ໂຢບ
39 “ເຈົ້າຮູ້ບໍວ່າແບ້ປ່າມັນອອກລູກຕອນໃດ+
ແລະເຈົ້າເຄີຍເຫັນກວາງອອກລູກບໍ?+
2 ເຈົ້າຮູ້ບໍວ່າພວກມັນຖືພາຈັກເດືອນ
ແລະຕອນໃດພວກມັນຈຶ່ງຈະອອກລູກ?
3 ຕອນທີ່ພວກມັນອອກລູກ ພວກມັນໝູບລົງ.
ເມື່ອລູກຂອງພວກມັນອອກມາແລ້ວ ພວກມັນກໍບໍ່ເຈັບ.
4 ລູກຂອງພວກມັນແຂງແຮງແລະໃຫຍ່ຂຶ້ນຢູ່ໃນປ່າ
ແລ້ວພວກມັນກໍອອກຈາກບ່ອນນັ້ນແລະບໍ່ກັບມາຫາແມ່ມັນອີກເລີຍ.
5 ໃຜປ່ອຍລາປ່າໃຫ້ເປັນອິດສະຫຼະ+
ແລະໃຜແກ້ເຊືອກໃຫ້ມັນ?
6 ເຮົາໃຫ້ບ່ອນກັນດານເປັນເຮືອນຂອງມັນ
ແລະໃຫ້ດິນທີ່ມີເກືອເປັນບ່ອນຢູ່ຂອງມັນ.
7 ມັນຫຼີກໜີຈາກເມືອງທີ່ມີສຽງຟົດແຊວ
ແລະບໍ່ໄດ້ຍິນສຽງຄົນສັ່ງສັດໃຫ້ເຮັດວຽກ.
8 ມັນໄປຕາມພູຕ່າງໆເພື່ອຊອກຫາທົ່ງຫຍ້າ
ແລະຊອກກິນໃບໄມ້ຂຽວໆ.
9 ງົວປ່າ*ຈະຍອມໃຫ້ເຈົ້າໃຊ້ມັນບໍ+
ແລະໃນຕອນກາງຄືນມັນຈະນອນຢູ່ໃນຄອກສັດ*ຂອງເຈົ້າບໍ?
10 ເຈົ້າຈະມັດງົວປ່າແລະໃຫ້ມັນມາໄຖນາໃຫ້ເຈົ້າໄດ້ບໍ?
ເຈົ້າຈະສັ່ງມັນໃຫ້ໄປໄຖດິນຢູ່ຮ່ອມພູໄດ້ບໍ?
11 ເຈົ້າຈະໄວ້ໃຈເຫື່ອແຮງຫຼາຍໆຂອງມັນໄດ້ບໍ
ແລະເຈົ້າຈະໃຊ້ມັນໃຫ້ເຮັດວຽກໜັກໃຫ້ເຈົ້າໄດ້ບໍ?
12 ເຈົ້າຈະໃຊ້ມັນຂົນຜົນລະປູກມາໃຫ້ເຈົ້າໄດ້ບໍ
ແລະຈະໃຊ້ມັນໃຫ້ຂົນເຂົ້າໄປທີ່ລານຟາດເຂົ້າໃຫ້ເຈົ້າໄດ້ບໍ?
13 ນົກກະຈອກເທດຕົບປີກຢ່າງມີຄວາມສຸກ.
ແຕ່ປີກຂອງມັນທຽບບໍ່ໄດ້ເລີຍກັບປີກຂອງນົກກະສາ.+
14 ມັນໄຂ່ໃສ່ດິນ
ແລະປະໄຂ່ໄວ້ຢູ່ດິນອຸ່ນໆ
15 ແຕ່ມັນກໍບໍ່ໄດ້ຄິດຊ້ຳວ່າຈະມີຕີນມາຢຽບໄຂ່ຂອງມັນ
ຫຼືຈະມີສັດປ່າມາຢຽບໄຂ່ມັນແຕກ.
16 ມັນບໍ່ຮູ້ຈັກແພງລູກແລະເຮັດຄືກັບວ່າບໍ່ແມ່ນລູກຂອງມັນ.+
ມັນບໍ່ສົນໃຈວ່າລູກຈະເປັນຫຼືຈະຕາຍ
17 ເພາະພະເຈົ້າບໍ່ໄດ້ໃຫ້ມັນມີສະຕິປັນຍາ
ແລະບໍ່ໄດ້ໃຫ້ມັນມີຄວາມເຂົ້າໃຈ.
18 ບາດເທື່ອມັນຕົບປີກກຽມຈະແລ່ນ
ມັນກໍຫົວຂວັນໃສ່ມ້າກັບຄົນຂີ່ມ້າ.
19 ເຈົ້າເປັນຜູ້ເອົາແຮງໃຫ້ມ້າບໍ+
ແລະເຈົ້າເປັນຜູ້ເຮັດໃຫ້ສັນຄໍຂອງມັນມີຂົນຍາວໆງາມໆບໍ?
20 ເຈົ້າໃຫ້ມັນໂດດຄືກັບຕັກກະແຕນໄດ້ບໍ?
ສຽງຫາຍໃຈຂອງມັນກໍເປັນຕາຢ້ານ.+
22 ມັນຫົວຂວັນໃສ່ຄວາມຢ້ານແລະມັນກໍບໍ່ຢ້ານອີ່ຫຍັງເລີຍ.+
ແມ່ນແຕ່ຕອນທີ່ເຫັນດາບມັນກໍບໍ່ຖອຍ.
23 ບັ້ງໃສ່ລູກທະນູຂອງຄົນຂີ່ກໍຕຳໃສ່ມັນ.
ເມື່ອມັນແລ່ນໄປ ຫອກແລະຫອກສັ້ນກໍເຫຼື້ອມມາບໆ.
24 ຕອນທີ່ກຳລັງຈະອອກໄປມັນຕື່ນເຕັ້ນແລະດີ້ນໄປດີ້ນມາ.
ເມື່ອໄດ້ຍິນສຽງແກ ມັນກໍຢູ່ຊື່ໆບໍ່ເປັນ.*
25 ເມື່ອສຽງແກດັງຂຶ້ນ ມັນກໍຮ້ອງບັກດັງໆ.
ມັນໄດ້ກິ່ນຂອງສົງຄາມຕັ້ງແຕ່ໄກໆ
ແລະມັນໄດ້ຍິນສຽງຂອງຫົວໜ້າທະຫານຮ້ອງໃຫ້ບຸກ.+
26 ເຈົ້າສອນແຫຼວໃຫ້ຮູ້ຈັກບິນບໍ?
ເຈົ້າສອນມັນໃຫ້ບິນໄປທາງໃຕ້ບໍ?
27 ເຈົ້າສັ່ງນົກອິນຊີໃຫ້ບິນຂຶ້ນໄປ+
ແລະເຮັດຮັງຢູ່ບ່ອນສູງໆບໍ?+
28 ມັນໄປນອນຢູ່ເທິງໜ້າຜາ
ແລະຢູ່ຕາມຫຼືບຫີນທີ່ຢູ່ສູງໆ.
29 ມັນແນມຫາເຫຍື່ອຈາກບ່ອນນັ້ນ+
ແລະແນມເຫັນເຫຍື່ອຕັ້ງແຕ່ຢູ່ໄກໆ.
30 ລູກຂອງມັນກິນເລືອດຂອງເຫຍື່ອ.
ຊາກສົບຢູ່ບ່ອນໃດ ພວກມັນກໍໄປບ່ອນນັ້ນ.”+