ປະຖົມມະການ
38 ເມື່ອເວລາຜ່ານໄປ ຢູດາກໍແຍກໄປຢູ່ຕ່າງຫາກຈາກພວກອ້າຍນ້ອງ. ລາວໄປຕັ້ງເຕັ້ນຢູ່ໃກ້ບ່ອນທີ່ຜູ້ຊາຍຄົນໜຶ່ງຊື່ຮີຣາທີ່ເປັນຄົນອະດຸລາມອາໄສຢູ່. 2 ຢູ່ບ່ອນນັ້ນລາວເຫັນລູກສາວຂອງຊູອ່າຄົນການາອານ+ ລາວຈຶ່ງເອົາມາເປັນເມຍແລະນອນນຳ. 3 ແລ້ວເມຍລາວກໍຖືພາແລະເກີດລູກຊາຍ. ຢູດາຕັ້ງຊື່ລູກວ່າເອຣະ.+ 4 ຕໍ່ມາ ຊູອ່າກໍຖືພາແລະເກີດລູກຊາຍອີກ. ລາວຕັ້ງຊື່ລູກວ່າໂອນານ. 5 ລາວເກີດລູກຊາຍອີກຄົນໜຶ່ງແລະຕັ້ງຊື່ວ່າເຊລາ. ຕອນທີ່ລາວເກີດລູກຜູ້ນີ້ ເຂົາເຈົ້າ*ຢູ່ອັກຊິບ.+
6 ຕໍ່ມາ ຢູດາໄດ້ຫາເມຍມາໃຫ້ເອຣະລູກກົກ. ຜູ້ຍິງຄົນນັ້ນຊື່ຕາມາ.+ 7 ແຕ່ເອຣະລູກກົກຂອງຢູດາເຮັດສິ່ງທີ່ບໍ່ດີໃນສາຍຕາຂອງພະເຢໂຫວາ. ພະເຢໂຫວາຈຶ່ງເຮັດໃຫ້ລາວຕາຍ. 8 ຍ້ອນແນວນັ້ນ ຢູດາຈຶ່ງເວົ້າກັບໂອນານວ່າ: “ໃຫ້ລູກໄປນອນນຳເມຍຂອງອ້າຍແລະແຕ່ງດອງກັບລາວ ເພື່ອລາວຈະມີລູກໃຫ້ອ້າຍເຈົ້າ.”+ 9 ແຕ່ໂອນານຮູ້ວ່າ ລູກທີ່ຈະເກີດມານັ້ນຈະບໍ່ໄດ້ຖືວ່າເປັນລູກຂອງໂຕເອງ.+ ດັ່ງນັ້ນ ຕອນທີ່ນອນນຳເມຍຂອງອ້າຍ ລາວເລີຍເຮັດໃຫ້ນ້ຳເຊື້ອຕົກລົງພື້ນ ເພື່ອຊິບໍ່ມີລູກໃຫ້ອ້າຍ.+ 10 ພະເຢໂຫວາເຫັນວ່າລາວເຮັດສິ່ງທີ່ຊົ່ວ ເພິ່ນກໍເລີຍເຮັດໃຫ້ລາວຕາຍ.+ 11 ຢູດາຈຶ່ງເວົ້າກັບຕາມາລູກໃພ້ວ່າ: “ໃຫ້ລູກເມືອຢູ່ເຮືອນພໍ່ຂອງລູກສະ ແລະຢ່າຟ້າວແຕ່ງດອງຈົນກວ່າເຊລາລູກຊາຍຂອງພໍ່ຊິໃຫຍ່.” ເພາະລາວຢ້ານວ່າເຊລາຊິຕາຍຄືກັບພວກອ້າຍ.+ ແລ້ວຕາມາກໍກັບໄປຢູ່ເຮືອນພໍ່ຂອງລາວ.
12 ຜ່ານໄປໄລຍະໜຶ່ງ ເມຍຂອງຢູດາທີ່ເປັນລູກສາວຂອງຊູອ່າ+ກໍຕາຍ. ຢູດາໄວ້ທຸກໃຫ້ລາວໄລຍະໜຶ່ງ ແລ້ວລາວກໍໄປຫາຄົນທີ່ຕັດຂົນແກະໃຫ້ລາວຢູ່ເມືອງຕິມນາ.+ ລາວໄປກັບຮີຣາໝູ່ຂອງລາວທີ່ເປັນຄົນອະດຸລາມ.+ 13 ມີຄົນບອກຕາມາວ່າ: “ພໍ່ປູ່ຂອງເຈົ້າຊິໄປຕັດຂົນແກະຢູ່ຕິມນາ.” 14 ລາວເລີຍປ່ຽນເຄື່ອງແມ່ໝ້າຍທີ່ນຸ່ງຢູ່ອອກ ແລ້ວເອົາຜ້າປົກຫົວຮອດບ່າແລະປິດໜ້ານຳ. ຈາກນັ້ນ ລາວໄປນັ່ງຢູ່ໜ້າປະຕູເມືອງເອນາຢິມທີ່ເປັນທາງຜ່ານໄປເມືອງຕິມນາ. ລາວເຮັດແບບນີ້ກໍຍ້ອນວ່າເຊລາໃຫຍ່ແລ້ວ ແຕ່ພໍ່ປູ່ຍັງບໍ່ໄດ້ເອົາເຊລາມາໃຫ້ເປັນຜົວລາວ.+
15 ເມື່ອຢູດາເຫັນຕາມາ ລາວກໍຄິດວ່າເປັນໂສເພນີ ຍ້ອນຕາມາປົກໜ້າໄວ້. 16 ຢູດາກໍຍ່າງເຂົ້າໄປຫາແລະເວົ້າວ່າ: “ໄປນອນນຳອ້າຍເນາະ.” ແຕ່ລາວບໍ່ຮູ້ວ່າຜູ້ຍິງຄົນນັ້ນເປັນລູກໃພ້ຂອງລາວ.+ ຜູ້ຍິງຄົນນັ້ນເວົ້າວ່າ: “ຖ້າຂ້ອຍນອນນຳອ້າຍແລ້ວ ອ້າຍຊິເອົາຫຍັງໃຫ້ຂ້ອຍ?” 17 ຢູດາກໍເລີຍຕອບວ່າ: “ອ້າຍຊິໃຫ້ແບ້ນ້ອຍໂຕໜຶ່ງ.” ຜູ້ຍິງຄົນນັ້ນເວົ້າອີກວ່າ: “ຄັນຊັ້ນ ອ້າຍເອົາຫຍັງມາຈຳໄວ້ກ່ອນໄດ້ບໍ?” 18 ຢູດາຖາມວ່າ: “ເຈົ້າຢາກໃຫ້ອ້າຍເອົາຫຍັງຈຳໄວ້?” ຜູ້ຍິງຄົນນັ້ນຕອບວ່າ: “ຂ້ອຍຢາກໄດ້ແຫວນຈ້ຳກາ+ກັບເຊືອກຫ້ອຍມັນ ແລະໄມ້ຄ້ອນເທົ້າຂອງອ້າຍ.” ຢູດາໃຫ້ຕາມທີ່ລາວຢາກໄດ້ ແລ້ວຜູ້ຍິງຄົນນັ້ນກໍນອນນຳຢູດາແລະຖືພາ. 19 ຈາກນັ້ນ ຕາມາກໍອອກຈາກຫັ້ນແລະເອົາຜ້າປົກໜ້າອອກ ແລ້ວເອົາເຄື່ອງແມ່ໝ້າຍມານຸ່ງຄືເກົ່າ.
20 ຢູດາໃຫ້ໝູ່ຂອງລາວທີ່ເປັນຄົນອະດຸລາມ+ ເອົາແບ້ນ້ອຍໄປໃຫ້ຜູ້ຍິງຄົນນັ້ນແລະເອົາເຄື່ອງທີ່ຈຳໄວ້ຄືນມາ. ແຕ່ໝູ່ຂອງລາວບໍ່ເຫັນຜູ້ຍິງຄົນນັ້ນ. 21 ລາວຈຶ່ງຖາມຄົນແຖວນັ້ນວ່າ: “ໂສເພນີ*ທີ່ຢູ່ແຄມທາງໃນເມືອງເອນາຢິມຢູ່ໃສ?” ເຂົາເຈົ້າຕອບວ່າ: “ຢູ່ນີ້ບໍ່ມີໂສເພນີໄດ໋.” 22 ລາວເລີຍກັບໄປຫາຢູດາແລະເວົ້າວ່າ: “ຂ້ອຍບໍ່ເຫັນຜູ້ຍິງຄົນນັ້ນ ແລະຄົນຢູ່ແຖວນັ້ນກໍບອກວ່າ ‘ບໍ່ເຄີຍມີໂສເພນີຢູ່ນີ້.’” 23 ຢູດາເວົ້າວ່າ: “ຢ່າແຫຼະ ເອົາເຄື່ອງນັ້ນໃຫ້ລາວໄປສະ. ຄືຊິບໍ່ມີໃຜມາເວົ້າໃຫ້ພວກເຮົາດອກ. ຂ້ອຍກໍໃຫ້ເຈົ້າເອົາແບ້ນ້ອຍໄປໃຫ້ລາວແລ້ວ ແຕ່ກໍບໍ່ເຫັນລາວ.”
24 ສາມເດືອນຕໍ່ມາ ມີຄົນມາບອກຢູດາວ່າ: “ຕາມາລູກໃພ້ຂອງເຈົ້າເປັນຄືກັບແມ່ຈ້າງແລ້ວ ຕອນນີ້ລາວກຳລັງຖືພາ.” ຢູດາຈຶ່ງເວົ້າວ່າ: “ເອົາມັນມາເຜົາໄຟໃຫ້ຕາຍ.”+ 25 ຕອນທີ່ຄົນເອົາໂຕລາວມາ ຕາມາກໍຝາກຄວາມໄປຫາພໍ່ປູ່ວ່າ: “ຂ້ອຍຖືພາກັບຄົນທີ່ເປັນເຈົ້າຂອງເຄື່ອງພວກນີ້. ຂໍໃຫ້ເບິ່ງກ່ອນໄດ້ບໍວ່າ ແຫວນຈ້ຳກາກັບສາຍຫ້ອຍມັນແລະໄມ້ຄ້ອນເທົ້ານີ້ແມ່ນຂອງໃຜ?”+ 26 ຢູດາເບິ່ງເຄື່ອງພວກນັ້ນແລະເວົ້າວ່າ: “ລາວເຮັດຖືກແລ້ວ. ຂ້ອຍນີ້ແຫຼະເປັນຄົນເຮັດຜິດ ເພາະວ່າຂ້ອຍບໍ່ໄດ້ເອົາເຊລາໃຫ້ເປັນຜົວລາວ.”+ ແລ້ວຢູດາກໍບໍ່ໄດ້ນອນນຳຕາມາອີກເລີຍ.
27 ຕອນທີ່ຕາມາຖືພາທ້ອງໃຫຍ່ຫຼາຍແລ້ວ ລາວກໍຮູ້ວ່າໂຕເອງມີລູກຝາແຝດ. 28 ຕອນທີ່ລາວກຳລັງເກີດລູກ ລູກຄົນໜຶ່ງກໍເດ່ມືອອກມາ. ຄົນທີ່ຊ່ວຍລາວອອກລູກເອົາຝ້າຍສີແດງມາມັດແຂນນັ້ນແລະເວົ້າວ່າ: “ຜູ້ນີ້ອອກມາກ່ອນເດີ້.” 29 ແຕ່ແອນ້ອຍຜູ້ນັ້ນໄດ້ເອົາມືຫົດເຂົ້າໄປຄືນ ແລ້ວແອນ້ອຍອີກຄົນໜຶ່ງກໍອອກມາກ່ອນ. ຜູ້ຊ່ວຍຈຶ່ງທ້ວງວ່າ: “ເປັນຫຍັງເຈົ້າຄືໝົ້ນອອກມາເອງແບບນີ້?” ແອນ້ອຍຄົນນັ້ນເລີຍໄດ້ຊື່ວ່າເປເຣດ.*+ 30 ສ່ວນແອນ້ອຍທີ່ມີຝ້າຍສີແດງມັດແຂນກໍອອກມານຳຫຼັງ ລາວໄດ້ຊື່ວ່າເຊຣາ.+