ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 20
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ກົດ​ກ່ຽວກັບ​ການ​ເຮັດ​ສົງຄາມ (1-20)

        • ຂໍ້​ຍົກເວັ້ນ​ທີ່​ຈະ​ບໍ່​ໄດ້​ເປັນ​ທະຫານ (5-9)

ພະບັນຍັດ 20:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:22; 31:6; ພສ 20:7; ສພສ 21:31

ພະບັນຍັດ 20:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 31:6

ພະບັນຍັດ 20:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:14; ຢຊ 23:10

ພະບັນຍັດ 20:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 24:5

ພະບັນຍັດ 20:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 7:3
  • +ຈຊບ 13:33; 14:1-3; 32:9; ພບຍ 1:28

ພະບັນຍັດ 20:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 11:19

ພະບັນຍັດ 20:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 25:44, 46; ຢຊ 9:22, 27

ພະບັນຍັດ 20:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 14:13
  • +ຢຊ 22:8

ພະບັນຍັດ 20:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 6:17; 10:28; 11:11

ພະບັນຍັດ 20:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:1

ພະບັນຍັດ 20:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:15; ພບຍ 7:4; ຢຊ 23:12, 13; ອຊຢ 2:6; 1ກຣ 5:6; 15:33

ພະບັນຍັດ 20:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 9:25

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 135

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 20:1ພບຍ 3:22; 31:6; ພສ 20:7; ສພສ 21:31
ພບຍ. 20:2ຈຊບ 31:6
ພບຍ. 20:4ອພຍ 14:14; ຢຊ 23:10
ພບຍ. 20:7ພບຍ 24:5
ພບຍ. 20:8ຜຕສ 7:3
ພບຍ. 20:8ຈຊບ 13:33; 14:1-3; 32:9; ພບຍ 1:28
ພບຍ. 20:10ຢຊ 11:19
ພບຍ. 20:11ລລວ 25:44, 46; ຢຊ 9:22, 27
ພບຍ. 20:142ຂຄ 14:13
ພບຍ. 20:14ຢຊ 22:8
ພບຍ. 20:16ຢຊ 6:17; 10:28; 11:11
ພບຍ. 20:17ພບຍ 7:1
ພບຍ. 20:18ອພຍ 34:15; ພບຍ 7:4; ຢຊ 23:12, 13; ອຊຢ 2:6; 1ກຣ 5:6; 15:33
ພບຍ. 20:19ນຮຢ 9:25
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 20:1-20

ພະບັນຍັດ

20 “ຖ້າ​ພວກ​ເຈົ້າ​ອອກ​ໄປ​ສູ້ຮົບ​ກັບ​ພວກ​ສັດຕູ ແລະ​ເຫັນ​ວ່າ​ພວກ​ເຂົາ​ມີ​ມ້າ ລົດ​ຮົບ ແລະ​ທະຫານ​ຫຼາຍ​ກວ່າ​ພວກ​ເຈົ້າ ຢ່າຊູ່​ຢ້ານ​ພວກ​ເຂົາ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ທີ່​ພາ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ​ຢູ່​ນຳ​ພວກ​ເຈົ້າ.+ 2 ກ່ອນ​ຊິ​ອອກ​ໄປ​ສູ້ຮົບ ໃຫ້​ປະໂລຫິດ​ມາ​ເວົ້າ​ກັບ​ພວກທະຫານກ່ອນ.+ 3 ປະໂລຫິດ​ຕ້ອງ​ບອກ​ເຂົາ​ເຈົ້າ​ວ່າ ‘ພວກ​ອິດສະຣາເອນ​ເອີ້ຍ! ພວກ​ເຈົ້າ​ກຳລັງ​ຊິ​ອອກ​ໄປ​ສູ້ຮົບ​ກັບ​ພວກ​ສັດຕູ. ໃຫ້​ກ້າຫານ ຢ່າຊູ່ຢ້ານ​ພວກ​ເຂົາ 4 ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຊິ​ຢູ່​ນຳ​ພວກ​ເຈົ້າ. ເພິ່ນ​ຊິ​ຕໍ່ສູ້​ກັບ​ສັດຕູ​ເພື່ອ​ພວກ​ເຈົ້າ ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ.’+

5 ພວກ​ຫົວ​ໜ້າ​ທະຫານ​ຕ້ອງ​ບອກ​ທະຫານ​ວ່າ ‘ຖ້າ​ຜູ້​ໃດປຸກ​ເຮືອນ​ໃໝ່​ແລະ​ຍັງ​ບໍ່​ໄດ້​ຢູ່​ເຮືອນ​ນັ້ນ​ເທື່ອ ກໍ​ໃຫ້​ລາວ​ກັບ​ເມືອ​ກ່ອນ. ຢ້ານ​ວ່າ​ຖ້າ​ລາວ​ຕາຍ​ຢູ່​ສະໜາມ​ຮົບ ຄົນ​ອື່ນ​ຊິ​ໄປ​ຢູ່​ເຮືອນ​ຂອງ​ລາວ. 6 ຖ້າ​ຜູ້​ໃດ​ປູກ​ໝາກ​ລະແຊັງ​ແລະ​ຍັງ​ບໍ່​ໄດ້​ກິນ​ເທື່ອ ກໍ​ໃຫ້​ລາວ​ກັບ​ເມືອ​ກ່ອນ. ຢ້ານ​ວ່າ​ຖ້າ​ລາວ​ຕາຍ​ຢູ່​ສະໜາມ​ຮົບ ຄົນ​ອື່ນ​ຊິ​ໄປ​ເກັບ​ໝາກ​ລະແຊັງ​ຂອງ​ລາວ. 7 ຖ້າ​ຜູ້​ໃດ​ໝັ້ນ​ກັບ​ຜູ້​ຍິງ​ແລະ​ຍັງ​ບໍ່​ໄດ້​ແຕ່ງດອງ​ເທື່ອ ກໍ​ໃຫ້​ລາວ​ກັບ​ເມືອ​ກ່ອນ.+ ຢ້ານ​ວ່າ​ຖ້າ​ລາວ​ຕາຍ​ຢູ່​ສະໜາມ​ຮົບ ຄົນ​ອື່ນ​ຊິ​ໄປ​ແຕ່ງດອງ​ກັບ​ຄູ່​ໝັ້ນ​ຂອງ​ລາວ.’ 8 ພວກ​ຫົວ​ໜ້າ​ທະຫານ​ຕ້ອງ​ເວົ້າ​ກັບ​ທະຫານ​ອີກ​ວ່າ ‘ມີ​ຜູ້​ໃດ​ຮູ້ສຶກ​ຢ້ານ​ບໍ?+ ຖ້າ​ຜູ້​ໃດ​ຢ້ານ​ກໍ​ໃຫ້​ລາວ​ກັບ​ເມືອ​ກ່ອນ ເພາະ​ລາວ​ຊິ​ເຮັດ​ໃຫ້​ຄົນ​ອື່ນ​ຢ້ານ​ນຳ.’+ 9 ເມື່ອ​ພວກ​ຫົວ​ໜ້າ​ທະຫານ​ເວົ້າ​ກັບ​ທະຫານແລ້ວ​ໆ​ ໃຫ້​ເຂົາ​ເຈົ້າ​ແຕ່ງຕັ້ງ​ບາງຄົນ​ເພື່ອ​ຈະນຳ​ໜ້າ​ທະຫານໄປ​ຕໍ່ສູ້.

10 ເມື່ອ​ພວກ​ເຈົ້າ​ຈະ​ໄປ​ຕໍ່ສູ້​ເມືອງ​ໃດ​ເມືອງ​ໜຶ່ງ ພວກ​ເຈົ້າ​ຕ້ອງ​ບອກ​ຄົນ​ໃນ​ເມືອງ​ນັ້ນ​ວ່າພວກ​ເຂົາຕ້ອງ​ເຮັດ​ແນວ​ໃດຈຶ່ງ​ຈະ​ບໍ່​ຖືກ​ໂຈມຕີ.+ 11 ຖ້າ​ພວກ​ເຂົາ​ຍອມ​ເຮັດ​ຕາມ​ແລະ​ເປີດ​ປະຕູ​ໃຫ້​ພວກ​ເຈົ້າ ຄົນ​ທັງ​ໝົດ​ໃນ​ເມືອງ​ນັ້ນ​ກໍ​ຈະ​ມາ​ຮັບ​ໃຊ້​ແລະ​ເຮັດ​ວຽກ​ໃຫ້​ພວກ​ເຈົ້າ.+ 12 ແຕ່​ຖ້າ​ພວກ​ເຂົາ​ບໍ່​ຍອມ​ເຮັດ​ຕາມ​ແລະ​ຢາກ​ຈະ​ຕໍ່ສູ້​ກັບ​ພວກ​ເຈົ້າ ພວກ​ເຈົ້າ​ຕ້ອງ​ລ້ອມ​ເມືອງ​ນັ້ນ​ໄວ້. 13 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຊ່ວຍ​ໃຫ້​ພວກ​ເຈົ້າ​ຊະນະ​ພວກ​ເຂົາ​ໄດ້. ພວກ​ເຈົ້າ​ຕ້ອງ​ເອົາ​ດາບ​ຂ້າ​ຜູ້​ຊາຍ​ທຸກ​ຄົນ​ໃນ​ເມືອງ​ນັ້ນ. 14 ແຕ່​ພວກ​ຜູ້​ຍິງ ເດັກ​ນ້ອຍ ຝູງ​ສັດ​ແລະ​ທຸກ​ຢ່າງ​ໃນ​ເມືອງ​ນັ້ນ ພວກ​ເຈົ້າ​ເອົາ​ມາ​ເປັນ​ຂອງ​ໂຕເອງ​ໄດ້+ ແລະ​ພວກ​ເຈົ້າ​ຈະ​ໄດ້​ກິນ​ສິ່ງ​ທີ່​ຍຶດ​ມາ​ຈາກ​ພວກ​ສັດຕູ ເຊິ່ງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ເອົາ​ໃຫ້​ພວກ​ເຈົ້າ.+

15 ສຳລັບ​ເມືອງ​ທີ່​ຢູ່​ໄກ​ໆ​ ໃຫ້​ພວກ​ເຈົ້າ​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ໄປ​ແລ້ວ​ນັ້ນ. 16 ແຕ່​ກັບ​ເມືອງ​ທີ່​ຢູ່​ໃກ້​ໆ​ ໃຫ້​ພວກ​ເຈົ້າ​ເຮັດ​ອີກ​ແບບ​ໜຶ່ງ. ສຳລັບ​ເມືອງ​ເຫຼົ່ານີ້​ທີ່​ຢູ່​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເອົາ​ໃຫ້​ພວກ​ເຈົ້າ​ເປັນ​ມໍລະດົກ ຢ່າ​ໃຫ້​ມີ​ຜູ້​ໃດ​ລອດ​ຈັກ​ຄົນ.+ 17 ພວກ​ເຈົ້າ​ຕ້ອງ​ຂ້າ​ພວກ​ເຮດ ພວກ​ອາໂມ ພວກ​ການາອານ ພວກ​ເປຣິຊີ ພວກ​ຮີວີ ແລະ​ພວກ​ເຢບຸດ​ໃຫ້​ໝົດ+ ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ສັ່ງ​ໄວ້. 18 ຖ້າ​ບໍ່​ເຮັດ​ແນວ​ນັ້ນ ພວກ​ເຂົາ​ອາດ​ຈະ​ສອນ​ພວກ​ເຈົ້າ​ໃຫ້​ເຮັດ​ຕາມ​ວິທີ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ພວກ​ເຂົາ​ນະມັດສະການ​ພະເຈົ້າ​ຂອງ​ພວກ​ເຂົາ ແລະ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.+

19 ຖ້າ​ພວກ​ເຈົ້າ​ລ້ອມ​ເມືອງ​ໃດ​ແລະ​ຍຶດ​ເມືອງ​ນັ້ນ​ໄດ້​ຫຼັງ​ຈາກ​ທີ່​ຕໍ່ສູ້​ກັນ​ມາ​ຫຼາຍ​ມື້ ພວກ​ເຈົ້າ​ກິນ​ໝາກໄມ້ຈາກ​ຕົ້ນ​ໄມ້​ຕ່າງ​ໆ​ໄດ້ ແຕ່​ບໍ່​ຄວນ​ປ້ຳ​ມັນ.+ ພວກ​ເຈົ້າ​ບໍ່​ຄວນ​ທຳລາຍ​ຕົ້ນ​ໄມ້​ຄື​ກັບ​ທີ່​ພວກ​ເຈົ້າ​ຂ້າ​ຄົນ. 20 ພວກ​ເຈົ້າ​ຈະ​ຕັດ​ຕົ້ນ​ໄມ້​ທີ່​ບໍ່​ແມ່ນ​ຕົ້ນ​ໄມ້​ກິນ​ໝາກ​ກໍ​ໄດ້ ແລ້ວ​ເອົາ​ໄມ້​ນັ້ນ​ມາ​ເຮັດ​ເປັນ​ຮົ້ວ​ລ້ອມ​ເມືອງ​ທີ່​ພວກ​ເຈົ້າ​ກຳລັງ​ຕໍ່ສູ້​ຈົນ​ກວ່າ​ຈະ​ຍຶດ​ເມືອງ​ນັ້ນ​ໄດ້.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌