ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 8
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ຜູ້​ຍິງ​ຄົນ​ຊູເນມ​ໄດ້​ດິນ​ຂອງ​ລາວ​ຄືນ (1-​6)

      • ເອລີຊາ ເບັນຮາດັດ ແລະ​ຮາຊາເອນ (7-​15)

      • ເຢໂຮຣາມ​ເປັນ​ກະສັດ​ປົກຄອງ​ຢູດາ (16-​24)

      • ອາຮາຊີຢາ​ເປັນ​ກະສັດ​ປົກຄອງ​ຢູດາ (25-​29)

2 ກະສັດ 8:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 4:32-35
  • +ລລວ 26:19; ພບຍ 28:15, 23; 1ກສ 17:1

2 ກະສັດ 8:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 13:2, 3

2 ກະສັດ 8:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 2:14, 20, 21; 3:17; 4:4, 7; 6:5-7; 7:1

2 ກະສັດ 8:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 4:32-35
  • +ຈຊບ 36:9

2 ກະສັດ 8:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 7:8
  • +1ກສ 20:1; 2ກສ 6:24
  • +1ກສ 17:24

2 ກະສັດ 8:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:15
  • +1ຊມ 9:8; 1ກສ 14:2, 3

2 ກະສັດ 8:9

ໄຂເງື່ອນ

  • *

    ການ​ເອີ້ນ​ໂຕເອງ​ວ່າ “ລູກ​ຊາຍ​ຂອງ​ທ່ານ” ເປັນ​ການ​ສະແດງ​ຄວາມ​ນັບຖື

2 ກະສັດ 8:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 8:15

2 ກະສັດ 8:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 10:32; 12:17; 13:3; ອມ 1:3
  • +ພບຍ 28:63; ອມ 1:13

2 ກະສັດ 8:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:15

2 ກະສັດ 8:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 8:10

2 ກະສັດ 8:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:8, 10; 2ກສ 11:1; 15:8, 10
  • +1ກສ 19:15

2 ກະສັດ 8:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 1:17
  • +1ກສ 22:50; 2ຂຄ 21:3, 5

2 ກະສັດ 8:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:32, 33; 21:25
  • +1ກສ 12:28-30
  • +2ກສ 8:26, 27; 2ຂຄ 18:1
  • +2ຂຄ 21:6, 7

2 ກະສັດ 8:19

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ມີ​ຕະກຽງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:10; 2ຊມ 7:16, 17
  • +1ກສ 11:36; ພສ 132:17

2 ກະສັດ 8:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 27:40; 2ຊມ 8:14
  • +1ກສ 22:47; 2ຂຄ 21:8-10

2 ກະສັດ 8:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 21:13; 2ກສ 19:8

2 ກະສັດ 8:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:10; 2ຂຄ 21:18-20
  • +1ຂຄ 3:10, 11; 2ຂຄ 21:16, 17; 22:1, 2

2 ກະສັດ 8:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 9:29

2 ກະສັດ 8:26

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລູກສາວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 11:1, 13, 16
  • +1ກສ 16:16, 23

2 ກະສັດ 8:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:33
  • +2ກສ 8:16, 18; 2ຂຄ 22:3, 4

2 ກະສັດ 8:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 21:38; 1ກສ 22:2, 3
  • +1ກສ 19:17; 2ຂຄ 22:5

2 ກະສັດ 8:29

ໄຂເງື່ອນ

  • *

    ຊື່​ຫຍໍ້​ຂອງ​ເມືອງ​ຣາໂມດກິລຽດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:17, 18; 1ກສ 21:1; 2ຂຄ 22:6
  • +2ກສ 9:15

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 8:12ກສ 4:32-35
2ກສ. 8:1ລລວ 26:19; ພບຍ 28:15, 23; 1ກສ 17:1
2ກສ. 8:2ຢຊ 13:2, 3
2ກສ. 8:42ກສ 2:14, 20, 21; 3:17; 4:4, 7; 6:5-7; 7:1
2ກສ. 8:52ກສ 4:32-35
2ກສ. 8:5ຈຊບ 36:9
2ກສ. 8:7ອຊຢ 7:8
2ກສ. 8:71ກສ 20:1; 2ກສ 6:24
2ກສ. 8:71ກສ 17:24
2ກສ. 8:81ກສ 19:15
2ກສ. 8:81ຊມ 9:8; 1ກສ 14:2, 3
2ກສ. 8:102ກສ 8:15
2ກສ. 8:122ກສ 10:32; 12:17; 13:3; ອມ 1:3
2ກສ. 8:12ພບຍ 28:63; ອມ 1:13
2ກສ. 8:131ກສ 19:15
2ກສ. 8:142ກສ 8:10
2ກສ. 8:151ກສ 16:8, 10; 2ກສ 11:1; 15:8, 10
2ກສ. 8:151ກສ 19:15
2ກສ. 8:162ກສ 1:17
2ກສ. 8:161ກສ 22:50; 2ຂຄ 21:3, 5
2ກສ. 8:181ກສ 16:32, 33; 21:25
2ກສ. 8:181ກສ 12:28-30
2ກສ. 8:182ກສ 8:26, 27; 2ຂຄ 18:1
2ກສ. 8:182ຂຄ 21:6, 7
2ກສ. 8:19ປຖກ 49:10; 2ຊມ 7:16, 17
2ກສ. 8:191ກສ 11:36; ພສ 132:17
2ກສ. 8:20ປຖກ 27:40; 2ຊມ 8:14
2ກສ. 8:201ກສ 22:47; 2ຂຄ 21:8-10
2ກສ. 8:22ຢຊ 21:13; 2ກສ 19:8
2ກສ. 8:241ກສ 2:10; 2ຂຄ 21:18-20
2ກສ. 8:241ຂຄ 3:10, 11; 2ຂຄ 21:16, 17; 22:1, 2
2ກສ. 8:252ກສ 9:29
2ກສ. 8:262ກສ 11:1, 13, 16
2ກສ. 8:261ກສ 16:16, 23
2ກສ. 8:271ກສ 16:33
2ກສ. 8:272ກສ 8:16, 18; 2ຂຄ 22:3, 4
2ກສ. 8:28ຢຊ 21:38; 1ກສ 22:2, 3
2ກສ. 8:281ກສ 19:17; 2ຂຄ 22:5
2ກສ. 8:29ຢຊ 19:17, 18; 1ກສ 21:1; 2ຂຄ 22:6
2ກສ. 8:292ກສ 9:15
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 8:1-29

ກະສັດ​ສະບັບ​ທີ​ສອງ

8 ເອລີຊາ​ບອກ​ແມ່​ຂອງ​ເດັກ​ນ້ອຍ​ຜູ້​ຊາຍ​ທີ່​ລາວ​ເຄີຍ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ວ່າ:+ “ໃຫ້​ເຈົ້າ​ກັບ​ຄອບຄົວ​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ​ທີ່​ພວກ​ເຈົ້າ​ຈະ​ຢູ່​ໄດ້ ຍ້ອນ​ພະ​ເຢໂຫວາ​ບອກ​ວ່າ​ຈະ​ມີ​ຄວາມ​ອຶດຢາກ​+ໃນ​ແຜ່ນດິນ​ນີ້ 7 ປີ.” 2 ຜູ້​ຍິງ​ຄົນ​ນີ້​ກໍ​ເຮັດ​ຕາມ​ທີ່​ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ບອກ. ລາວ​ກັບ​ຄອບຄົວ​ໄປ​ຢູ່​ເຂດ​ຂອງ​ພວກ​ຟີລິດສະຕີນ+ 7 ປີ.

3 ເມື່ອ​ຮອດ 7 ປີ​ແລ້ວ ຜູ້​ຍິງ​ຄົນ​ນີ້​ກໍ​ກັບ​ມາ​ຈາກ​ເຂດ​ຂອງ​ພວກ​ຟີລິດສະຕີນ ແລ້ວ​ລາວ​ກໍ​ໄປ​ອ້ອນວອນ​ຕໍ່​ກະສັດ​ເພື່ອ​ຂໍ​ເຮືອນ​ກັບ​ນາ​ຄືນ. 4 ຕອນ​ນັ້ນ ກະສັດ​ກຳລັງ​ຖາມ​ເກຮາຊີ​ທີ່​ເປັນ​ຄົນ​ຮັບ​ໃຊ້​ຂອງ​ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ວ່າ: “ເລົ່າ​ໃຫ້​ຂ້ອຍ​ຟັງ​ດຸ ເອລີຊາ​ໄດ້​ເຮັດ​ການອັດສະຈັນ​ຫຍັງ​ແດ່?”+ 5 ຕອນ​ທີ່​ເກຮາຊີ​ກຳລັງ​ເລົ່າ​ໃຫ້​ກະສັດ​ຟັງ​ເລື່ອງ​ທີ່​ເອລີຊາ​ປຸກ​ຄົນ​ໃຫ້​ຄືນ​ມາ​ຈາກ​ຕາຍ+ ຜູ້​ຍິງ​ທີ່​ເອລີຊາ​ປຸກ​ລູກ​ຊາຍ​ຂອງ​ລາວ​ໃຫ້​ຄືນ​ມາ​ຈາກ​ຕາຍ​ກໍ​ເຂົ້າ​ມາ​ຫາ​ກະສັດ​ເພື່ອ​ອ້ອນວອນ​ຂໍ​ເຮືອນ​ກັບ​ນາ​ຄືນ.+ ເມື່ອ​ເກຮາຊີ​ເຫັນ ລາວ​ກໍ​ເວົ້າ​ວ່າ: “ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ຜູ້​ຍິງ​ຄົນ​ນີ້​ແຫຼະ​ທີ່​ຂ້ອຍ​ກຳລັງ​ເວົ້າ​ເຖິງ ແລະ​ນີ້​ກໍ​ແມ່ນ​ລູກ​ຊາຍ​ຂອງ​ລາວ​ທີ່​ເອລີຊາ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.” 6 ກະສັດ​ຈຶ່ງ​ຖາມ​ຜູ້​ຍິງ​ຄົນ​ນັ້ນ ແລ້ວ​ລາວ​ກໍ​ເລົ່າ​ເລື່ອງ​ທັງ​ໝົດ​ໃຫ້​ກະສັດ​ຟັງ. ກະສັດ​ຈຶ່ງ​ສັ່ງ​ຂ້າລາຊະການ​ຄົນ​ໜຶ່ງ​ວ່າ: “ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ສົ່ງ​ຄືນ​ໃຫ້​ລາວ ແລະ​ເອົາເງິນໃຫ້​ລາວ​ຕາມ​ທີ່​ລາວ​ຄວນ​ໄດ້​ຮັບ​ຈາກ​ການ​ຂາຍ​ຜົນລະປູກ​ໃນ​ນາ​ຂອງ​ລາວ​ຕັ້ງ​ແຕ່​ມື້​ທີ່​ລາວ​ໄປ​ຈົນ​ຮອດ​ຕອນ​ນີ້.”

7 ເອລີຊາ​ໄດ້​ໄປ​ເມືອງ​ດາມາເຊ+ ຕອນ​ນັ້ນ​ເບັນຮາດັດ​+ກະສັດ​ຂອງ​ຊີເຣຍ​ບໍ່​ສະບາຍ​ແຮງ. ມີ​ຄົນ​ໄປ​ບອກ​ກະສັດ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້+ມາ​ເມືອງ​ດາມາເຊ.” 8 ກະສັດ​ຈຶ່ງ​ບອກ​ຮາຊາເອນ+ວ່າ: “ໃຫ້​ເຈົ້າ​ໄປ​ຫາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້ ແລະ​ເອົາ​ຂອງຂວັນ​ໄປ​ພ້ອມ.+ ຂໍ​ໃຫ້​ລາວ​ຖາມ​ພະ​ເຢໂຫວາ​ວ່າ ‘ຂ້ອຍ​ຈະ​ເຊົາເຈັບ​ປ່ວຍບໍ?’” 9 ຮາຊາເອນ​ຈຶ່ງ​ໄປ​ຫາ​ເອລີຊາ​ແລະ​ເອົາ​ຂອງຂວັນ​ທີ່​ເປັນ​ແນວ​ດີ​ໆ​ທຸກ​ຢ່າງ​ທີ່​ມີ​ໃນ​ເມືອງ​ດາມາເຊ​ໃສ່​ຫຼັງ​ອູດ 40 ໂຕ​ໄປ​ໃຫ້​ລາວ​ນຳ. ຮາຊາເອນ​ມາ​ຢືນ​ຢູ່​ຕໍ່​ໜ້າ​ເອລີຊາ​ແລະ​ເວົ້າ​ວ່າ: “ເບັນຮາດັດ​ກະສັດ​ຊີເຣຍ​ທີ່​ເປັນລູກຊາຍຂອງ​ທ່ານ*ໃຫ້​ຂ້ອຍ​ມາ​ຖາມ​ທ່ານ​ວ່າ​ລາວ​ຈະ​ເຊົາ​ເຈັບ​ປ່ວຍ​ບໍ?” 10 ເອລີຊາ​ຕອບ​ວ່າ: “ໄປ​ບອກ​ກະສັດ​ວ່າ ລາວ​ຈະ​ເຊົາ​ເຈັບ​ປ່ວຍ​ແທ້. ແຕ່​ພະ​ເຢໂຫວາ​ບອກ​ໃຫ້​ຂ້ອຍ​ຮູ້​ວ່າ​ລາວ​ຈະ​ຕາຍ​ແນ່ນອນ.”+ 11 ເອລີຊາ​ເບິ່ງ​ໜ້າ​ຮາຊາເອນ​ຈົນ​ລາວຮູ້ສຶກຢູ່​ຍາກ ແລ້ວ​ເອລີຊາ​ກໍ​ໄຫ້. 12 ຮາຊາເອນ​ຈຶ່ງ​ຖາມ​ວ່າ: “ທ່ານ​ໄຫ້​ເຮັດ​ຫຍັງ?” ເອລີຊາ​ຕອບ​ວ່າ: “ຍ້ອນ​ຂ້ອຍ​ຮູ້​ວ່າ​ເຈົ້າ​ຈະ​ເຮັດ​ຊົ່ວ​ຕໍ່​ພວກ​ອິດສະຣາເອນ.+ ເຈົ້າ​ຈະ​ຈູດ​ເມືອງ​ຕ່າງ​ໆ​ຂອງ​ເຂົາ​ເຈົ້າ​ທີ່​ມີກຳແພງອ້ອມ. ເຈົ້າ​ຈະ​ເອົາ​ດາບ​ຂ້າທະຫານ​ທີ່​ເກັ່ງ​ໆ​ຂອງ​ເຂົາ​ເຈົ້າ. ເຈົ້າ​ຈະຂ້າ​ລູກ​ຂອງ​ເຂົາ​ເຈົ້າ​ຢ່າງ​ໂຫດ​ຫ້ຽມ ແລະ​ຈະຜ່າ​ທ້ອງຜູ້​ຍິງ​ທີ່​ຖື​ພາ.”+ 13 ຮາຊາເອນ​ບອກ​ວ່າ: “ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ເປັນ​ພຽງ​ໝາ​ໂຕ​ໜຶ່ງ​ທີ່​ບໍ່​ມີ​ຄວາມສຳຄັນຫຍັງ. ຂ້ອຍ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?” ແຕ່​ເອລີຊາ​ບອກ​ວ່າ: “ພະ​ເຢໂຫວາ​ບອກ​ໃຫ້​ຂ້ອຍ​ຮູ້​ວ່າ ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ປົກຄອງ​ຊີເຣຍ.”+

14 ຫຼັງ​ຈາກ​ນັ້ນ ຮາຊາເອນ​ກໍ​ກັບ​ໄປ​ຫາ​ເຈົ້າ​ນາຍ​ຂອງ​ລາວ. ກະສັດ​ຖາມ​ລາວ​ວ່າ: “ເອລີຊາ​ບອກ​ວ່າ​ແນວ​ໃດ?” ຮາຊາເອນ​ຕອບ​ວ່າ: “ລາວ​ບອກ​ຂ້ອຍ​ວ່າ​ທ່ານ​ຈະ​ເຊົາ​ເຈັບ​ປ່ວຍ​ແທ້.”+ 15 ມື້​ຕໍ່ມາ ຮາຊາເອນ​ກໍ​ເອົາ​ຜ້າ​ປູ​ບ່ອນ​ຈຸ່ມ​ນ້ຳ​ໄປ​ປົກ​ໜ້າ​ກະສັດ​ຈົນ​ລາວ​ຂາດ​ໃຈ​ຕາຍ.+ ແລ້ວ​ຮາຊາເອນ​ກໍ​ເປັນ​ກະສັດ​ແທນ.+

16 ໃນ​ປີ​ທີ 5 ທີ່​ເຢໂຮຣາມ+ລູກ​ຊາຍ​ຂອງ​ອາຮາບ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ເຢໂຮຊາຟັດ​ເປັນ​ກະສັດ​ປົກຄອງ​ຢູດາ ແລະ​ເຢໂຮຣາມ​+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ປົກຄອງ​ຢູດາ​ນຳ​ກັນ​ກັບ​ພໍ່. 17 ເຢໂຮຣາມ​ລູກ​ຊາຍ​ຂອງ​ເຢໂຮຊາຟັດ​ເປັນ​ກະສັດ​ຕອນ​ອາຍຸ 32 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 8 ປີ. 18 ລາວ​ເຮັດ​ຊົ່ວ​ຄື​ກັບ​ຄອບຄົວ​ຂອງ​ອາຮາບ+ແລະ​ກະສັດ​ອົງ​ອື່ນ​ໆ​ຂອງ​ອິດສະຣາເອນ+ ຍ້ອນ​ລາວ​ແຕ່ງດອງ​ກັບ​ລູກສາວ​ຂອງ​ອາຮາບ.+ ລາວ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ.+ 19 ແຕ່​ພະ​ເຢໂຫວາ​ບໍ່​ຢາກ​ທຳລາຍ​ຢູດາ ຍ້ອນ​ເຫັນ​ແກ່​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ+ ເພາະ​ເພິ່ນ​ໄດ້​ສັນຍາ​ວ່າ​ດາວິດ​ກັບ​ລູກ​ຫຼານ​ຂອງ​ລາວ​ຈະປົກຄອງ*ຕໍ່​ໆ​ໄປ.+

20 ໃນ​ສະໄໝ​ຂອງ​ກະສັດ​ເຢໂຮຣາມ ພວກ​ເອໂດມ​ໄດ້​ກະບົດ​ຕໍ່​ຢູດາ+ແລະ​ຕັ້ງ​ກະສັດ​ຂຶ້ນ​ມາ​ເອງ.+ 21 ເຢໂຮຣາມ​ຈຶ່ງ​ພາ​ກອງ​ທັບ​ລົດ​ມ້າ​ທັງ​ໝົດ​ຂອງ​ລາວ​ຂ້າມ​ໄປ​ຊາ​ອີ. ເມື່ອ​ຂ້າມ​ໄປ​ແລ້ວ ພວກ​ເອໂດມ​ກໍ​ມາລ້ອມເຢໂຮຣາມ​ກັບ​ພວກ​ຫົວ​ໜ້າ​ກອງ​ທັບ​ລົດ​ມ້າ. ເຢໂຮຣາມ​ໄດ້​ໂຈມຕີ​ພວກ​ນັ້ນ​ໃນ​ຕອນ​ກາງຄືນ​ແລະ​ເອົາ​ຊະນະ​ເຂົາ​ເຈົ້າ​ໄດ້. ແລ້ວ​ພວກ​ທະຫານ​ກໍ​ໜີ​ກັບ​ເມືອ​ເຮືອນ​ຂອງ​ໂຕເອງ. 22 ເອໂດມ​ໄດ້​ກະບົດ​ຕໍ່​ຢູດາ​ຈົນ​ຮອດ​ທຸກ​ມື້​ນີ້ ແລະ​ໃນ​ຕອນ​ນັ້ນ​ເມືອງ​ລິບນາ​+ກໍ​ກະບົດຕໍ່​ຢູດາ​ຄື​ກັນ.

23 ເລື່ອງ​ຕ່າງ​ໆ​ຂອງ​ເຢໂຮຣາມ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 24 ເມື່ອ​ເຢໂຮຣາມ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ​ຢູ່​ເມືອງ​ຂອງ​ດາວິດ.+ ອາຮາຊີຢາ+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

25 ໃນ​ປີ​ທີ 12 ທີ່​ເຢໂຮຣາມ​ລູກ​ຊາຍ​ຂອງ​ອາຮາບ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ອາຮາຊີຢາ​ລູກ​ຊາຍ​ຂອງ​ເຢໂຮຣາມ​ກໍ​ເປັນ​ກະສັດ​ປົກຄອງ​ຢູດາ.+ 26 ອາຮາຊີຢາ​ເປັນ​ກະສັດ​ຕອນ​ອາຍຸ 22 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 1 ປີ. ແມ່​ຂອງ​ລາວ​ຊື່​ອາທາລີຢາ+ເປັນ​ຫຼານ​ສາວ*ຂອງ​ອົມຣີ​+ກະສັດ​ອິດສະຣາເອນ. 27 ອາຮາຊີຢາ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ເຮັດ​ຊົ່ວ​ຄື​ກັບຄອບຄົວ​ຂອງ​ອາຮາບ+ ຍ້ອນ​ລາວເປັນ​ພີ່ນ້ອງກັບ​ຄອບຄົວ​ຂອງ​ອາຮາບ.+ 28 ອາຮາຊີຢາ​ໄປ​ກັບ​ເຢໂຮຣາມ​ລູກ​ຊາຍ​ຂອງ​ອາຮາບ​ເພື່ອ​ເຮັດ​ສົງຄາມ​ກັບ​ຮາຊາເອນ​ກະສັດ​ຂອງ​ຊີເຣຍ​ຢູ່​ເມືອງ​ຣາໂມດກິລຽດ.+ ແຕ່​ເຢໂຮຣາມ​ຖືກ​ພວກ​ຊີເຣຍຍິງ​ທະນູໃສ່​ຈົນ​ບາດເຈັບ.+ 29 ກະສັດ​ເຢໂຮຣາມ​ຈຶ່ງ​ກັບ​ໄປ​ເມືອງ​ເຢດຊະເຣເອນ+ເພື່ອ​ປົວ​ບາດ​ທີ່​ຖືກ​ພວກ​ຊີເຣຍຍິງ​ທະນູ​ໃສ່​ຕອນ​ທີ່​ຕໍ່ສູ້​ກັບ​ຮາຊາເອນ​ກະສັດ​ຂອງ​ຊີເຣຍ​+ຢູ່​ເມືອງ​ຣາມາ.* ອາຮາຊີຢາ​ລູກ​ຊາຍ​ຂອງ​ເຢໂຮຣາມ​ກະສັດ​ຂອງ​ຢູດາ​ຈຶ່ງ​ໄປ​ຢາມ​ເຢໂຮຣາມ​ລູກ​ຊາຍ​ຂອງ​ອາຮາບ​ຢູ່​ເມືອງ​ເຢດຊະເຣເອນ ຍ້ອນ​ລາວ​ບາດເຈັບ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌