ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ເອລີຢາ​ບອກ​ລ່ວງ​ໜ້າ​ວ່າ​ອາຮາຊີຢາ​ຈະ​ຕາຍ (1-​18)

2 ກະສັດ 1:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:36, 37; 2ຊມ 8:2; ພສ 60:8

2 ກະສັດ 1:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 13:2, 3; 1ຊມ 5:10
  • +2ກສ 1:16

2 ກະສັດ 1:3

ໄຂເງື່ອນ

  • *

    ແປ​ວ່າ “ພະເຈົ້າ​ຂອງ​ຂ້ອຍ​ແມ່ນ​ພະ​ເຢໂຫວາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 17:1; 18:36
  • +ອຊຢ 8:19; ຢຣມ 2:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2399

2 ກະສັດ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 10:13, 14

2 ກະສັດ 1:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:19; ຊຄຢ 13:4; ຮຣ 11:32, 37
  • +ມທ 3:4

2 ກະສັດ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 33:1

2 ກະສັດ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 11:1; 16:35; ລກ 9:54; ຢດ 7

2 ກະສັດ 1:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 13:2, 3
  • +2ກສ 1:3

2 ກະສັດ 1:17

ໄຂເງື່ອນ

  • *

    ນ້ອງຊາຍ​ຂອງ​ອາຮາຊີຢາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 3:1; 9:22
  • +2ກສ 8:16

2 ກະສັດ 1:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 22:51

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 1:1ປຖກ 19:36, 37; 2ຊມ 8:2; ພສ 60:8
2ກສ. 1:2ຢຊ 13:2, 3; 1ຊມ 5:10
2ກສ. 1:22ກສ 1:16
2ກສ. 1:31ກສ 17:1; 18:36
2ກສ. 1:3ອຊຢ 8:19; ຢຣມ 2:11
2ກສ. 1:61ຂຄ 10:13, 14
2ກສ. 1:81ກສ 19:19; ຊຄຢ 13:4; ຮຣ 11:32, 37
2ກສ. 1:8ມທ 3:4
2ກສ. 1:9ພບຍ 33:1
2ກສ. 1:10ຈຊບ 11:1; 16:35; ລກ 9:54; ຢດ 7
2ກສ. 1:16ຢຊ 13:2, 3
2ກສ. 1:162ກສ 1:3
2ກສ. 1:172ກສ 3:1; 9:22
2ກສ. 1:172ກສ 8:16
2ກສ. 1:181ກສ 22:51
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 1:1-18

ກະສັດ​ສະບັບ​ທີ​ສອງ

1 ຫຼັງ​ຈາກ​ອາຮາບ​ຕາຍ​ແລ້ວ ພວກ​ໂມອາບ​+ໄດ້​ກະບົດ​ຕໍ່​ພວກ​ອິດສະຣາເອນ.

2 ມີ​ມື້​ໜຶ່ງ ຕອນ​ທີ່​ອາຮາຊີຢາ​ຢູ່​ວັງ​ຂອງ​ລາວ​ໃນ​ເມືອງ​ຊາມາເຣຍ ລາວ​ໄດ້​ຢຽບ​ຕາ​ນ່າງ​ໄມ້​ໂດກ​ທີ່​ຢູ່​ເທິງ​ດາດ​ຟ້າ​ແລ້ວ​ຫຼຸລົງ​ມາແລະ​ເຈັບ​ໜັກ​ຫຼາຍ. ລາວ​ຈຶ່ງ​ບອກ​ພວກ​ຄົນ​ສົ່ງ​ຂ່າວ​ວ່າ: “ໄປ​ຖາມ​ພະ​ບາອານເຊບູນ​ຂອງ​ເມືອງ​ເອັກໂຣນ+ດຸ​ວ່າ​ຂ້ອຍ​ຈະ​ເຊົາ​ບໍ່.”+ 3 ແຕ່​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ໄດ້​ບອກ​ເອລີຢາ*+​ຄົນ​ຕີຊະເບ​ວ່າ: “ໄປ​ຫາ​ພວກ​ຄົນ​ສົ່ງ​ຂ່າວ​ຂອງ​ກະສັດ​ຊາມາເຣຍ​ແລະ​ຖາມ​ເຂົາ​ເຈົ້າ​ວ່າ ‘ຢູ່​ອິດສະຣາເອນ​ບໍ່​ມີ​ພະເຈົ້າ​ບໍ ເຈົ້າ​ຈຶ່ງ​ໄປ​ຖາມ​ພະ​ບາອານເຊບູນ​ຂອງ​ເມືອງ​ເອັກໂຣນ?’”+ 4 ຍ້ອນ​ແນວ​ນີ້​ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ: “ເຈົ້າ​ຈະ​ລຸກ​ໄປ​ໃສ​ບໍ່​ໄດ້. ເຈົ້າ​ຈະ​ນອນ​ຕາຍ​ຄາ​ຕຽງ.” ແລ້ວ​ເອລີຢາ​ກໍເຮັດ​ຕາມ​ທີ່ພະເຈົ້າ​ບອກ.

5 ເມື່ອ​ເຂົາ​ເຈົ້າ​ກັບ​ມາ​ຫາ​ກະສັດ​ອາຮາຊີຢາ ລາວ​ກໍ​ຖາມ​ທັນທີ​ວ່າ: “ພວກ​ເຈົ້າ​ກັບ​ມາ​ເຮັດ​ຫຍັງ?” 6 ເຂົາ​ເຈົ້າ​ຕອບ​ວ່າ: “ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ພວກ​ເຮົາ ແລະ​ບອກ​ພວກ​ເຮົາ​ໃຫ້​ກັບ​ໄປ​ບອກ​ກະສັດ​ວ່າ ‘ພະ​ເຢໂຫວາ​ເວົ້າ​ວ່າ ຢູ່​ອິດສະຣາເອນ​ບໍ່​ມີ​ພະເຈົ້າ​ບໍ ເຈົ້າ​ຈຶ່ງ​ໄປ​ຖາມ​ພະ​ບາອານເຊບູນ​ຂອງ​ເມືອງ​ເອັກໂຣນ? ຍ້ອນ​ແນວ​ນີ້​ເຈົ້າ​ຈະ​ລຸກ​ໄປ​ໃສ​ບໍ່​ໄດ້ ເຈົ້າ​ຈະ​ນອນ​ຕາຍ​ຄາ​ຕຽງ.’”+ 7 ອາຮາຊີຢາ​ຈຶ່ງ​ຖາມ​ວ່າ: “ຜູ້​ຊາຍ​ທີ່​ມາ​ເວົ້າ​ກັບ​ພວກ​ເຈົ້າ​ມີ​ລັກສະນະ​ແນວ​ໃດ?” 8 ເຂົາ​ເຈົ້າ​ຕອບ​ວ່າ: “ລາວ​ນຸ່ງ​ເຄື່ອງທີ່​ເປັນຂົນ​ສັດ+ແລະ​ໃສ່​ສາຍ​ແອວ​ໜັງ.”+ ອາຮາຊີຢາ​ຈຶ່ງ​ເວົ້າ​ຂຶ້ນ​ມາ​ທັນທີ​ວ່າ: “ລາວ​ແມ່ນ​ເອລີຢາ​ຄົນ​ຕີຊະເບ.”

9 ກະສັດ​ອາຮາຊີຢາ​ຈຶ່ງ​ສົ່ງ​ຫົວ​ໜ້າ​ທະຫານ​ກັບ​ກອງ​ທະຫານ 50 ຄົນ​ຂອງ​ລາວ​ໄປ​ຈັບ​ເອລີຢາ. ຕອນ​ທີ່​ຫົວ​ໜ້າ​ທະຫານ​ໄປ​ຫາ​ເອລີຢາ ເອລີຢາ​ນັ່ງ​ຢູ່​ເທິງ​ຈອມ​ພູ. ຫົວ​ໜ້າ​ທະຫານ​ບອກ​ລາວ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້+ ກະສັດ​ສັ່ງ​ໃຫ້​ເຈົ້າ​ລົງ​ມາ.” 10 ແຕ່​ເອລີຢາ​ເວົ້າ​ກັບ​ລາວ​ວ່າ: “ຖ້າ​ຂ້ອຍ​ເປັນ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້ ຂໍ​ໃຫ້​ໄຟ​ຕົກ​ລົງ​ມາ​ຈາກ​ຟ້າ​+ແລະ​ເຜົາ​ເຈົ້າ​ກັບ​ກອງ​ທະຫານ 50 ຄົນ​ຂອງ​ເຈົ້າ.” ແລ້ວ​ໄຟ​ກໍ​ຕົກ​ລົງ​ມາ​ຈາກ​ຟ້າ ແລະ​ເຜົາ​ຫົວ​ໜ້າ​ທະຫານ​ກັບ​ກອງ​ທະຫານ 50 ຄົນ​ຂອງ​ລາວ.

11 ກະສັດ​ກໍ​ສົ່ງ​ຫົວ​ໜ້າ​ທະຫານ​ອີກ​ຜູ້​ໜຶ່ງ​ກັບ​ກອງ​ທະຫານ 50 ຄົນ​ຂອງ​ລາວ​ໄປ​ອີກ. ຫົວ​ໜ້າ​ທະຫານ​ກໍ​ໄປ​ແລະ​ບອກ​ເອລີຢາ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້ ກະສັດ​ສັ່ງ​ໃຫ້​ເຈົ້າ​ລົງ​ມາ​ດຽວ​ນີ້.” 12 ແຕ່​ເອລີຢາ​ເວົ້າ​ກັບ​ລາວ​ວ່າ: “ຖ້າ​ຂ້ອຍ​ເປັນ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້ ຂໍ​ໃຫ້​ໄຟ​ຕົກ​ລົງ​ມາ​ຈາກ​ຟ້າ​ແລະ​ເຜົາ​ເຈົ້າ​ກັບ​ກອງ​ທະຫານ 50 ຄົນ​ຂອງ​ເຈົ້າ.” ແລ້ວ​ໄຟກໍ​ຕົກ​ລົງ​ມາ​ຈາກ​ຟ້າ ແລະ​ເຜົາ​ຫົວ​ໜ້າ​ທະຫານ​ກັບ​ກອງ​ທະຫານ 50 ຄົນ​ຂອງ​ລາວ.

13 ກະສັດ​ຈຶ່ງ​ສົ່ງ​ຫົວ​ໜ້າ​ທະຫານ​ຜູ້​ທີ 3 ກັບ​ກອງ​ທະຫານ 50 ຄົນ​ຂອງ​ລາວ​ໄປ​ອີກ. ຫົວ​ໜ້າ​ທະຫານ​ຜູ້​ທີ 3 ກໍ​ໄປ ແຕ່​ລາວ​ໄດ້​ຄູ້​ເຂົ່າ​ລົງ​ຕໍ່​ໜ້າ​ເອລີຢາ​ແລະ​ຂໍຮ້ອງ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້ ຂໍ​ຢ່າ​ຂ້າ​ຂ້ອຍ​ກັບ 50 ຄົນ​ນີ້​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ. 14 ໄຟ​ທີ່​ຕົກ​ລົງ​ມາ​ຈາກ​ຟ້າ​ໄດ້​ເຜົາ​ຫົວ​ໜ້າ​ທະຫານ 2 ຄົນ​ກັບ​ກອງ​ທະຫານ​ຂອງ​ເຂົາ​ເຈົ້າ​ຕາຍ​ໝົດ​ແລ້ວ ແຕ່​ເທື່ອ​ນີ້​ຂໍ​ທ່ານ​ຢ່າ​ຂ້າ​ຂ້ອຍ.”

15 ທູດສະຫວັນ​ຂອງ​ພະ​ເຢໂຫວາ​ບອກ​ເອລີຢາ​ວ່າ: “ບໍ່​ຕ້ອງ​ຢ້ານ​ລາວ. ໄປ​ນຳ​ລາວ​ໂລດ.” ເອລີຢາ​ຈຶ່ງ​ໄປ​ຫາ​ກະສັດ​ນຳ​ຫົວ​ໜ້າ​ທະຫານ​ຄົນ​ນັ້ນ. 16 ເອລີຢາ​ເວົ້າ​ກັບ​ກະສັດ​ວ່າ: “ພະ​ເຢໂຫວາ​ເວົ້າ​ວ່າ ‘ຢູ່​ອິດສະຣາເອນບໍ່​ມີ​ພະເຈົ້າ​ບໍ ເຈົ້າ​ຈຶ່ງ​ໃຫ້​ຄົນ​ໄປ​ຖາມ​ພະ​ບາອານເຊບູນ​ຂອງ​ເມືອງ​ເອັກໂຣນ?+ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ຖາມ​ພະເຈົ້າ​ຂອງ​ອິດສະຣາເອນ?+ ຍ້ອນ​ແນວ​ນີ້​ແຫຼະ​ເຈົ້າ​ຈະ​ລຸກ​ໄປ​ໃສ​ບໍ່​ໄດ້ ເຈົ້າ​ຈະ​ນອນ​ຕາຍ​ຄາ​ຕຽງ.’” 17 ແລ້ວ​ອາຮາຊີຢາ​ກໍ​ຕາຍ​ຄື​ກັບ​ທີ່​ພະ​ເຢໂຫວາ​ເວົ້າ​ຜ່ານ​ທາງ​ເອລີຢາ. ຍ້ອນ​ອາຮາຊີຢາ​ບໍ່​ມີ​ລູກ​ຊາຍ ເຢໂຮຣາມ*+ຈຶ່ງ​ເປັນ​ກະສັດ​ແທນ. ລາວ​ເປັນ​ກະສັດ​ໃນ​ປີ​ທີ 2 ທີ່​ເຢໂຮຣາມ+ລູກ​ຊາຍ​ຂອງ​ເຢໂຮຊາຟັດ​ເປັນ​ກະສັດ​ປົກຄອງ​ຢູດາ.

18 ເລື່ອງ​ຕ່າງ​ໆ​ຂອງ​ອາຮາຊີຢາ+ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌