ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 21
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ປະໂລຫິດ​ຕ້ອງ​ເປັນ​ຄົນ​ບໍລິສຸດ​ແລະ​ສະອາດ (1-9)

      • ປະໂລຫິດ​ໃຫຍ່​ຕ້ອງ​ບໍ່​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ (10-15)

      • ຄົນ​ທີ່​ຈະ​ເປັນ​ປະໂລຫິດ​ຕ້ອງ​ບໍ່​ພິການ (16-24)

ລະບຽບພວກເລວີ 21:1

ໄຂເງື່ອນ

  • *

    ປະໂລຫິດ​ຈະ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ຖ້າ​ລາວ​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຫຼື​ໄວ້ທຸກ​ໃຫ້​ຄົນ​ຕາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 19:14

ລະບຽບພວກເລວີ 21:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 14:1
  • +ລລວ 19:27, 28

ລະບຽບພວກເລວີ 21:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:44
  • +ລລວ 18:21; 19:12; 22:32
  • +ອຊຢ 52:11; 1ປຕ 1:15, 16

ລະບຽບພວກເລວີ 21:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:29
  • +ພບຍ 24:1; ອຊກ 44:22

ລະບຽບພວກເລວີ 21:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:41
  • +ອພຍ 28:36; ລລວ 11:45; 20:7, 8

ລະບຽບພວກເລວີ 21:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:14

ລະບຽບພວກເລວີ 21:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ເທ​ໃສ່​ມື”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:12
  • +ອພຍ 28:2; 29:29; ລລວ 16:32
  • +ປຖກ 37:34; ລລວ 10:6

ລະບຽບພວກເລວີ 21:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 6:7; 19:11, 14

ລະບຽບພວກເລວີ 21:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 10:7
  • +ລລວ 8:12

ລະບຽບພວກເລວີ 21:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 44:22

ລະບຽບພວກເລວີ 21:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 9:2

ລະບຽບພວກເລວີ 21:18

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຄົນ​ທີ່​ຍ່າງ​ບໍ່​ໄດ້”

ລະບຽບພວກເລວີ 21:20

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຄົນ​ຂາດ​ສານ​ອາຫານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 23:1

ລະບຽບພວກເລວີ 21:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 2:10; 6:14, 16; 24:8, 9; ຈຊບ 18:9
  • +ລລວ 22:10; ຈຊບ 18:19

ລະບຽບພວກເລວີ 21:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:6
  • +ອພຍ 38:1
  • +ອພຍ 25:8
  • +ອພຍ 28:41

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 21:1ຈຊບ 19:14
ລລວ. 21:5ພບຍ 14:1
ລລວ. 21:5ລລວ 19:27, 28
ລລວ. 21:6ອພຍ 29:44
ລລວ. 21:6ລລວ 18:21; 19:12; 22:32
ລລວ. 21:6ອຊຢ 52:11; 1ປຕ 1:15, 16
ລລວ. 21:7ລລວ 19:29
ລລວ. 21:7ພບຍ 24:1; ອຊກ 44:22
ລລວ. 21:8ອພຍ 28:41
ລລວ. 21:8ອພຍ 28:36; ລລວ 11:45; 20:7, 8
ລລວ. 21:9ລລວ 20:14
ລລວ. 21:10ລລວ 8:12
ລລວ. 21:10ອພຍ 28:2; 29:29; ລລວ 16:32
ລລວ. 21:10ປຖກ 37:34; ລລວ 10:6
ລລວ. 21:11ຈຊບ 6:7; 19:11, 14
ລລວ. 21:12ລລວ 10:7
ລລວ. 21:12ລລວ 8:12
ລລວ. 21:13ອຊກ 44:22
ລລວ. 21:15ອຊຣ 9:2
ລລວ. 21:20ພບຍ 23:1
ລລວ. 21:22ລລວ 2:10; 6:14, 16; 24:8, 9; ຈຊບ 18:9
ລລວ. 21:22ລລວ 22:10; ຈຊບ 18:19
ລລວ. 21:23ອພຍ 30:6
ລລວ. 21:23ອພຍ 38:1
ລລວ. 21:23ອພຍ 25:8
ລລວ. 21:23ອພຍ 28:41
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 21:1-24

ລະບຽບພວກເລວີ

21 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: “ໃຫ້​ບອກ​ພວກ​ລູກ​ຊາຍ​ຂອງ​ອາໂຣນ​ທີ່​ເປັນ​ປະໂລຫິດ​ວ່າ ‘ຢ່າ​ເຮັດ​ໃຫ້​ໂຕ​ເອງບໍ່​ສະອາດ*ຍ້ອນຄົນ​ຂອງ​ລາວທີ່​ຕາຍ​ໄປ.+ 2 ແຕ່​ລາວ​ຈະ​ເຮັດ​ແນວ​ນັ້ນ​ໄດ້​ສຳລັບ​ພີ່ນ້ອງ​ໃກ້ຊິດ​ທີ່​ເປັນ​ສາຍ​ເລືອດ​ດຽວ​ກັນ​ຄື: ພໍ່ ແມ່ ລູກ​ຊາຍ ລູກສາວ ອ້າຍ ແລະ​ນ້ອງ. 3 ລາວ​ຈະ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ຍ້ອນ​ເອື້ອຍ​ຫຼື​ນ້ອງ​ຂອງ​ລາວ​ໄດ້ ຖ້າ​ເອື້ອຍ​ຫຼື​ນ້ອງ​ຍັງ​ເປັນ​ສາວ​ບໍ​ລິ​ສຸດ​ທີ່​ອາໄສ​ຢູ່​ນຳ​ລາວ​ແລະ​ຍັງ​ບໍ່​ໄດ້​ແຕ່ງດອງ​ເທື່ອ. 4 ແຕ່​ຢ່າ​ໃຫ້​ລາວ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ແລະ​ບໍ່​ບໍລິສຸດ ຍ້ອນ​ສົບ​ຂອງ​ເອື້ອຍ​ຫຼື​ນ້ອງ​ທີ່​ມີ​ຜົວ​ແລ້ວ​ໃນ​ພວກ​ຄົນ​ຂອງ​ລາວ. 5 ຢ່າ​ໃຫ້​ເຂົາ​ເຈົ້າ​ແຖ​ຫົວ+ ແຖ​ໜວດ​ເຄົາ ຫຼື​ປາດ​ໂຕເອງ.+ 6 ເຂົາ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ​ສຳລັບ​ພະເຈົ້າ+ ແລະ​ເຂົາ​ເຈົ້າ​ຕ້ອງ​ບໍ່​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ຖືກ​ດູ​ໝິ່ນ+ ເພາະ​ເຂົາ​ເຈົ້າ​ເປັນ​ຄົນ​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ ແລະ​ເອົາ​ເຄື່ອງ​ບູຊາ​ທີ່ເປັນ​ຄື​ກັບ​ອາຫານ​ໃຫ້​ພະເຈົ້າ ເຂົາ​ເຈົ້າ​ຈຶ່ງ​ຕ້ອງ​ເປັນ​ຄົນ​ບໍລິສຸດ.+ 7 ຫ້າມ​ເຂົາ​ເຈົ້າ​ແຕ່ງດອງ​ກັບ​ຜູ້​ຍິງ​ທີ່​ເປັນ​ໂສເພນີ+ ຜູ້​ຍິງ​ທີ່​ບໍ່​ບໍລິສຸດ ຫຼື​ຜູ້​ຍິງ​ທີ່​ເປັນ​ແມ່​ຮ້າງ+ ເພາະ​ປະໂລຫິດ​ຕ້ອງ​ເປັນ​ຄົນ​ບໍລິສຸດ​ສຳລັບ​ພະເຈົ້າ. 8 ພວກອິດສະຣາເອນຕ້ອງ​ຖື​ວ່າ​ປະໂລຫິດ​ເປັນ​ຄົນ​ບໍລິສຸດ+ ເພາະ​ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ທີ່​ເປັນ​ຄື​ກັບ​ອາຫານ​ໃຫ້​ພະເຈົ້າ. ປະໂລຫິດ​ຕ້ອງ​ເປັນ​ຄົນ​ບໍລິສຸດ​ສຳລັບ​ພວກ​ເຈົ້າ ເພາະ​ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ​ທີ່​ແຍກ​ພວກ​ເຈົ້າ​ໄວ້​ຕ່າງ​ຫາກ​ໃຫ້​ເປັນ​ຄົນ​ບໍລິສຸດ.+

9 ຖ້າ​ລູກສາວ​ຂອງ​ປະໂລຫິດ​ເຮັດ​ໃຫ້​ໂຕເອງ​ເສຍ​ກຽດ​ໂດຍ​ເປັນ​ໂສເພນີ ລາວ​ກໍ​ເຮັດ​ໃຫ້​ພໍ່​ຂອງ​ໂຕເອງ​ຖືກ​ດູ​ໝິ່ນ. ລາວ​ຈະ​ຕ້ອງ​ຖືກ​ຂ້າ​ແລະ​ເອົາ​ໄປ​ເຜົາ.+

10 ຄົນ​ທີ່​ເປັນປະໂລຫິດ​ໃຫຍ່​ໃນ​ພວກປະໂລຫິດ​ເຊິ່ງ​ເປັນ​ຜູ້​ທີ່​ຖືກ​ເທ​ນ້ຳມັນ​ໃສ່​ຫົວ+ ແລະ​ຖືກ​ເລືອກ*ໃຫ້​ໃສ່​ເຄື່ອງນຸ່ງ​ຂອງ​ປະໂລຫິດ+ ຕ້ອງ​ບໍ່​ປ່ອຍ​ໃຫ້​ຜົມ​ຫຍຸ້ງ ຫຼື​ຈີກ​ເຄື່ອງນຸ່ງ​ຂອງ​ໂຕເອງ.+ 11 ລາວ​ຕ້ອງ​ບໍ່​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ໂດຍ​ໄປ​ໃກ້​ສົບ+ ເຖິງ​ວ່າ​ຈະ​ເປັນ​ສົບ​ຂອງ​ພໍ່​ຫຼື​ແມ່​ກໍ​ຕາມ. 12 ລາວ​ບໍ່​ຄວນ​ອອກ​ຈາກບ່ອນ​ບໍລິສຸດ ແລະ​ບໍ່​ຄວນ​ເຮັດ​ໃຫ້​ບ່ອນ​ບໍລິສຸດ​ຂອງ​ພະ​ເຈົ້າ​ຖືກ​ດູ​ໝິ່ນ+ ເພາະ​ນ້ຳມັນ​ທີ່​ພະເຈົ້າ​ໃຊ້​ແຕ່ງຕັ້ງ+​ລາວ​ເຊິ່ງ​ເປັນ​ເຄື່ອງ​ໝາຍ​ຂອງ​ການ​ອຸທິດ​ໂຕ​ຖືກ​ເທ​ໃສ່​ຫົວ​ຂອງ​ລາວ​ແລ້ວ. ເຮົາ​ແມ່ນ​ເຢໂຫວາ.

13 ລາວ​ຕ້ອງ​ເອົາ​ຜູ້​ຍິງ​ບໍລິສຸດ​ມາ​ເປັນ​ເມຍ.+ 14 ຫ້າມ​ລາວ​ແຕ່ງດອງ​ກັບ​ແມ່​ໝ້າຍ ແມ່​ຮ້າງ ຜູ້​ຍິງ​ທີ່​ບໍ່​ບໍລິສຸດ ຫຼື​ໂສເພນີ ແຕ່​ລາວ​ຕ້ອງ​ເອົາ​ຜູ້​ຍິງ​ບໍລິສຸດ​ໃນ​ພວກ​ຄົນ​ຂອງ​ລາວ​ມາ​ເປັນ​ເມຍ. 15 ລາວ​ບໍ່​ຄວນ​ເຮັດ​ໃຫ້​ລູກ​ຫຼານ​ໃນ​ພວກ​ຄົນ​ຂອງ​ລາວ​ຖືກ​ດູ​ໝິ່ນ+ ເພາະ​ເຮົາ​ແມ່ນ​ເຢໂຫວາ​ຜູ້​ທີ່​ແຍກ​ລາວ​ໄວ້​ຕ່າງ​ຫາກ.’”

16 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 17 “ໃຫ້​ບອກ​ອາໂຣນ​ວ່າ ‘ຖ້າລູກ​ຫຼານ​ຂອງ​ເຈົ້າຄົນ​ໃດ​ເປັນ​ຄົນ​ພິການ ຫ້າມ​ຜູ້​ນັ້ນ​ເອົາ​ເຄື່ອງ​ບູຊາ​ທີ່​ເປັນ​ຄື​ກັບ​ອາຫານ​ໃຫ້​ພະເຈົ້າ. 18 ຄົນ​ພິການ​ທີ່​ບໍ່​ສາມາດ​ເຮັດ​ວຽກ​ນັ້ນ​ໄດ້ ມີ​ດັ່ງ​ຕໍ່​ໄປ​ນີ້: ຄົນ​ຕາ​ບອດ ຄົນ​ຂາລີບ* ຄົນ​ດັງ​ແວ່ງ ຄົນ​ແຂນ​ຂາ​ຍາວ​ບໍ່​ເທົ່າ​ກັນ 19 ຄົນ​ທີ່​ກະດູກ​ຕີນ​ຫຼື​ກະດູກ​ມື​ຫັກ 20 ຄົນ​ຫຼັງ​ກ່ອມ ຄົນ​ຄອດ* ຄົນ​ຕາ​ບໍ່​ດີ ຄົນ​ທີ່​ເປັນ​ໂລກ​ຜິວ​ໜັງ ຄົນ​ທີ່​ເປັນ​ຂີ້ກາກ ແລະ​ຄົນ​ທີ່​ມີ​ໝາກ​ອັນທະ​ບໍ່​ສົມບູນ.+ 21 ຖ້າ​ລູກ​ຫຼານ​ຂອງ​ປະໂລຫິດ​ອາໂຣນ​ຄົນ​ໃດ​ເປັນ​ຄົນ​ພິການ ຜູ້​ນັ້ນ​ຈະ​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ​ບໍ່​ໄດ້. ຍ້ອນ​ລາວ​ພິການ ລາວ​ຈະ​ເອົາ​ເຄື່ອງ​ບູຊາ​ທີ່​ເປັນ​ຄື​ກັບ​ອາຫານ​ໃຫ້​ພະເຈົ້າ​ບໍ່​ໄດ້. 22 ລາວ​ຈະ​ກິນ​ເຄື່ອງ​ບູຊາ​ທີ່​ເປັນ​ຄື​ກັບ​ອາຫານ​ຂອງ​ພະເຈົ້າ​ຈາກ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​+ແລະ​ສິ່ງ​ບໍລິສຸດ​ໄດ້.+ 23 ແຕ່​ຍ້ອນ​ລາວ​ພິການ ລາວ​ຈະ​ເຂົ້າ​ໄປ​ໃກ້​ຜ້າກັ້ງ+ແລະ​ແທ່ນ​ບູຊາ​ບໍ່​ໄດ້.+ ລາວ​ຕ້ອງ​ບໍ່​ເຮັດ​ໃຫ້​ບ່ອນ​ບໍລິສຸດ​ຂອງ​ເຮົາ​ຖືກ​ດູ​ໝິ່ນ+ ເພາະ​ເຮົາ​ແມ່ນ​ເຢໂຫວາ​ຜູ້​ທີ່​ແຍກ​ເຂົາ​ເຈົ້າ​ໄວ້​ຕ່າງ​ຫາກ.’”+

24 ແລ້ວ​ໂມເຊ​ກໍ​ໄປ​ບອກ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ ແລະ​ພວກ​ອິດສະຣາເອນ​ທັງ​ໝົດ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌