ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 16
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ພະເຈົ້າ​ຮັກ​ເມືອງ​ເຢຣູຊາເລັມ (1-​63)

        • ເຫັນ​ຕອນ​ທີ່​ເປັນ​ແອ​ນ້ອຍ​ຖືກ​ຖິ້ມ​ໄວ້ (1-​7)

        • ພະເຈົ້າ​ແຕ່ງ​ໂຕ​ໃຫ້​ລາວ​ແລະ​ເຮັດ​ສັນຍາ​ແຕ່ງດອງ​ກັບ​ລາວ (8-​14)

        • ລາວ​ບໍ່​ສັດຊື່ (15-​34)

        • ຖືກ​ລົງໂທດ​ຄື​ກັບ​ຜູ້​ຍິງ​ທີ່​ຫຼິ້ນ​ຊູ້ (35-​43)

        • ຖືກ​ປຽບ​ທຽບ​ຄື​ກັບ​ຊາມາເຣຍ​ແລະ​ໂຊໂດມ (44-​58)

        • ພະເຈົ້າ​ຈື່​ສັນຍາ​ທີ່​ເພິ່ນ​ເຮັດ (59-​63)

ເອເຊກຽນ 16:2

ໄຂເງື່ອນ

  • *

    ໃນ​ບົດ​ນີ້​ເວົ້າ​ເຖິງ​ເຢຣູຊາເລັມ ຊາມາເຣຍ ແລະ​ໂຊໂດມ​ວ່າ​ເປັນ​ຜູ້​ຍິງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 8:10; 20:4

ເອເຊກຽນ 16:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 10:5; 1ກສ 21:25, 26; 2ກສ 21:11
  • +1ຂຄ 1:13, 14

ເອເຊກຽນ 16:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 3:9

ເອເຊກຽນ 16:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 23:5

ເອເຊກຽນ 16:10

ໄຂເງື່ອນ

  • *

    ຫຼື “ໜັງ​ແມວ​ນ້ຳ”

ເອເຊກຽນ 16:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 48:2

ເອເຊກຽນ 16:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 4:21
  • +1ກສ 10:1; ພສ 50:2; ສສ 2:15

ເອເຊກຽນ 16:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 7:4; ມກ 3:11
  • +1ກສ 11:5, 7; ພສ 106:35, 36; ອຊຢ 57:7, 8; ຢຣມ 2:20; ຢກບ 4:4
  • +ຢຣມ 3:13

ເອເຊກຽນ 16:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 14:22, 23; 2ຂຄ 21:5, 11

ເອເຊກຽນ 16:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 57:7, 8

ເອເຊກຽນ 16:18

ໄຂເງື່ອນ

  • *

    ໝາຍເຖິງ​ຮູບ​ບູຊາ​ທີ່​ເປັນ​ຜູ້​ຊາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 8:10, 11

ເອເຊກຽນ 16:19

ໄຂເງື່ອນ

  • *

    ຫຼື “ເຄື່ອງ​ບູຊາ​ທີ່​ມີ​ກິ່ນ​ຫອມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:16, 17

ເອເຊກຽນ 16:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 13:2
  • +ພສ 106:37, 38

ເອເຊກຽນ 16:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:21; 20:2; 2ກສ 16:1, 3; 2ຂຄ 33:1, 6; ຢຣມ 7:31; ອຊກ 20:26

ເອເຊກຽນ 16:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 13:27; ຊຟຢ 3:1

ເອເຊກຽນ 16:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 2:23, 24
  • +ຢຣມ 3:2

ເອເຊກຽນ 16:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 30:2, 3; ຢຣມ 2:36

ເອເຊກຽນ 16:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:48
  • +ພສ 106:41
  • +ຢຣມ 2:11, 12

ເອເຊກຽນ 16:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 16:7

ເອເຊກຽນ 16:29

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ແຜ່ນດິນ​ການາອານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 23:14, 16

ເອເຊກຽນ 16:30

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເຮົາ​ໃຈ​ຮ້າຍ​ໃຫ້​ເຈົ້າ​ຫຼາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 3:3

ເອເຊກຽນ 16:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 3:1, 20

ເອເຊກຽນ 16:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 38:16
  • +ອຊຢ 57:9
  • +2ຂຄ 16:2, 3

ເອເຊກຽນ 16:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:21; ຢຣມ 3:6

ເອເຊກຽນ 16:36

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:11
  • +ພສ 106:37, 38

ເອເຊກຽນ 16:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 13:22; ສສ 1:8

ເອເຊກຽນ 16:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 38:24; ລລວ 20:10; ພບຍ 22:22
  • +ປຖກ 9:6; ອພຍ 21:12
  • +ພສ 79:2, 3; ອຊກ 23:25

ເອເຊກຽນ 16:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 27:9; ອຊກ 16:24
  • +ຢຣມ 4:30
  • +ອຊຢ 3:18-23; ອຊກ 23:26

ເອເຊກຽນ 16:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 23:46, 47; ຮບກ 1:6
  • +ພບຍ 22:20, 21
  • +2ຂຄ 36:17; ຢຣມ 25:9

ເອເຊກຽນ 16:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:8, 9
  • +ອຊກ 23:27

ເອເຊກຽນ 16:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 5:13
  • +ອຊຢ 40:2

ເອເຊກຽນ 16:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 2:32

ເອເຊກຽນ 16:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 21:25, 26; 2ກສ 21:2, 9; ພສ 106:35, 36

ເອເຊກຽນ 16:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 20:17; ຢຊ 10:5; 2ກສ 21:11; ອຊກ 16:3

ເອເຊກຽນ 16:46

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເບື້ອງ​ຊ້າຍ​ຂອງ​ເຈົ້າ”

  • *

    ອາດ​ໝາຍເຖິງ​ເມືອງ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ

  • *

    ແປ​ຕາມ​ໂຕ​ວ່າ “ເບື້ອງ​ຂວາ​ຂອງ​ເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 23:33
  • +ຢຣມ 3:8
  • +ປຖກ 18:20; ອຊຢ 3:9; ຢຣມ 23:14
  • +ປຖກ 19:24, 25

ເອເຊກຽນ 16:47

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:2, 9; ອຊກ 5:5, 6

ເອເຊກຽນ 16:49

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢດ 7
  • +ສພສ 16:5
  • +ປຖກ 13:10
  • +ສພສ 1:32
  • +ສພສ 21:13

ເອເຊກຽນ 16:50

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 16:18
  • +ປຖກ 13:13; 18:20; 19:4, 5
  • +ປຖກ 19:24, 25; ສສ 4:6; 2ປຕ 2:6

ເອເຊກຽນ 16:51

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:13; ຢຣມ 23:13; ອຊກ 23:33
  • +ຢຣມ 3:11

ເອເຊກຽນ 16:53

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 126:1

ເອເຊກຽນ 16:55

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 36:11

ເອເຊກຽນ 16:57

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 21:24
  • +2ຂຄ 28:18

ເອເຊກຽນ 16:59

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 3:11; ຄລຕ 6:7
  • +ພບຍ 29:12; ຢຣມ 22:8, 9

ເອເຊກຽນ 16:60

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 32:40; 50:4, 5

ເອເຊກຽນ 16:61

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 20:43

ເອເຊກຽນ 16:63

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 103:12; ມກ 7:18, 19
  • +ອຊຣ 9:6; ອຊກ 36:31

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 16:2ອຊກ 8:10; 20:4
ອຊກ. 16:3ຢຊ 10:5; 1ກສ 21:25, 26; 2ກສ 21:11
ອຊກ. 16:31ຂຄ 1:13, 14
ອຊກ. 16:8ນຣ 3:9
ອຊກ. 16:9ພສ 23:5
ອຊກ. 16:13ພສ 48:2
ອຊກ. 16:141ກສ 4:21
ອຊກ. 16:141ກສ 10:1; ພສ 50:2; ສສ 2:15
ອຊກ. 16:15ຢຣມ 7:4; ມກ 3:11
ອຊກ. 16:151ກສ 11:5, 7; ພສ 106:35, 36; ອຊຢ 57:7, 8; ຢຣມ 2:20; ຢກບ 4:4
ອຊກ. 16:15ຢຣມ 3:13
ອຊກ. 16:161ກສ 14:22, 23; 2ຂຄ 21:5, 11
ອຊກ. 16:17ອຊຢ 57:7, 8
ອຊກ. 16:18ອຊກ 8:10, 11
ອຊກ. 16:192ກສ 22:16, 17
ອຊກ. 16:20ອພຍ 13:2
ອຊກ. 16:20ພສ 106:37, 38
ອຊກ. 16:21ລລວ 18:21; 20:2; 2ກສ 16:1, 3; 2ຂຄ 33:1, 6; ຢຣມ 7:31; ອຊກ 20:26
ອຊກ. 16:23ຢຣມ 13:27; ຊຟຢ 3:1
ອຊກ. 16:25ຢຣມ 2:23, 24
ອຊກ. 16:25ຢຣມ 3:2
ອຊກ. 16:26ອຊຢ 30:2, 3; ຢຣມ 2:36
ອຊກ. 16:27ພບຍ 28:48
ອຊກ. 16:27ພສ 106:41
ອຊກ. 16:27ຢຣມ 2:11, 12
ອຊກ. 16:282ກສ 16:7
ອຊກ. 16:29ອຊກ 23:14, 16
ອຊກ. 16:30ຢຣມ 3:3
ອຊກ. 16:32ຢຣມ 3:1, 20
ອຊກ. 16:33ປຖກ 38:16
ອຊກ. 16:33ອຊຢ 57:9
ອຊກ. 16:332ຂຄ 16:2, 3
ອຊກ. 16:35ອຊຢ 1:21; ຢຣມ 3:6
ອຊກ. 16:362ກສ 21:11
ອຊກ. 16:36ພສ 106:37, 38
ອຊກ. 16:37ຢຣມ 13:22; ສສ 1:8
ອຊກ. 16:38ປຖກ 38:24; ລລວ 20:10; ພບຍ 22:22
ອຊກ. 16:38ປຖກ 9:6; ອພຍ 21:12
ອຊກ. 16:38ພສ 79:2, 3; ອຊກ 23:25
ອຊກ. 16:39ອຊຢ 27:9; ອຊກ 16:24
ອຊກ. 16:39ຢຣມ 4:30
ອຊກ. 16:39ອຊຢ 3:18-23; ອຊກ 23:26
ອຊກ. 16:40ອຊກ 23:46, 47; ຮບກ 1:6
ອຊກ. 16:40ພບຍ 22:20, 21
ອຊກ. 16:402ຂຄ 36:17; ຢຣມ 25:9
ອຊກ. 16:412ກສ 25:8, 9
ອຊກ. 16:41ອຊກ 23:27
ອຊກ. 16:42ອຊກ 5:13
ອຊກ. 16:42ອຊຢ 40:2
ອຊກ. 16:43ຢຣມ 2:32
ອຊກ. 16:441ກສ 21:25, 26; 2ກສ 21:2, 9; ພສ 106:35, 36
ອຊກ. 16:45ພບຍ 20:17; ຢຊ 10:5; 2ກສ 21:11; ອຊກ 16:3
ອຊກ. 16:46ອຊກ 23:33
ອຊກ. 16:46ຢຣມ 3:8
ອຊກ. 16:46ປຖກ 18:20; ອຊຢ 3:9; ຢຣມ 23:14
ອຊກ. 16:46ປຖກ 19:24, 25
ອຊກ. 16:472ກສ 21:2, 9; ອຊກ 5:5, 6
ອຊກ. 16:49ຢດ 7
ອຊກ. 16:49ສພສ 16:5
ອຊກ. 16:49ປຖກ 13:10
ອຊກ. 16:49ສພສ 1:32
ອຊກ. 16:49ສພສ 21:13
ອຊກ. 16:50ສພສ 16:18
ອຊກ. 16:50ປຖກ 13:13; 18:20; 19:4, 5
ອຊກ. 16:50ປຖກ 19:24, 25; ສສ 4:6; 2ປຕ 2:6
ອຊກ. 16:512ກສ 21:13; ຢຣມ 23:13; ອຊກ 23:33
ອຊກ. 16:51ຢຣມ 3:11
ອຊກ. 16:53ພສ 126:1
ອຊກ. 16:55ອຊກ 36:11
ອຊກ. 16:57ອຊກ 21:24
ອຊກ. 16:572ຂຄ 28:18
ອຊກ. 16:59ອຊຢ 3:11; ຄລຕ 6:7
ອຊກ. 16:59ພບຍ 29:12; ຢຣມ 22:8, 9
ອຊກ. 16:60ຢຣມ 32:40; 50:4, 5
ອຊກ. 16:61ອຊກ 20:43
ອຊກ. 16:63ພສ 103:12; ມກ 7:18, 19
ອຊກ. 16:63ອຊຣ 9:6; ອຊກ 36:31
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
  • 50
  • 51
  • 52
  • 53
  • 54
  • 55
  • 56
  • 57
  • 58
  • 59
  • 60
  • 61
  • 62
  • 63
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 16:1-63

ເອເຊກຽນ

16 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 2 “ລູກ​ມະນຸດ ໃຫ້​ເຈົ້າ​ໄປ​ບອກ​ເມືອງ​ເຢຣູຊາເລັມ*​ໃຫ້​ຮູ້​ເລື່ອງ​ການ​ກະທຳ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເມືອງ​ນັ້ນ.+ 3 ເຈົ້າ​ຕ້ອງ​ເວົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ບອກ​ເມືອງ​ເຢຣູຊາເລັມ​ວ່າ “ເຈົ້າ​ເກີດ​ມາ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ການາອານ. ພໍ່​ຂອງ​ເຈົ້າ​ເປັນ​ຄົນ​ອາໂມ+​ແລະ​ແມ່​ຂອງ​ເຈົ້າ​ເປັນ​ຄົນ​ເຮດ.+ 4 ໃນ​ມື້​ທີ່​ເຈົ້າ​ເກີດ​ບໍ່​ມີ​ໃຜ​ຕັດ​ສາຍແຮ່​ໃຫ້​ເຈົ້າ ບໍ່​ມີ​ໃຜ​ອາບ​ນ້ຳ​ໃຫ້​ເຈົ້າ ບໍ່​ມີ​ໃຜ​ເອົາ​ເກືອ​ຖູ​ໂຕ​ເຈົ້າ ແລະ​ບໍ່​ມີ​ໃຜ​ເອົາ​ຜ້າ​ຫໍ່​ເຈົ້າ. 5 ບໍ່​ມີ​ໃຜ​ອີ່ຕົນ​ເຈົ້າ​ຫຼາຍ​ພໍ​ທີ່​ຈະ​ເຮັດ​ສິ່ງ​ເຫຼົ່າ​ນີ້​ໃຫ້​ເຈົ້າ. ບໍ່​ມີ​ໃຜ​ອີ່ຕົນ​ເຈົ້າ​ເລີຍ ເຈົ້າ​ຈຶ່ງ​ຖືກ​ຖິ້ມ​ໄວ້​ຢູ່​ທົ່ງ​ຫຍ້າ​ຍ້ອນ​ມີ​ຄົນ​ຊັງ​ເຈົ້າ​ຕັ້ງ​ແຕ່​ມື້​ທີ່​ເຈົ້າ​ເກີດ.

6 ຕອນ​ທີ່​ເຮົາ​ກາຍ​ມາ ເຮົາ​ກໍ​ເຫັນ​ເຈົ້າ​ນອນ​ດີ້ນ​ຢູ່​ກອງ​ເລືອດ​ຂອງ​ໂຕ​ເອງ. ຕອນ​ທີ່​ເຈົ້າ​ນອນ​ຢູ່​ກອງ​ເລືອດ ເຮົາ​ເວົ້າ​ວ່າ ‘ເຈົ້າ​ຊິ​ບໍ່​ຕາຍ!’ ເຮົາ​ເວົ້າ​ກັບ​ເຈົ້າ​ຕອນ​ທີ່​ເຈົ້າ​ນອນ​ຢູ່​ກອງ​ເລືອດ​ວ່າ ‘ເຈົ້າ​ຊິ​ບໍ່​ຕາຍ!’ 7 ເຮົາ​ເຮັດ​ໃຫ້​ເຈົ້າ​ມີ​ຫຼາຍ​ຂຶ້ນ​ຄື​ກັບ​ຫຍ້າ​ທີ່​ປົ່ງ​ຢູ່​ທົ່ງ​ຫຍ້າ. ເຈົ້າ​ໃຫຍ່​ຂຶ້ນ​ແລະ​ສູງ ແລະ​ໄດ້​ໃສ່​ເຄື່ອງ​ປະດັບ​ທີ່​ງາມ​ທີ່ສຸດ. ໜ້າ​ເອິກ​ເຈົ້າ​ກໍ​ຕຶ່ງ​ແລະ​ຜົມ​ຂອງ​ເຈົ້າ​ກໍ​ຍາວ​ແລະ​ງາມ ແຕ່​ເຈົ້າ​ຍັງ​ປະໂປ້​ຢູ່.”’

8 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຕອນ​ທີ່​ເຮົາ​ກາຍ​ມາ ເຮົາ​ເຫັນ​ວ່າ​ເຈົ້າ​ໃຫຍ່​ເປັນ​ສາວ​ຮູ້ຈັກ​ມັກ​ຜູ້​ບ່າວ​ແລ້ວ ເຮົາ​ຈຶ່ງ​ພື​ເສື້ອ​ຄຸມ​ຂອງ​ເຮົາ​ອອກ​ໄປ​ຫົ່ມ​ເຈົ້າ+​ທີ່​ປະໂປ້​ຢູ່. ແລ້ວ​ເຮົາ​ກໍ​ເຮັດ​ສັນຍາ​ແລະ​ປະຕິຍານ​ກັບ​ເຈົ້າ ແລະ​ເຈົ້າ​ກໍ​ເປັນ​ຂອງ​ເຮົາ. 9 ເຮົາ​ອາບ​ນ້ຳ​ໃຫ້​ເຈົ້າ ລ້າງ​ເລືອດ​ຢູ່​ໂຕ​ເຈົ້າ ແລະ​ເອົາ​ນ້ຳມັນ​ທາ​ໂຕ​ໃຫ້​ເຈົ້າ.+ 10 ເຮົາ​ເອົາ​ເຄື່ອງ​ນຸ່ງ​ທີ່​ແສ່ວ​ງາມ​ໆ​ແລະ​ເອົາ​ເກີບ​ໜັງ​ທີ່​ດີ​ໆ​*​ໃຫ້​ເຈົ້າ​ໃສ່. ເຮົາ​ເອົາ​ຜ້າ​ລີນິນ​ເນື້ອ​ດີ​ຕຸ້ມ​ເຈົ້າ​ໄວ້​ແລະ​ໃຫ້​ເຈົ້າ​ໃສ່​ເຄື່ອງນຸ່ງ​ທີ່​ແພງ​ໆ​. 11 ເຮົາ​ເອົາ​ເຄື່ອງ​ປະດັບ ສາຍ​ແຂນ ແລະ​ສາຍ​ຄໍ​ໃຫ້​ເຈົ້າ​ໃສ່. 12 ເຮົາ​ຍັງ​ເອົາ​ບ້ວງ​ດັງ ຕຸ້ມ​ຫູ ແລະ​ມົງກຸດ​ທີ່​ງາມ​ໆ​ໃຫ້​ເຈົ້າ​ໃສ່​ນຳ. 13 ເຄື່ອງ​ປະດັບ​ຂອງ​ເຈົ້າ​ເປັນ​ເງິນ​ເປັນ​ຄຳ. ເຄື່ອງ​ນຸ່ງ​ຂອງ​ເຈົ້າ​ເປັນ​ຜ້າ​ລີນິນ​ເນື້ອ​ດີ​ທີ່​ລາຄາ​ແພງ​ແລະ​ຖັກ​ແສ່ວ​ຢ່າງ​ດີ. ຂອງກິນ​ຂອງ​ເຈົ້າ​ມີ​ແປ້ງ​ລະອຽດ ນ້ຳ​ເຜີ້ງ ແລະ​ນ້ຳມັນ​ໝາກກອກ. ເຈົ້າ​ໃຫຍ່​ຂຶ້ນ​ເປັນ​ຜູ້​ຍິງ​ທີ່​ງາມ​ຫຼາຍ+​ແລະ​ເໝາະ​ທີ່​ຈະ​ເປັນ​ລາຊີນີ.’”

14 “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຍ້ອນ​ຄວາມ​ງາມ​ຂອງ​ເຈົ້າ ຊື່ສຽງ​ຂອງ​ເຈົ້າ​ຈຶ່ງ​ດັງ​ໄປ​ຮອດ​ຊາດ​ຕ່າງ​ໆ​.+ ເຈົ້າ​ງາມ​ບໍ່​ມີ​ບ່ອນ​ຕິ​ຍ້ອນ​ເຮົາ​ເຮັດ​ໃຫ້​ເຈົ້າ​ງາມ.’”+

15 “‘ແຕ່​ເຈົ້າ​ໝັ້ນໃຈ​ໃນ​ຄວາມ​ງາມ​ຂອງ​ໂຕ​ເອງ+​ແລະ​ໃຊ້​ຊື່ສຽງ​ຂອງ​ເຈົ້າ​ເພື່ອ​ເປັນ​ໂສເພນີ.+ ເຈົ້າ​ນອນ​ກັບ​ທຸກ​ຄົນ​ທີ່​ກາຍ​ໄປ​ກາຍ​ມາ+ ແລະ​ເຈົ້າ​ກໍ​ມອບ​ໂຕ​ມອບ​ກາຍ​ໃຫ້​ທຸກ​ຄົນ​ທີ່​ຕ້ອງການ​ເຈົ້າ. 16 ເຈົ້າ​ເອົາ​ເຄື່ອງ​ນຸ່ງ​ສີ​ແຈດ​ໆ​ຂອງ​ເຈົ້າ​ໄປ​ຕົກ​ແຕ່ງ​ບ່ອນ​ນະມັດສະການ​ທີ່​ເຈົ້າ​ຂາຍ​ໂຕ.+ ບໍ່​ຄວນ​ມີ​ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ​ເລີຍ​ແລະ​ບໍ່​ຄວນ​ເກີດ​ຊ້ຳ​ອີກ​ຕໍ່​ໄປ. 17 ເຈົ້າ​ຍັງ​ເອົາ​ເຄື່ອງ​ປະດັບ​ທີ່​ງາມ​ໆ​ທີ່​ເປັນ​ເງິນ​ເປັນ​ຄຳ​ທີ່​ເຮົາ​ເອົາ​ໃຫ້​ເຈົ້າ​ໄປ​ເຮັດ​ຮູບ​ບູຊາ​ທີ່​ເປັນ​ຜູ້​ຊາຍ ແລ້ວ​ເຈົ້າ​ກໍ​ນອນ​ນຳ​ຮູບ​ເຫຼົ່າ​ນັ້ນ.+ 18 ເຈົ້າ​ເອົາ​ເຄື່ອງນຸ່ງ​ທີ່​ຖັກ​ແສ່ວ​ງາມ​ໆ​ໄປ​ປົກ​ຮູບ​ເຫຼົ່າ​ນັ້ນ*​ແລະ​ເອົາ​ນ້ຳມັນ​ກັບ​ເຄື່ອງ​ຫອມ​ຂອງ​ເຮົາ​ໄປ​ໃຫ້​ພວກ​ມັນ.+ 19 ເຂົ້າຈີ່​ທີ່​ເຮັດ​ຈາກ​ແປ້ງ​ລະອຽດ ນ້ຳມັນ​ໝາກກອກ ແລະ​ນ້ຳ​ເຜີ້ງ​ທີ່​ເຮົາ​ເອົາ​ໃຫ້​ເຈົ້າ​ໄວ້​ກິນ ເຈົ້າ​ກໍ​ເອົາ​ໄປ​ໃຫ້​ຮູບ​ບູຊາ​ເຫຼົ່າ​ນັ້ນ​ເພື່ອ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ໃຫ້​ພວກ​ມັນ​ພໍໃຈ.*+ ເຈົ້າ​ເຮັດ​ແບບ​ນັ້ນ​ແທ້​ໆ​.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”

20 “‘ເຈົ້າ​ເອົາ​ລູກ​ຊາຍ​ລູກ​ສາວ​ທີ່​ໄດ້​ກັບ​ເຮົາ+​ໄປ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບ​ບູຊາ​ເຫຼົ່າ​ນັ້ນ.+ ເຈົ້າ​ເຮັດ​ໂຕ​ເປັນ​ໂສເພນີ​ແລ້ວ​ຍັງ​ບໍ່​ພໍ​ອີກ​ຫວະ? 21 ເຈົ້າ​ຍັງ​ຂ້າ​ລູກ​ຂອງ​ເຮົາ​ແລະ​ເຜົາ​ເຂົາເຈົ້າ​ເປັນ​ເຄື່ອງ​ບູຊາ.+ 22 ຕອນ​ທີ່​ເຈົ້າ​ເຮັດ​ທຸກ​ຢ່າງ​ທີ່​ເປັນ​ຕາ​ຂີ້ດຽດ​ແລະ​ເຮັດ​ໂຕ​ເປັນ​ໂສເພນີ ເຈົ້າ​ລືມ​ຕອນ​ທີ່​ເຈົ້າ​ຍັງ​ເປັນ​ແອນ້ອຍ​ນອນ​ປະໂປ້​ດີ້ນ​ຢູ່​ກອງ​ເລືອດ​ຂອງ​ໂຕ​ເອງ. 23 ເຈົ້າ​ຈະ​ຈິບຫາຍ. ເຈົ້າ​ຈະ​ຈິບຫາຍ​ແທ້​ໆ​ ຍ້ອນ​ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ທັງ​ໝົດ​ນີ້.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້. 24 ‘ເຈົ້າ​ເຮັດ​ໂນນ​ແລະ​ເຮັດ​ບ່ອນ​ນະມັດສະການ​ສຳລັບ​ໂຕ​ເອງ​ຢູ່​ຕາມ​ເດີ່ນ​ຂອງ​ເມືອງ​ທຸກ​ບ່ອນ. 25 ເຈົ້າ​ສ້າງ​ບ່ອນ​ນະມັດສະການ​ໃນ​ບ່ອນ​ທີ່​ຄົນ​ແນມ​ເຫັນ​ໄດ້​ຕາມ​ຫົນ​ທາງ​ທຸກ​ເສັ້ນ. ເຈົ້າ​ເຮັດ​ໃຫ້​ຄວາມ​ງາມ​ຂອງ​ໂຕ​ເອງ​ກາຍ​ເປັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ ໂດຍ​ມອບ​ໂຕ​ມອບ​ກາຍ​ໃຫ້​ທຸກ​ຄົນ​ທີ່​ກາຍ​ໄປ​ກາຍ​ມາ+ ແລະ​ເຮັດ​ໂຕ​ເປັນ​ໂສເພນີ​ໜັກ​ຂຶ້ນ​ເລື້ອຍ​ໆ​.+ 26 ເຈົ້າ​ຂາຍ​ໂຕ​ໃຫ້​ພວກ​ເອຢິບ+​ເພື່ອນ​ບ້ານ​ຂອງ​ເຈົ້າ​ທີ່​ມີ​ຕັນຫາ​ຫຼາຍ. ເຈົ້າ​ເຮັດ​ໃຫ້​ເຮົາ​ໃຈຮ້າຍ​ຍ້ອນ​ເຈົ້າ​ເຮັດ​ໂຕ​ເປັນ​ໂສເພນີ​ນັບ​ເທື່ອ​ບໍ່​ຖ້ວນ. 27 ບັດ​ນີ້ ເຮົາ​ຈະ​ລົງໂທດ​ເຈົ້າ​ແລະ​ເຮັດ​ໃຫ້​ເຈົ້າ​ມີ​ຂອງກິນ​ໜ້ອຍ​ລົງ.+ ເຮົາ​ຈະ​ປ່ອຍ​ໃຫ້​ພວກ​ຜູ້ຍິງ​ທີ່​ຊັງ​ເຈົ້າ+​ຈັດການ​ເຈົ້າ​ຕາມ​ໃຈ. ພວກ​ນີ້​ແມ່ນ​ຄົນ​ຟີລິດສະຕີນ​ທີ່​ຮູ້ສຶກ​ອາຍ​ຍ້ອນ​ການ​ກະທຳ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ຂອງ​ເຈົ້າ.+

28 ຍ້ອນ​ເຈົ້າ​ບໍ່​ຮູ້ຈັກ​ພໍ ເຈົ້າ​ຈຶ່ງ​ຂາຍ​ໂຕ​ໃຫ້​ພວກ​ອັດຊີເຣຍ.+ ເຖິງ​ວ່າ​ຈະ​ຂາຍ​ໂຕ​ໃຫ້​ເຂົາເຈົ້າ​ແລ້ວ ແຕ່​ເຈົ້າ​ກໍ​ຍັງ​ບໍ່​ໜຳ​ໃຈ. 29 ເຈົ້າ​ຂາຍ​ໂຕ​ຫຼາຍ​ຂຶ້ນ​ອີກ​ໃນ​ແຜ່ນ​ດິນ​ຂອງ​ພວກ​ພໍ່​ຄ້າ*​ແລະ​ຂາຍ​ໂຕ​ໃຫ້​ພວກ​ການເດອາ+ ແຕ່​ປານ​ນັ້ນ​ເຈົ້າ​ກໍ​ຍັງ​ບໍ່​ໜຳ​ໃຈ.’ 30 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຕອນ​ທີ່​ເຈົ້າ​ເຮັດ​ສິ່ງ​ເຫຼົ່ານີ້ ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ໃຈຂອງ​ເຈົ້າ​ເຂັ້ມແຂງ.* ເຈົ້າ​ເຮັດ​ໂຕ​ເປັນ​ໂສເພນີ​ທີ່​ບໍ່​ຮູ້ຈັກ​ອາຍ.+ 31 ຕອນ​ທີ່​ເຈົ້າ​ເຮັດ​ໂນນ​ໃນ​ບ່ອນ​ທີ່​ຄົນ​ແນມ​ເຫັນ​ໄດ້​ຕາມ​ຫົນ​ທາງ​ທຸກ​ເສັ້ນ​ແລະ​ເຮັດ​ບ່ອນ​ນະມັດສະການ​ຢູ່​ຕາມ​ເດີ່ນ​ຂອງ​ເມືອງ​ທຸກ​ບ່ອນ ທີ່​ຈິງ​ເຈົ້າ​ບໍ່​ໄດ້​ເປັນ​ໂສເພນີ ຍ້ອນ​ເຈົ້າ​ບໍ່​ໄດ້​ເອົາ​ເງິນ. 32 ແຕ່​ເຈົ້າ​ເປັນ​ເມຍ​ທີ່​ຫຼິ້ນ​ຊູ້​ທີ່​ນອນ​ກັບ​ຄົນ​ແປກ​ໜ້າ​ແທນ​ທີ່​ຈະ​ນອນ​ກັບ​ຜົວ​ຂອງ​ໂຕ​ເອງ.+ 33 ຕາມ​ທຳມະດາ​ຄົນ​ມັກ​ເອົາ​ຂອງຂວັນ​ໃຫ້​ໂສເພນີ+ ແຕ່​ເຈົ້າ​ພັດ​ເປັນ​ຜູ້​ເອົາ​ຂອງຂວັນ​ໃຫ້​ທຸກ​ຄົນ​ທີ່​ຢາກ​ນອນ​ນຳ​ເຈົ້າ.+ ເຈົ້າ​ເອົາ​ເງິນ​ຈ້າງ​ຄົນ​ຈາກ​ທຸກ​ບ່ອນ​ໃຫ້​ມາ​ນອນ​ນຳ​ເຈົ້າ.+ 34 ເຈົ້າ​ເຮັດ​ບໍ່​ຄື​ກັບ​ໂສເພນີ​ຄົນ​ອື່ນ​ໆ​ແລະ​ບໍ່​ມີ​ໃຜ​ເຮັດ​ຄື​ເຈົ້າ. ເຈົ້າ​ຈ່າຍ​ເງິນ​ໃຫ້​ຄົນອື່ນ ແທນ​ທີ່​ເຂົາເຈົ້າ​ຈະ​ຈ່າຍ​ໃຫ້​ເຈົ້າ. ເຈົ້າ​ເຮັດ​ກົງ​ກັນ​ຂ້າມ​ກັບ​ໂສເພນີ​ຄົນ​ອື່ນ.’

35 ເຈົ້າ​ທີ່​ເປັນ​ໂສເພນີ+ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ. 36 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ເຈົ້າ​ມີ​ຕັນຫາ​ຫຼາຍ​ແລະ​ປະໂປ້​ຢູ່. ເຈົ້າ​ຂາຍ​ໂຕ​ໃຫ້​ຄົນ​ທີ່​ມັກ​ນອນ​ນຳ​ເຈົ້າ​ແລະ​ໃຫ້​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ.*+ ເຈົ້າ​ເຖິງຂັ້ນ​ວ່າ​ເອົາ​ເລືອດ​ຂອງ​ລູກ​ໂຕ​ເອງ​ໄປ​ເປັນ​ເຄື່ອງ​ບູຊາ.+ 37 ຍ້ອນ​ແນວ​ນີ້ ເຮົາ​ຈະ​ລວບລວມ​ທຸກ​ຄົນ​ທີ່​ມັກ​ນອນ​ນຳ​ເຈົ້າ ເຊິ່ງ​ມີ​ທັງ​ຜູ້​ທີ່​ເຈົ້າ​ຮັກ​ແລະ​ຜູ້​ທີ່​ເຈົ້າ​ຊັງ. ເຮົາ​ຈະ​ລວບລວມ​ເຂົາເຈົ້າ​ຈາກ​ທຸກ​ບ່ອນ​ໃຫ້​ມາ​ຕໍ່ສູ້​ເຈົ້າ. ເຮົາ​ຈະ​ຈີກ​ເຄື່ອງນຸ່ງ​ຂອງ​ເຈົ້າ​ຕໍ່​ໜ້າ​ເຂົາເຈົ້າ ແລ້ວ​ເຂົາເຈົ້າ​ຈະ​ເຫັນ​ເຈົ້າ​ປະໂປ້.+

38 ເຮົາ​ຈະ​ໃຫ້​ເຈົ້າ​ຖືກ​ໂທດ​ແບບ​ດຽວ​ກັບ​ຜູ້ຍິງ​ທີ່​ຫຼິ້ນ​ຊູ້+​ແລະ​ຜູ້ຍິງ​ທີ່​ຂ້າ​ຄົນ.+ ເຮົາ​ຈະ​ໃຫ້​ເຈົ້າ​ຖືກ​ຂ້າ​ຍ້ອນ​ເຮົາ​ຄຽດ​ແລະ​ໃຈຮ້າຍ​ໃຫ້​ເຈົ້າ​ຫຼາຍ.+ 39 ເຮົາ​ຈະ​ໃຫ້​ຄົນ​ທີ່​ມັກ​ນອນ​ນຳ​ເຈົ້າ​ຈັດການ​ເຈົ້າ. ເຂົາເຈົ້າ​ຈະ​ທຳລາຍ​ໂນນ​ແລະ​ມ້າງ​ບ່ອນ​ນະມັດສະການ​ຂອງ​ເຈົ້າ.+ ເຂົາເຈົ້າ​ຈະ​ຈີກ​ເຄື່ອງ​ນຸ່ງ​ຂອງ​ເຈົ້າ+​ແລະ​ເອົາ​ເຄື່ອງ​ປະດັບ​ທີ່​ງາມ​ໆ​ຂອງ​ເຈົ້າ​ໄປ+ ແລ້ວ​ເຂົາເຈົ້າ​ຈະ​ປ່ອຍ​ໃຫ້​ເຈົ້າ​ປະໂປ້. 40 ເຂົາເຈົ້າ​ຈະ​ພາ​ຄົນ​ບັກ​ຫຼາຍ​ໆ​ມາ​ຕໍ່ສູ້​ເຈົ້າ+ ດຶກ​ກ້ອນ​ຫີນ​ໃສ່​ເຈົ້າ+ ແລະ​ເອົາ​ດາບ​ຂ້າ​ເຈົ້າ.+ 41 ເຂົາເຈົ້າ​ຈະ​ຈູດ​ເຮືອນ​ຂອງ​ເຈົ້າ+ ແລະ​ລົງໂທດ​ເຈົ້າ​ຕໍ່​ໜ້າ​ຜູ້​ຍິງ​ຫຼາຍ​ຄົນ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຊົາ​ເປັນ​ໂສເພນີ+ ແລະ​ເຈົ້າ​ຈະ​ເຊົາ​ເອົາ​ເງິນ​ຈ້າງ​ຄົນ. 42 ເຮົາ​ຈະປ່ອຍຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ເຈົ້າ​ຈົນ​ເຮົາ​ພໍໃຈ+ ແລ້ວ​ເຮົາ​ກໍ​ຈະ​ເຊົາ​ໃຈຮ້າຍ.+ ເຮົາ​ຈະ​ໃຈເຢັນ​ລົງ​ແລະ​ບໍ່​ໃຈຮ້າຍ​ໃຫ້​ເຈົ້າ​ອີກ.’

43 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຍ້ອນ​ເຈົ້າ​ລືມ​ຕອນ​ທີ່​ເຈົ້າ​ຍັງ​ເປັນ​ແອນ້ອຍ+ ແລະ​ຍ້ອນ​ເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ໃຈຮ້າຍ​ໂດຍ​ເຮັດ​ສິ່ງ​ເຫຼົ່ານີ້ ບັດ​ນີ້ ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ໂຕ​ເອງ. ເຈົ້າ​ຈະ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ໜ້າ​ລັງກຽດ​ແລະ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ອີກ​ຕໍ່​ໄປ.

44 ຖ້າ​ເບິ່ງ​ເດີ້ ຄົນ​ທີ່​ມັກ​ເວົ້າ​ຄຳ​ສຸພາສິດ​ກໍ​ຈະ​ໃຊ້​ຄຳ​ສຸພາສິດ​ນີ້​ກັບ​ເຈົ້າ​ທີ່​ວ່າ “ແມ່​ເປັນ​ແນວໃດ ລູກ​ສາວ​ກໍ​ຈະ​ເປັນ​ແນວ​ນັ້ນ!”+ 45 ເຈົ້າ​ກໍ​ເປັນ​ຄື​ກັບ​ແມ່​ຂອງ​ເຈົ້າ​ຫັ້ນ​ແຫຼະ​ທີ່​ດູຖູກ​ລູກ​ດູຖູກ​ຜົວ ແລະ​ເປັນ​ຄື​ກັບ​ເອື້ອຍ​ກັບ​ນ້ອງ​ສາວ​ຂອງ​ເຈົ້າ​ທີ່​ດູຖູກ​ລູກ​ດູຖູກ​ຜົວ​ຂອງ​ເຂົາເຈົ້າ. ແມ່​ຂອງ​ເຈົ້າ​ເປັນ​ຄົນ​ເຮດ​ແລະ​ພໍ່​ຂອງ​ເຈົ້າ​ເປັນ​ຄົນ​ອາໂມ.’”+

46 “‘ເອື້ອຍ​ຂອງ​ເຈົ້າ​ແມ່ນ​ຊາມາເຣຍ+​ທີ່​ຢູ່​ທາງ​ເໜືອ​ຂອງ​ເຈົ້າ*​ກັບ​ພວກ​ລູກ​ສາວ*​ຂອງ​ລາວ+ ແລະ​ນ້ອງ​ສາວ​ຂອງ​ເຈົ້າ​ແມ່ນ​ໂຊໂດມ+​ທີ່​ຢູ່​ທາງ​ໃຕ້​ຂອງ​ເຈົ້າ*​ກັບ​ພວກ​ລູກ​ສາວ​ຂອງ​ລາວ.+ 47 ເຈົ້າ​ບໍ່​ພຽງ​ແຕ່​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ເຂົາເຈົ້າ ແຕ່​ໃນ​ເວລາ​ສັ້ນ​ໆ​ເຈົ້າ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ເຂົາເຈົ້າ​ອີກ.’+ 48 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່​ໂຊໂດມ​ນ້ອງ​ສາວ​ຂອງ​ເຈົ້າ​ກັບ​ພວກ​ລູກສາວ​ຂອງ​ລາວ​ບໍ່​ເຄີຍ​ເຮັດ​ຊົ່ວ​ສ່ຳ​ກັບ​ທີ່​ເຈົ້າ​ແລະ​ພວກ​ລູກສາວ​ຂອງ​ເຈົ້າ​ເຮັດ. 49 ໂຊໂດມ​ນ້ອງ​ສາວ​ຂອງ​ເຈົ້າ​ເຮັດ​ຜິດ​ຫຼາຍ​ຢ່າງ. ລາວ​ກັບ​ພວກ​ລູກ​ສາວ​ຂອງ​ລາວ+​ຍິ່ງ​ຫຼາຍ.+ ເຂົາເຈົ້າ​ມີ​ຂອງກິນ​ເຫຼືອ​ເຟືອ+ ຢູ່​ຢ່າງ​ປອດໄພ+ ແລະ​ບໍ່​ມີ​ແນວ​ກັງວົນ ແຕ່​ເຂົາເຈົ້າ​ບໍ່​ໄດ້​ຊ່ວຍ​ເຫຼືອ​ຄົນ​ທີ່​ທຸກຍາກ.+ 50 ເຂົາເຈົ້າ​ບໍ່​ເຊົາ​ຍິ່ງ​ຈອງຫອງ+​ແລະ​ຍັງ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຕໍ່​ໜ້າ​ເຮົາ.+ ສົມຄວນ​ແລ້ວ​ທີ່​ເຮົາ​ທຳລາຍ​ເຂົາເຈົ້າ.+

51 ຊາມາເຣຍ+​ເຮັດ​ຜິດ​ບໍ່​ຮອດ​ເຄິ່ງ​ໜຶ່ງ​ຂອງ​ເຈົ້າ​ຊ້ຳ. ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້​ດຽດ​ຫຼາຍ​ກວ່າ​ເຂົາເຈົ້າ ແລະ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທັງ​ໝົດ​ທີ່​ເຈົ້າ​ເຮັດ​ນັ້ນ​ເຮັດ​ໃຫ້​ເອື້ອຍ​ກັບ​ນ້ອງ​ສາວ​ຂອງ​ເຈົ້າ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ດີ​ໄປ​ເລີຍ.+ 52 ຕອນນີ້ ເຈົ້າ​ຕ້ອງ​ອັບອາຍ​ຂາຍໜ້າ​ຍ້ອນ​ເຈົ້າ​ເຮັດ​ໃຫ້​ການ​ກະທຳ​ຂອງ​ເອື້ອຍ​ກັບ​ນ້ອງ​ສາວ​ຂອງ​ເຈົ້າ​ກາຍ​ເປັນ​ເລື່ອງ​ທີ່​ຖືກຕ້ອງ. ຄວາມ​ຜິດ​ຂອງ​ເຈົ້າ​ເປັນ​ຕາ​ຂີ້ດຽດ​ຫຼາຍ​ກວ່າ​ຄວາມ​ຜິດ​ຂອງ​ເຂົາເຈົ້າ​ອີກ. ບັດ​ນີ້ ເຈົ້າ​ຕ້ອງ​ອັບອາຍ​ຂາຍໜ້າ​ຍ້ອນ​ເຈົ້າ​ເຮັດ​ໃຫ້​ເອື້ອຍ​ກັບ​ນ້ອງ​ສາວ​ຂອງ​ເຈົ້າ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ດີ.’

53 ‘ເຮົາ​ຈະ​ລວບລວມ​ໂຊໂດມ​ກັບ​ພວກ​ລູກສາວ ແລະ​ຊາມາເຣຍ​ກັບ​ພວກ​ລູກ​ສາວ​ໃຫ້​ກັບຄືນມາ​ຈາກ​ການ​ເປັນ​ຊະເລີຍ. ເຮົາ​ຈະ​ລວບລວມ​ເຈົ້າ​ທີ່​ເປັນ​ຊະເລີຍ​ໃຫ້​ກັບຄືນມາ​ພ້ອມ​ກັບ​ເຂົາເຈົ້າ+ 54 ເພື່ອ​ໃຫ້​ເຈົ້າ​ອັບອາຍ​ຂາຍໜ້າ. ເຈົ້າ​ຈະ​ຮູ້ສຶກ​ອາຍ ຍ້ອນ​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ດີ​ຂຶ້ນ. 55 ໂຊໂດມ​ກັບ​ພວກ​ລູກ​ສາວ ແລະ​ຊາມາເຣຍ​ກັບ​ພວກ​ລູກ​ສາວ​ທີ່​ເປັນ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ຈະ​ກັບ​ມາ​ຢູ່​ໃນ​ສະພາບ​ເກົ່າ ແລະ​ເຈົ້າ​ກັບ​ພວກ​ລູກ​ສາວ​ກໍ​ຈະ​ກັບ​ມາ​ຢູ່​ໃນ​ສະພາບ​ເກົ່າ​ຄື​ກັນ.+ 56 ເຈົ້າ​ຄິດ​ວ່າ​ມັນບໍ່​ມີ​ປະໂຫຍດ​ຫຍັງ​ທີ່​ຈະ​ເວົ້າ​ເຖິງ​ໂຊໂດມ​ນ້ອງ​ສາວ​ຂອງ​ເຈົ້າ​ຕອນ​ທີ່​ເຈົ້າ​ຍັງ​ຍິ່ງ​ຢູ່ 57 ຕອນ​ທີ່​ຄວາມ​ຊົ່ວ​ຂອງ​ເຈົ້າ​ຍັງ​ບໍ່​ຖືກ​ເປີດເຜີຍ.+ ແຕ່​ຕອນ​ນີ້ ພວກ​ລູກ​ສາວ​ຂອງ​ຊີເຣຍ​ກັບ​ເພື່ອນ​ບ້ານ​ຂອງ​ເຂົາເຈົ້າ​ຈະ​ເຍາະເຍີ້ຍ​ເຈົ້າ ແລະ​ພວກ​ລູກສາວ​ຂອງ​ຟີລິດສະຕີນ+​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ​ຈະ​ດູຖູກ​ເຈົ້າ. 58 ເຈົ້າ​ຈະ​ຕ້ອງ​ຮັບ​ຜົນ​ຈາກ​ການ​ກະທຳ​ທີ່​ໜ້າ​ລັງກຽດ​ແລະ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຈົ້າ​ເຮັດ.’ ພະ​ເຢໂຫວາ​ເວົ້າ​ແບບ​ນີ້.”

59 “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຕອນນີ້ ເຮົາ​ຈະ​ເຮັດ​ກັບ​ເຈົ້າ​ຄື​ກັບ​ທີ່​ເຈົ້າ​ເຄີຍ​ເຮັດ+ ຍ້ອນ​ເຈົ້າ​ດູຖູກ​ຄຳ​ປະຕິຍານ​ໂດຍ​ບໍ່​ເຮັດ​ຕາມ​ສັນຍາ​ຂອງ​ເຮົາ.+ 60 ແຕ່​ເຮົາ​ຈະ​ຈື່​ສັນຍາ​ທີ່​ເຮົາ​ເຮັດ​ກັບ​ເຈົ້າ​ຕອນ​ທີ່​ເຈົ້າ​ຍັງ​ເປັນ​ແອນ້ອຍ​ຢູ່ ແລະ​ເຮົາ​ຈະ​ເຮັດ​ສັນຍາ​ຕະຫຼອດໄປ​ກັບ​ເຈົ້າ.+ 61 ຕອນ​ທີ່​ເຈົ້າ​ຕ້ອນຮັບ​ເອື້ອຍ​ກັບ​ນ້ອງ​ສາວ​ຂອງ​ເຈົ້າ ເຈົ້າ​ຈະ​ຈື່​ສິ່ງ​ທີ່​ເຈົ້າ​ເຄີຍ​ເຮັດ​ແລະ​ຈະ​ຮູ້ສຶກ​ອາຍ.+ ເຮົາ​ຈະ​ໃຫ້​ເຂົາເຈົ້າ​ເປັນ​ລູກສາວ​ຂອງ​ເຈົ້າ ແຕ່​ບໍ່​ແມ່ນ​ຍ້ອນ​ສັນຍາ​ທີ່​ເຮົາ​ເຮັດ​ກັບ​ເຈົ້າ.’

62 ‘ເຮົາ​ຈະ​ເຮັດ​ສັນຍາ​ກັບ​ເຈົ້າ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ. 63 ເມື່ອ​ເຮົາ​ຍົກ​ໂທດ​ໃຫ້​ເຈົ້າ​ທັງ​ໆ​ທີ່​ເຈົ້າ​ເຮັດ​ຜິດ​ຂະໜາດ​ນີ້+ ເຈົ້າ​ກໍ​ຈະ​ຈື່​ສິ່ງ​ທີ່​ເຈົ້າ​ເຄີຍ​ເຮັດ​ແລະ​ຈະ​ອາຍ​ຫຼາຍ​ຈົນ​ບໍ່​ກ້າ​ເວົ້າ​ຫຍັງ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌