫວາໄດ້ເລືອກເຂົາເຈົ້າໃຫ້ເປັນຊາດພິເສດຂອງເຮົາ.
13 ແຕ່ພວກອິດສະຣາເອນກະບົດຕໍ່ເຮົາຢູ່ບ່ອນກັນດານ.+ ເຂົາເຈົ້າບໍ່ເຊື່ອຟັງກົດໝາຍແລະຄຳສັ່ງຂອງເຮົາ. ທີ່ຈິງ ຖ້າເຂົາເຈົ້າເຮັດຕາມສິ່ງເຫຼົ່ານັ້ນ ເຂົາເຈົ້າກໍຈະມີຊີວິດຢູ່. ແຕ່ເຂົາເຈົ້າດູຖູກວັນຊະບາໂຕຂອງເຮົາ. ເຮົາຈຶ່ງບອກວ່າເຮົາຈະປ່ອຍຄວາມໃຈຮ້າຍຂອງເຮົາໃສ່ເຂົາເຈົ້າຢູ່ບ່ອນກັນດານ ເພື່ອທຳລາຍເຂົາເຈົ້າ.+ 14 ແຕ່ເຮົາອົດໄວ້ ຍ້ອນເຫັນແກ່ຊື່ຂອງເຮົາ. ເຮົາບໍ່ຢາກໃຫ້ຊື່ນີ້ຖືກດູຖູກຕໍ່ໜ້າຄົນຊາດຕ່າງໆທີ່ເຫັນເຮົາພາເຂົາເຈົ້າອອກມາ.+ 15 ເຮົາຍັງສາບານກັບເຂົາເຈົ້າຢູ່ບ່ອນກັນດານວ່າ ເຮົາຈະບໍ່ພາເຂົາເຈົ້າເຂົ້າໄປໃນແຜ່ນດິນທີ່ເຮົາຈະເອົາໃຫ້ເຂົາເຈົ້າ.+ ແຜ່ນດິນນັ້ນມີນ້ຳນົມກັບນ້ຳເຜີ້ງຫຼາຍ+ແລະເປັນແຜ່ນດິນທີ່ງາມທີ່ສຸດ. 16 ເຮົາເຮັດແບບນັ້ນຍ້ອນເຂົາເຈົ້າບໍ່ເຊື່ອຟັງກົດໝາຍແລະຄຳສັ່ງຂອງເຮົາ ແລະດູຖູກວັນຊະບາໂຕຂອງເຮົາ. ເຂົາເຈົ້າເລືອກນະມັດສະການຮູບບູຊາທີ່ເປັນຕາຂີ້ດຽດຂອງເຂົາເຈົ້າ.+
17 ແຕ່ເຮົາອີ່ຕົນເຂົາເຈົ້າ ເຮົາຈຶ່ງບໍ່ໄດ້ທຳລາຍຫຼືກຳຈັດເຂົາເຈົ້າຢູ່ບ່ອນກັນດານ. 18 ເຮົາບອກລູກຫຼານຂອງເຂົາເຈົ້າທີ່ຢູ່ບ່ອນກັນດານວ່າ+ ‘ຢ່າເຮັດຕາມກົດໝາຍແລະຄຳສັ່ງຂອງປູ່ຍ່າຕານາຍຂອງພວກເຈົ້າ+ ແລະຢ່າເຮັດໃຫ້ໂຕເອງບໍ່ສະອາດຍ້ອນຮູບບູຊາທີ່ເປັນຕາຂີ້ດຽດຂອງເຂົາເຈົ້າ. 19 ເຮົາແມ່ນເຢໂຫວາພະເຈົ້າຂອງພວກເຈົ້າ. ໃຫ້ພວກເຈົ້າເຊື່ອຟັງກົດໝາຍແລະເຮັດຕາມຄຳສັ່ງຂອງເຮົາ.+ 20 ໃຫ້ຖືວັນຊະບາໂຕຂອງເຮົາ+ເຊິ່ງເປັນສັນຍະລັກລະຫວ່າງເຮົາກັບພວກເຈົ້າ ເພື່ອພວກເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາພະເຈົ້າຂອງພວກເຈົ້າ.’+
21 ແຕ່ລູກຫຼານຂອງເຂົາເຈົ້າກໍກະບົດຕໍ່ເຮົາ+ ບໍ່ເຊື່ອຟັງກົດໝາຍແລະຄຳສັ່ງຂອງເຮົາ. ທີ່ຈິງ ຖ້າເຂົາເຈົ້າເຮັດຕາມສິ່ງເຫຼົ່ານັ້ນເຂົາເຈົ້າກໍຈະມີຊີວິດຢູ່. ແຕ່ເຂົາເຈົ້າດູຖູກວັນຊະບາໂຕຂອງເຮົາ. ຍ້ອນແນວນີ້ເຮົາຈຶ່ງເວົ້າວ່າ ເຮົາຈະປ່ອຍຄວາມໃຈຮ້າຍຂອງເຮົາໃສ່ເຂົາເຈົ້າສຸດຂີດຢູ່ບ່ອນກັນດານ.+ 22 ແຕ່ເຮົາອົດໄວ້+ຍ້ອນເຫັນແກ່ຊື່ຂອງເຮົາ.+ ເຮົາບໍ່ຢາກໃຫ້ຊື່ນີ້ຖືກດູຖູກຕໍ່ໜ້າຄົນຊາດຕ່າງໆທີ່ເຫັນເຮົາພາເຂົາເຈົ້າອອກມາ. 23 ເຮົາຍັງສາບານກັບເຂົາເຈົ້າຢູ່ບ່ອນກັນດານວ່າເຮົາຈະໄລ່ເຂົາເຈົ້າໃຫ້ໄປຢູ່ແຜ່ນດິນຕ່າງໆ ແລະເຮັດໃຫ້ເຂົາເຈົ້າກະຈັດກະຈາຍກັນໄປຢູ່ນຳຊາດອື່ນໆ+ 24 ຍ້ອນເຂົາເຈົ້າບໍ່ເຮັດຕາມກົດໝາຍແລະຄຳສັ່ງຂອງເຮົາ.+ ເຂົາເຈົ້າດູຖູກວັນຊະບາໂຕຂອງເຮົາ ແລະຂາບໄຫວ້ຮູບບູຊາທີ່ເປັນຕາຂີ້ດຽດຂອງປູ່ຍ່າຕານາຍຂອງເຂົາເຈົ້າ.+ 25 ເຮົາຍັງຍອມໃຫ້ເຂົາເຈົ້າເຮັດຕາມກົດໝາຍທີ່ບໍ່ດີ ແລະເຮັດຕາມຄຳສັ່ງທີ່ບໍ່ໄດ້ຊ່ວຍໃຫ້ເຂົາເຈົ້າມີຊີວິດຢູ່.+ 26 ເຮົາປ່ອຍໃຫ້ເຂົາເຈົ້າເຮັດໃຫ້ໂຕເອງບໍ່ສະອາດ ໂດຍຍອມໃຫ້ເຂົາເຈົ້າເອົາລູກກົກຂອງໂຕເອງໄປເຜົາເປັນເຄື່ອງບູຊາ.*+ ເຮົາຍອມໃຫ້ເຂົາເຈົ້າເຮັດແບບນັ້ນກໍເພື່ອຈະທຳລາຍເຂົາເຈົ້າ. ແລ້ວເຂົາເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ.”’
27 ລູກມະນຸດ ໃຫ້ເຈົ້າບອກຊາດອິດສະຣາເອນວ່າ ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ປູ່ຍ່າຕານາຍຂອງພວກເຈົ້າດູຖູກເຮົາໂດຍບໍ່ສັດຊື່ຕໍ່ເຮົາ. 28 ເຮົາພາເຂົາເຈົ້າເຂົ້າໄປແຜ່ນດິນທີ່ເຮົາສັນຍາວ່າຈະເອົາໃຫ້ເຂົາເຈົ້າ+ ແຕ່ເມື່ອເຫັນໂນນພູສູງໆແລະຕົ້ນໄມ້ຂຽວໆຢູ່ບ່ອນໃດ+ ເຂົາເຈົ້າກໍພາກັນເຜົາເຄື່ອງບູຊາຢູ່ບ່ອນນັ້ນໂລດ ເຊິ່ງເຮັດໃຫ້ເຮົາໃຈຮ້າຍຫຼາຍ. ເຂົາເຈົ້າເຜົາເຄື່ອງບູຊາທີ່ມີກິ່ນຫອມ*ແລະຖອກເຄື່ອງບູຊາດື່ມຢູ່ຫັ້ນ. 29 ເຮົາຈຶ່ງຖາມເຂົາເຈົ້າວ່າ ‘ພວກເຈົ້າໄປບ່ອນນະມັດສະການນັ້ນເຮັດຫຍັງ? (ບ່ອນນັ້ນຍັງຖືກເອີ້ນວ່າບ່ອນນະມັດສະການຈົນຮອດທຸກມື້ນີ້.)’”’+
30 ໃຫ້ເຈົ້າໄປບອກພວກອິດສະຣາເອນຈັ່ງຊີ້ ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ພວກເຈົ້າຍັງຊິເຮັດໃຫ້ໂຕເອງບໍ່ສະອາດຄືກັບທີ່ປູ່ຍ່າຕານາຍຂອງພວກເຈົ້າເຄີຍເຮັດບໍ? ພວກເຈົ້າຍັງຊິບໍ່ສັດຊື່ຕໍ່ເຮົາ*ໂດຍໄປຂາບໄຫວ້ຮູບບູຊາທີ່ເປັນຕາຂີ້ດຽດບໍ?+ 31 ພວກເຈົ້າເຮັດໃຫ້ໂຕເອງບໍ່ສະອາດຈົນຮອດທຸກມື້ນີ້ໂດຍເຜົາເຄື່ອງບູຊາໃຫ້ຮູບບູຊາທີ່ເປັນຕາຂີ້ດຽດ ແລະເອົາລູກຂອງພວກເຈົ້າໄປເຜົາເປັນເຄື່ອງບູຊາແມ່ນບໍ?+ ພວກອິດສະຣາເອນເອີ້ຍ ຄັນເປັນແນວນີ້ ເຮົາຄວນຕອບພວກເຈົ້າບໍ?”’+
ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາສາບານວ່າຕາບໃດທີ່ເຮົາຍັງມີຊີວິດຢູ່ ເຮົາຈະບໍ່ຕອບພວກເຈົ້າ.+ 32 ພວກເຈົ້າເວົ້າວ່າ “ໃຫ້ເຮົານະມັດສະການໄມ້ແລະຫີນຄືກັບຊາດອື່ນໆ.”+ ພວກເຈົ້າຢາກເຮັດແນວນັ້ນ* ແຕ່ມັນຊິບໍ່ເກີດຂຶ້ນດອກ.’”
33 “ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາສາບານວ່າຕາບໃດທີ່ເຮົາຍັງມີຊີວິດຢູ່ ເຮົາຈະປົກຄອງເປັນກະສັດຂອງພວກເຈົ້າ. ເຮົາຈະໃຊ້ລິດເດດ*ຂອງເຮົາເພື່ອລົງໂທດພວກເຈົ້າ ແລະເຮົາຈະປ່ອຍຄວາມໃຈຮ້າຍຂອງເຮົາໃສ່ພວກເຈົ້າສຸດຂີດ.+ 34 ເຮົາຈະພາພວກເຈົ້າອອກມາຈາກຊາດຕ່າງໆ ແລະເຮົາຈະລວບລວມພວກເຈົ້າອອກມາຈາກແຜ່ນດິນທີ່ພວກເຈົ້າກະຈັດກະຈາຍກັນໄປຢູ່. ເຮົາຈະໃຊ້ລິດເດດຂອງເຮົາເພື່ອລົງໂທດພວກເຈົ້າ ແລະເຮົາຈະປ່ອຍຄວາມໃຈຮ້າຍຂອງເຮົາໃສ່ພວກເຈົ້າສຸດຂີດ.+ 35 ເຮົາຈະພາພວກເຈົ້າເຂົ້າໄປບ່ອນກັນດານຂອງຊາດຕ່າງໆ ແລະເຮົາຈະຕັດສິນພວກເຈົ້າໜ້າຕໍ່ໜ້າຢູ່ຫັ້ນ.’”+
36 “ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາຈະຕັດສິນພວກເຈົ້າຄືກັບທີ່ຕັດສິນປູ່ຍ່າຕານາຍຂອງພວກເຈົ້າຢູ່ບ່ອນກັນດານໃນແຜ່ນດິນເອຢິບ. 37 ເຮົາຈະໃຫ້ພວກເຈົ້າຍ່າງລອດກ້ອງໄມ້ແສ້ຂອງຄົນລ້ຽງແກະ+ແລະຈະໃຫ້ພວກເຈົ້າເຮັດສັນຍາ. 38 ແຕ່ເຮົາຈະກຳຈັດພວກທີ່ກະບົດແລະເຮັດຜິດຕໍ່ເຮົາໃຫ້ໝົດໄປຈາກພວກເຈົ້າ.+ ເຮົາຈະພາເຂົາເຈົ້າອອກໄປຈາກແຜ່ນດິນທີ່ເຂົາເຈົ້າເຂົ້າໄປຢູ່ແບບຄົນຕ່າງຊາດ ແຕ່ເຂົາເຈົ້າຈະບໍ່ໄດ້ເຂົ້າໄປແຜ່ນດິນອິດສະຣາເອນ+ ແລ້ວພວກເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ.’
39 ພວກອິດສະຣາເອນເອີ້ຍ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ໃຫ້ພວກເຈົ້າຂາບໄຫວ້ຮູບບູຊາທີ່ເປັນຕາຂີ້ດຽດຂອງໂຕເອງໂລດ.+ ແຕ່ໃຫ້ຮູ້ວ່າ ຖ້າພວກເຈົ້າບໍ່ເຊື່ອຟັງເຮົາ ເຮົາຈະປະຖິ້ມພວກເຈົ້າ. ພວກເຈົ້າຈະບໍ່ໄດ້ດູຖູກຊື່ທີ່ບໍລິສຸດຂອງເຮົາດ້ວຍເຄື່ອງບູຊາແລະຮູບບູຊາທີ່ເປັນຕາຂີ້ດຽດຂອງພວກເຈົ້າອີກຕໍ່ໄປ.’+
40 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ຢູ່ເທິງພູສູງຂອງອິດສະຣາເອນທີ່ເປັນພູບໍລິສຸດຂອງເຮົາ+ ພວກອິດສະຣາເອນທຸກຄົນຈະຮັບໃຊ້ເຮົາ.+ ຢູ່ຫັ້ນ ເຮົາຈະພໍໃຈພວກເຈົ້າ ແລະເຮົາຈະໃຫ້ພວກເຈົ້າບໍລິຈາກເຄື່ອງທີ່ບໍລິສຸດໃຫ້ເຮົາ ເຊິ່ງລວມເຖິງຜົນລະປູກຊຸດທຳອິດຂອງພວກເຈົ້ານຳ.+ 41 ຍ້ອນພວກເຈົ້າເອົາເຄື່ອງບູຊາທີ່ມີກິ່ນຫອມມາໃຫ້ເຮົາ ເຮົາຈະພໍໃຈພວກເຈົ້າເມື່ອເຮົາພາພວກເຈົ້າອອກມາຈາກຊາດຕ່າງໆ ແລະລວບລວມພວກເຈົ້າອອກມາຈາກແຜ່ນດິນຕ່າງໆທີ່ພວກເຈົ້າກະຈັດກະຈາຍກັນໄປຢູ່.+ ເຮົາຈະເຮັດໃຫ້ພວກເຈົ້າເຫັນວ່າເຮົາບໍລິສຸດ ແລະຊາດອື່ນໆກໍຈະເຫັນຄືກັນ.’+
42 ‘ແລ້ວພວກເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ+ ເມື່ອເຮົາພາພວກເຈົ້າເຂົ້າໄປໃນແຜ່ນດິນອິດສະຣາເອນ+ທີ່ເຮົາສັນຍາວ່າຈະເອົາໃຫ້ປູ່ຍ່າຕານາຍຂອງພວກເຈົ້າ. 43 ຢູ່ຫັ້ນ ພວກເຈົ້າຈະຈື່ໄດ້ວ່າເຄີຍເຮັດຫຍັງແດ່ທີ່ເຮັດໃຫ້ໂຕເອງບໍ່ສະອາດ+ ແລ້ວພວກເຈົ້າຈະຊັງໂຕເອງຍ້ອນສິ່ງບໍ່ດີທີ່ພວກເຈົ້າໄດ້ເຮັດ.+ 44 ພວກອິດສະຣາເອນເອີ້ຍ ແລ້ວພວກເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ ເມື່ອເຮົາເຮັດໃຫ້ຊື່ຂອງເຮົາໄດ້ຮັບຄຳສັນລະເສີນ.+ ເຮົາຈະບໍ່ລົງໂທດພວກເຈົ້າຕາມຄວາມຊົ່ວແລະຕາມສິ່ງບໍ່ດີທີ່ພວກເຈົ້າໄດ້ເຮັດ.’ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າແບບນີ້.”
45 ພະເຢໂຫວາເວົ້າກັບຂ້ອຍອີກວ່າ: 46 “ລູກມະນຸດ ໃຫ້ເຈົ້າປິ່ນໜ້າໄປທາງທິດໃຕ້ແລະປະກາດຕໍ່ທິດນັ້ນ. ໃຫ້ເຈົ້າພະຍາກອນກ່ຽວກັບປ່າໄມ້ທີ່ຢູ່ແຜ່ນດິນທາງໃຕ້. 47 ໃຫ້ເຈົ້າບອກປ່າໄມ້ນັ້ນວ່າ ‘ໃຫ້ຟັງສິ່ງທີ່ພະເຢໂຫວາເວົ້າ. ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ເຮົາຈະຈູດເຈົ້າຖິ້ມ.+ ໄຟນັ້ນຈະໄໝ້ທັງຕົ້ນໄມ້ທີ່ຂຽວໆແລະຕົ້ນໄມ້ທີ່ແຫ້ງໆທຸກຕົ້ນຂອງເຈົ້າ. ໄຟນັ້ນຈະບໍ່ມອດ+ ແລະມັນຈະໄໝ້ໜ້າທຸກຄົນຈົນແຫ້ມຕັ້ງແຕ່ເໜືອຮອດໃຕ້. 48 ແລ້ວທຸກຄົນຈະເຫັນວ່າເຮົາເຢໂຫວາເປັນຜູ້ຈູດປ່ານັ້ນ ແລະໄຟນັ້ນຈະບໍ່ມອດຈັກເທື່ອ.”’”+
49 ຈາກນັ້ນ ຂ້ອຍກໍເວົ້າວ່າ: “ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອີ້ຍ ເຂົາເຈົ້າເວົ້າໃຫ້ລູກວ່າ ‘ລາວແຕ່ງເລື່ອງຂຶ້ນມາຊື່ໆ.’”*