ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 14
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ຕຳໜິ​ພວກ​ທີ່​ນະມັດສະການ​ຮູບ​ບູຊາ (1-​11)

      • ເມືອງ​ເຢຣູຊາເລັມ​ຈະ​ໜີ​ບໍ່​ລອດ​ຈາກ​ການ​ຕັດສິນ (12-​23)

        • ໂນອາ ດານີເອນ ແລະ​ໂຢບ​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ (14, 20)

ເອເຊກຽນ 14:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 33:30, 31

ເອເຊກຽນ 14:3

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 3:13; ອຊຢ 1:15; ຢຣມ 11:11

ເອເຊກຽນ 14:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 2:5

ເອເຊກຽນ 14:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 55:7

ເອເຊກຽນ 14:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 21:1, 2; ອຊກ 33:31

ເອເຊກຽນ 14:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:2, 3

ເອເຊກຽນ 14:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 22:21, 22; ຢຣມ 4:10; 2ທຊ 2:10, 11

ເອເຊກຽນ 14:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 24:7; ອຊກ 11:19, 20

ເອເຊກຽນ 14:13

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫັກ​ທ່ອນ​ໄມ້.” ອາດ​ໝາຍເຖິງ​ທ່ອນ​ໄມ້​ທີ່​ເອົາ​ໄວ້​ສອດ​ເຂົ້າຈີ່​ເພື່ອ​ຫ້ອຍ​ມ້ຽນ​ໄວ້.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:26
  • +ອຊຢ 3:1; ຢຣມ 15:2
  • +ຢຣມ 7:20

ເອເຊກຽນ 14:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 6:8, 9; ຮຣ 11:7
  • +ດນອ 10:11
  • +ໂຢບ 1:8; 42:8
  • +ສພສ 11:4; ຢຣມ 15:1; 2ປຕ 2:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2023, ໜ້າ 2

    ຫໍສັງເກດການ (ສຶກສາ)

    2/2018, ໜ້າ 3-8

    ຫໍສັງເກດການ (ສຶກສາ)

    5/2016, ໜ້າ 30

ເອເຊກຽນ 14:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:22; ຢຣມ 15:3

ເອເຊກຽນ 14:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:25; ຢຣມ 25:9; ອຊກ 21:3
  • +ຊຟຢ 1:3

ເອເຊກຽນ 14:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:21, 22

ເອເຊກຽນ 14:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 7:1
  • +ດນອ 10:11
  • +ໂຢບ 1:8; 42:8
  • +ອຊກ 18:20; ຊຟຢ 2:3

ເອເຊກຽນ 14:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 5:17; 33:27
  • +ຢຣມ 15:2
  • +ຢຣມ 32:43

ເອເຊກຽນ 14:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:31; 2ຂຄ 36:20; ອຊກ 6:8; ມກ 5:7

ເອເຊກຽນ 14:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 9:33; ຢຣມ 22:8, 9; ອຊກ 9:9; ດນອ 9:7

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 14:1ອຊກ 33:30, 31
ອຊກ. 14:32ກສ 3:13; ອຊຢ 1:15; ຢຣມ 11:11
ອຊກ. 14:5ຢຣມ 2:5
ອຊກ. 14:6ອຊຢ 55:7
ອຊກ. 14:7ຢຣມ 21:1, 2; ອຊກ 33:31
ອຊກ. 14:8ລລວ 20:2, 3
ອຊກ. 14:91ກສ 22:21, 22; ຢຣມ 4:10; 2ທຊ 2:10, 11
ອຊກ. 14:11ຢຣມ 24:7; ອຊກ 11:19, 20
ອຊກ. 14:13ລລວ 26:26
ອຊກ. 14:13ອຊຢ 3:1; ຢຣມ 15:2
ອຊກ. 14:13ຢຣມ 7:20
ອຊກ. 14:14ປຖກ 6:8, 9; ຮຣ 11:7
ອຊກ. 14:14ດນອ 10:11
ອຊກ. 14:14ໂຢບ 1:8; 42:8
ອຊກ. 14:14ສພສ 11:4; ຢຣມ 15:1; 2ປຕ 2:9
ອຊກ. 14:15ລລວ 26:22; ຢຣມ 15:3
ອຊກ. 14:17ລລວ 26:25; ຢຣມ 25:9; ອຊກ 21:3
ອຊກ. 14:17ຊຟຢ 1:3
ອຊກ. 14:19ພບຍ 28:21, 22
ອຊກ. 14:20ປຖກ 7:1
ອຊກ. 14:20ດນອ 10:11
ອຊກ. 14:20ໂຢບ 1:8; 42:8
ອຊກ. 14:20ອຊກ 18:20; ຊຟຢ 2:3
ອຊກ. 14:21ອຊກ 5:17; 33:27
ອຊກ. 14:21ຢຣມ 15:2
ອຊກ. 14:21ຢຣມ 32:43
ອຊກ. 14:22ພບຍ 4:31; 2ຂຄ 36:20; ອຊກ 6:8; ມກ 5:7
ອຊກ. 14:23ນຮຢ 9:33; ຢຣມ 22:8, 9; ອຊກ 9:9; ດນອ 9:7
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 14:1-23

ເອເຊກຽນ

14 ພວກ​ຜູ້​ນຳ​ບາງ​ຄົນ​ຂອງ​ອິດສະຣາເອນ​ມາ​ນັ່ງ​ຢູ່​ຕໍ່​ໜ້າ​ຂ້ອຍ.+ 2 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: 3 “ລູກ​ມະນຸດ ພວກ​ນີ້​ຕັ້ງໃຈ​ນະມັດສະການ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ*​ຂອງ​ເຂົາເຈົ້າ ແລະ​ເຂົາເຈົ້າ​ເປັນ​ຕົ້ນເຫດ​ພາ​ໃຫ້​ປະຊາຊົນ​ເຮັດ​ຜິດ. ເຮົາ​ຄວນ​ຈະ​ຕອບ​ຄຳຖາມ​ຂອງ​ເຂົາເຈົ້າ​ບໍ?+ 4 ໃຫ້​ເຈົ້າ​ບອກ​ເຂົາເຈົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ຖ້າ​ຄົນ​ອິດສະຣາເອນ​ຄົນ​ໜຶ່ງ​ຕັ້ງໃຈ​ນະມັດສະການ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ໂຕ​ເອງ ແລະ​ເປັນ​ຕົ້ນເຫດ​ພາ​ໃຫ້​ປະຊາຊົນ​ເຮັດ​ຜິດ ແລ້ວ​ລາວ​ມາ​ຖາມ​ເຮົາ​ໂດຍ​ທາງ​ຜູ້ພະຍາກອນ ເຮົາ​ເຢໂຫວາ​ຈະ​ຕອບ​ລາວ​ໃຫ້​ສົມ​ກັບ​ທີ່​ລາວ​ມີ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ໆ​ນັ້ນ. 5 ເຮົາ​ຈະ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ຢ້ານ ຍ້ອນ​ເຂົາເຈົ້າ​ທຸກ​ຄົນ​ປະຖິ້ມ​ເຮົາ​ແລະ​ໄປ​ນະມັດສະການ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເຂົາເຈົ້າ.”’+

6 ໃຫ້​ເຈົ້າ​ໄປ​ບອກ​ພວກ​ອິດສະຣາເອນ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ໃຫ້​ກັບ​ມາ​ຫາ​ເຮົາ. ໃຫ້​ພວກ​ເຈົ້າ​ຖິ້ມ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ພວກ​ເຈົ້າ ແລະ​ເຊົາ​ເຮັດ​ທຸກ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ.+ 7 ຖ້າ​ຄົນ​ອິດສະຣາເອນ​ຫຼື​ຄົນ​ຕ່າງ​ຊາດ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຢູ່​ອິດສະຣາເອນ​ປະຖິ້ມ​ເຮົາ ແລະ​ຕັ້ງໃຈ​ນະມັດສະການ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ໂຕ​ເອງ ແລະ​ເປັນ​ຕົ້ນເຫດ​ພາ​ໃຫ້​ຄົນອື່ນ​ເຮັດ​ຜິດ ແລ້ວ​ລາວ​ມາ​ຖາມ​ເຮົາ​ໂດຍ​ທາງ​ຜູ້​ພະຍາກອນ+ ເຮົາ​ເຢໂຫວາ​ຈະ​ເປັນ​ຜູ້​ຕອບ​ລາວ​ເອງ. 8 ເຮົາ​ຈະ​ເປັນ​ສັດຕູ​ກັບ​ລາວ. ສິ່ງ​ທີ່​ເຮົາ​ເຮັດ​ກັບ​ລາວ​ຈະ​ເປັນ​ຕົວຢ່າງ​ເຕືອນ​ຄົນ​ອື່ນ ແລະ​ເຂົາເຈົ້າ​ຈະ​ເຍາະເຍີ້ຍ​ລາວ. ເຮົາ​ຈະ​ກຳຈັດ​ລາວ​ອອກ​ໄປ​ຈາກ​ປະຊາຊົນ​ຂອງ​ເຮົາ+ ແລ້ວ​ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.”’

9 ‘ແຕ່​ຖ້າ​ຕອນ​ທີ່​ຕອບ​ລາວ ຜູ້​ພະຍາກອນ​ຄົນ​ນັ້ນ​ຖືກ​ຕົວະ ເຮົາ​ເຢໂຫວາ​ນິ​ແຫຼະ​ທີ່​ຕົວະ​ຜູ້ພະຍາກອນ.+ ແລ້ວ​ເຮົາ​ຈະ​ລົງໂທດ​ແລະ​ກຳຈັດ​ຜູ້​ພະຍາກອນ​ຄົນ​ນັ້ນ​ໄປ​ຈາກ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ. 10 ເຂົາເຈົ້າ​ຈະ​ຕ້ອງ​ຮັບ​ຜົນ​ໃນ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ເຮັດ. ຄົນ​ທີ່​ມາ​ຖາມ​ແລະ​ຜູ້ພະຍາກອນ​ກໍ​ຈະ​ມີ​ຄວາມ​ຜິດ​ຄື​ກັນ. 11 ແລ້ວ​ພວກ​ອິດສະຣາເອນ​ຈະ​ບໍ່​ປະຖິ້ມ​ເຮົາ​ອີກ ແລະ​ເຂົາເຈົ້າ​ຈະ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ສະອາດ​ທຸກ​ຢ່າງ​ທີ່​ເຄີຍ​ເຮັດ. ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”

12 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 13 “ລູກ​ມະນຸດ ສົມມຸດ​ວ່າ​ປະຊາຊົນ​ເຮັດ​ຜິດ​ໂດຍ​ບໍ່​ສັດຊື່​ຕໍ່​ເຮົາ ເຮົາ​ຈະ​ລົງໂທດ​ເຂົາເຈົ້າ​ແລະ​ທຳລາຍ​ບ່ອນ​ມ້ຽນ​ຂອງ​ກິນ*​ຂອງ​ເຂົາເຈົ້າ.+ ເຮົາ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ອຶດຢາກ​ຢູ່​ແຜ່ນດິນ​ຂອງ​ເຂົາເຈົ້າ+ ແລະ​ເຮົາ​ຈະ​ທຳລາຍ​ຄົນ​ກັບ​ສັດ​ທີ່​ຢູ່​ຫັ້ນ.+ 14 ‘ເຖິງ​ວ່າ​ໂນອາ+ ດານີເອນ+ ແລະ​ໂຢບ+​ເຊິ່ງ​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ຢູ່​ແຜ່ນ​ດິນ​ນັ້ນ ທັງ​ສາມ​ຄົນ​ກໍ​ຈະ​ຊ່ວຍ​ໄດ້​ແຕ່​ຊີວິດ​ຂອງ​ໂຕ​ເອງ​ເທົ່າ​ນັ້ນ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”

15 “‘ຫຼື​ສົມມຸດ​ວ່າ​ເຮົາ​ໃຫ້​ມີ​ສັດ​ປ່າ​ທີ່​ດຸ​ຮ້າຍ​ເຂົ້າ​ມາ​ໃນ​ແຜ່ນດິນ​ແລະ​ໃຫ້​ພວກ​ມັນ​ຂ້າ​ຄົນ​ຕາຍ​ບັກ​ຫຼາຍ​ໆ​ຈົນ​ແຜ່ນດິນ​ຮ້າງ​ເປົ່າ ແລະ​ບໍ່​ມີ​ໃຜ​ກາຍ​ໄປ​ກາຍ​ມາ​ຍ້ອນ​ຢ້ານ​ສັດ​ປ່າ​ເຫຼົ່າ​ນັ້ນ+ 16 ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຖິງ​ວ່າ​ທັງ​ສາມ​ຄົນ​ຈະ​ຢູ່​ໃນ​ແຜ່ນດິນ ເຂົາເຈົ້າ​ກໍ​ຈະ​ຊ່ວຍ​ໄດ້​ແຕ່​ໂຕ​ເອງ​ເທົ່າ​ນັ້ນ ແຕ່​ຈະ​ຊ່ວຍ​ລູກ​ຊາຍ​ຫຼື​ລູກ​ສາວ​ບໍ່​ໄດ້. ແຜ່ນ​ດິນ​ນັ້ນ​ຈະ​ຮ້າງ​ເປົ່າ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”

17 “‘ຫຼື​ສົມມຸດ​ວ່າ​ເຮົາ​ຊີ້​ດາບ​ໄປ​ໃສ່​ແຜ່ນ​ດິນ​ນັ້ນ+​ແລະ​ບອກ​ວ່າ: “ໃຫ້​ດາບ​ໄປ​ທົ່ວ​ແຜ່ນດິນ” ແລະ​ເຮົາ​ໄດ້​ຂ້າ​ທັງ​ຄົນ​ແລະ​ສັດ+ 18 ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຖິງ​ວ່າ​ທັງ​ສາມ​ຄົນ​ຈະ​ຢູ່​ໃນ​ແຜ່ນດິນ ເຂົາເຈົ້າ​ກໍ​ຈະ​ຊ່ວຍ​ໄດ້​ແຕ່​ໂຕ​ເອງ​ເທົ່າ​ນັ້ນ ແຕ່​ຈະ​ຊ່ວຍ​ລູກ​ຊາຍ​ຫຼື​ລູກ​ສາວ​ບໍ່​ໄດ້.’ ເຮົາ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”

19 “‘ຫຼື​ສົມມຸດ​ວ່າ​ເຮົາ​ໃຫ້​ມີ​ໂລກລະບາດ​ໃນ​ແຜ່ນ​ດິນ​ນັ້ນ+ ແລະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ແຜ່ນ​ດິນ​ນັ້ນ​ເພື່ອ​ໃຫ້​ຄົນ​ແລະ​ສັດ​ຕາຍ 20 ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຖິງ​ວ່າ​ໂນອາ+ ດານີເອນ+ ແລະ​ໂຢບ+​ເຊິ່ງ​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ຢູ່​ແຜ່ນ​ດິນ​ນັ້ນ ເຂົາເຈົ້າ​ກໍ​ຈະ​ຊ່ວຍ​ໄດ້​ແຕ່​ໂຕ​ເອງ​ເທົ່າ​ນັ້ນ ແຕ່​ຈະ​ຊ່ວຍ​ລູກ​ຊາຍ​ຫຼື​ລູກ​ສາວ​ບໍ່​ໄດ້.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”+

21 “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ມັນ​ຈະ​ເປັນ​ແບບ​ນີ້ ເມື່ອ​ເຮົາ​ລົງໂທດ​ເມືອງ​ເຢຣູຊາເລັມ​ໂດຍ​ໃຊ້​ດາບ ຄວາມ​ອຶດຢາກ ສັດ​ປ່າ​ທີ່​ດຸ​ຮ້າຍ ແລະ​ໂລກລະບາດ.+ ທັງ​ສີ່​ຢ່າງ​ນີ້+​ຈະ​ເຮັດ​ໃຫ້​ຄົນ​ແລະ​ສັດ​ໃນ​ເມືອງ​ນັ້ນ​ຕາຍ.+ 22 ແຕ່​ຈະ​ມີ​ບາງຄົນ​ໃນ​ເມືອງ​ນັ້ນ​ລອດ. ເຂົາເຈົ້າ​ຈະ​ຖືກ​ພາ​ອອກ​ມາ+​ພ້ອມ​ກັບ​ລູກ​ຊາຍ​ແລະ​ລູກ​ສາວ. ເຂົາເຈົ້າ​ຈະ​ມາ​ຫາ​ພວກ​ເຈົ້າ ແລະ​ເມື່ອ​ພວກ​ເຈົ້າ​ເຫັນ​ການ​ກະທຳ​ຂອງ​ເຂົາເຈົ້າ ພວກ​ເຈົ້າ​ກໍ​ຈະ​ເຂົ້າໃຈ​ເຫດຜົນ​ທີ່​ເຮົາ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ເມືອງ​ເຢຣູຊາເລັມ​ຈິບຫາຍ.’”

23 “‘ພວກ​ເຈົ້າ​ຈະ​ເຂົ້າໃຈ​ເມື່ອ​ພວກ​ເຈົ້າ​ເຫັນ​ການ​ກະທຳ​ຂອງ​ເຂົາເຈົ້າ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ມີ​ເຫດຜົນ​ແທ້​ໆ​ທີ່​ທຳລາຍ​ເມືອງ​ນັ້ນ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌