ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 22
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ຄຳ​ຕັດສິນ​ຕໍ່​ຮ່ອມພູ​ນິມິດ (1-​14)

      • ເອລີຢາກີມ​ຈະ​ມາ​ແທນ​ເຊັບນາ​ທີ່​ເປັນ​ຜູ້​ເບິ່ງແຍງ​ວັງ (15-​25)

        • ຕະປູ​ທີ່​ມີ​ຄວາມໝາຍ​ເປັນ​ໄນ (23-​25)

ເອຊາຢາ 22:1

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ເມືອງ​ເຢຣູຊາເລັມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 6:6

ເອຊາຢາ 22:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 3:1; ຢຣມ 38:2; ສສ 4:9

ເອຊາຢາ 22:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:4, 5
  • +2ກສ 25:11

ເອຊາຢາ 22:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:19; 8:18, 19; 9:1
  • +ມກ 1:8, 9

ເອຊາຢາ 22:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 7:4
  • +2ກສ 25:10; ນຮຢ 1:3

ເອຊາຢາ 22:6

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເອົາ​ແນວ​ປົກ​ໂລ້​ອອກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:22
  • +2ກສ 16:9

ເອຊາຢາ 22:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 7:1, 2

ເອຊາຢາ 22:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:9, 10; ຢຣມ 52:7
  • +ນຮຢ 3:15

ເອຊາຢາ 22:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 2:17

ເອຊາຢາ 22:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 5:12; 56:12; ອມ 6:1, 4; ລກ 17:27; ຢກບ 5:5
  • +1ກຣ 15:32

ເອຊາຢາ 22:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:31; ອຊຢ 1:11; ຢຣມ 15:1; ອຊກ 24:13

ເອຊາຢາ 22:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 18:37; 19:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2018, ໜ້າ 23

ເອຊາຢາ 22:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 18:26, 37

ເອຊາຢາ 22:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:41, 42; ອສທ 8:15

ເອຊາຢາ 22:22

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຂ້ອຍ​ຈະ​ເອົາ​ກະແຈ​ທີ່​ເປັນ​ຂອງ​ຄອບຄົວ​ດາວິດ​ຫ້ອຍ​ໃສ່​ບ່າ​ຂອງ​ລາວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 3:7

ເອຊາຢາ 22:23

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ເອລີຢາກີມ

ເອຊາຢາ 22:25

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ເຊັບນາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 22:15, 17

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 22:1ຢຣມ 6:6
ອຊຢ. 22:2ອຊຢ 3:1; ຢຣມ 38:2; ສສ 4:9
ອຊຢ. 22:32ກສ 25:4, 5
ອຊຢ. 22:32ກສ 25:11
ອຊຢ. 22:4ຢຣມ 4:19; 8:18, 19; 9:1
ອຊຢ. 22:4ມກ 1:8, 9
ອຊຢ. 22:5ມກ 7:4
ອຊຢ. 22:52ກສ 25:10; ນຮຢ 1:3
ອຊຢ. 22:6ປຖກ 10:22
ອຊຢ. 22:62ກສ 16:9
ອຊຢ. 22:81ກສ 7:1, 2
ອຊຢ. 22:92ກສ 25:9, 10; ຢຣມ 52:7
ອຊຢ. 22:9ນຮຢ 3:15
ອຊຢ. 22:12ຢອ 2:17
ອຊຢ. 22:13ອຊຢ 5:12; 56:12; ອມ 6:1, 4; ລກ 17:27; ຢກບ 5:5
ອຊຢ. 22:131ກຣ 15:32
ອຊຢ. 22:14ລລວ 26:31; ອຊຢ 1:11; ຢຣມ 15:1; ອຊກ 24:13
ອຊຢ. 22:152ກສ 18:37; 19:2
ອຊຢ. 22:202ກສ 18:26, 37
ອຊຢ. 22:21ປຖກ 41:41, 42; ອສທ 8:15
ອຊຢ. 22:22ພນມ 3:7
ອຊຢ. 22:25ອຊຢ 22:15, 17
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 22:1-25

ເອຊາຢາ

22 ຕໍ່​ໄປ​ນີ້​ແມ່ນ​ຄຳ​ຕັດສິນ​ຕໍ່​ຮ່ອມພູ​ນິມິດ.*+

ເກີດ​ຫຍັງ​ຂຶ້ນ​ກັບ​ເຈົ້າ? ເປັນ​ຫຍັງ​ທຸກ​ຄົນ​ໃນ​ເມືອງ​ຂອງ​ເຈົ້າ​ຈຶ່ງ​ຂຶ້ນ​ໄປ​ເທິງ​ດາດຟ້າ?

 2 ເຈົ້າ​ເປັນ​ເມືອງ​ທີ່​ມີ​ຄວາມ​ສັບສົນ​ວຸ່ນວາຍ.

ເຈົ້າ​ຈະ​ພູມໃຈ​ໃນ​ໂຕ​ເອງ​ແລະ​ເຮັດ​ສຽງ​ດັງ​ໆ​.

ຄົນ​ໃນ​ເມືອງ​ຂອງ​ເຈົ້າ​ຈະ​ຕາຍ

ແຕ່​ບໍ່​ແມ່ນ​ຍ້ອນ​ຖືກ​ຂ້າ​ດ້ວຍ​ດາບ​ແລະ​ບໍ່​ແມ່ນ​ຍ້ອນ​ສົງຄາມ.+

 3 ຜູ້​ປົກຄອງ​ທຸກ​ຄົນ​ຂອງ​ເຈົ້າ​ທີ່​ມັກ​ກົດຂີ່​ຄົນ​ອື່ນ​ຈະ​ພາກັນ​ໜີ.+

ເຂົາເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໂດຍ​ທີ່​ບໍ່​ຕ້ອງ​ຍິງ​ທະນູ​ໃສ່.

ທຸກ​ຄົນ​ທີ່​ຖືກ​ຈັບ​ໄດ້​ຈະ​ເປັນ​ຊະເລີຍ+

ເຖິງ​ວ່າ​ເຂົາເຈົ້າ​ຈະ​ໜີ​ໄປ​ໄກ​ສ່ຳ​ໃດ​ກໍ​ຕາມ.

 4 ຍ້ອນ​ແນວ​ນີ້ ຂ້ອຍ​ຈຶ່ງ​ເວົ້າ​ວ່າ: “ບໍ່​ຕ້ອງ​ສົນໃຈ​ຂ້ອຍ

ປ່ອຍ​ໃຫ້​ຂ້ອຍ​ໄຫ້​ໂລດ.+

ບໍ່​ຕ້ອງ​ມາ​ອອຍ​ຂ້ອຍ

ທີ່​ຄົນ​ຊາດ​ດຽວ​ກັນ​ກັບ​ຂ້ອຍຖືກ​ທຳລາຍ.+

 5 ໃນ​ມື້​ນັ້ນ ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ

ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈະ​ເຮັດ​ໃຫ້​ຮ່ອມພູ​ນິມິດ​ມີ​ຄວາມ​ສັບສົນ​ວຸ່ນວາຍ

ແລະ​ມັນ​ຈະ​ເປັນ​ມື້​ທີ່​ເປັນ​ຕາ​ຢ້ານ​ຫຼາຍ​ຍ້ອນ​ເມືອງ​ຖືກ​ໂຈມຕີ.+

ກຳແພງ​ເມືອງ​ຈະ​ຖືກ​ທຳລາຍ+

ແລະ​ຈະ​ມີສຽງ​ຄົນ​ຮ້ອງ​ໃຫ້​ຊ່ວຍ​ດັງ​ໄປ​ຮອດ​ພູ.

 6 ພວກ​ເອລາມ+​ຈະ​ພາຍ​ບັ້ງ​ທີ່​ມີ​ລູກທະນູ

ແລະ​ຂີ່​ລົດຮົບ​ກັບຂີ່​ມ້າ.

ສ່ວນ​ພວກ​ກີເຣ+​ຈະ​ກຽມ​ໂລ້​ໃຫ້​ພ້ອມ.*

 7 ຮ່ອມພູ​ທີ່​ງາມ​ທີ່​ສຸດ​ຂອງ​ເຈົ້າ

ຈະ​ມີ​ແຕ່​ລົດຮົບ​ຂອງ​ເຂົາເຈົ້າ.

ຢູ່​ໜ້າ​ປະຕູ​ເມືອງ​ຈະ​ມີ​ທະຫານ​ມ້າ​ຂອງ​ເຂົາເຈົ້າ

 8 ແລະ​ກຳແພງ​ທີ່​ປົກປ້ອງ​ຢູດາ​ຈະ​ຖືກ​ທຳລາຍ.

“ໃນ​ມື້​ນັ້ນ ເຈົ້າ​ຈະ​ໄປເພິ່ງ​ອາວຸດ​ທີ່​ມ້ຽນ​ໄວ້​ຢູ່​ຕຶກ​ທີ່​ຊື່​ວ່າ​ປ່າ​ເລບານອນ.+ 9 ພວກເຈົ້າ​ຈະ​ເຫັນ​ກຳແພງ​ເມືອງ​ຂອງ​ດາວິດ​ແຕກ​ເປັນ​ຫຼາຍ​ໆ​ປ່ອງ+ ແລະ​ພວກ​ເຈົ້າ​ຈະ​ເກັບ​ນ້ຳ​ໄວ້​ຢູ່​ສະ​ທາງ​ລຸ່ມ.+ 10 ພວກ​ເຈົ້າ​ຈະກວດ​ເບິ່ງ​ເຮືອນໃນ​ເມືອງ​ເຢຣູຊາເລັມ ແລະ​ຈະ​ມ້າງ​ບາງ​ຫຼັງ​ເພື່ອ​ເອົາ​ໄປ​ເສີມ​ກຳແພງ​ເມືອງ. 11 ພວກ​ເຈົ້າ​ຈະ​ເຮັດ​ບ່ອນ​ເກັບ​ນ້ຳ​ຢູ່​ລະຫວ່າງ​ກຳແພງ 2 ເບື້ອງ​ເພື່ອ​ເອົາ​ນ້ຳ​ຈາກ​ສະ​ເກົ່າ​ມາ​ໄວ້​ຢູ່​ຫັ້ນ. ແຕ່​ພວກ​ເຈົ້າ​ຈະ​ບໍ່​ເພິ່ງ​ຜູ້​ສ້າງ​ອົງ​ຍິ່ງໃຫຍ່ ແລະ​ຈະ​ບໍ່​ຄິດເຖິງ​ພະເຈົ້າ​ຜູ້​ທີ່ວາງ​ແຜນ​ເລື່ອງ​ທັງໝົດ​ນີ້​ໄວ້​ແຕ່​ດົນ​ແລ້ວ.

12 ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ

ຈະ​ບອກ​ໃຫ້​ເຂົາເຈົ້າ​ຮ້ອງໄຫ້​ແລະ​ໂສກເສົ້າ+

ແຖ​ຫົວ​ແລະ​ນຸ່ງ​ຜ້າ​ເນື້ອ​ຫຍາບ.

13 ແຕ່​ເຂົາເຈົ້າ​ພັດ​ຈັດ​ງານ​ລ້ຽງ​ສະຫຼອງ​ຢ່າງ​ມ່ວນ​ຊື່ນ

ຂ້າ​ງົວ ຂ້າ​ແກະ

ກິນ​ຊີ້ນ​ຈົນ​ອີ່ມ ແລະ​ກິນ​ເຫຼົ້າແວງ​ຢ່າງ​ມີ​ຄວາມ​ສຸກ+

ແລ້ວ​ເວົ້າ​ວ່າ ‘ໃຫ້​ພວກ​ເຮົາ​ມາ​ກິນ​ມາ​ດື່ມ​ໂລດ ເພາະ​ວ່າ​ມື້​ອື່ນ​ພວກ​ເຮົາ​ກໍ​ຈະ​ຕາຍ.’”+

14 ຈາກ​ນັ້ນ ຂ້ອຍໄດ້​ຍິນ​ສຽງ​ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ເວົ້າ​ວ່າ: “‘ຄວາມ​ຜິດ​ນີ້​ຈະ​ບໍ່​ຖືກ​ລົບ​ລ້າງ​ຈົນ​ກວ່າ​ພວກເຈົ້າ​ຈະ​ຕາຍ.’+ ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”

15 ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ບອກ​ວ່າ: “ໃຫ້​ໄປ​ຫາ​ເຊັບນາ+​ທີ່​ເປັນ​ຜູ້​ເບິ່ງແຍງ​ວັງ​ຂອງ​ກະສັດ​ແລະ​ຖາມ​ລາວ​ວ່າ 16 ‘ເຈົ້າ​ມີ​ສິດ​ຫຍັງຈຶ່ງ​ມາ​ເຈາະ​ຫີນ​ເຮັດ​ບ່ອນ​ຝັງ​ສົບ​ໃຫ້​ໂຕເອງ​ຢູ່​ນີ້?’ ລາວ​ເຈາະ​ຫີນ​ເຮັດ​ບ່ອນ​ຝັງ​ສົບ​ໃຫ້​ໂຕເອງ​ຢູ່​ຫີນ​ຜາ​ເທິງ​ເນີນພູ. 17 ໃຫ້​ບອກ​ລາວ​ນຳ​ວ່າ ‘ຖ້າ​ເບິ່ງ​ເດີ້! ພະ​ເຢໂຫວາ​ຈະ​ຈັບ​ເຈົ້າ​ໄວ້​ແໜ້ນ​ໆ​ແລະ​ຟາດ​ໃສ່​ພື້ນ​ແຮງ​ໆ​. 18 ເພິ່ນ​ຈະ​ມັດ​ເຈົ້າ​ໄວ້​ແໜ້ນ​ໆ​ ແລ້ວ​ດຶກ​ເຈົ້າ​ຄື​ກັບ​ດຶກ​ໝາກ​ບານ​ໄປບ່ອນ​ທີ່​ກວ້າງ​ໆ​ໄກ​ໆ​. ເຈົ້າ​ຈະ​ຕາຍ​ຢູ່​ຫັ້ນ​ແລະ​ລົດຮົບ​ທີ່​ຫຼູຫຼາ​ຂອງ​ເຈົ້າ​ກໍ​ຈະ​ຖືກຖິ້ມ​ໄວ້​ຢູ່​ຫັ້ນຄື​ກັນ ແລະ​ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ຄອບຄົວ​ເຈົ້ານາຍ​ຂອງ​ເຈົ້າ​ອັບອາຍ. 19 ເຮົາ​ຈະ​ປົດ​ເຈົ້າ​ອອກ​ຈາກ​ຕຳແໜ່ງ​ແລະ​ໄລ່​ເຈົ້າ​ອອກ​ຈາກ​ວຽກ.

20 ໃນ​ມື້​ນັ້ນ ເຮົາ​ຈະ​ເອີ້ນ​ເອລີຢາກີມ+​ຜູ້​ຮັບໃຊ້​ຂອງ​ຂ້ອຍ​ມາ. ລາວ​ເປັນ​ລູກຊາຍ​ຂອງ​ຮິນກີຢາ. 21 ເຮົາ​ຈະ​ເອົາ​ເສື້ອຄຸມ​ຂອງ​ເຈົ້າ​ໃສ່​ໃຫ້​ລາວ ເອົາ​ຜ້າ​ມັດ​ແອວ​ຂອງ​ເຈົ້າ​ມັດ​ໃຫ້​ລາວ+ ແລະ​ໃຫ້​ລາວ​ມີ​ອຳນາດ​ແທນ​ເຈົ້າ. ລາວ​ຈະ​ເປັນ​ຄື​ກັບ​ພໍ່ຂອງ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ຂອງພວກ​ຢູດາ. 22 ເຮົາ​ຈະ​ໃຫ້​ລາວ​ເບິ່ງແຍງ​ກະແຈ​ທີ່​ເປັນ​ຂອງ​ຄອບຄົວ​ດາວິດ.*+ ປະຕູ​ທີ່​ລາວ​ເປີດ​ຈະ​ບໍ່​ມີ​ໃຜ​ປິດ​ໄດ້ ແລະ​ປະຕູ​ທີ່​ລາວ​ປິດ​ກໍ​ຈະ​ບໍ່​ມີໃຜ​ເປີດ​ໄດ້. 23 ເຮົາ​ຈະ​ໃຫ້​ລາວ​ເປັນ​ຄື​ກັບ​ຕະປູ*​ທີ່​ຕອກ​ໄວ້​ແໜ້ນ​ໆ​. ລາວ​ຈະ​ເປັນ​ຄື​ກັບບັນລັງ​ທີ່​ມີ​ກຽດໃຫ້​ຄອບຄົວ​ຂອງ​ພໍ່​ລາວ. 24 ກຽດຕິຍົດ​ຂອງ​ຄອບຄົວ​ພໍ່​ລາວ​ຈະ​ຫ້ອຍ​ຢູ່​ໂຕ​ລາວ. ພວກ​ລູກຫຼານ​ຈະ​ມາ​ເພິ່ງ​ລາວ ຄື​ກັບ​ທີ່​ໄຫ​ໃຫຍ່​ໆ​ແລະ​ຖ້ວຍ​ບ່ວງ​ຈານ​ຊາມ​ນ້ອຍ​ໃຫຍ່​ຫ້ອຍ​ໄວ້​ຢູ່​ຕະປູ.

25 ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ບອກ​ວ່າ ‘ໃນ​ມື້​ນັ້ນ ເຮົາ​ຈະ​ງັດ​ຕະປູ*​ດອກ​ທີ່​ຕອກ​ໄວ້​ແໜ້ນ​ໆ​ນັ້ນ​ອອກ​ມາ+ ແລ້ວ​ມັນ​ຈະຕົກ​ລົງ​ມາ​ແລະ​ຖືກ​ທຳລາຍ. ທຸກ​ສິ່ງ​ທີ່​ຫ້ອຍ​ຢູ່​ຕະປູ​ນັ້ນ​ຈະ​ຕົກ​ລົງ​ມາ​ແລະ​ຖືກ​ທຳລາຍ​ຄື​ກັນ. ພະ​ເຢໂຫວາ​ບອກ​ໄວ້​ແນວ​ນີ້.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌