ເພງສັນລະເສີນ
ເພງສຳລັບຍ່າງຂຶ້ນ.* ເພງຂອງດາວິດ.
131 ພະເຢໂຫວາເອີ້ຍ ລູກບໍ່ໄດ້ເປັນຄົນຈອງຫອງ
ແລະບໍ່ໄດ້ເປັນຄົນຍິ່ງ.+
ລູກບໍ່ຢາກໄດ້ຫຍັງທີ່ໃຫຍ່ໂພດ+
ແລະບໍ່ຢາກໄດ້ຫຍັງທີ່ເກີນຄວາມສາມາດຂອງລູກ.
2 ລູກບໍ່ເປັນແນວນັ້ນ ແຕ່ລູກໄດ້ເຮັດໃຫ້ໂຕເອງສະຫງົບໃຈ+
ຄືກັບເດັກນ້ອຍເຊົານົມທີ່ຢູ່ກັບແມ່.
ລູກສະບາຍໃຈຄືກັບເດັກນ້ອຍທີ່ເຊົານົມ.
3 ຂໍໃຫ້ອິດສະຣາເອນລໍຖ້າພະເຢໂຫວາ+
ຕັ້ງແຕ່ຕອນນີ້ຈົນຕະຫຼອດໄປ.