ໂຢບ
18 ບິນດັດ+ຄົນຊູອາເວົ້າວ່າ:
2 “ເຈົ້າຈະເວົ້າແນວນີ້ອີກດົນບໍ?
ຖ້າເຈົ້າມີຄວາມເຂົ້າໃຈແດ່ ພວກເຮົາກໍຈະລົມກັນຮູ້ເລື່ອງ.
4 ເຖິງວ່າເຈົ້າຈະໃຈຮ້າຍຈົນຈີກໂຕເອງເປັນຕ່ອນໆ
ແຕ່ໂລກກໍຈະບໍ່ຖືກປ່ອຍໃຫ້ຮ້າງ
ແລະຫີນກໍຈະບໍ່ຖືກຍ້າຍອອກຈາກບ່ອນຂອງມັນດອກ!
5 ທີ່ຈິງ ແສງສະຫວ່າງຂອງຄົນຊົ່ວຈະບໍ່ມີອີກຕໍ່ໄປ
ແລະກອງໄຟຂອງລາວກໍຈະມອດ.+
6 ແສງໄຟທີ່ຢູ່ໃນເຕັ້ນຂອງລາວຈະມືດລົງ
ແລະຕະກຽງທີ່ສ່ອງແສງຢູ່ເທິງຫົວຂອງລາວກໍຈະມອດ.
7 ລາວຈະບໍ່ມີແຮງຍ່າງເລີຍ
ແລະແຜນການທັງໝົດຂອງລາວຈະເຮັດໃຫ້ລາວເຈິຄວາມຈິບຫາຍ.+
8 ລາວຈະຍ່າງໄປຕິດກັບດັກທີ່ເປັນຕານ່າງ
ແລະຫຼົງໄປຕິດດາງ.
9 ລາວຈະຖືກກັບດັກງັບສົ້ນນ່ອງ
ແລະລາວຈະຕິດແຮ້ວ.+
10 ມີເຊືອກທີ່ຫ້າງໄວ້ຢູ່ດິນເພື່ອດັກລາວ
ແລະມີກັບດັກທີ່ວາງໄວ້ຢູ່ທາງຂອງລາວ.
11 ລາວຢ້ານທຸກຢ່າງທີ່ຢູ່ອ້ອມໂຕລາວ+
ແລະຄວາມຢ້ານກໍໄລ່ນຳຫຼັງລາວໄປຕິດໆ.
12 ລາວໝົດເຫື່ອໝົດແຮງ.
ຄວາມຈິບຫາຍ+ເຮັດໃຫ້ລາວສະດຸດລົ້ມ.
13 ພະຍາດແພ່ລາມໄປຕາມຜິວໜັງຂອງລາວ
ພະຍາດທີ່ຮ້າຍແຮງເຖິງຕາຍ*ກໍກັດກິນແຂນຂາຂອງລາວ.
16 ຄືກັບຕົ້ນໄມ້ ຮາກຂອງລາວຈະແຫ້ງ
ແລະງ່າຂອງລາວຈະຫ່ຽວແຫ້ງໄປ.
17 ທຸກຄົນຈະລືມລາວ
ແລະຄົນທີ່ຢູ່ຕາມຫົນທາງຈະບໍ່ຮູ້ຈັກຊື່ຂອງລາວ.*
18 ລາວຈະຖືກຂັບໄລ່ຈາກບ່ອນທີ່ມີແສງສະຫວ່າງໄປຢູ່ບ່ອນມືດ
ແລະຖືກໄລ່ອອກຈາກແຜ່ນດິນທີ່ອຸດົມສົມບູນ.
19 ໃນພວກພີ່ນ້ອງຂອງລາວ ລາວຈະເປັນຄົນທີ່ບໍ່ມີລູກບໍ່ມີຫຼານ
ແລະໃນບ່ອນທີ່ລາວຢູ່*ຈະບໍ່ມີຜູ້ໃດລອດຊີວິດເລີຍ.
20 ເມື່ອມື້ຂອງລາວມາຮອດ ຄົນທີ່ຢູ່ທາງທິດຕາເວັນຕົກຈະຢ້ານຈົນໂຕສັ່ນ
ແລະຄົນທີ່ຢູ່ທາງທິດຕາເວັນອອກຈະຢ້ານຈົນໂຕແຂງ.
21 ນີ້ແມ່ນສິ່ງທີ່ຈະເກີດຂຶ້ນກັບເຕັ້ນຂອງຄົນທີ່ເຮັດຜິດ
ແລະນີ້ແມ່ນສິ່ງທີ່ຈະເກີດຂຶ້ນກັບຄົນທີ່ບໍ່ຮູ້ຈັກພະເຈົ້າ.”