ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 12 ໜ້າ 67-71
  • ພະ​ເຍຊູ​ສອນ​ເຮົາ​ໃຫ້​ອະທິດຖານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຍຊູ​ສອນ​ເຮົາ​ໃຫ້​ອະທິດຖານ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ການ​ອະທິດຖານ​ເປັນ​ສິດທິ​ພິເສດ​ທີ່​ມີ​ຄ່າ​ຫຼາຍ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ການ​ອະທິດຖານ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ການ​ເຂົ້າ​ໃກ້​ພະ​ຜູ້​ສ້າງ​ດ້ວຍ​ການ​ອະທິດຖານ
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ເຫັນຄ່າສິດທິພິເສດໃນການອະທິດຖານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ເບິ່ງຕື່ມ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 12 ໜ້າ 67-71

ບົດ​ທີ 12

ພະ​ເຍຊູ​ສອນ​ເຮົາ​ໃຫ້​ອະທິດຖານ

Jesus prays alone at night

ລູກ​ເວົ້າ​ກັບ​ພະເຈົ້າ​ເຢໂຫວາ​ບໍ?— ພະອົງ​ຢາກ​ໃຫ້​ລູກ​ເວົ້າ​ກັບ​ພະອົງ. ເມື່ອ​ລູກ​ເວົ້າ​ກັບ​ພະເຈົ້າ ນັ້ນ​ແມ່ນ​ການ​ອະທິດຖານ. ພະ​ເຍຊູ​ມັກ​ຈະ​ເວົ້າ​ກັບ​ພໍ່​ຂອງ​ພະອົງ​ໃນ​ສະຫວັນ​ເລື້ອຍໆ. ບາງ​ເທື່ອ​ພະອົງ​ຢາກ​ຢູ່​ຄົນ​ດຽວ​ເມື່ອ​ພະອົງ​ເວົ້າ​ກັບ​ພະເຈົ້າ. ເທື່ອ​ໜຶ່ງ ຄຳພີ​ໄບເບິນ​ກ່າວ​ວ່າ “ພະອົງ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ​ທີ່​ຕ່າງ​ຫາກ​ເພື່ອ​ຈະ​ໄດ້​ອ້ອນ​ວອນ. ແລະ​ເມື່ອ​ຄ່ຳ​ມາ​ແລ້ວ​ພະອົງ​ຢູ່​ທີ່​ນັ້ນ​ຜູ້​ດຽວ.”—ມັດທາຍ 14:23.

ຢູ່​ບ່ອນ​ໃດ​ທີ່​ລູກ​ຈະ​ອະທິດຖານ​ຄົນ​ດຽວ​ເຖິງ​ພະ​ເຢໂຫວາ?— ລູກ​ອາດ​ຈະ​ເວົ້າ​ຄົນ​ດຽວ​ກັບ​ພະ​ເຢໂຫວາ​ກ່ອນ​ເຂົ້າ​ນອນ​ຕອນ​ກາງຄືນ. ພະ​ເຍຊູ​ກ່າວ​ວ່າ “ເວລາ​ທ່ານ​ອ້ອນ​ວອນ​ຈົ່ງ​ເຂົ້າ​ໄປ​ໃນ​ສ້ວມ​ຂອງ​ທ່ານ ແລະ​ຄັນ​ອັດ​ປະຕູ​ແລ້ວ​ຈົ່ງ​ອ້ອນ​ວອນ​ພະ​ບິດາ​ຂອງ​ທ່ານ.” (ມັດທາຍ 6:6) ລູກ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ກ່ອນ​ເຂົ້າ​ນອນ​ທຸກ​ຄືນ​ບໍ?— ລູກ​ຄວນ​ຈະ​ເຮັດ​ແບບ​ນັ້ນ.

Jesus prays aloud at Lazarus’ tomb

ພະ​ເຍຊູ​ອະທິດຖານ​ເມື່ອ​ພະອົງ​ຢູ່​ຄົນ​ດຽວ . . . ແລະ​ເມື່ອ​ພະອົງ​ຢູ່​ກັບ​ຄົນ​ອື່ນໆ​

ຕອນ​ທີ່​ມີ​ຄົນ​ອື່ນ​ຢູ່​ກັບ​ພະ​ເຍຊູ ພະອົງ​ກໍ​ອະທິດຖານ​ຄື​ກັນ. ເມື່ອ​ລາຊະໂລ​ເພື່ອນ​ຂອງ​ພະອົງ​ຕາຍ ພະ​ເຍຊູ​ອະທິດຖານ​ກັບ​ຄົນ​ອື່ນ​ຢູ່​ບ່ອນ​ຝັງ​ສົບ​ຂອງ​ລາຊະໂລ. (ໂຢຮັນ 11:41, 42) ແລະ​ພະ​ເຍຊູ​ກໍ​ຍັງ​ອະທິດຖານ​ເມື່ອ​ພະອົງ​ປະຊຸມ​ກັບ​ເຫຼົ່າ​ສາວົກ​ຂອງ​ພະອົງ. ລູກ​ໄປ​ປະຊຸມ​ຢູ່​ບ່ອນ​ທີ່​ມີ​ການ​ອະທິດຖານ​ບໍ?— ຢູ່​ຫັ້ນ ຜູ້​ທີ່​ມີ​ອາຍຸ​ຫຼາຍ​ກວ່າ​ມັກ​ຈະ​ເປັນ​ຜູ້​ອະທິດຖານ. ໃຫ້​ລູກ​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ຢ່າງ​ດີ​ເພາະ​ລາວ​ກຳລັງ​ເວົ້າ​ກັບ​ພະເຈົ້າ​ເພື່ອ​ລູກ. ຈາກ​ນັ້ນ​ລູກ​ກໍ​ຈະ​ກ່າວ​ຄຳ​ວ່າ “ອາແມນ” ເມື່ອ​ລາວ​ອະທິດຖານ​ຈົບ. ລູກ​ຮູ້​ບໍ​ວ່າ​ການ​ກ່າວ​ຄຳ “ອາແມນ” ໃນ​ຕອນ​ຈົບ​ຄຳ​ອະທິດຖານ​ໝາຍ​ຄວາມ​ວ່າ​ແນວ​ໃດ?— ໝາຍ​ຄວາມ​ວ່າ​ລູກ​ມັກ​ຄຳ​ອະທິດຖານ​ນັ້ນ. ລູກ​ເຫັນ​ດ້ວຍ​ກັບ​ຄຳ​ອະທິດຖານ​ນັ້ນ​ແລະ​ຢາກ​ໃຫ້​ຄຳ​ອະທິດຖານ​ຂອງ​ລູກ​ເປັນ​ແບບ​ນັ້ນ​ຄື​ກັນ.

A family listens as a prayer is said at a meeting

ເປັນ​ຫຍັງ​ລູກ​ຄວນ​ຕັ້ງ​ໃຈ​ຟັງ​ຄຳ​ອະທິດຖານ​ທີ່​ກ່າວ​ໃນ​ທີ່​ປະຊຸມ?

ພະ​ເຍຊູ​ຍັງ​ອະທິດຖານ​ຕອນ​ກິນ​ເຂົ້າ. ພະອົງ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ອາຫານ. ລູກ​ອະທິດຖານ​ເປັນ​ປະຈຳ​ກ່ອນ​ລູກ​ກິນ​ເຂົ້າ​ບໍ— ເປັນ​ການ​ດີ​ທີ່​ເຮົາ​ຈະ​ຂອບໃຈ​ພະ​ເຢໂຫວາ​ກ່ອນ​ຈະ​ກິນ​ອາຫານ. ເມື່ອ​ມີ​ຫຼາຍ​ຄົນ​ກິນ​ເຂົ້າ​ຮ່ວມ​ກັນ​ຈະ​ໃຫ້​ຄົນ​ໜຶ່ງ​ອະທິດຖານ. ແຕ່​ຖ້າ​ລູກ​ກິນ​ເຂົ້າ​ຄົນ​ດຽວ​ເດ? ຫຼື​ຖ້າ​ລູກ​ກິນ​ເຂົ້າ​ກັບ​ຄົນ​ທີ່​ບໍ່​ຂອບໃຈ​ພະ​ເຢໂຫວາ​ເດ?— ຕອນ​ນັ້ນ ລູກ​ຈະ​ຕ້ອງ​ອະທິດຖານ​ເອງ.

ລູກ​ຕ້ອງ​ອະທິດຖານ​ອອກ​ສຽງ​ດັງ​ທຸກ​ເທື່ອ​ບໍ? ຫຼື​ພະ​ເຢໂຫວາ​ຈະ​ໄດ້​ຍິນ​ບໍ​ຖ້າ​ລູກ​ອະທິດຖານ​ຢູ່​ໃນ​ໃຈ?— ເຮົາ​ຈະ​ໄດ້​ຄຳຕອບ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເນເຫມີ. ລາວ​ເປັນ​ຜູ້​ນະມັດສະການ​ພະ​ເຢໂຫວາ​ທີ່​ເຮັດ​ວຽກ​ໃນ​ລາຊະວັງ​ຂອງ​ກະສັດ​ອາເຣຕາເຊເຣເຊ​ແຫ່ງ​ປະເທດ​ເປເຣເຊ. ມື້​ໜຶ່ງ​ເນເຫມີ​ໂສກ​ເສົ້າ​ຫຼາຍ​ເພາະ​ລາວ​ໄດ້​ຍິນ​ວ່າ​ກຳແພງ​ເມືອງ​ເຢຣຶຊາເລມ​ເຊິ່ງ​ເປັນ​ເມືອງ​ສຳຄັນ​ຂອງ​ຊົນຊາດ​ຂອງ​ລາວ​ໄດ້​ພັງ​ລົງ.

Nehemiah prays silently; a boy prays silently before eating lunch at school

ເມື່ອ​ໃດ​ລູກ​ຈະ​ອະທິດຖານ​ໃນ​ໃຈ​ຄື​ກັບ​ເນເຫມີ?

ເມື່ອ​ກະສັດ​ໄດ້​ຖາມ​ເນເຫມີ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ໂສກ​ເສົ້າ ເນເຫມີ​ໄດ້​ອະທິດຖານ​ໃນ​ໃຈ​ກ່ອນ. ຈາກ​ນັ້ນ​ເນເຫມີ​ກໍ​ເລົ່າ​ສາເຫດ​ທີ່​ລາວ​ໂສກ​ເສົ້າ​ໃຫ້​ກະສັດ​ຟັງ​ແລະ​ຂໍ​ອະນຸຍາດ​ກັບ​ໄປ​ສ້າງ​ກຳແພງ​ເມືອງ​ເຢຣຶຊາເລມ​ຂຶ້ນ​ໃໝ່. ແລ້ວ​ເກີດ​ຫຍັງ​ຂຶ້ນ?—

ແມ່ນ​ແລ້ວ ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ເນເຫມີ. ກະສັດ​ອະນຸຍາດ​ໃຫ້​ລາວ​ກັບ​ໄປ! ກະສັດ​ຍັງ​ໃຫ້​ໄມ້​ຈຳນວນ​ຫຼາຍ​ເພື່ອ​ເນເຫມີ​ຈະ​ໃຊ້​ສ້າງ​ກຳແພງ​ເມືອງ. ດັ່ງ​ນັ້ນ ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແທ້ໆ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ອະທິດຖານ​ໃນ​ໃຈ​ກໍ​ຕາມ.—ເນເຫມີ 1:2, 3; 2:4-8.

ຕອນ​ນີ້​ລອງ​ຄິດ​ເຖິງ​ເລື່ອງ​ນີ້​ເບິ່ງ. ຕອນ​ທີ່​ອະທິດຖານ​ລູກ​ຄວນ​ຈະ​ກົ້ມ​ຫົວ​ບໍ? ຫຼື​ວ່າ​ຈະ​ຄູ້​ເຂົ່າ​ລົງ? ລູກ​ຄິດ​ແນວ​ໃດ?— ບາງ​ເທື່ອ​ພະ​ເຍຊູ​ຄູ້​ເຂົ່າ​ເມື່ອ​ພະອົງ​ອະທິດຖານ. ບາງ​ເທື່ອ​ພະອົງ​ກໍ​ຢືນ. ແລະ​ບາງ​ເທື່ອ​ພະອົງ​ກໍ​ເງີຍ​ໜ້າ​ຂຶ້ນ​ເມື່ອ​ອະທິດຖານ​ເຊັ່ນ ຕອນ​ທີ່​ພະອົງ​ອະທິດຖານ​ເພື່ອ​ລາຊະໂລ.

ດັ່ງ​ນັ້ນ ທ່າ​ທາງ​ເຫຼົ່າ​ນີ້​ສະແດງ​ເຖິງ​ສິ່ງ​ໃດ?— ແມ່ນ​ແລ້ວ ນີ້​ສະແດງ​ວ່າ​ທ່າ​ທາງ​ທີ່​ລູກ​ອະທິດຖານ​ບໍ່​ແມ່ນ​ເລື່ອງ​ສຳຄັນ. ບາງ​ເທື່ອ​ຈຶ່ງ​ເໝາະ​ທີ່​ຈະ​ກົ້ມ​ຫົວ​ແລະ​ຫຼັບ​ຕາ. ແລ້ວ​ບາງ​ເທື່ອ​ລູກ​ອາດ​ຈະ​ຄູ້​ເຂົ່າ​ລົງ​ເຮັດ​ຄື​ກັບ​ພະ​ເຍຊູ​ກໍ​ໄດ້. ແຕ່​ຈື່​ໄວ້​ວ່າ ເຮົາ​ຈະ​ອະທິດຖານ​ເຖິງ​ພະເຈົ້າ​ໄດ້​ທຸກ​ເວລາ ບໍ່​ວ່າ​ຈະ​ເປັນ​ຕອນ​ກາງເວັນ​ຫຼື​ຕອນ​ກາງຄືນ ພະອົງ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຮົາ​ສະເໝີ. ສິ່ງ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ອະທິດຖານ​ແມ່ນ ເຮົາ​ຕ້ອງ​ເຊື່ອ​ຢ່າງ​ແທ້​ຈິງ​ວ່າ​ພະ​ເຢໂຫວາ​ກຳລັງ​ຟັງ​ຢູ່. ລູກ​ເຊື່ອ​ບໍ​ວ່າ​ພະ​ເຢໂຫວາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ລູກ?—

A boy kneels beside his bed and prays

ຕອນ​ທີ່​ລູກ​ອະທິດຖານ​ລູກ​ຈະ​ເວົ້າ​ເລື່ອງ​ຫຍັງ​ແດ່​ກັບ​ພະເຈົ້າ?

ເຮົາ​ຄວນ​ຈະ​ເວົ້າ​ສິ່ງ​ໃດ​ໃນ​ຄຳ​ອະທິດຖານ​ເຖິງ​ພະ​ເຢໂຫວາ?— ບອກ​ພໍ່ (ແມ່) ເບິ່ງ​ດູ ເມື່ອ​ລູກ​ອະທິດຖານ ລູກ​ເວົ້າ​ເລື່ອງ​ໃດ​ກັບ​ພະເຈົ້າ​ແດ່?— ພະ​ເຢໂຫວາ​ໃຫ້​ສິ່ງ​ດີໆ​ຫຼາຍ​ຢ່າງ​ແກ່​ເຮົາ ຈຶ່ງ​ເໝາະ​ສົມ​ທີ່​ຈະ​ຂອບໃຈ​ພະອົງ​ສຳລັບ​ສິ່ງ​ເຫຼົ່າ​ນັ້ນ​ແມ່ນ​ບໍ?— ເຮົາ​ຂອບໃຈ​ພະອົງ​ສຳລັບ​ອາຫານ​ທີ່​ເຮົາ​ກິນ. ແຕ່​ລູກ​ຂອບໃຈ​ພະອົງ​ບໍ​ທີ່​ມີ​ທ້ອງຟ້າ​ສີ​ຄາ​ມ ຕົ້ນ​ໄມ້​ສີ​ຂຽວ​ແລະ​ດອກ​ໄມ້​ທີ່​ງາມ?— ພະອົງ​ໄດ້​ສ້າງ​ສິ່ງ​ເຫຼົ່າ​ນັ້ນ​ຄື​ກັນ.

ຄັ້ງ​ໜຶ່ງ ເຫຼົ່າ​ສາວົກ​ຂອງ​ພະ​ເຍຊູ​ຂໍ​ໃຫ້​ພະອົງ​ສອນ​ເຂົາ​ເຈົ້າ​ອະທິດຖານ. ດັ່ງ​ນັ້ນ ຄູ​ຜູ້​ຍິ່ງໃຫຍ່​ໄດ້​ສອນ​ເຂົາ​ເຈົ້າ ພະອົງ​ຊີ້​ໃຫ້​ເຂົາ​ເຈົ້າ​ເຫັນ​ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ຈະ​ຂໍ. ລູກ​ຮູ້​ບໍ​ວ່າ​ແມ່ນ​ຫຍັງ?— ເອົາ​ຄຳພີ​ໄບເບິນ​ຂອງ​ລູກ​ອອກ​ມາ​ແລ້ວ​ເປີດ​ໄປ​ທີ່​ພະທຳ​ມັດທາຍ​ບົດ 6. ໃນຂໍ້ 9 ເຖິງ​ຂໍ້ 13 ເຮົາ​ຈະ​ເຫັນ​ຂໍ້​ຄວາມ​ທີ່​ຫຼາຍ​ຄົນ​ເອີ້ນ​ວ່າ ຄຳ​ອະທິດຖານ​ຂອງ​ພະອົງ​ເຈົ້າ. ລອງ​ອ່ານ​ນຳ​ກັນ​ເບິ່ງ​ດູ.

ໃນ​ນີ້​ເຮົາ​ຮຽນ​ຮູ້​ວ່າ​ພະ​ເຍຊູ​ບອກ​ເຮົາ​ໃຫ້​ອະທິດຖານ​ກ່ຽວ​ກັບ​ຊື່​ຂອງ​ພະເຈົ້າ. ພະອົງ​ບອກ​ໃຫ້​ອະທິດຖານ​ຂໍ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ ຊື່​ຂອງ​ພະເຈົ້າ​ແມ່ນ​ຫຍັງ?— ແມ່ນ​ແລ້ວ ຊື່​ຂອງ​ພະເຈົ້າ​ແມ່ນ​ເຢໂຫວາ ແລະ​ເຮົາ​ຄວນ​ຮັກ​ຊື່​ນັ້ນ.

ປະການ​ທີ​ສອງ ພະ​ເຍຊູ​ສອນ​ເຮົາ​ອະທິດຖານ​ຂໍ​ໃຫ້​ລາຊະອານາຈັກ​ມາ​ຕັ້ງ​ຢູ່. ລາຊະອານາຈັກ​ນີ້​ສຳຄັນ​ເພາະ​ລາຊະອານາຈັກ​ຈະ​ນຳ​ເອົາ​ສັນຕິສຸກ​ມາ​ສູ່​ແຜ່ນດິນ​ໂລກ ແລະ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ເປັນ​ອຸທິຍານ.

ປະການ​ທີ​ສາມ ຄູ​ຜູ້​ຍິ່ງໃຫຍ່​ບອກ​ໃຫ້​ອະທິດຖານ​ເພື່ອ​ຈຸດ​ປະສົງ​ຂອງ​ພະເຈົ້າ​ຈະ​ສຳເລັດ​ເທິງ​ແຜ່ນດິນ​ໂລກ​ດັ່ງ​ທີ່​ໄດ້​ສຳເລັດ​ແລ້ວ​ໃນ​ສະຫວັນ. ຖ້າ​ເຮົາ​ອະທິດຖານ​ແບບ​ນີ້ ເຮົາ​ກໍ​ຄວນ​ເຮັດ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ.

ຈາກ​ນັ້ນ ພະ​ເຍຊູ​ສອນ​ພວກ​ເຮົາ​ໃຫ້​ອະທິດຖານ​ເພື່ອ​ຈະ​ມີ​ອາຫານ​ທີ່​ຈຳເປັນ​ສຳລັບ​ພວກ​ເຮົາ​ໃນ​ແຕ່​ລະ​ມື້. ນອກ​ຈາກ​ນັ້ນ ພະອົງ​ຍັງ​ບອກ​ວ່າ ພວກ​ເຮົາ​ຄວນ​ບອກ​ພະເຈົ້າ​ວ່າ​ເຮົາ​ເສຍໃຈ​ເມື່ອ​ໄດ້​ເຮັດ​ຜິດ ແລະ​ຂໍ​ໃຫ້​ພະເຈົ້າ​ຍົກ​ໂທດ​ໃຫ້​ພວກ​ເຮົາ. ແຕ່​ກ່ອນ​ທີ່​ພະອົງ​ຈະ​ຍົກ​ໂທດ​ໃຫ້​ເຮົາ ເຮົາ​ຕ້ອງ​ຍົກ​ໂທດ​ໃຫ້​ຄົນ​ອື່ນ​ຖ້າ​ເຂົາ​ເຈົ້າ​ໄດ້​ເຮັດ​ຜິດ​ຕໍ່​ເຮົາ. ລູກ​ຮູ້ສຶກ​ວ່າ​ເຮັດ​ແບບ​ນັ້ນ​ງ່າຍ​ບໍ?—

ປະການ​ສຸດ​ທ້າຍ ພະ​ເຍຊູ​ກ່າວ​ວ່າ​ພວກ​ເຮົາ​ຄວນ​ອະທິດຖານ​ເພື່ອ​ໃຫ້​ພະເຈົ້າ​ເຢໂຫວາ​ຈະ​ຄຸ້ມຄອງ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ຊາຕານ​ພະຍາມານ​ເຊິ່ງ​ເປັນ​ຕົວ​ຊົ່ວ​ຮ້າຍ. ດັ່ງ​ນັ້ນ ທັງ​ໝົດ​ນີ້​ເປັນ​ສິ່ງ​ດີ​ທີ່​ຄວນ​ຈະ​ອະທິດຖານ​ຕໍ່​ພະເຈົ້າ.

ພວກ​ເຮົາ​ຄວນ​ເຊື່ອ​ວ່າ​ພະ​ເຢໂຫວາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຮົາ. ນອກ​ຈາກ​ຈະ​ຂໍ​ພະອົງ​ໃຫ້​ຊ່ອຍ​ພວກ​ເຮົາ​ແລ້ວ ພວກ​ເຮົາ​ຄວນ​ຈະ​ຂອບໃຈ​ພະອົງ​ສະເໝີ. ພະອົງ​ມີ​ຄວາມ​ສຸກ​ເມື່ອ​ພວກ​ເຮົາ​ອະທິດຖານ​ດ້ວຍ​ຄວາມ​ຈິງ​ໃຈ ແລະ​ຂໍ​ສິ່ງ​ທີ່​ຖືກຕ້ອງ. ແລະ​ພະອົງ​ຈະ​ໃຫ້​ສິ່ງ​ເຫຼົ່າ​ນັ້ນ​ແກ່​ເຮົາ. ລູກ​ເຊື່ອ​ຢ່າງ​ນັ້ນ​ບໍ?—

ມີ​ຄຳ​ແນະນຳ​ດີໆ​ເພີ່ມ​ເຕີມ​ກ່ຽວ​ກັບ​ເລື່ອງ​ການ​ອະທິດຖານ​ເຊິ່ງ​ຢູ່​ໃນ​ພະທຳ​ໂລມ 12:12; 1 ເປໂຕ 3:12; ແລະ 1 ໂຢຮັນ 5:14.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌