ເອຊາຢາ
39 ໃນຕອນນັ້ນ ເມໂຣດັກບາລາດານ*ກະສັດຂອງບາບີໂລນທີ່ເປັນລູກຊາຍຂອງບາລາດານໄດ້ສົ່ງຈົດໝາຍພ້ອມກັບຂອງຂວັນມາໃຫ້ເຮເຊກີຢາ+ ຍ້ອນລາວໄດ້ຍິນວ່າເຮເຊກີຢາບໍ່ສະບາຍແລະໄດ້ເຊົາແລ້ວ.+ 2 ເຮເຊກີຢາກໍເຕັມໃຈຕ້ອນຮັບຄົນທີ່ກະສັດສົ່ງມາ ແລະໃຫ້ເຂົາເຈົ້າເຂົ້າໄປເບິ່ງຄັງຊັບສິນທັງໝົດຂອງລາວ.+ ລາວຍັງໃຫ້ເຂົາເຈົ້າເບິ່ງເງິນ ຄຳ ນ້ຳມັນຫອມ ນ້ຳມັນອື່ນໆທີ່ມີຄ່າ ແລະບ່ອນທີ່ລາວເອົາອາວຸດທັງໝົດໄວ້. ເຮເຊກີຢາໃຫ້ເຂົາເຈົ້າເບິ່ງທຸກຢ່າງທີ່ຢູ່ໃນວັງແລະຢູ່ໃນປະເທດຂອງລາວ.
3 ຈາກນັ້ນ ຜູ້ພະຍາກອນເອຊາຢາໄດ້ມາຫາກະສັດເຮເຊກີຢາແລະຖາມວ່າ: “ເຂົາເຈົ້າມາແຕ່ໃສແລະມາເວົ້າເລື່ອງຫຍັງ?” ເຮເຊກີຢາຕອບວ່າ: “ເຂົາເຈົ້າມາແຕ່ບາບີໂລນທີ່ຢູ່ໄກໆພຸ້ນ.”+ 4 ເອຊາຢາຖາມອີກວ່າ: “ເຂົາເຈົ້າເຫັນຫຍັງແດ່ຢູ່ໃນວັງຂອງທ່ານ?” ເຮເຊກີຢາຕອບວ່າ: “ເຂົາເຈົ້າເຫັນທຸກສິ່ງທຸກຢ່າງທີ່ຢູ່ໃນວັງຂອງຂ້ອຍ. ຂ້ອຍໃຫ້ເຂົາເຈົ້າເບິ່ງທຸກຢ່າງທີ່ຢູ່ໃນຄັງຊັບສິນຂອງຂ້ອຍ.”
5 ເອຊາຢາຈຶ່ງເວົ້າກັບເຮເຊກີຢາວ່າ: “ໃຫ້ທ່ານຟັງສິ່ງທີ່ພະເຢໂຫວາຜູ້ບັນຊາການກອງທັບເວົ້າ. 6 ພະເຢໂຫວາບອກວ່າ ‘ອີກຈັກໜ້ອຍທຸກສິ່ງທີ່ຢູ່ໃນວັງຂອງເຈົ້າແລະທຸກສິ່ງທີ່ປູ່ຍ່າຕານາຍຂອງເຈົ້າສະສົມໄວ້ຈະຖືກຂົນໄປບາບີໂລນແລະຈະບໍ່ມີຫຍັງເຫຼືອຢູ່ນີ້ເລີຍ.+ 7 ລູກຫຼານຂອງເຈົ້າບາງຄົນຈະຖືກພາໄປບາບີໂລນ ແລະຈະເປັນຂ້າລາຊະການຢູ່ໃນວັງຂອງກະສັດ.’”+
8 ແລ້ວເຮເຊກີຢາກໍເວົ້າກັບເອຊາຢາວ່າ: “ສິ່ງທີ່ພະເຢໂຫວາເວົ້າກໍຍຸຕິທຳ.” ເຮເຊກີຢາເວົ້າຕື່ມອີກວ່າ: “ຍ້ອນໃນສະໄໝຂອງຂ້ອຍຈະມີຄວາມສະຫງົບສຸກແລະບໍ່ມີບັນຫາ.”+