ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 69
  • ປະເດັນ​ທີ່​ວ່າ​ໃຜ​ເປັນ​ບິດາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ປະເດັນ​ທີ່​ວ່າ​ໃຜ​ເປັນ​ບິດາ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢໂຫວາ​ເອີ້ນ​ລາວ​ວ່າ “ມິດ​ສະຫາຍ​ຂອງ​ເຮົາ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ພະເຈົ້າທົດລອງຄວາມເຊື່ອຂອງອັບລາຫາມ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະເຈົ້າ​ທົດສອບ​ຄວາມ​ເຊື່ອ​ຂອງ​ອັບຣາຮາມ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ອັບຣາຮາມ​ກັບ​ຊາຣາ​ເຊື່ອຟັງ​ພະເຈົ້າ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ເບິ່ງຕື່ມ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 69

ບົດ 69

ປະເດັນ​ທີ່​ວ່າ​ໃຜ​ເປັນ​ບິດາ

ລະຫວ່າງ​ເທສະການ​ນັ້ນ ການ​ໂຕ້​ຕອບ​ລະຫວ່າງ​ພະ​ເຍຊູ​ກັບ​ຜູ້​ນຳ​ຊາວ​ຢິວ​ເພີ່ມ​ຄວາມ​ຮຸນແຮງ​ຍິ່ງ​ຂຶ້ນ. ພະ​ເຍຊູ​ຊີ້​ບອກ​ວ່າ “ເຮົາ​ຮູ້​ຈັກ​ວ່າ ພວກ​ທ່ານ​ເປັນ​ເຊື້ອ​ສາຍ​ຂອງ​ທ່ານ​ອັບລາຫາມ ແຕ່​ວ່າ​ພວກ​ທ່ານ​ຊອກ​ຫາ​ຈະ​ໃຫ້​ເຮົາ​ຕາຍ ເຫດ​ວ່າ​ພະ​ຄຳ​ຂອງ​ເຮົາ​ບໍ່​ມີ​ປ່ອງ​ເຂົ້າ​ໃນ​ທ່ານ​ທັງ​ຫຼາຍ. ເຮົາ​ເວົ້າ​ສິ່ງ​ນັ້ນ​ທີ່​ເຮົາ​ໄດ້​ເຫັນ​ນຳ​ພະ​ບິດາ​ຂອງ​ເຮົາ ພວກ​ທ່ານ​ດ້ວຍ​ຈຶ່ງ​ກະທຳ​ສິ່ງ​ທັງ​ຫຼາຍ​ທີ່​ທ່ານ​ໄດ້​ຍິນ​ແຕ່​ພໍ່​ຂອງ​ທ່ານ​ທັງ​ຫຼາຍ.”

ເຖິງ​ວ່າ ບໍ່​ໄດ້​ລະບຸ​ວ່າ​ໃຜ​ເປັນ​ບິດາ​ຂອງ​ເຂົາ ພະ​ເຍຊູ​ຊີ້​ຊັດ​ວ່າ​ພໍ່​ຂອງ​ພວກ​ເຂົາ​ຕ່າງ​ຈາກ​ບິດາ​ຂອງ​ພະອົງ. ເນື່ອງ​ຈາກ​ເຂົາ​ບໍ່​ຮູ້​ວ່າ​ພະ​ເຍຊູ​ໝາຍ​ເຖິງ​ໃຜ ຜູ້​ນຳ​ຊາວ​ຢິວ​ຈຶ່ງ​ຕອບ​ວ່າ “ທ່ານ​ອັບລາຫາມ​ເປັນ​ພໍ່​ຂອງ​ພວກ​ເຮົາ.” ພວກ​ເຂົາ​ຄິດ​ວ່າ ເຂົາ​ມີ​ຄວາມ​ເຊື່ອ​ເຊັ່ນ​ດຽວ​ກັບ​ອັບລາຫາມ​ເຊິ່ງ​ເປັນ​ສະຫາຍ​ຂອງ​ພະເຈົ້າ.

ຢ່າງ​ໃດ​ກໍ​ຕາມ ຄຳຕອບ​ຂອງ​ພະ​ເຍຊູ​ເຮັດ​ໃຫ້​ເຂົາ​ຕົກຕະລຶງ “ຖ້າ​ພວກ​ທ່ານ​ເປັນ​ລູກ​ຂອງ​ທ່ານ​ອັບລາຫາມ ທ່ານ​ຈະ​ໄດ້​ກະທຳ​ການ​ຂອງ​ທ່ານ​ອັບລາຫາມ.” ທີ່​ຈິງ ລູກ​ແທ້​ຍ່ອມ​ເຮັດ​ຕາມ​ແບບ​ຢ່າງ​ພໍ່​ຂອງ​ຕົນ. ພະ​ເຍຊູ​ກ່າວ​ວ່າ “ດຽວ​ນີ້ ພວກ​ທ່ານ​ຊອກ​ຫາ​ຈະ​ໃຫ້​ເຮົາ​ຕາຍ ເຮົາ​ຜູ້​ໜຶ່ງ​ທີ່​ໄດ້​ເວົ້າ​ຄວາມ​ຈິງ​ແກ່​ພວກ​ທ່ານ ຄວາມ​ຈິງ​ນັ້ນ ເຮົາ​ໄດ້​ຍິນ​ແຕ່​ພະເຈົ້າ ທ່ານ​ອັບລາຫາມ​ບໍ່​ໄດ້​ກະທຳ​ການ​ນັ້ນ.” ສະນັ້ນ ພະ​ເຍຊູ​ກ່າວ​ອີກ​ວ່າ “ພວກ​ທ່ານ​ກະທຳ​ການ​ແຫ່ງ​ພໍ່​ຂອງ​ທ່ານ.”

ເຖິງ​ຢ່າງ​ນັ້ນ ພວກ​ເຂົາ​ກໍ​ຍັງ​ບໍ່​ເຂົ້າ​ໃຈ​ວ່າ​ພະ​ເຍຊູ​ກ່າວ​ເຖິງ​ຜູ້​ໃດ. ເຂົາ​ຢືນຢັນ​ວ່າ​ພວກ​ເຂົາ​ເປັນ​ລູກ​ຂອງ​ອັບລາຫາມ​ຕາມ​ກົດໝາຍ ໂດຍ​ບອກ​ວ່າ “ພວກ​ເຮົາ​ບໍ່​ໄດ້​ເກີດ​ມາ​ຈາກ​ການ​ຫຼິ້ນ​ຊູ້.” (ປ.ມ.) ໂດຍ​ການ​ອ້າງ​ວ່າ​ເຂົາ​ເປັນ​ຜູ້​ນະມັດສະການ​ແທ້​ຄື​ກັບ​ອັບລາຫາມ ພວກ​ເຂົາ​ອ້າງ​ສິດ​ວ່າ “ເຮົາ​ມີ​ພໍ່​ອົງ​ດຽວ ເປັນ​ພະເຈົ້າ.” (ປ.ມ.)

ຄັນ​ຊັ້ນ ພະເຈົ້າ​ເປັນ​ບິດາ​ຂອງ​ເຂົາ​ເຈົ້າ​ແທ້ໆ ບໍ? ພະ​ເຍຊູ​ກ່າວ​ຕອບ​ວ່າ “ຖ້າ​ພະເຈົ້າ​ເປັນ​ພະ​ບິດາ​ຂອງ​ພວກ​ທ່ານໆ ຈະ​ຮັກ​ເຮົາ ເຫດ​ວ່າ​ເຮົາ​ອອກ​ມາ​ແຕ່​ພະເຈົ້າ ແລະ​ເຮົາ​ມາ​ຈາກ​ພະເຈົ້າ ເພາະ​ວ່າ​ເຮົາ​ບໍ່​ໄດ້​ມາ​ແຕ່​ລຳພັງ​ຂອງ​ເຮົາ​ເອງ ແຕ່​ວ່າ​ເປັນ​ພະເຈົ້າ​ທີ່​ໄດ້​ໃຊ້​ເຮົາ​ມາ. ເຫດ​ສັນ​ໃດ​ພວກ​ທ່ານ​ບໍ່​ເຂົ້າ​ໃຈ​ຖ້ອຍ​ຄຳ​ຂອງ​ເຮົາ”?

ພະ​ເຍຊູ​ໄດ້​ພະຍາຍາມ​ຊີ້​ໃຫ້​ພວກ​ຜູ້​ນຳ​ທາງ​ສາສະໜາ​ເຫຼົ່າ​ນີ້​ເຫັນ​ຜົນ​ທີ່​ເກີດ​ຈາກ​ການ​ປະຕິເສດ​ພະອົງ. ບັດ​ນີ້​ພະອົງ​ກ່າວ​ກົງໆ ວ່າ “ພະຍາມານ​ເປັນ​ພໍ່​ຂອງ​ພວກ​ທ່ານ ແລະ​ພວກ​ທ່ານ​ຢາກ​ກະທຳ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວ​ແຫ່ງ​ພໍ່​ຂອງ​ທ່ານ.” ພະຍາມານ​ເປັນ​ພໍ່​ແນວ​ໃດ? ພະ​ເຍຊູ​ຊີ້​ຕົວ​ພະຍາມານ​ວ່າ​ເປັນ​ຜູ້​ຂ້າ​ຄົນ ແລະ​ກ່າວ​ອີກ​ວ່າ ມັນ “ເປັນ​ຜູ້​ຕົວະ ແລະ​ເປັນ​ພໍ່​ແຫ່ງ​ຄວາມ​ຕົວະ.” ດັ່ງ​ນັ້ນ ພະ​ເຍຊູ​ສະຫລຸບ​ວ່າ “ຜູ້​ທີ່​ເປັນ​ແຕ່​ພະເຈົ້າ ກໍ​ຟັງ​ຄຳ​ທັງ​ຫຼາຍ​ຂອງ​ພະເຈົ້າ ເຫດ​ສັນນີ້​ພວກ​ທ່ານ​ບໍ່​ຟັງ​ເພາະ​ພວກ​ທ່ານ​ບໍ່​ເປັນ​ແຕ່​ພະເຈົ້າ.”

ຍ້ອນ​ຄຳ​ຕິຕຽນ​ຂອງ​ພະ​ເຍຊູ ຊາວ​ຢິວ​ໄດ້​ຄຽດ​ຮ້າຍ​ຫຼາຍ​ຈຶ່ງ​ຕອບ​ວ່າ “ພວກ​ເຮົາ​ບໍ່​ເວົ້າ​ຖືກ​ຫຼື ວ່າ​ທ່ານ​ເປັນ​ຊາວ​ສະມາລີ ແລະ​ມີ​ຜີ​ຮ້າຍ​ສິງ​ຢູ່”? ການ​ໃຊ້​ຄຳ “ຊາວ​ສະມາລີ” ສະແດງ​ວ່າ​ເປັນ​ການ​ດູ​ຖູກ​ດູ​ແຄນ​ຢຽດ​ຫຍາມ ຊາວ​ສະມາລີ​ເປັນ​ກຸ່ມ​ຊົນ​ທີ່​ຄົນ​ຢິວ​ກຽດ​ຊັງ.

ໂດຍ​ການ​ເບິ່ງ​ຂ້າມ​ການ​ໃສ່​ຮ້າຍ​ດູ​ໝິ່ນ​ວ່າ​ເປັນ​ຊາວ​ສະມາລີ ພະ​ເຍຊູ​ກ່າວ​ວ່າ “ເຮົາ​ບໍ່​ມີ​ຜີ​ຮ້າຍ​ສິງ​ຢູ່ ແຕ່​ວ່າ​ເຮົາ​ນັບຖື​ພະ​ບິດາ​ຂອງ​ເຮົາ ແລະ​ພວກ​ທ່ານ​ໃຫ້​ຄວາມ​ປະໝາດ​ມາ​ຖືກ​ເຮົາ.” ຫຼັງ​ຈາກ​ນັ້ນ ພະ​ເຍຊູ​ໃຫ້​ຄຳ​ສັນຍາ​ທີ່​ກໍ່​ຄວາມ​ສະດຸ້ງ​ໃຈ​ວ່າ “ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ຖື​ຮັກສາ​ພະ​ຄຳ​ຂອງ​ເຮົາ ຜູ້​ນັ້ນ​ຈະ​ບໍ່​ຫ່ອນ​ເຫັນ​ຄວາມ​ຕາຍ​ສັກ​ເທື່ອ.” ແນ່ນອນ ພະ​ເຍຊູ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ທຸກ​ຄົນ​ທີ່​ຕິດ​ຕາມ​ພະອົງ​ຈະ​ບໍ່​ຕາຍ. ພະອົງ​ໝາຍ​ຄວາມ​ວ່າ​ເຂົາ​ຈະ​ບໍ່​ຖືກ​ທຳລາຍ​ຕະຫຼອດ​ໄປ​ຫຼື​ພົບ “ຄວາມ​ຕາຍ​ທີ​ສອງ” ເຊິ່ງ​ຈະ​ບໍ່​ມີ​ການ​ຟື້ນ​ຄືນ​ຈາກ​ຕາຍ​ອີກ​ເລີຍ.

ຊາວ​ຢິວ​ຊ້ຳ​ພັດ​ຖື​ຄຳ​ກ່າວ​ຂອງ​ພະ​ເຍຊູ​ຕາມ​ຕົວ​ອັກສອນ. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ເວົ້າ​ຂຶ້ນ​ວ່າ “ດຽວ​ນີ້​ພວກ​ເຮົາ​ຮູ້​ຈັກ​ວ່າ​ທ່ານ​ມີ​ຜີ​ຮ້າຍ​ສິງ​ຢູ່. ທ່ານ​ອັບລາຫາມ​ໄດ້​ຕາຍ​ແລະ​ພວກ​ຜູ້​ທຳນວາຍ​ຕາຍ​ດ້ວຍ ແລະ​ທ່ານ​ເວົ້າ​ວ່າ ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ຖື​ຮັກສາ​ພະ​ຄຳ​ຂອງ​ເຮົາ ຜູ້​ນັ້ນ​ຈະ​ບໍ່​ຫ່ອນ​ຊີມ​ຄວາມ​ຕາຍ​ສັກ​ເທື່ອ. ທ່ານ​ໃຫຍ່​ກວ່າ​ຕາ​ອັບລາຫາມ​ທີ່​ໄດ້​ຕາຍ​ຫຼື. ແລະ​ພວກ​ຜູ້​ທຳນວາຍ​ໄດ້​ຕາຍ ທ່ານ​ໄດ້​ກະທຳ​ໃຫ້​ຕົວ​ເປັນ​ຜູ້​ໃດ”?

ຈາກ​ການ​ໂຕ້​ຕອບ​ກັນ​ເທື່ອ​ນີ້ ເຫັນ​ໄດ້​ຊັດ​ວ່າ​ພະ​ເຍຊູ​ຊີ້​ໃຫ້​ເຂົາ​ຮູ້​ຄວາມ​ຈິງ​ທີ່​ວ່າ ພະອົງ​ເປັນ​ເມຊີ​ຕາມ​ຄຳ​ສັນຍາ. ຢ່າງ​ໃດ​ກໍ​ຕາມ ແທນ​ທີ່​ຈະ​ຕອບ​ຄຳຖາມ​ຂອງ​ເຂົາ​ກ່ຽວ​ກັບ​ລັກສະນະ​ຂອງ​ພະອົງ​ໂດຍ​ກົງ ພະ​ເຍຊູ​ກ່າວ​ວ່າ “ຖ້າ​ເຮົາ​ໃຫ້​ກຽດ​ແກ່​ຕົວ​ເຮົາ​ເອງ ກຽດ​ຂອງ​ເຮົາ​ກໍ​ບໍ່​ມີ​ຄວາມ​ໝາຍ ພະອົງ​ຜູ້​ຊົງ​ໃຫ້​ກຽດ​ແກ່​ເຮົາ​ນັ້ນ​ຄື​ພະ​ບິດາ​ຂອງ​ເຮົາ ຜູ້​ຊຶ່ງ​ພວກ​ທ່ານ​ກ່າວ​ວ່າ​ຊົງ​ເປັນ​ພະເຈົ້າ​ຂອງ​ພວກ​ທ່ານ. ພວກ​ທ່ານ​ຍັງ​ບໍ່​ຮູ້​ຈັກ​ພະອົງ ແຕ່​ຝ່າຍ​ເຮົາ ເຮົາ​ຮູ້​ຈັກ​ພະອົງ ຖ້າ​ເຮົາ​ເວົ້າ​ວ່າ​ເຮົາ​ບໍ່​ຮູ້​ຈັກ​ພະອົງ ເຮົາ​ກໍ​ເປັນ​ຄົນ​ຕົວະ​ເໝືອນ​ພວກ​ທ່ານ.” (ປ.ມ.)

ພະ​ເຍຊູ​ກ່າວ​ຕໍ່​ໄປ​ໂດຍ​ພາດ​ພິງ​ເຖິງ​ອັບລາຫາມ​ຜູ້​ສັດ​ຊື່​ອີກ​ວ່າ “ທ່ານ​ອັບລາຫາມ​ຕາ​ຂອງ​ພວກ​ທ່ານ​ກໍ​ໄດ້​ຕື່ນ​ດ້ວຍ​ຄວາມ​ຍິນດີ​ເພາະ​ທ່ານ​ຈະ​ເຫັນ​ວັນ​ຂອງ​ເຮົາ ແລະ​ທ່ານ​ໄດ້​ເຫັນ​ວັນ​ນັ້ນ​ແລະ​ໄດ້​ຊົມຊື່ນ​ຍິນດີ.” ແມ່ນ​ແລ້ວ​ດ້ວຍ​ຕາ​ແຫ່ງ​ຄວາມ​ເຊື່ອ ອັບລາຫາມ​ຄອຍ​ຖ້າ​ການ​ປາກົດ​ຕົວ​ຂອງ​ພະ​ເມຊີ​ຕາມ​ຄຳ​ສັນຍາ. ຊາວ​ຢິວ​ຕອບ​ຢ່າງ​ບໍ່​ເຊື່ອ​ວ່າ “ອາຍຸ​ທ່ານ​ບໍ່​ທັນ​ເຖິງ​ຫ້າ​ສິບ​ປີ ແລະ​ທ່ານ​ໄດ້​ເຫັນ​ທ່ານ​ອັບລາຫາມ​ຫຼື”?

ພະ​ເຍຊູ​ຕອບ​ວ່າ “ຈິງ​ແທ້ໆ ເຮົາ​ກ່າວ​ແກ່​ພວກ​ທ່ານ​ວ່າ ກ່ອນ​ທ່ານ​ອັບລາຫາມ​ໄດ້​ເກີດ ເຮົາ​ກໍ​ເປັນ​ຢູ່​ແລ້ວ.” ພະ​ເຍຊູ​ກ່າວ​ເຖິງ​ສະພາບ​ພະອົງ​ເປັນ​ບຸກຄົນ​ກາຍ​ວິນຍານ​ທີ່​ມີ​ລິດ​ກ້າ​ໃນ​ສະຫວັນ​ກ່ອນ​ມາ​ເກີດ​ເປັນ​ມະນຸດ.

ດ້ວຍ​ຄວາມ​ແຄ້ນ​ເຄືອງ​ຕໍ່​ຄຳ​ອ້າງ​ທີ່​ວ່າ ພະອົງ​ມີ​ຊີວິດ​ກ່ອນ​ອັບລາຫາມ ພວກ​ຢິວ​ຈຶ່ງ​ຈັບ​ກ້ອນ​ຫີນ​ຂຶ້ນ​ກະ​ວ່າ​ຈະ​ຄວ່າງ​ໃສ່​ພະອົງ ແຕ່​ພະ​ເຍຊູ​ຫຼົບ​ແລະ​ອອກ​ຈາກ​ພະ​ວິຫານ​ໄປ​ໂດຍ​ບໍ່​ໄດ້​ຮັບ​ການ​ອັນຕະລາຍ. ໂຍຮັນ 8:37-59; ຄຳປາກົດ 3:14; 21:8.

▪ ພະ​ເຍຊູ​ຊີ້​ໃຫ້​ເຫັນ​ວ່າ ບິດາ​ຂອງ​ພະອົງ​ຕ່າງ​ກັບ​ພໍ່​ຂອງ​ຜູ້​ຕໍ່​ຕ້ານ​ຢ່າງ​ໃດ?

▪ ການ​ທີ່​ພວກ​ຢິວ​ເອີ້ນ​ພະ​ເຍຊູ​ວ່າ​ເປັນ​ຊາວ​ສະມາລີ​ນັ້ນ ມີ​ຈຸດ​ມຸ່ງ​ໝາຍ​ຢ່າງ​ໃດ?

▪ ພະ​ເຍຊູ​ກ່າວ​ວ່າ ສາວົກ​ຈະ​ບໍ່​ເຫັນ​ຄວາມ​ຕາຍ​ນັ້ນ​ໃນ​ຄວາມ​ໝາຍ​ໃດ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌