ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຂ່າວຄາວ 26
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຂ່າວຄາວ

      • ການ​ແບ່ງ​ກຸ່ມ​ຄົນຍາມ​ປະຕູ (1-​19)

      • ຜູ້​ທີ່​ເບິ່ງ​ແຍງ​ຄັງ​ຊັບສິນ​ແລະ​ພວກ​ຫົວ​ໜ້າ​ຄົນ​ອື່ນ​​ໆ​ (20-​32)

1 ຂ່າວຄາວ 26:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 9:2, 22; 2ຂຄ 23:16, 19
  • +1ຂຄ 26:14, 19

1 ຂ່າວຄາວ 26:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 26:14, 19

1 ຂ່າວຄາວ 26:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 16:33

1 ຂ່າວຄາວ 26:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 26:4, 5

1 ຂ່າວຄາວ 26:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 26:10, 11

1 ຂ່າວຄາວ 26:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 26:15

1 ຂ່າວຄາວ 26:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 26:16

1 ຂ່າວຄາວ 26:20

ໄຂເງື່ອນ

  • *

    ຫຼື “ສິ່ງ​ຕ່າງ​ໆ​ທີ່​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 7:51; 14:25, 26; 1ຂຄ 9:26; 18:10, 11

1 ຂ່າວຄາວ 26:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 29:8

1 ຂ່າວຄາວ 26:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 15:18

1 ຂ່າວຄາວ 26:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 3:27

1 ຂ່າວຄາວ 26:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:3, 4
  • +1ຂຄ 23:17

1 ຂ່າວຄາວ 26:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 31:50; 1ຂຄ 18:10, 11
  • +1ຂຄ 29:3, 4
  • +1ຂຄ 29:6, 7

1 ຂ່າວຄາວ 26:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 31:28; ຢຊ 6:19

1 ຂ່າວຄາວ 26:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:9
  • +1ຊມ 14:50
  • +2ຊມ 20:23
  • +2ຊມ 2:18

1 ຂ່າວຄາວ 26:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 23:12
  • +ພບຍ 17:9; 2ຂຄ 19:8

1 ຂ່າວຄາວ 26:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 23:12

1 ຂ່າວຄາວ 26:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 23:19
  • +1ຂຄ 29:26, 27
  • +ຢຊ 13:24, 25; 21:8, 39

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຂຄ. 26:11ຂຄ 9:2, 22; 2ຂຄ 23:16, 19
1ຂຄ. 26:11ຂຄ 26:14, 19
1ຂຄ. 26:91ຂຄ 26:14, 19
1ຂຄ. 26:13ສພສ 16:33
1ຂຄ. 26:151ຂຄ 26:4, 5
1ຂຄ. 26:161ຂຄ 26:10, 11
1ຂຄ. 26:171ຂຄ 26:15
1ຂຄ. 26:181ຂຄ 26:16
1ຂຄ. 26:201ກສ 7:51; 14:25, 26; 1ຂຄ 9:26; 18:10, 11
1ຂຄ. 26:211ຂຄ 29:8
1ຂຄ. 26:221ກສ 15:18
1ຂຄ. 26:23ຈຊບ 3:27
1ຂຄ. 26:25ອພຍ 18:3, 4
1ຂຄ. 26:251ຂຄ 23:17
1ຂຄ. 26:26ຈຊບ 31:50; 1ຂຄ 18:10, 11
1ຂຄ. 26:261ຂຄ 29:3, 4
1ຂຄ. 26:261ຂຄ 29:6, 7
1ຂຄ. 26:27ຈຊບ 31:28; ຢຊ 6:19
1ຂຄ. 26:281ຊມ 9:9
1ຂຄ. 26:281ຊມ 14:50
1ຂຄ. 26:282ຊມ 20:23
1ຂຄ. 26:282ຊມ 2:18
1ຂຄ. 26:291ຂຄ 23:12
1ຂຄ. 26:29ພບຍ 17:9; 2ຂຄ 19:8
1ຂຄ. 26:301ຂຄ 23:12
1ຂຄ. 26:311ຂຄ 23:19
1ຂຄ. 26:311ຂຄ 29:26, 27
1ຂຄ. 26:31ຢຊ 13:24, 25; 21:8, 39
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
ຄຳພີໄບເບິນສະບັບແປໂລກໃໝ່
1 ຂ່າວຄາວ 26:1-32

ຂ່າວຄາວ​ສະບັບ​ທີ​ໜຶ່ງ

26 ຕໍ່​ໄປ​ນີ້​ແມ່ນ​ລາຍ​ຊື່​ຄົນ​ຍາມ​ປະຕູ​ທີ່​ຖືກ​ແບ່ງ​ເປັນ​ກຸ່ມ.+ ໃນ​ພວກ​ລູກຫຼານ​ຂອງໂກຣາ​ມີ ເມເຊເລມີຢາ+​ລູກ​ຊາຍ​ຂອງ​ໂກເຣ​ທີ່​ເປັນ​ລູກຫຼານ​ຂອງ​ອາສັບ. 2 ເມເຊເລມີຢາ​ມີ​ລູກ​ຊາຍ​ກົກ​ຊື່​ເຊຄາຣີຢາ ຜູ້​ທີ 2 ຊື່​ເຢດີອາເອນ ຜູ້​ທີ 3 ຊື່​ເຊບາດີຢາ ຜູ້​ທີ 4 ຊື່​ຢາດນີເອນ 3 ຜູ້​ທີ 5 ຊື່​ເອລາມ ຜູ້​ທີ 6 ຊື່​ເຢໂຮຮານັນ ແລະ​ຜູ້​ທີ 7 ຊື່​ເອລີເອໂຮນາຍ. 4 ໂອເບັດເອໂດມ​ມີ​ລູກ​ຊາຍ​ກົກ​ຊື່​ເຊມາຢາ ຜູ້​ທີ 2 ຊື່​ເຢໂຮຊາບັດ ຜູ້​ທີ 3 ຊື່​ໂຢອາ ຜູ້​ທີ 4 ຊື່​ສາກາ ຜູ້​ທີ 5 ຊື່​ເນທາເນນ 5 ຜູ້​ທີ 6 ຊື່​ອຳມີເອນ ຜູ້​ທີ 7 ຊື່​ອິດຊາຄາ ແລະ​ຜູ້​ທີ 8 ຊື່​ເປອູເລທາຍ. ພະເຈົ້າ​ໄດ້​ອວຍພອນ​ໂອເບັດເອໂດມໃຫ້​ມີ​ລູກທັງ​ໝົດ​ນີ້.

6 ເຊມາຢາ​ລູກ​ຊາຍ​ຂອງ​ໂອເບັດເອໂດມ​ມີ​ລູກ​ຊາຍ​ຫຼາຍ​ຄົນ​ທີ່​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ໂຕເອງ ຍ້ອນ​ເຂົາເຈົ້າ​ເປັນ​ຄົນແຂງແຮງແລະ​ມີ​ຄວາມ​ສາມາດ. 7 ເຊມາຢາ​ມີ​ລູກ​ຊາຍ​ຊື່​ໂອທະນີ ເຣຟາເອນ ໂອເບັດ ແລະ​ເອນຊາບັດ. ເອລີຮູ​ແລະ​ເຊມາກີຢາ​ພີ່ນ້ອງ​ຂອງເອນຊາບັດກໍ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ​ຄື​ກັນ. 8 ໂອເບັດເອໂດມ​ມີ​ລູກຫຼານ​ທັງ​ໝົດ 62 ຄົນ. ເຂົາເຈົ້າ​ກັບ​ພວກ​ລູກ​ຊາຍ​ແລະ​ພວກພີ່ນ້ອງຂອງ​ເຂົາເຈົ້າ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ​ແລະເໝາະສົມທີ່​ຈະ​ເຮັດ​ວຽກ​ຮັບໃຊ້​ແບບ​ນີ້. 9 ເມເຊເລມີຢາ+​ມີ​ລູກ​ຊາຍ​ແລະ​ພີ່ນ້ອງ​ທັງ​ໝົດ 18 ຄົນ. ເຂົາເຈົ້າ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ. 10 ໂຮສາ​ລູກຫຼານ​ຂອງ​ເມຣາຣີ​ມີ​ລູກ​ຊາຍ​ຫຼາຍ​ຄົນ. ຊິມລີ​ບໍ່​ໄດ້​ເປັນ​ລູກ​ກົກ ແຕ່​ພໍ່​ກໍ​ໃຫ້​ລາວ​ເປັນຫົວໜ້າໃນ​ຈຸ້ມເຈື້ອ. 11 ລູກ​ຊາຍ​ຜູ້​ທີ 2 ຂອງ​ໂຮສາ​ຊື່​ຮິນກີຢາ ຜູ້​ທີ 3 ຊື່​ເຕບາລີຢາ ແລະ​ຜູ້​ທີ 4 ຊື່​ເຊຄາຣີຢາ. ໂຮສາມີ​ລູກ​ຊາຍ​ແລະ​ພີ່ນ້ອງ​ທັງ​ໝົດ 13 ຄົນ.

12 ໃນ​ແຕ່​ລະ​ກຸ່ມ​ທີ່​ເຮັດ​ໜ້າ​ທີ່​ຍາມ​ປະຕູ ຜູ້​ທີ່​ເປັນ​ຫົວໜ້າ​ກໍ​ຕ້ອງ​ເຮັດ​ວຽກ​ຄື​ກັບພວກ​ພີ່ນ້ອງຂອງ​ເຂົາເຈົ້າ​ໃນ​ການ​ຮັບໃຊ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. 13 ທັງ​ຈຸ້ມເຈື້ອ​ນ້ອຍ​ແລະ​ຈຸ້ມເຈື້ອ​ໃຫຍ່​ກໍ​ໄດ້​ຈົກ​ສະຫຼາກ+​ເພື່ອ​ຈະ​ຮູ້​ວ່າ​ໃຜ​ຈະ​ໄດ້​ຍາມ​ຢູ່​ທາງ​ໃດ. 14 ເຊເລມີຢາ​ເບິ່ງແຍງ​ທາງ​ທິດຕາເວັນອອກ. ເຊຄາຣີຢາ​ລູກ​ຊາຍ​ຂອງ​ລາວ​ເຊິ່ງ​ເປັນ​ທີ່​ປຶກສາ​ທີ່ສຸຂຸມຮອບຄອບ​ໄດ້​ເບິ່ງແຍງ​ທາງ​ທິດ​ເໜືອ. 15 ໂອເບັດເອໂດມ​ໄດ້ເບິ່ງແຍງທາງ​ທິດ​ໃຕ້. ພວກ​ລູກ​ຊາຍ​ຂອງ​ລາວ+​ຖືກ​ມອບ​ໝາຍ​ໃຫ້​ເບິ່ງແຍງ​ຫ້ອງ​ມ້ຽນ​ເຄື່ອງ​ນຳ. 16 ຊຸບປີມ​ແລະ​ໂຮສາ+​ໄດ້​ເບິ່ງແຍງ​ທາງ​ທິດ​ຕາເວັນ​ຕົກ​ໃກ້​ກັບ​ປະຕູ​ຊັນເລເກັດ​ທີ່​ມີ​ຫົນ​ທາງ​ຂຶ້ນ​ໄປເທິງ​ໂນນ. ຄົນ​ຍາມ​ແຕ່​ລະ​ກຸ່ມ​ຈະ​ຢືນ​ຍາມ​ຢູ່ຂ້າງ​ກັນ. 17 ໃນ​ແຕ່​ລະ​ມື້ ມີ​ພວກເລວີ 6 ຄົນ​ຍາມ​ຢູ່​ທາງ​ທິດຕາເວັນອອກ ມີ 4 ຄົນ​ຍາມ​ຢູ່​ທາງ​ທິດ​ເໜືອ ແລະ​ມີ 4 ຄົນ​ຍາມ​ຢູ່​ທາງ​ທິດ​ໃຕ້ ກັບ​ອີກ 4 ຄົນ​ທີ່​ຍາມ​ຫ້ອງ​ມ້ຽນ​ເຄື່ອງ+​ເບື້ອງ​ລະ 2 ຄົນ. 18 ຢູ່​ທາງ​ທິດ​ຕາເວັນ​ຕົກ​ມີ 4 ຄົນ​ຍາມ​ຢູ່​ຫົນ​ທາງ​ຂຶ້ນ​ໄປ​ເທິງ​ໂນນ+ ແລະ​ມີ 2 ຄົນ​ຍາມ​ຢູ່​ສາລາ. 19 ທັງ​ໝົດ​ນີ້​ແມ່ນ​ກຸ່ມ​ຕ່າງ​ໆ​ທີ່​ຍາມ​ປະຕູ​ເຊິ່ງ​ແມ່ນ​ລູກຫຼານ​ຂອງ​ໂກຣາ​ແລະ​ເມຣາຣີ.

20 ໃນ​ພວກເລວີ ອາຮີຢາ​ເປັນ​ຜູ້​ເບິ່ງແຍງຄັງຊັບສິນ​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ແລະ​ຄັງ​ຊັບສິນ​ສຳລັບ​ເຄື່ອງ​ຕ່າງ​ໆ​ທີ່​ບໍລິສຸດ.*+ 21 ໃນ​ພວກ​ລູກຫຼານ​ຂອງ​ລາດານ​ທີ່​ເປັນ​ລູກຫຼານ​ຂອງ​ເກໂຊນ​ມີ ເຢຮີເອລີ+​ທີ່​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຂອງ​ລາດານ. 22 ລູກຫຼານ​ຂອງ​ເຢຮີເອລີ​ມີ ເຊທາມ​ແລະ​ໂຢເອນ​ທີ່​ເປັນ​ອ້າຍ​ນ້ອງ​ຂອງ​ລາວ. ເຂົາເຈົ້າ​ເປັນ​ຜູ້​ເບິ່ງແຍງ​ຄັງ​ຊັບສິນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+ 23 ພວກ​ລູກຫຼານ​ອຳຣາມ ພວກ​ລູກຫຼານ​ອິດຊະຮາ ພວກ​ລູກຫຼານ​ເຮັບໂຣນ ພວກ​ລູກຫຼານ​ອຸດຊີເອນ+ 24 ແລະພວກ​ລູກຫຼານ​ຂອງ​ເຊບູເອນທີ່​ເປັນ​ລູກ​ຊາຍ​ຂອງ​ເກໂຊມ​ແລະ​ເປັນ​ຫຼານ​ຂອງ​ໂມເຊ ເຂົາເຈົ້າ​ເປັນ​ຫົວໜ້າ​ເບິ່ງແຍງ​ຫ້ອງ​ມ້ຽນ​ເຄື່ອງ. 25 ພວກພີ່ນ້ອງຂອງ​ເຊບູເອນ​ທີ່​ເປັນລູກຫຼານຂອງ​ເອລີເອເຊ+​ມີ: ເຣຮາບີຢາ+ ເຢຊາຢາ ໂຢຣາມ ຊິກຣີ ແລະ​ເຊໂລໂມດ. 26 ເຊໂລໂມດ​ກັບ​ພວກ​ພີ່ນ້ອງ​ຂອງ​ລາວ​ເບິ່ງແຍງ​ຄັງ​ຊັບສິນ​ທັງ​ໝົດ​ສຳລັບ​ເຄື່ອງ​ຕ່າງ​ໆ​ທີ່​ບໍລິສຸດ+​ທີ່​ກະສັດ​ດາວິດ+ ພວກ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​+ ພວກ​ຫົວໜ້າ​ກອງ​ພັນ ພວກ​ຫົວໜ້າ​ກອງ​ຮ້ອຍ ແລະ​ພວກ​ຫົວໜ້າ​ກອງທັບ​ໄດ້ແຍກ​ໄວ້​ຕ່າງ​ຫາກໃຫ້​ບໍລິສຸດ. 27 ເຄື່ອງ​ທີ່​ຍຶດ​ມາ​ຈາກ​ສົງຄາມ+ ເຂົາເຈົ້າ​ໄດ້​ແຍກ​ໄວ້​ຕ່າງ​ຫາກ​ໃຫ້​ບໍລິສຸດ​ເພື່ອ​ເອົາ​ໄວ້​ແປງ​ວິຫານ​ຂອງ​ພະ​ເຢໂຫວາ 28 ລວມ​ທັງ​ເຄື່ອງ​ຕ່າງ​ໆ​ທີ່ຊາມູເອນ​ຜູ້​ເຫັນ​ນິມິດ+ ຊາອູນ​ລູກ​ຊາຍ​ຂອງ​ກີເຊ ອັບເນ+​ລູກ​ຊາຍ​ຂອງ​ເນ ແລະ​ໂຢອາບ+​ລູກ​ຊາຍ​ຂອງ​ເຊຣູຢາ+​ໄດ້​ແຍກ​ໄວ້​ຕ່າງ​ຫາກ​ໃຫ້​ບໍລິສຸດ. ເຄື່ອງ​ອັນ​ໃດກໍ​ຕາມທີ່​ຖືກ​ແຍກ​ໄວ້​ຕ່າງ​ຫາກ​ໃຫ້​ບໍລິສຸດ ເຊໂລມິດ​ກັບ​ພວກ​ພີ່ນ້ອງ​ຂອງ​ລາວ​ຈະ​ເປັນ​ຜູ້​ເບິ່ງແຍງ.

29 ໃນ​ພວກ​ລູກຫຼານ​ຂອງ​ອິດຊະຮາ+ ເກນານີຢາ​ກັບ​ພວກ​ລູກຫຼານ​ຂອງ​ລາວ​ຖືກ​ມອບ​ໝາຍ​ໃຫ້​ເບິ່ງແຍງ​ວຽກ​ຕ່າງ​ໆ​ຢູ່​ນອກ​ວິຫານ​ຂອງ​ພະເຈົ້າ. ເຂົາເຈົ້າ​ເປັນ​ຫົວໜ້າແລະ​ຜູ້ຕັດສິນ+​ພວກ​ອິດສະຣາເອນ.

30 ໃນ​ພວກ​ລູກຫຼານ​ເຮັບໂຣນ+ ຮາຊາບີຢາ​ກັບ​ພວກພີ່ນ້ອງຂອງ​ລາວ 1.700 ຄົນ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ. ເຂົາເຈົ້າ​ເບິ່ງແຍງ​ພວກ​ອິດສະຣາເອນ​ທີ່​ຢູ່​ທາງ​ທິດຕາເວັນອອກ​ຂອງ​ແມ່ນ້ຳ​ຈໍແດນ​ແລະ​ເຮັດ​ວຽກ​ທຸກ​ຢ່າງ​ເພື່ອ​ຮັບໃຊ້​ພະ​ເຢໂຫວາແລະ​ກະສັດ. 31 ພວກ​ລູກຫຼານ​ທີ່​ຢູ່​ໃນ​ຈຸ້ມເຈື້ອ​ເຮັບໂຣນ​ມີເຢຣີຢາ+​ເປັນ​ຫົວໜ້າ. ໃນ​ປີ​ທີ 40 ທີ່​ດາວິດ​ເປັນ​ກະສັດ​ປົກຄອງ+ ຄົນ​ຂອງ​ດາວິດໄດ້​ໄປ​ຊອກ​ຫາ​ຄົນ​ທີ່​ເກັ່ງ​ແລະ​ມີ​ຄວາມ​ສາມາດ​ໃນ​ຕະກູນ​ເຮັບໂຣນ​ແລະ​ພົບ​ຄົນ​ເຫຼົ່ານີ້​ຢູ່​ເມືອງ​ຢາເຊ+​ໃນ​ເຂດ​ກິລຽດ. 32 ພີ່ນ້ອງ​ຂອງ​ເຢຣີຢາ​ທີ່​ມີ​ຄວາມ​ສາມາດ​ແລະ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ມີ 2.700 ຄົນ. ກະສັດ​ດາວິດ​ຈຶ່ງ​ໃຫ້​ເຂົາເຈົ້າ​ເບິ່ງແຍງ​ຄົນ​ໃນ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ​ໃນ​ທຸກ​ເລື່ອງ​ທີ່​ກ່ຽວ​ກັບ​ວຽກ​ຮັບໃຊ້​ພະເຈົ້າ​ທ່ຽງແທ້​ແລະ​ກະສັດ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌