ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 10
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ຜູ້ຕັດສິນ​ໂຕ​ລາ​ແລະ​ຜູ້ຕັດສິນ​ຢາອີ (1-​5)

      • ພວກ​ອິດສະຣາເອນ​ກະບົດ​ແລະ​ກັບ​ໃຈ (6-​16)

      • ພວກ​ອຳໂມນ​ກໍ່​ກວນ​ພວກ​ອິດສະຣາເອນ (17, 18)

ພວກຜູ້ຕັດສິນ 10:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:16

ພວກຜູ້ຕັດສິນ 10:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:14

ພວກຜູ້ຕັດສິນ 10:6

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

  • *

    ຫຼື “ອາຣາມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:19; 4:1; 6:1; ນຮຢ 9:28
  • +ຜຕສ 3:7; ພສ 106:36-38
  • +ຈຊບ 25:1, 2
  • +1ກສ 11:5; 2ກສ 23:13
  • +ຜຕສ 16:23; 1ຊມ 5:4; 2ກສ 1:2

ພວກຜູ້ຕັດສິນ 10:7

ໄຂເງື່ອນ

  • *

    ແປຕາມໂຕວ່າ “ຂາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15, 48; 31:17; ຜຕສ 2:14; 4:2

ພວກຜູ້ຕັດສິນ 10:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:30
  • +ຜຕສ 2:13; 3:7; 1ຊມ 12:9, 10

ພວກຜູ້ຕັດສິນ 10:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:30
  • +ຈຊບ 21:23-25
  • +ຜຕສ 3:31

ພວກຜູ້ຕັດສິນ 10:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:12
  • +2ຂຄ 15:2; ມກ 3:4

ພວກຜູ້ຕັດສິນ 10:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 18:27
  • +ຢຣມ 2:28

ພວກຜູ້ຕັດສິນ 10:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:26
  • +2ຂຄ 7:14; 33:13, 15; ພສ 106:44; ອຊຢ 63:9

ພວກຜູ້ຕັດສິນ 10:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:36, 38; ຜຕສ 3:13

ພວກຜູ້ຕັດສິນ 10:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 11:1

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 10:1ຜຕສ 2:16
ຜຕສ. 10:4ພບຍ 3:14
ຜຕສ. 10:6ຜຕສ 2:19; 4:1; 6:1; ນຮຢ 9:28
ຜຕສ. 10:6ຜຕສ 3:7; ພສ 106:36-38
ຜຕສ. 10:6ຈຊບ 25:1, 2
ຜຕສ. 10:61ກສ 11:5; 2ກສ 23:13
ຜຕສ. 10:6ຜຕສ 16:23; 1ຊມ 5:4; 2ກສ 1:2
ຜຕສ. 10:7ພບຍ 28:15, 48; 31:17; ຜຕສ 2:14; 4:2
ຜຕສ. 10:10ພບຍ 4:30
ຜຕສ. 10:10ຜຕສ 2:13; 3:7; 1ຊມ 12:9, 10
ຜຕສ. 10:11ອພຍ 14:30
ຜຕສ. 10:11ຈຊບ 21:23-25
ຜຕສ. 10:11ຜຕສ 3:31
ຜຕສ. 10:13ຜຕສ 2:12
ຜຕສ. 10:132ຂຄ 15:2; ມກ 3:4
ຜຕສ. 10:141ກສ 18:27
ຜຕສ. 10:14ຢຣມ 2:28
ຜຕສ. 10:16ພບຍ 7:26
ຜຕສ. 10:162ຂຄ 7:14; 33:13, 15; ພສ 106:44; ອຊຢ 63:9
ຜຕສ. 10:17ປຖກ 19:36, 38; ຜຕສ 3:13
ຜຕສ. 10:18ຜຕສ 11:1
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 10:1-18

ພວກ​ຜູ້ຕັດສິນ

10 ຫຼັງ​ຈາກ​ອາບີເມເລັກ​ຕາຍ ພະເຈົ້າ​ກໍ​ເລືອກ​ໂຕລາ​ລູກ​ຊາຍ​ຂອງ​ປູອາ​ຫຼານ​ຂອງ​ໂດໂດ​ຈາກ​ຕະກູນ​ອິດຊາຄາ​ໃຫ້​ມາ​ຊ່ວຍ​ພວກ​ອິດສະຣາເອນ.+ ລາວ​ອາໄສ​ຢູ່​ເມືອງ​ຊາມີ​ເຊິ່ງ​ຢູ່​ໃນ​ເຂດ​ພູ​ຂອງ​ເອຟຣາຢິມ. 2 ລາວ​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ອິດສະຣາເອນ 23 ປີ ແລ້ວ​ລາວ​ກໍ​ຕາຍ​ແລະ​ຖືກ​ຝັງ​ໄວ້​ຢູ່​ເມືອງ​ຊາມີ.

3 ຫຼັງ​ຈາກ​ຜູ້ຕັດສິນ​ໂຕລາ​ຕາຍ ພະເຈົ້າ​ກໍ​ເລືອກ​ຢາອີ​ຄົນ​ກິລຽດ​ໃຫ້​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ອິດສະຣາເອນ. ລາວ​ເຮັດ​ໜ້າ​ທີ່​ນີ້ 22 ປີ. 4 ຢາອີ​ມີ​ລູກ​ຊາຍ 30 ຄົນ ເຊິ່ງ​ຂີ່​ລາ 30 ໂຕ. ພວກ​ລູກ​ຊາຍ​ຂອງ​ລາວ​ມີ​ເມືອງ 30 ເມືອງ​ເຊິ່ງ​ຖືກ​ເອີ້ນ​ວ່າ​ຮາໂວດຢາອີ​+ຈົນ​ຮອດ​ທຸກ​ມື້​ນີ້. ເມືອງ​ເຫຼົ່ານີ້​ຢູ່​ໃນ​ເຂດ​ກິລຽດ. 5 ແລ້ວ​ຢາອີ​ກໍ​ຕາຍ ແລະ​ຖືກ​ຝັງ​ໄວ້​ຢູ່​ເມືອງ​ກາໂມນ.

6 ຫຼັງ​ຈາກ​ນັ້ນ ພວກ​ອິດສະຣາເອນ​ກໍ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຊົ່ວ​ອີກ.+ ເຂົາ​ເຈົ້າ​ນະມັດສະການ​ພະ​ບາອານ+ ຮູບ​ພະ​ອັດຊະໂຕເຣດ* ແລະ​ພະເຈົ້າ​ຕ່າງ​ໆ​ຂອງ​ພວກ​ຊີເຣຍ* ພວກ​ຊີໂດນ ພວກ​ໂມອາບ+ ພວກ​ອຳໂມນ+ ແລະ​ພວກ​ຟີລິດສະຕີນ.+ ເຂົາ​ເຈົ້າ​ປະຖິ້ມ​ພະ​ເຢໂຫວາ​ແລະ​ເຊົາ​ນະມັດສະການ​ເພິ່ນ. 7 ພະເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ​ໃຫ້​ພວກ​ອິດສະຣາເອນ ແລະ​ເພິ່ນ​ໄດ້​ມອບ*​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ພວກ​ຟີລິດສະຕີນ​ກັບ​ພວກ​ອຳໂມນ.+ 8 ຕັ້ງ​ແຕ່​ປີ​ນັ້ນ ພວກ​ເຂົາ​ເລີ່ມ​ກົດຂີ່​ພວກ​ອິດສະຣາເອນ​ຢ່າງ​ໜັກ. ຕະຫຼອດ​ໄລຍະ 18 ປີ ພວກ​ເຂົາ​ກົດຂີ່​ພວກ​ອິດສະຣາເອນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ​ໃນ​ເຂດ​ກິລຽດ​ທີ່​ເຄີຍ​ເປັນ​ແຜ່ນດິນ​ຂອງ​ພວກ​ອຳໂມນ. 9 ພວກ​ອຳໂມນ​ຍັງ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ຕໍ່ສູ້​ກັບ​ຕະກູນ​ຢູດາ ຕະກູນ​ເບັນຢາມິນ ແລະ​ຕະກູນ​ເອຟຣາຢິມ​ນຳ. ພວກ​ອິດສະຣາເອນ​ທຸກລຳບາກ​ຫຼາຍ. 10 ແລ້ວ​ພວກ​ອິດສະຣາເອນ​ກໍ​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ+ ໂດຍ​ເວົ້າ​ວ່າ: “ພວກ​ເຮົາ​ເຮັດ​ຜິດ​ຕໍ່​ພະອົງ​ແລ້ວ. ພວກ​ເຮົາ​ປະຖິ້ມ​ພະອົງ​ທີ່​ເປັນ​ພະເຈົ້າ​ຂອງ​ພວກ​ເຮົາ​ແລະ​ໄປ​ນະມັດສະການ​ພະ​ບາອານ.”+

11 ແຕ່​ພະ​ເຢໂຫວາ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ເຮົາ​ເຄີຍ​ຊ່ວຍ​ພວກ​ເຈົ້າ​ອອກ​ຈາກ​ເອຢິບ+ ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ພວກ​ອາໂມ+ ພວກ​ອຳໂມນ ພວກ​ຟີລິດສະຕີນ+ 12 ພວກ​ຊີໂດນ ພວກ​ອາມາເລັກ ແລະ​ພວກ​ມີດີອານ​ຕອນ​ທີ່​ພວກ​ເຂົາ​ກົດຂີ່​ພວກ​ເຈົ້າ​ບໍ່​ແມ່ນ​ບໍ? ເມື່ອ​ພວກ​ເຈົ້າ​ຮ້ອງ​ຂໍ​ໃຫ້​ເຮົາ​ຊ່ວຍ ເຮົາ​ກໍ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ມື​ຂອງ​ພວກ​ເຂົາ. 13 ແຕ່​ພວກ​ເຈົ້າ​ພັດ​ປະຖິ້ມ​ເຮົາ​ແລະ​ໄປ​ນະມັດສະການ​ພະເຈົ້າ​ອື່ນ.+ ຍ້ອນ​ແນວ​ນີ້ ເຮົາ​ຈະ​ບໍ່​ຊ່ວຍ​ພວກ​ເຈົ້າ​ອີກ.+ 14 ໃຫ້​ພວກ​ເຈົ້າ​ໄປ​ຂໍ​ກັບ​ພະເຈົ້າ​ທີ່​ພວກ​ເຈົ້າ​ນະມັດສະການ​ແມ້.+ ເທື່ອ​ນີ້ ໃຫ້​ພະເຈົ້າ​ພວກ​ນັ້ນ​ຊ່ວຍ​ພວກ​ເຈົ້າສະ​ເດີ້.”+ 15 ແຕ່​ພວກ​ອິດສະຣາເອນ​ກໍ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ພວກ​ເຮົາ​ເຮັດ​ຜິດ​ແລ້ວ. ພະອົງ​ຈະ​ເຮັດ​ແນວ​ໃດ​ກັບ​ພວກ​ເຮົາ​ກໍ​ໄດ້ຕາມ​ທີ່​ພະອົງ​ຕ້ອງການ ແຕ່​ເທື່ອ​ນີ້ຂໍ​ພະອົງ​ຊ່ວຍ​ພວກ​ເຮົາ​ກ່ອນ.” 16 ເຂົາ​ເຈົ້າ​ຈຶ່ງ​ກຳຈັດ​ຮູບ​ພະ​ຕ່າງ​ໆ​ໃຫ້​ໝົດ​ໄປ​ແລະ​ເລີ່ມ​ນະມັດສະການ​ພະ​ເຢໂຫວາ​ອີກ+ ເພື່ອ​ເພິ່ນ​ຈະ​ທົນ​ບໍ່​ໄດ້​ທີ່​ເຫັນ​ພວກ​ອິດສະຣາເອນ​ທຸກ​ລຳບາກ.+

17 ຕໍ່ມາ ພວກ​ອຳໂມນ​+ຖືກ​ເອີ້ນ​ໃຫ້​ມາ​ລວມ​ໂຕ​ກັນ ແລະ​ພວກ​ເຂົາ​ກໍ​ຕັ້ງ​ຄ້າຍ​ທະຫານ​ຢູ່​ກິລຽດ. ສ່ວນ​ພວກ​ອິດສະຣາເອນ​ກໍ​ລວມ​ໂຕ​ກັນ​ແລະ​ຕັ້ງ​ຄ້າຍ​ຢູ່​ເມືອງ​ມິດຊະປາ. 18 ປະຊາຊົນ​ກັບ​ພວກ​ຜູ້​ນຳ​ໃນ​ກິລຽດ​ໄດ້​ລົມ​ກັນ​ວ່າ: “ຜູ້​ໃດ​ຊິ​ນຳ​ໜ້າ​ພວກ​ເຮົາ​ໄປ​ຕໍ່ສູ້​ກັບ​ພວກ​ອຳໂມນ?+ ຖ້າ​ຜູ້​ໃດ​ໄປ ພວກ​ເຮົາ​ຊິ​ຕັ້ງ​ລາວ​ໃຫ້​ເປັນ​ຫົວ​ໜ້າ​ຂອງ​ທຸກ​ຄົນ​ທີ່​ຢູ່​ໃນ​ກິລຽດ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌