ໂຢບ
2 ເຈົ້າຈະເອົາເຊືອກສອດໃສ່ດັງມັນແລະມັດໄວ້ໄດ້ບໍ?
ຫຼືເຈົ້າຈະເອົາຂໍເກາະມາເກາະຄາງກະໄຕມັນໄດ້ບໍ?
3 ມັນຈະອ້ອນວອນໃຫ້ເຈົ້າອີ່ຕົນມັນບໍ?
ຫຼືມັນຈະເວົ້າກັບເຈົ້າແບບນຸ້ມນວນບໍ?
4 ມັນຈະຍອມເຮັດສັນຍາກັບເຈົ້າ
ເພື່ອເປັນທາດຂອງເຈົ້າຕະຫຼອດຊີວິດບໍ?
5 ເຈົ້າຈະຫຼິ້ນກັບມັນຄືກັບຫຼິ້ນກັບນົກໄດ້ບໍ?
ຫຼືເຈົ້າຈະມັດມັນໄວ້ໃຫ້ລູກສາວຫຼິ້ນກັບມັນໄດ້ບໍ?
6 ຄົນຫາປາຈະເອົາມັນໄປຂາຍບໍ?
ຫຼືພວກພໍ່ຄ້າຈະເອົາມັນໄປແບ່ງກັນບໍ?
7 ເຈົ້າຈະເອົາແນວແຫຼມໆແທງໜັງຂອງມັນ+
ຫຼືເອົາຫອກແທງຫົວມັນໄດ້ບໍ?
8 ຖ້າເຈົ້າລອງຈັບມັນຈັກບາດໜຶ່ງ
ເຈົ້າຈະບໍ່ລືມວ່າມັນສູ້ເຈົ້າແນວໃດ ແລ້ວເຈົ້າຈະຫຼາບເລີຍ!
9 ຢ່າຫວັງວ່າເຈົ້າຈະສູ້ມັນໄດ້.
ວ່າແຕ່ເຈົ້າເຫັນມັນ ເຈົ້າກໍເປີດອາດຫຼາດ*ແລ້ວ.
10 ຂະໜາດວ່າມັນກໍຍັງບໍ່ມີໃຜກ້າກວນ
ແລ້ວຜູ້ໃດຈະກ້າມາສູ້ກັບເຮົາ?+
11 ມີຜູ້ໃດເອົາຫຍັງໃຫ້ເຮົາກ່ອນບໍ ເຮົາຈຶ່ງຈະຕ້ອງມາຕອບແທນຄືນ?+
ທຸກຢ່າງທີ່ຢູ່ໃຕ້ຟ້າກໍເປັນຂອງເຮົາຢູ່ແລ້ວ.+
12 ເຮົາຈະເວົ້າຕໍ່ເລື່ອງຂາຂອງມັນ
ແລະເຫື່ອແຮງກັບໂຕຂອງມັນທີ່ເປັນຕາໜ້າງຶດງໍ້.
13 ໃຜຈະຖອດເກາະທີ່ຫຸ້ມໂຕຂອງມັນອອກໄດ້?
ໃຜຈະກ້າເຂົ້າໄປໃກ້ປາກຂອງມັນ?
14 ໃຜຈະກ້າອ້າປາກຂອງມັນ?
ມັນມີແຂ້ວເປັນຕາຢ້ານເຕັມປາກ.
15 ຫຼັງຂອງມັນມີເກັດ*ເປັນແຖວໆ
ແລະລຽນຕິດໆກັນ.
16 ເກັດຂອງມັນຕິດກັນຫຼາຍ
ຈົນອາກາດເຂົ້າໄປບໍ່ໄດ້.
17 ເກັດຂອງມັນຕິດກັນແໜ້ນຫຼາຍ
ຈົນແກະອອກຈາກກັນບໍ່ໄດ້.
18 ຕອນທີ່ມັນທັ່ງລົມອອກຈາກດັງ ແສງກໍອອກມາ.
ແລະຕາຂອງມັນກໍຄືກັບແສງແດດໃນຕອນເຊົ້າ.
19 ມີແສງແມບໆອອກມາຈາກປາກຂອງມັນ
ແລະກໍມີໝັດໄຟອອກມານຳ.
20 ມີຄວັນອອກຈາກດັງມັນ
ຄືກັບຄວັນທີ່ອອກມາຈາກເຕົາໄຟທີ່ຖືກສຸມຟືນໃສ່.
21 ລົມຫາຍໃຈຂອງມັນເຮັດໃຫ້ຖ່ານລຸກເປັນໄຟໄດ້
ແລະມີແປວໄຟອອກມາຈາກປາກຂອງມັນ.
22 ຄໍຂອງມັນແຂງແຮງຫຼາຍ.
ຜູ້ໃດເຫັນມັນກໍຢ້ານອີ່ຫຼີ.
23 ໜັງທ້ອງຂອງມັນຕິດກັນບັກແໜ້ນໆ
ແລະເປັນຄືກັບເຫຼັກທີ່ເອົາອອກບໍ່ໄດ້.
24 ຫົວໃຈຂອງມັນແຂງຄືກັບຫີນ
ແລະແຂງຄືກັບຫີນໂມ້ໂຕທາງລຸ່ມ.
25 ຕອນທີ່ມັນລຸກຂຶ້ນ ແມ່ນແຕ່ຄົນທີ່ມີແຮງຫຼາຍກໍຍັງຢ້ານ.
ຕອນທີ່ມັນຟາດຫາງແຮງໆແມ່ນໃຜກໍຢ້ານ.
26 ບໍ່ມີຫຍັງຈັດການມັນໄດ້
ບໍ່ວ່າຈະເປັນຫອກ ລູກດອກ ຫຼືລູກທະນູ ແມ່ນແຕ່ດາບກໍແທງມັນບໍ່ເຂົ້າ.+
27 ສຳລັບມັນແລ້ວ ເຫຼັກກໍສ່ຳກັບເຟືອງ
ແລະທອງແດງກໍສ່ຳກັບໄມ້.
28 ລູກທະນູກໍໄລ່ມັນໜີບໍ່ໄດ້.
ເອົາກ້ອນຫີນໃສ່ເຊືອກແກວ່ງໃສ່ມັນກໍສ່ຳກັບດຶກຂີ້ແກບໃສ່.
29 ສຳລັບມັນແລ້ວ ໄມ້ຄ້ອນກໍສ່ຳກັບຕໍເຟືອງ
ແລະມັນກໍຫົວຂວັນໃສ່ຫອກ.
30 ພື້ນທ້ອງຂອງມັນຄົມຄືກັບເສດປ່ຽງຂອງຈານແຕກ.
ມັນເຮັດໃຫ້ຂີ້ຕົມເປັນຮອຍຄືກັບຕອນທີ່ແປ້ນໄມ້*ຖືກລາກຢູ່ລານຟາດເຂົ້າ.+
31 ມັນເຮັດໃຫ້ນ້ຳເລິກຟົດຄືກັບນ້ຳຢູ່ໃນໝໍ້ຕົ້ມ
ແລະມັນເຮັດໃຫ້ທະເລເຟືອດຄືກັບນ້ຳມັນຟົດຢູ່ໃນໝໍ້.
32 ຕອນທີ່ລອຍນ້ຳ ມັນເຮັດໃຫ້ນ້ຳທີ່ຢູ່ທາງຫຼັງເປັນຟອງ
ຈົນເຮັດໃຫ້ບາງຄົນຄິດວ່ານ້ຳເລິກມີຜົມຂາວ.
33 ຢູ່ເທິງໂລກບໍ່ມີອີ່ຫຍັງຄືກັບມັນເລີຍ.
ພະເຈົ້າສ້າງມັນບໍ່ໃຫ້ຢ້ານອີ່ຫຍັງ.
34 ມັນເບິ່ງສັດທຸກໂຕທີ່ຈອງຫອງແບບບໍ່ຢ້ານ.
ມັນເປັນລາຊາຂອງສັດປ່າທັງໝົດທີ່ເປັນຕາຢ້ານ.”