ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 19
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ແລະ​ເມືອງ​ລີ້ໄພ (1-13)

      • ຫ້າມ​ຍ້າຍ​ຫຼັກ​ແດນ​ຂອງ​ເພື່ອນ​ບ້ານ (14)

      • ພະຍານ​ໃນ​ສານ (15-21)

        • ຕ້ອງ​ມີ​ພະຍານ 2 ຫຼື 3 ຄົນ (15)

ພະບັນຍັດ 19:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:1; 9:1

ພະບັນຍັດ 19:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 35:14; ຢຊ 20:7, 9

ພະບັນຍັດ 19:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2017, ໜ້າ 16

ພະບັນຍັດ 19:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 35:15; ພບຍ 4:42

ພະບັນຍັດ 19:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 35:25

ພະບັນຍັດ 19:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 35:12, 19
  • +ຢຊ 20:4, 5

ພະບັນຍັດ 19:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:18; ອພຍ 23:31; ພບຍ 11:24
  • +ປຖກ 28:14

ພະບັນຍັດ 19:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 11:22, 23
  • +ຢຊ 20:7, 8

ພະບັນຍັດ 19:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 6:16, 17
  • +ພບຍ 21:6-9

ພະບັນຍັດ 19:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຢຮ 3:15

ພະບັນຍັດ 19:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:6; ອພຍ 21:12; ຈຊບ 35:16; ພບຍ 27:24

ພະບັນຍັດ 19:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 24:17, 21; ຈຊບ 35:33; 2ຊມ 21:1

ພະບັນຍັດ 19:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 27:17

ພະບັນຍັດ 19:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 35:30; ພບຍ 17:6
  • +ມທ 18:16; ຢຮ 8:17; 2ກຣ 13:1; 1ຕມ 5:19

ພະບັນຍັດ 19:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:1; 1ກສ 21:13; ມຣກ 14:56

ພະບັນຍັດ 19:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 17:8, 9

ພະບັນຍັດ 19:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 13:14; 17:4; 2ຂຄ 19:6

ພະບັນຍັດ 19:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 19:5
  • +ພບຍ 21:20, 21; 24:7; 1ກຣ 5:13

ພະບັນຍັດ 19:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 13:11; 17:13; 1ຕມ 5:20

ພະບັນຍັດ 19:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 19:13
  • +ອພຍ 21:23-25; ລລວ 24:20; ມທ 5:38

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 131-133

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 19:1ພບຍ 7:1; 9:1
ພບຍ. 19:2ຈຊບ 35:14; ຢຊ 20:7, 9
ພບຍ. 19:4ຈຊບ 35:15; ພບຍ 4:42
ພບຍ. 19:5ຈຊບ 35:25
ພບຍ. 19:6ຈຊບ 35:12, 19
ພບຍ. 19:6ຢຊ 20:4, 5
ພບຍ. 19:8ປຖກ 15:18; ອພຍ 23:31; ພບຍ 11:24
ພບຍ. 19:8ປຖກ 28:14
ພບຍ. 19:9ພບຍ 11:22, 23
ພບຍ. 19:9ຢຊ 20:7, 8
ພບຍ. 19:10ສພສ 6:16, 17
ພບຍ. 19:10ພບຍ 21:6-9
ພບຍ. 19:111ຢຮ 3:15
ພບຍ. 19:12ປຖກ 9:6; ອພຍ 21:12; ຈຊບ 35:16; ພບຍ 27:24
ພບຍ. 19:13ລລວ 24:17, 21; ຈຊບ 35:33; 2ຊມ 21:1
ພບຍ. 19:14ພບຍ 27:17
ພບຍ. 19:15ຈຊບ 35:30; ພບຍ 17:6
ພບຍ. 19:15ມທ 18:16; ຢຮ 8:17; 2ກຣ 13:1; 1ຕມ 5:19
ພບຍ. 19:16ອພຍ 23:1; 1ກສ 21:13; ມຣກ 14:56
ພບຍ. 19:17ພບຍ 17:8, 9
ພບຍ. 19:18ພບຍ 13:14; 17:4; 2ຂຄ 19:6
ພບຍ. 19:19ສພສ 19:5
ພບຍ. 19:19ພບຍ 21:20, 21; 24:7; 1ກຣ 5:13
ພບຍ. 19:20ພບຍ 13:11; 17:13; 1ຕມ 5:20
ພບຍ. 19:21ພບຍ 19:13
ພບຍ. 19:21ອພຍ 21:23-25; ລລວ 24:20; ມທ 5:38
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 19:1-21

ພະບັນຍັດ

19 “ເມື່ອ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ທຳລາຍ​ຊາດ​ຕ່າງ​ໆ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຈະ​ເອົາ​ໃຫ້​ເຈົ້າ ແລ້ວ​ເຈົ້າ​ໄດ້​ເຂົ້າ​ໄປ​ຍຶດ​ແລະ​ຢູ່​ໃນ​ບ້ານ​ກັບ​ເມືອງ​ຕ່າງ​ໆ​ແລ້ວ+ 2 ໃຫ້​ກັນ​ເມືອງ​ໄວ້ 3 ເມືອງ ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ເຈົ້າ​ນັ້ນ.+ 3 ເຈົ້າ​ຕ້ອງ​ແບ່ງ​ເຂດ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ເຈົ້າ​ເປັນ 3 ສ່ວນ ແລະ​ແຕ່​ລະ​ສ່ວນ​ຕ້ອງ​ມີ​ເມືອງ​ລີ້ໄພ​ເມືອງ​ໜຶ່ງ. ໃຫ້​ເຮັດ​ຫົນ​ທາງ​ໄປ​ເມືອງ​ເຫຼົ່າ​ນັ້ນ ເພື່ອ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ຈະ​ໜີ​ໄປເມືອງ​ໃດ​ເມືອງ​ໜຶ່ງໄດ້.

4 ຖ້າ​ຜູ້​ໃດ​ຂ້າ​ຄົນ​ຕາຍ ແລະ​ລາວ​ບໍ່​ຢາກ​ຖືກ​ຂ້າ ລາວ​ຕ້ອງ​ເຮັດ​ແນວ​ນີ້. ເມື່ອ​ລາວ​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ແລະ​ບໍ່​ໄດ້​ກຽດ​ຊັງ​ກັນ​ມາ​ກ່ອນ+ 5 ຍົກ​ຕົວຢ່າງ: ເມື່ອ​ລາວ​ໄປ​ຕັດ​ຟືນ​ຢູ່​ໃນ​ປ່າ ແລະ​ລາວຍົກ​ຂວານຊິ​ຕັດ​ໄມ້ ແຕ່​ຫົວ​ຂວານ​ຫຼຸດ​ຈາກ​ດ້າມ​ໄປ​ຖືກ​ຄົນ​ອື່ນ ແລ້ວ​ເຮັດ​ໃຫ້​ຄົນ​ນັ້ນ​ຕາຍ ລາວ​ກໍ​ຕ້ອງ​ໜີ​ໄປ​ເມືອງ​ລີ້ໄພ​ເມືອງ​ໃດ​ເມືອງ​ໜຶ່ງ​ໃນ 3 ເມືອງ​ນີ້.+ 6 ແຕ່​ຖ້າ​ລາວ​ໜີ​ໄປ​ບໍ່​ທັນ​ຍ້ອນ​ເມືອງ​ເຫຼົ່າ​ນັ້ນ​ຢູ່​ໄກ​ໂພດ ຄົນ​ທີ່​ມີ​ສິດ​ແກ້ແຄ້ນ+​ທີ່​ກຳລັງໃຈ​ຮ້າຍແຮງ​ກໍ​ຈະ​ນຳ​ລາວ​ທັນ​ແລະ​ຂ້າ​ລາວ​ໄດ້. ລາວ​ບໍ່​ສົມຄວນ​ຕາຍ​ເພາະ​ລາວ​ບໍ່​ໄດ້​ກຽດ​ຊັງ​ຄົນ​ທີ່​ຕາຍ​ນັ້ນ.+ 7 ຍ້ອນ​ແນວ​ນີ້ ຂ້ອຍ​ຈຶ່ງ​ສັ່ງ​ເຈົ້າ​ວ່າ ‘ໃຫ້​ກັນ​ເມືອງ​ໄວ້ 3 ເມືອງ.’

8 ຖ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຂະຫຍາຍ​ເຂດ​ແດນ​ຂອງ​ເຈົ້າ​ໃຫ້​ກວ້າງ​ອອກ​ໄປ​ຕາມ​ທີ່​ເພິ່ນ​ໄດ້​ສັນຍາ​ກັບ​ປູ່ຍ່າຕານາຍ​ຂອງ​ເຈົ້າ+ ແລະ​ເພິ່ນ​ໄດ້​ເອົາ​ແຜ່ນດິນ​ທັງ​ໝົດ​ທີ່​ເພິ່ນ​ໄດ້​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຈົ້າ​ໃຫ້​ກັບ​ເຈົ້າ+ 9 ຖ້າ​ເຈົ້າສັດຊື່ແລະ​ເຊື່ອ​ຟັງ​ກົດ​ໝາຍ​ທັງ​ໝົດ​ທີ່​ຂ້ອຍ​ກຳລັງ​ບອກ​ເຈົ້າ​ໃນ​ມື້​ນີ້ ຄື​ໃຫ້​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ແລະ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ​ສະເໝີ+ ໃຫ້​ພວກ​ເຈົ້າ​ກັນ​ເມືອງ​ໄວ້​ຕື່ມ​ອີກ 3 ເມືອງ​ເປັນ 6 ເມືອງ.+ 10 ເມື່ອເຮັດ​ແນວ​ນີ້ ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ກໍ​ຈະ​ບໍ່​ຖືກ​ຂ້າ+ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເອົາ​ໃຫ້​ເຈົ້າ​ເປັນ​ມໍລະດົກ ແລະ​ເຈົ້າ​ຈະ​ບໍ່​ຖືກ​ເອີ້ນ​ວ່າ​ເປັນ​ຜູ້​ຂ້າ​ຄົນ.+

11 ຖ້າ​ຜູ້​ໃດ​ກຽດ​ຊັງ​ຄົນ​ໃດ​ຄົນ​ໜຶ່ງ+ ແລະ​ໄດ້​ໄປ​ດັກຊຸ້ມທຳ​ຮ້າຍ​ລາວ​ຈົນ​ຕາຍ ແລ້ວ​ກໍ​ໜີ​ໄປ​ເມືອງ​ລີ້ໄພ​ເມືອງ​ໃດ​ເມືອງ​ໜຶ່ງ 12 ພວກ​ຜູ້​ນຳ​ທີ່​ຢູ່​ໃນ​ເມືອງ​ຂອງ​ລາວ​ຕ້ອງ​ເອີ້ນ​ລາວ​ອອກ​ຈາກ​ເມືອງ​ລີ້ໄພ​ນັ້ນ ແລະ​ສົ່ງ​ລາວ​ໃຫ້​ຄົນ​ທີ່​ມີ​ສິດ​ແກ້ແຄ້ນ. ລາວ​ຈະ​ຕ້ອງ​ຕາຍ.+ 13 ຢ່າ​ອີ່ຕົນ​ລາວ. ເຈົ້າ​ຕ້ອງ​ກຳຈັດ​ຜູ້​ທີ່​ຂ້າ​ຄົນ​ທີ່ບໍ່​ມີ​ຄວາມ​ຜິດ​ອອກ​ໄປ​ຈາກ​ອິດສະຣາເອນ+ ແລ້ວ​ເຈົ້າ​ຈະ​ມີ​ຊີວິດ​ທີ່​ດີ.

14 ເມື່ອ​ເຈົ້າ​ໄດ້​ຮັບ​ມໍລະດົກ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ແລ້ວ ຫ້າມ​ເຈົ້າ​ຍ້າຍ​ຫຼັກ​ແດນ​ຂອງ​ເພື່ອນ​ບ້ານ+​ທີ່​ປູ່ຍ່າຕານາຍ​ໄດ້​ຝັງ​ໄວ້.

15 ຖ້າ​ມີ​ພະຍານ​ພຽງ​ຄົນ​ດຽວ ຈະ​ບໍ່​ສາມາດ​ຕັດສິນ​ຜູ້​ໃດ​ຜູ້​ໜຶ່ງ​ໃນ​ຄວາມ​ຜິດ​ທີ່​ລາວ​ອາດ​ຈະ​ເຮັດ+ ແຕ່​ຖ້າ​ມີ​ພະຍານ 2 ຫຼື 3 ຄົນ​ຂຶ້ນ​ໄປ​ກໍ​ຈະ​ຢືນ​ຢັນ​ເລື່ອງ​ນັ້ນ​ໄດ້.+ 16 ຖ້າ​ມີ​ຄົນ​ໜຶ່ງ​ໃສ່​ຮ້າຍ​ຫຼື​ກ່າວ​ຫາ​ວ່າ​ອີກ​ຄົນ​ໜຶ່ງ​ເຮັດ​ຜິດ+ 17 ທັງ​ສອງ​ຄົນ​ທີ່​ມີ​ເລື່ອງ​ຜິດ​ຖຽງ​ກັນ​ນັ້ນ​ຕ້ອງ​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ ພວກ​ປະໂລຫິດ ແລະ​ພວກ​ຜູ້ຕັດສິນ​ທີ່​ເຮັດ​ວຽກ​ໃນ​ຕອນ​ນັ້ນ.+ 18 ພວກ​ຜູ້ຕັດສິນ​ຕ້ອງ​ຖາມ​ເບິ່ງ​ຢ່າງ​ຄັກ​ແນ່+ ແລະ​ຖ້າ​ຜູ້​ທີ່​ເປັນ​ພະຍານ​ໄດ້​ເວົ້າ​ຕົວະ​ແລະ​ໃສ່​ຮ້າຍ​ພີ່​ນ້ອງ​ຂອງ​ລາວ 19 ເຈົ້າ​ຕ້ອງ​ເຮັດ​ກັບ​ລາວ​ຄື​ກັບ​ທີ່​ລາວ​ໄດ້​ເຮັດ​ຕໍ່​ພີ່​ນ້ອງ​ຂອງ​ລາວ.+ ເຈົ້າ​ຕ້ອງ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ໝົດ​ໄປ​ຈາກ​ພວກ​ເຈົ້າ.+ 20 ເມື່ອ​ຄົນ​ອື່ນ​ໄດ້​ຍິນ​ເລື່ອງ​ນີ້​ກໍ​ຈະ​ຢ້ານ ແລະ​ຈະ​ບໍ່​ມີ​ໃຜ​ກ້າ​ເຮັດ​ຊົ່ວ​ແນວ​ນີ້​ອີກ.+ 21 ຢ່າ​ອີ່ຕົນ​ລາວ.+ ຊີວິດ​ຕ້ອງ​ແທນ​ຊີວິດ ຕາ​ແທນ​ຕາ ແຂ້ວ​ແທນ​ແຂ້ວ ມື​ແທນ​ມື ແລະ​ຕີນ​ແທນ​ຕີນ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌