ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 14
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ການ​ໄວ້ທຸກ​ໃຫ້​ຄົນ​ຕາຍ​ແບບ​ບໍ່​ຖືກຕ້ອງ (1, 2)

      • ແນວ​ກິນ​ທີ່​ຖື​ວ່າ​ສະອາດ​ແລະ​ທີ່​ຖື​ວ່າ​ບໍ່​ສະອາດ (3-21)

      • ເອົາ 1 ສ່ວນ 10 ໃຫ້​ພະ​ເຢໂຫວາ (22-29)

ພະບັນຍັດ 14:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ແຖ​ຂົນ​ລະຫວ່າງ​ຕາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:28
  • +ລລວ 21:1, 5

ພະບັນຍັດ 14:2

ໄຂເງື່ອນ

  • *

    ຫຼື “ຊັບສົມບັດ​ທີ່​ມີຄ່າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:2; 20:26; ພບຍ 28:9; 1ປຕ 1:15
  • +ອພຍ 19:5, 6; ພບຍ 7:6

ພະບັນຍັດ 14:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:43; 20:25; ກຈກ 10:14

ພະບັນຍັດ 14:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:2, 3

ພະບັນຍັດ 14:7

ໄຂເງື່ອນ

  • *

    ຮູບ​ຮ່າງ​ຄ້າຍຄື​ໂຕ​ໜູ ແຕ່​ມີ​ຂະໜາດ​ໃຫຍ່​ຫຼາຍ​ແລະ​ບໍ່​ມີ​ຫາງ ອາໄສ​ຢູ່​ຕາມ​ຫີນ​ຜາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:4-8

ພະບັນຍັດ 14:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:9, 10

ພະບັນຍັດ 14:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:13-20

ພະບັນຍັດ 14:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:31; ລລວ 17:15
  • +ອພຍ 23:19; 34:26

ພະບັນຍັດ 14:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:11; 26:12

ພະບັນຍັດ 14:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:5, 17; 15:19, 20
  • +ພສ 111:10

ພະບັນຍັດ 14:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:5, 6

ພະບັນຍັດ 14:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:7; 26:11; ພສ 100:2

ພະບັນຍັດ 14:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 18:21; 2ຂຄ 31:4; 1ກຣ 9:13
  • +ຈຊບ 18:20; ພບຍ 10:9

ພະບັນຍັດ 14:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 26:12

ພະບັນຍັດ 14:29

ໄຂເງື່ອນ

  • *

    ຫຼື “ລູກກຳພ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:21; ພບຍ 10:18; ຢກບ 1:27
  • +ພບຍ 15:10; ພສ 41:1; ສພສ 11:24; 19:17; ມລກ 3:10; ລກ 6:35

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 14:1ລລວ 19:28
ພບຍ. 14:1ລລວ 21:1, 5
ພບຍ. 14:2ລລວ 19:2; 20:26; ພບຍ 28:9; 1ປຕ 1:15
ພບຍ. 14:2ອພຍ 19:5, 6; ພບຍ 7:6
ພບຍ. 14:3ລລວ 11:43; 20:25; ກຈກ 10:14
ພບຍ. 14:4ລລວ 11:2, 3
ພບຍ. 14:7ລລວ 11:4-8
ພບຍ. 14:9ລລວ 11:9, 10
ພບຍ. 14:12ລລວ 11:13-20
ພບຍ. 14:21ອພຍ 22:31; ລລວ 17:15
ພບຍ. 14:21ອພຍ 23:19; 34:26
ພບຍ. 14:22ພບຍ 12:11; 26:12
ພບຍ. 14:23ພບຍ 12:5, 17; 15:19, 20
ພບຍ. 14:23ພສ 111:10
ພບຍ. 14:24ພບຍ 12:5, 6
ພບຍ. 14:26ພບຍ 12:7; 26:11; ພສ 100:2
ພບຍ. 14:27ຈຊບ 18:21; 2ຂຄ 31:4; 1ກຣ 9:13
ພບຍ. 14:27ຈຊບ 18:20; ພບຍ 10:9
ພບຍ. 14:28ພບຍ 26:12
ພບຍ. 14:29ອພຍ 22:21; ພບຍ 10:18; ຢກບ 1:27
ພບຍ. 14:29ພບຍ 15:10; ພສ 41:1; ສພສ 11:24; 19:17; ມລກ 3:10; ລກ 6:35
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 14:1-29

ພະບັນຍັດ

14 “ພວກ​ເຈົ້າ​ເປັນ​ລູກ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ. ຫ້າມ​ປາດ​ໂຕເອງ+ຫຼື​ແຖ​ຄິ້ວ*ເພື່ອ​ໄວ້ທຸກ​ໃຫ້​ຄົນ​ຕາຍ.+ 2 ພວກ​ເຈົ້າ​ເປັນ​ຊາດ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຖື​ວ່າ​ບໍລິສຸດ.+ ພະ​ເຢໂຫວາ​ໄດ້​ເລືອກ​ພວກ​ເຈົ້າ​ຈາ​ກ​ຊາດ​ຕ່າງ​ໆ​ໃນ​ໂລກ​ນີ້ ເພື່ອ​ໃຫ້​ເປັນ​ຄົນ​ຂອງ​ເພິ່ນ​ແລະ​ເປັນ​ຊັບ​ສົມບັດ​ພິເສດ*ຂອງ​ເພິ່ນ.+

3 ຫ້າມ​ເຈົ້າ​ກິນ​ສັດ​ທີ່​ພະເຈົ້າ​ຂີ້ດຽດ.+ 4 ສັດ​ທີ່​ເຈົ້າ​ກິນ​ໄດ້​ມີ​ຄື:+ ງົວ ແກະ ແບ້ 5 ກວາງ​ຊະນິດ​ຕ່າງ​ໆ​ ແບ້​ປ່າ ແກະ​ປ່າ ແລະ​ແກະ​ທີ່​ຢູ່​ພູ. 6 ເຈົ້າ​ກິນ​ສັດ​ທີ່​ມີ​ຕີນ​ແຍກ​ເປັນ 2 ກີບ​ແລະ​ຄ້ຽວ​ເອື້ອງ​ໄດ້. 7 ແຕ່​ຫ້າມ​ກິນ​ສັດ​ທີ່​ມີ​ແຕ່​ຄ້ຽວ​ເອື້ອງ ຫຼື​ມີ​ແຕ່​ຕີນ​ແຍກ​ເປັນ 2 ກີບ ເຊັ່ນ: ໂຕ​ອູດ ໂຕ​ກະຕ່າຍ​ປ່າ ແລະ​ໂຕ​ຣັອກແບດເຈີ້.* ສັດ​ເຫຼົ່ານີ້​ຄ້ຽວ​ເອື້ອງ​ແຕ່​ຕີນ​ມັນ​ບໍ່​ໄດ້​ແຍກ​ເປັນ 2 ກີບ. ມັນ​ເປັນ​ສັດ​ທີ່​ຖື​ວ່າ​ບໍ່​ສະອາດ.+ 8 ໂຕ​ໝູ​ກໍ​ຫ້າມ​ກິນ ເພາະ​ຕີນ​ມັນ​ແຍກ​ເປັນ 2 ກີບ ແຕ່​ບໍ່​ໄດ້​ຄ້ຽວ​ເອື້ອງ. ມັນ​ເປັນ​ສັດ​ທີ່​ຖື​ວ່າ​ບໍ່​ສະອາດ. ຢ່າ​ກິນ​ຊີ້ນ​ຂອງ​ສັດ​ເຫຼົ່ານີ້ ຫຼື​ຈັບ​ບາຍ​ຊາກ​ຂອງ​ພວກ​ມັນ.

9 ສັດ​ທັງ​ໝົດ​ທີ່​ຢູ່​ໃນ​ນ້ຳ​ທີ່​ມີ​ຄີ​ແລະ​ມີ​ເກັດ ເຈົ້າ​ກິນ​ໄດ້+ 10 ແຕ່​ຫ້າມ​ກິນ​ສັດ​ທີ່​ບໍ່​ມີ​ຄີ​ແລະ​ບໍ່​ມີ​ເກັດ ມັນ​ເປັນ​ສັດ​ທີ່​ຖື​ວ່າ​ບໍ່​ສະອາດ.

11 ນົກ​ທັງ​ໝົດ​ທີ່​ຖື​ວ່າ​ສະອາດ ເຈົ້າ​ກິນ​ໄດ້ 12 ແຕ່​ຫ້າມ​ກິນ​ນົກ​ຕໍ່​ໄປ​ນີ້​ຄື: ນົກ​ອິນຊີ ແຫຼວ​ກິນ​ປາ ແຮ້ງ​ດຳ+ 13 ແຫຼວ​ແດງ ແຫຼວ​ດຳ ແຫຼວ​ນ້ອຍ​ໆ​ຊະນິດ​ອື່ນ​ໆ​ 14 ກາ​ທຸກ​ຊະນິດ 15 ນົກ​ກະຈອກເທດ ນົກ​ເຄົ້າ ນົກ​ນາງນວນ ແຫຼວ​ຊະນິດ​ອື່ນ​ໆ​ 16 ນົກ​ເຄົ້າ​ນ້ອຍ ນົກ​ເຄົ້າ​ຫູ​ຍາວ ຫົງ 17 ນົກ​ກະທຸງ ແຮ້ງ ນົກ​ເປັດ​ນ້ຳ 18 ນົກ​ກະສາ ນົກ​ຍາງ​ທຸກ​ຊະນິດ ນົກ​ກະ​ລາງ​ຫົວ​ຂ​ວານ ແລະ​ເຈຍ. 19 ແມງ​ໄມ້​ທຸກ​ຊະນິດ​ທີ່​ຢູ່​ນຳ​ກັນ​ເປັນ​ຝູງ​ກໍ​ຖື​ວ່າ​ບໍ່​ສະອາດ ຫ້າມ​ເຈົ້າ​ກິນ. 20 ສັດ​ທີ່​ບິນ​ໄດ້​ເຊິ່ງ​ຖື​ວ່າ​ສະອາດ ເຈົ້າ​ກິນ​ໄດ້.

21 ຫ້າມ​ເຈົ້າ​ກິນ​ສັດ​ທີ່​ຕາຍ​ເອງ+ ແຕ່​ເຈົ້າ​ເອົາ​ສັດ​ນັ້ນ​ໃຫ້​ຄົນ​ຕ່າງ​ຊາດ​ທີ່​ຢູ່​ໃນ​ເມືອງ​ຂອງ​ເຈົ້າ​ກິນ​ໄດ້ ຫຼື​ຈະ​ຂາຍ​ໃຫ້​ລາວ​ກໍ​ໄດ້ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຖື​ວ່າ​ເຈົ້າ​ເປັນ​ຊາດ​ທີ່​ບໍລິສຸດ.

ຫ້າມ​ຕົ້ມ​ແບ້​ນ້ອຍ​ໃນ​ນ້ຳ​ນົມ​ແມ່​ຂອງ​ມັນ.+

22 ໃນ​ແຕ່ລະປີ ເຈົ້າ​ຕ້ອງ​ເອົາ 1 ສ່ວນ 10 ຂອງ​ຜົນລະປູກ​ທຸກ​ຢ່າງ​ຈາກ​ໄຮ່​ຈາກ​ສວນ​ຂອງ​ເຈົ້າ​ມາ​ໃຫ້.+ 23 ເຈົ້າ​ຈະ​ກິນ 1 ສ່ວນ 10 ຈາກ​ເຂົ້າ ເຫຼົ້າແວງ​ໃໝ່ ນ້ຳມັນ​ໝາກກອກ ແລະ​ລູກ​ສັດ​ໂຕ​ທຳອິດ​ຈາກ​ຝູງ​ສັດ​ຂອງ​ເຈົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໃນ​ບ່ອນ​ທີ່​ເພິ່ນ​ໄດ້​ເລືອກ​ໄວ້​ສຳລັບ​ຊື່​ຂອງ​ເພິ່ນ.+ ເມື່ອ​ເຈົ້າ​ເຮັດ​ແນວ​ນັ້ນ ເຈົ້າ​ກໍ​ຈະ​ຮຽນ​ຮູ້​ທີ່​ຈະ​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສະເໝີ.+

24 ແຕ່​ຖ້າ​ເຈົ້າ​ຢູ່​ໄກ ແລະ​ບໍ່​ສາມາດ​ເອົາ​ສັດ​ກັບ​ແນວ​ກິນ​ໄປ​ໃນ​ບ່ອນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເລືອກ​ໄວ້​ສຳລັບ​ຊື່​ຂອງ​ເພິ່ນ+ (ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ອວຍພອນ​ເຈົ້າ) 25 ເຈົ້າ​ຈະເອົາ​ສິ່ງ​ເຫຼົ່າ​ນັ້ນ​ໄປ​ຂາຍແລະຖື​ເງິນ​ໄປ​ແທນ ໃນ​ບ່ອນ​ທີ່ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເລືອກ​ໄວ້​ກໍ​ໄດ້. 26 ເຈົ້າ​ຈະ​ໃຊ້​ເງິນ​ນັ້ນ​ຊື້​ແນວ​ກິນ​ຫຼື​ຊື້​ໂຕ​ສັດ​ກໍ​ໄດ້ ເຊັ່ນ: ງົວ ແກະ ແບ້ ເຫຼົ້າແວງ​ກັບ​ເຫຼົ້າ​ອື່ນ​ໆ​ ແລະ​ອີ່ຫຍັງ​ກໍ​ໄດ້​ທີ່​ເຈົ້າ​ຕ້ອງການ. ໃຫ້​ເຈົ້າ​ກິນ​ສິ່ງ​ເຫຼົ່າ​ນັ້ນ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຢ່າງ​ມີ​ຄວາມ​ສຸກ ພ້ອມ​ກັບ​ຄົນ​ໃນ​ເຮືອນ​ຂອງ​ເຈົ້າ.+ 27 ຢ່າ​ລືມ​ເບິ່ງ​ແຍງ​ຄົນ​ເລວີ​ທີ່​ຢູ່​ໃນ​ເມືອງ​ຂອງ​ເຈົ້າ+ ເພາະ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ສ່ວນ​ແບ່ງ​ຫຼື​ດິນ​ມູນ​ຄື​ກັບ​ເຈົ້າ.+

28 ທຸກ​ໆ​ 3 ປີ ເຈົ້າ​ຕ້ອງ​ເອົາ 1 ສ່ວນ 10 ຂອງ​ຜົນລະປູກ​ຂອງ​ເຈົ້າ​ໃນ​ປີ​ນັ້ນ​ມາ​ໄວ້​ໃນ​ເມືອງ​ຂອງ​ເຈົ້າ+ 29 ແລ້ວ​ຄົນ​ເລວີ​ທີ່​ບໍ່​ໄດ້​ຮັບ​ສ່ວນ​ແບ່ງ​ຫຼື​ດິນ​ມູນ​ຄື​ກັບ​ເຈົ້າ ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ເຈົ້າ ລູກ​ກຳພ້າ​ພໍ່* ແລະ​ແມ່​ໝ້າຍ​ທີ່​ຢູ່​ໃນ​ເມືອງ​ຂອງ​ເຈົ້າ​ຈະ​ໄດ້​ກິນ​ຈົນ​ອີ່ມ.+ ເມື່ອ​ເຈົ້າ​ເຮັດ​ແນວ​ນີ້ ພະເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ອວຍພອນ​ເຈົ້າ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌