ຊາມູເອນສະບັບທີໜຶ່ງ
22 ແລ້ວດາວິດໄດ້ໄປລີ້+ຢູ່ຖ້ຳໃນອະດຸລາມ.+ ເມື່ອພວກອ້າຍແລະຄອບຄົວຂອງດາວິດຮູ້ເລື່ອງນີ້ ເຂົາເຈົ້າກໍໄປຫາລາວຢູ່ຫັ້ນ. 2 ທຸກຄົນທີ່ມີບັນຫາ ມີໜີ້ສິນ ແລະມີຄວາມທຸກກໍພາກັນມາຫາລາວ. ດາວິດກາຍເປັນຫົວໜ້າຂອງເຂົາເຈົ້າ. ມີປະມານ 400 ຄົນຢູ່ຫັ້ນກັບລາວ.
3 ຈາກນັ້ນ ດາວິດກໍໄປເມືອງມິດຊະປາໃນໂມອາບແລະເວົ້າກັບກະສັດໂມອາບ+ວ່າ: “ຂໍໃຫ້ພໍ່ແມ່ຂ້ອຍຢູ່ກັບເຈົ້າຈົນກວ່າຂ້ອຍຈະຮູ້ວ່າພະເຈົ້າຈະຊ່ວຍຂ້ອຍແນວໃດ.” 4 ດາວິດຈຶ່ງໃຫ້ພໍ່ແມ່ຢູ່ກັບກະສັດໂມອາບ ແລະເຂົາເຈົ້າຢູ່ຫັ້ນຕະຫຼອດໄລຍະທີ່ດາວິດລີ້ຢູ່ເຂດພູ.+
5 ຕໍ່ມາ ຜູ້ພະຍາກອນຄາດ+ບອກດາວິດວ່າ: “ບໍ່ຕ້ອງໄປລີ້ຢູ່ເຂດພູແລ້ວ. ໃຫ້ອອກຈາກຫັ້ນແລະໄປແຜ່ນດິນຢູດາ.”+ ດາວິດຈຶ່ງອອກຈາກຫັ້ນແລະໄປລີ້ໃນປ່າຢູ່ເຫເຣດ.
6 ຊາອູນໄດ້ຍິນວ່າມີຄົນເຫັນດາວິດແລະຄົນຂອງລາວແລ້ວ. ຕອນນັ້ນ ຊາອູນນັ່ງຖືຫອກຢູ່ກ້ອງຕົ້ນທາມາຣິກ*ຢູ່ໂນນພູໃນກີເບອາ+ ແລະພວກທະຫານກໍຢືນອ້ອມລາວຢູ່. 7 ຊາອູນຈຶ່ງເວົ້າກັບເຂົາເຈົ້າວ່າ: “ຟັງເດີ້ ພວກເບັນຢາມິນ. ລູກຊາຍຂອງເຢຊີ+ຈະເອົາທົ່ງນາແລະສວນໝາກລະແຊັງໃຫ້ພວກເຈົ້າບໍ? ລາວຈະແຕ່ງຕັ້ງພວກເຈົ້າໃຫ້ເປັນຫົວໜ້າກອງພັນແລະຫົວໜ້າກອງຮ້ອຍບໍ?+ 8 ພວກເຈົ້າທຸກຄົນຫັກຫຼັງຂ້ອຍ. ຕອນທີ່ລູກຊາຍຂ້ອຍເຮັດສັນຍາກັບລູກຊາຍຂອງເຢຊີ+ ພວກເຈົ້າກໍບໍ່ມາບອກຂ້ອຍ. ພວກເຈົ້າບໍ່ອີ່ຕົນຂ້ອຍ ແລະຕອນນີ້ລູກຊາຍຂອງຂ້ອຍໄດ້ຍົວະດາວິດຜູ້ຮັບໃຊ້ຂອງຂ້ອຍໃຫ້ມາລັດຂ້າຂ້ອຍ ພວກເຈົ້າກໍຍັງບໍ່ມາບອກ.”
9 ໂດເອັກ+ຄົນເອໂດມທີ່ເປັນຫົວໜ້າຄົນໜຶ່ງຂອງກອງທະຫານທີ່ຢູ່ຫັ້ນບອກຊາອູນວ່າ:+ “ຂ້ອຍເຫັນລູກຊາຍຂອງເຢຊີຢູ່ເມືອງໂນບ. ລາວໄປຫາອາຮີເມເລັກລູກຊາຍຂອງອາຮີຕຸບ. + 10 ອາຮີເມເລັກຂໍການຊີ້ນຳຈາກພະເຢໂຫວາໃຫ້ດາວິດແລະເອົາຂອງກິນໃຫ້ລາວ. ອາຮີເມເລັກຍັງເອົາດາບຂອງໂກລີອາດຄົນຟີລິດສະຕີນໃຫ້ລາວນຳອີກ.”+ 11 ຊາອູນຟ້າວສົ່ງຄົນໄປເອີ້ນປະໂລຫິດອາຮີເມເລັກລູກຊາຍຂອງອາຮີຕຸບແລະປະໂລຫິດທຸກຄົນທີ່ເປັນລູກຫຼານຂອງພໍ່ລາວທີ່ຢູ່ເມືອງໂນບໃຫ້ມາຫາ. ແລ້ວທຸກຄົນກໍມາຫາຊາອູນ.
12 ຊາອູນເວົ້າວ່າ: “ຟັງເດີ້ ລູກຊາຍຂອງອາຮີຕຸບ.” ອາຮີເມເລັກຕອບວ່າ: “ໂດຍ ກະສັດ.” 13 ຊາອູນເວົ້າກັບລາວວ່າ: “ເປັນຫຍັງເຈົ້າຫັກຫຼັງຂ້ອຍ? ເຈົ້າກັບລູກຊາຍຂອງເຢຊີວາງແຜນຕໍ່ສູ້ຂ້ອຍ. ເຈົ້າເອົາເຂົ້າຈີ່ ເອົາດາບໃຫ້ລູກຊາຍຂອງເຢຊີ ແລະຍັງຂໍການຊີ້ນຳຈາກພະເຈົ້າໃຫ້ລາວນຳອີກ. ລາວຕໍ່ຕ້ານຂ້ອຍແລະຕອນນີ້ລາວກໍຖ້າລັດຂ້າຂ້ອຍຢູ່.” 14 ອາຮີເມເລັກຕອບຊາອູນວ່າ: “ມີທະຫານຂອງທ່ານຜູ້ໃດທີ່ໄວ້ໃຈໄດ້ສ່ຳດາວິດບໍ?+ ລາວເປັນລູກເຂີຍກະສັດ+ແລະທ່ານແຕ່ງຕັ້ງລາວໃຫ້ເປັນຫົວໜ້າທະຫານປ້ອງກັນໂຕກະສັດ ແລະທ່ານກໍໃຫ້ກຽດລາວໃນວັງຂອງທ່ານ.+ 15 ນີ້ບໍ່ແມ່ນເທື່ອທຳອິດທີ່ຂ້ອຍຂໍການຊີ້ນຳຈາກພະເຈົ້າໃຫ້ລາວ.+ ເປັນໄປບໍ່ໄດ້ທີ່ຂ້ອຍຈະຫັກຫຼັງທ່ານ! ຂໍກະສັດຢ່າໃຈຮ້າຍໃຫ້ຂ້ອຍແລະທຸກຄົນໃນຄອບຄົວຂອງຂ້ອຍ. ຂ້ອຍບໍ່ຮູ້ເລື່ອງຫຍັງເລີຍ.”+
16 ແຕ່ກະສັດຕອບວ່າ: “ອາຮີເມເລັກ ຈັ່ງໃດເຈົ້າກັບລູກຫຼານທຸກຄົນໃນຄອບຄົວຂອງພໍ່ເຈົ້າກໍຕ້ອງຕາຍ.”+ 17 ຊາອູນບອກພວກທະຫານທີ່ຢືນອ້ອມລາວວ່າ: “ຂ້າພວກປະໂລຫິດຂອງພະເຢໂຫວາດຽວນີ້ ຍ້ອນເຂົາເຈົ້າຢູ່ຝ່າຍດາວິດ. ເຂົາເຈົ້າຮູ້ວ່າລາວກຳລັງໜີຂ້ອຍ ແຕ່ບໍ່ບອກຂ້ອຍ.” ແຕ່ພວກທະຫານຂອງຊາອູນບໍ່ຢາກຂ້າປະໂລຫິດຂອງພະເຢໂຫວາ. 18 ຊາອູນຈຶ່ງສັ່ງໂດເອັກວ່າ:+ “ໃຫ້ເຈົ້າຂ້າພວກປະໂລຫິດດຽວນີ້!” ໂດເອັກຄົນເອໂດມ+ກໍຂ້າພວກປະໂລຫິດທັນທີ. ມື້ນັ້ນລາວຂ້າປະໂລຫິດ* 85 ຄົນ.+ 19 ລາວຍັງໄດ້ຂ້າຄົນຢູ່ເມືອງໂນບ+ເຊິ່ງເປັນເມືອງຂອງພວກປະໂລຫິດ. ລາວຂ້າທັງຜູ້ຊາຍຜູ້ຍິງ ທັງແອນ້ອຍກັບເດັກນ້ອຍ ທັງງົວ ລາ ແລະແກະ.
20 ແຕ່ອາບີອາທາ+ລູກຊາຍຜູ້ໜຶ່ງຂອງອາຮີເມເລັກຫຼານຂອງອາຮີຕຸບໜີໄປໄດ້ ແລະລາວໄປຫາດາວິດ. 21 ອາບີອາທາບອກດາວິດວ່າ: “ຊາອູນໄດ້ຂ້າພວກປະໂລຫິດຂອງພະເຢໂຫວາ.” 22 ດາວິດບອກອາບີອາທາວ່າ: “ຂ້ອຍຮູ້ຕັ້ງແຕ່ມື້+ທີ່ເຫັນໂດເອັກຄົນເອໂດມຢູ່ຫັ້ນແລ້ວວ່າລາວຕ້ອງໄປບອກຊາອູນ. ຂ້ອຍຕ້ອງຮັບຜິດຊອບການຕາຍຂອງທຸກຄົນທີ່ເປັນລູກຫຼານຂອງພໍ່ເຈົ້າ. 23 ໃຫ້ເຈົ້າຢູ່ນີ້ກັບຂ້ອຍ. ບໍ່ຕ້ອງຢ້ານ. ຜູ້ທີ່ຢາກຂ້າເຈົ້າກໍສ່ຳກັບຢາກຂ້າຂ້ອຍ. ຂ້ອຍຈະປົກປ້ອງເຈົ້າເອງ.”+