ພາກຜະຫນວກ
ການເຄົາລົບທຸງ ການປ່ອນບັດເລືອກຕັ້ງ ແລະການເຮັດວຽກຮັບໃຊ້ສັງຄົມ
ການເຄົາລົບທຸງ. ພະຍານພະເຢໂຫວາເຊື່ອວ່າການກົ້ມຫົວເຄົາລົບທຸງຫລືການເຄົາລົບທຸງເຊິ່ງມັກເຮັດພ້ອມກັບການຮ້ອງເພງຊາດ ເປັນການກະທຳໃນລັກສະນະນະມັດສະການທີ່ຖືວ່າຄວາມລອດບໍ່ໄດ້ມາຈາກພະເຈົ້າ ແຕ່ມາຈາກລັດຫລືຜູ້ນຳຂອງລັດ. (ເອຊາອີ 43:11; 1 ໂກລິນໂທ 10:14; 1 ໂຢຮັນ 5:21) ຫນຶ່ງໃນຜູ້ນຳດັ່ງກ່າວກໍຄືກະສັດເນບຶກາດເນດຊາຣຂອງປະເທດບາບີໂລນໃນສະໄຫມບູຮານ. ເພື່ອເຮັດໃຫ້ປະຊາຊົນປະທັບໃຈໃນຄວາມຍິ່ງໃຫຍ່ແລະຄວາມກະຕືລືລົ້ນທາງສາສະຫນາຂອງຕົນ ກະສັດຜູ້ມີອຳນາດຜູ້ນີ້ໄດ້ຕັ້ງຮູບປັ້ນໃຫຍ່ແລະສັ່ງໃຫ້ປະຊາຊົນກົ້ມຂາບຮູບນັ້ນຂະນະທີ່ມີການບັນເລງດົນຕີ ເຊິ່ງເປັນຄືເພງຊາດ. ແນວໃດກໍຕາມ ຊາວເຫບເລີສາມຄົນ ຊາດຣາກ ເມຊາກ ແລະອາເບດເນໂຄ ປະຕິເສດທີ່ຈະກົ້ມຂາບຮູບນັ້ນເຖິງແມ່ນວ່າມີໂທດເຖິງຕາຍກໍຕາມ.—ດານຽນ ບົດທີ 3.
ໃນສະໄຫມຂອງເຮົາ ນັກປະຫວັດສາດຊື່ຄາຕັນ ເຮ ຂຽນວ່າ “ສັນຍະລັກສຳຄັນທີ່ສຸດຂອງຄວາມເຊື່ອແລະຈຸດລວມຂອງການນະມັດສະການຊາດນິຍົມຄື ທຸງຊາດ. ຜູ້ຄົນປົດຫມວກເມື່ອຍ່າງຜ່ານທຸງ ແລະໃນການສັນລະເສີນທຸງນັ້ນ ພວກນັກກະວີແຕ່ງກອນຮ້ອງສັນລະເສີນແລະພວກເດັກນ້ອຍຮ້ອງເພງສາສະຫນາ.” ລາວເວົ້າຕື່ມວ່າ ຊາດນິຍົມຍັງມີ “ວັນສັກສິດ” ນຳອີກ ເຊັ່ນວັນທີ 4 ເດືອນກໍລະກົດ ໃນສະຫະລັດອາເມລິກາ ລວມທັງມີ “ເຫລົ່ານັກບຸນແລະວີລະບຸລຸດ” ແລະມີ “ວິຫານ” ຫລືສະຖານທີ່ບູຊາ. ໃນການສະຫລອງຄັ້ງຫນຶ່ງທີ່ຈັດຂຶ້ນໃນບ່ອນສາທາລະນະຢູ່ປະເທດເບຣຊີນ ລັດຖະມົນຕີກະຊວງປ້ອງກັນຊາດຍອມຮັບວ່າ “ທຸງຊາດໄດ້ຮັບການນັບຖືແລະການນະມັດສະການ . . . ຄືກັບບ້ານເກີດໄດ້ຮັບການນະມັດສະການ.” ແມ່ນແລ້ວ “ທຸງຊາດສັກສິດຄືກັບໄມ້ກາງເຂນ” ຕາມທີ່ປຶ້ມສາລານຸກົມ ອາເມລິການາ (ພາສາອັງກິດ) ເຄີຍກ່າວໄວ້.
ປຶ້ມສາລານຸກົມທີ່ກ່າວເຖິງໃນເບື້ອງຕົ້ນໄດ້ກ່າວເມື່ອບໍ່ດົນມານີ້ວ່າ ເພງຊາດ “ສະແດງອອກເຖິງຄວາມຮູ້ສຶກຮັກຊາດແລະມັກຈະລວມເອົາຄຳອ້ອນວອນຂໍພະເຈົ້າໂຜດໃຫ້ການຊີ້ນຳແລະປົກປັກຮັກສາປະຊາຊົນຫລືບັນດາຜູ້ປົກຄອງ.” ດັ່ງນັ້ນ ຜູ້ຮັບໃຊ້ຂອງພະເຢໂຫວາມີເຫດຜົນທີ່ມີທັດສະນະວ່າພິທີການຮັກຊາດເຊິ່ງກ່ຽວຂ້ອງກັບການເຄົາລົບທຸງແລະເພງຊາດລ້ວນແຕ່ເປັນເລື່ອງທາງສາສະຫນາ. ທີ່ຈິງ ປຶ້ມອາເມລິກັນ ຄາເລັກເຕີ ໃຫ້ຄວາມເຫັນກ່ຽວກັບເດັກນ້ອຍທີ່ເປັນພະຍານພະເຢໂຫວາໃນໂຮງຮຽນຢູ່ສະຫະລັດອາເມລິກາເຊິ່ງປະຕິເສດການເຄົາລົບທຸງຫລືການສາບານໃນເລື່ອງຄວາມຈົງຮັກພັກດີ ໂດຍກ່າວວ່າ “ການເຮັດພິທີການນີ້ທຸກມື້ເປັນເລື່ອງທາງສາສະຫນາ ເຊິ່ງໄດ້ຮັບການຢືນຢັນໃນທີ່ສຸດຈາກສານສູງສຸດໃນຄະດີຕ່າງໆ.”
ເຖິງແມ່ນວ່າປະຊາຊົນຂອງພະເຢໂຫວາບໍ່ເຂົ້າຮ່ວມໃນພິທີທີ່ເຂົາເຈົ້າເຫັນວ່າບໍ່ເປັນໄປຕາມຫລັກການໃນພະຄຳພີ ແຕ່ເຂົາເຈົ້າກໍນັບຖືສິດທິຂອງຄົນອື່ນທີ່ເຮັດເຊັ່ນນັ້ນ. ເຂົາເຈົ້າຍັງໃຫ້ຄວາມນັບຖືທຸງຊາດຖານະເປັນເຄື່ອງຫມາຍແລະຍອມຮັບຢ່າງເຫມາະສົມວ່າ ລັດຖະບານທີ່ໄດ້ຮັບການແຕ່ງຕັ້ງຢ່າງຖືກຕ້ອງເປັນຜູ້ມີ “ອຳນາດ . . . ປົກຄອງ” ເຊິ່ງກຳລັງຮັບໃຊ້ໃນຖານະເປັນ “ຜູ້ຮັບໃຊ້ຂອງພະເຈົ້າ.” (ໂລມ 13:1-4, ທ.ປ.) ດັ່ງນັ້ນ ພະຍານພະເຢໂຫວາຈຶ່ງເອົາໃຈໃສ່ຄຳກະຕຸ້ນເຕືອນທີ່ໃຫ້ອະທິດຖານ “ສຳລັບກະສັດທັງຫລາຍແລະສຳລັບຄົນທັງປວງທີ່ມີອຳນາດຄຸ້ມຄອງ.” ເຖິງຢ່າງນັ້ນ ຄວາມປະສົງຂອງເຮົາກໍຄື “ເພື່ອເຮົາທັງຫລາຍຈະໄດ້ມີຊີວິດຢູ່ດ້ວຍຄວາມສຸກສຳລານ ແລະສະຫງົບງຽບໃນຄວາມນັບຖືພະເຈົ້າແລະຄວາມສັດຊື່ຫມົດສິ້ນ.”—1 ຕີໂມເຕ 2:2.
ການປ່ອນບັດເລືອກຕັ້ງທາງການເມືອງ. ຄລິດສະຕຽນແທ້ນັບຖືສິດທິຂອງຜູ້ອື່ນໃນການລົງຄະແນນສຽງ. ເຂົາເຈົ້າບໍ່ປຸກລະດົມຕໍ່ຕ້ານການເລືອກຕັ້ງ ແລະເຂົາເຈົ້າໃຫ້ຄວາມຮ່ວມມືກັບຜູ້ມີສິດອຳນາດທີ່ໄດ້ຮັບການເລືອກຕັ້ງ. ແນວໃດກໍຕາມ ເຂົາເຈົ້າຮັກສາຄວາມເປັນກາງຢ່າງເດັດດ່ຽວໃນວຽກງານທາງການເມືອງຂອງຊາດ. (ມັດທາຍ 22:21; 1 ເປໂຕ 3:16) ຄລິດສະຕຽນຄວນເຮັດແນວໃດເມື່ອຢູ່ໃນປະເທດທີ່ບັງຄັບໃຫ້ໄປປ່ອນບັດເລືອກຕັ້ງຫລືຢູ່ໃນສະຖານະການທີ່ມີການສະແດງຄວາມຮູ້ສຶກຢ່າງຮຸນແຮງຕໍ່ຜູ້ທີ່ບໍ່ໄປບ່ອນທີ່ມີການເລືອກຕັ້ງ? ຂໍໃຫ້ຈື່ວ່າຊາດຣາກ ເມຊາກ ແລະອາເບດເນໂຄ ໄປທີ່ທົ່ງພຽງດູຣາ ພາຍໃຕ້ສະພາບການຄ້າຍກັນ ຄລິດສະຕຽນກໍອາດຕັດສິນໃຈໄປບ່ອນທີ່ມີການເລືອກຕັ້ງຖ້າສະຕິຮູ້ສຶກຜິດຊອບຍອມໃຫ້ເຮັດເຊັ່ນນັ້ນ. ແນວໃດກໍຕາມ ລາວຈະລະມັດລະວັງທີ່ຈະບໍ່ລະເມີດຄວາມເປັນກາງ. ລາວຄວນພິຈາລະນາຫລັກການຫົກຢ່າງຕໍ່ໄປນີ້
ລູກສິດຂອງພະເຍຊູ “ບໍ່ຢູ່ຝ່າຍ . . . ໂລກ.”—ໂຢຮັນ 15:19.
ຄລິດສະຕຽນເປັນຕົວແທນຂອງພະຄລິດແລະລາຊະອານາຈັກຂອງພະອົງ.—ໂຢຮັນ 18:36; 2 ໂກລິນໂທ 5:20.
ປະຊາຄົມຄລິດສະຕຽນເປັນເອກະພາບກັນໃນຄວາມເຊື່ອ ແລະສະມາຊິກໃນປະຊາຄົມຜູກພັນກັນດ້ວຍຄວາມຮັກແບບພະຄລິດ.—1 ໂກລິນໂທ 1:10; ໂກໂລດ 3:14.
ຜູ້ທີ່ເລືອກບຸກຄົນໃດຫນຶ່ງໃຫ້ຢູ່ໃນຕຳແຫນ່ງມີສ່ວນຮັບຜິດຊອບຕໍ່ສິ່ງທີ່ບຸກຄົນນັ້ນເຮັດ.—ຂໍໃຫ້ສັງເກດເບິ່ງຫລັກການທີ່ຢູ່ເບື້ອງຫລັງຖ້ອຍຄຳທີ່ບັນທຶກໄວ້ໃນ 1 ຊາເມືອນ 8:5, 10-18 ແລະ 1 ຕີໂມເຕ 5:22.
ພະເຢໂຫວາມອງວ່າຄວາມປາຖະຫນາຂອງຊາວອິດສະລາແອນທີ່ຈະມີຜູ້ປົກຄອງທີ່ເປັນມະນຸດເປັນສິ່ງບົ່ງບອກວ່າເຂົາເຈົ້າປະຕິເສດພະອົງ.—1 ຊາເມືອນ 8:7.
ຄລິດສະຕຽນຕ້ອງເວົ້າເລື່ອງການປົກຄອງຂອງລາຊະອານາຈັກຂອງພະເຈົ້າໄດ້ຢ່າງສະດວກໃຈກັບຜູ້ຄົນທີ່ມີມຸມມອງທາງການເມືອງໃນທຸກຮູບແບບ.—ມັດທາຍ 24:14; 28:19, 20; ເຫບເລີ 10:35.
ການເຮັດວຽກຮັບໃຊ້ສັງຄົມ. ໃນບາງດິນແດນ ລັດຮຽກຮ້ອງໃຫ້ຜູ້ທີ່ປະຕິເສດການຮັບໃຊ້ເປັນທະຫານເຂົ້າເຮັດວຽກຮັບໃຊ້ສັງຄົມບາງປະເພດໄລຍະຫນຶ່ງ. ເມື່ອປະເຊີນກັບການຕັດສິນໃຈໃນເລື່ອງນີ້ ເຮົາຄວນອະທິດຖານ ບາງເທື່ອອາດຈະລົມກັບເພື່ອນຄລິດສະຕຽນທີ່ອາວຸໂສ ແລະຈາກນັ້ນຕັດສິນໃຈດ້ວຍສະຕິຮູ້ສຶກຜິດຊອບຂອງເຮົາເອງໂດຍອາໄສສິ່ງທີ່ໄດ້ຮຽນຮູ້ມາກ່ຽວກັບເລື່ອງນັ້ນ.—ສຸພາສິດ 2:1-5; ຟີລິບ 4:5.
ພະຄຳຂອງພະເຈົ້າບອກເຮົາໃຫ້ “ເຊື່ອຟັງລັດຖະບານແລະຜູ້ມີອຳນາດທີ່ເປັນຜູ້ປົກຄອງ ມີໃຈຕຽມພ້ອມສຳລັບການດີທຸກຢ່າງ . . . ໃຫ້ມີເຫດຜົນ.” (ຕິໂຕ 3:1, 2, ລ.ມ.) ໂດຍຄຳນຶງເຖິງເລື່ອງນີ້ ເຮົາອາດຖາມຕົວເອງດັ່ງຕໍ່ໄປນີ້ ‘ການເຮັດວຽກຮັບໃຊ້ສັງຄົມເຮັດໃຫ້ຂ້ອຍຍອມອ່ອນຂໍ້ໃນເລື່ອງຄວາມເປັນກາງແບບຄລິດສະຕຽນຫລືເຮັດໃຫ້ຂ້ອຍເຂົ້າໄປກ່ຽວຂ້ອງກັບສາສະຫນາປອມບໍ?’ (ມີເກ 4:3, 5; 2 ໂກລິນໂທ 6:16, 17) ‘ການເຮັດວຽກດັ່ງກ່າວເຮັດໃຫ້ຍາກທີ່ຂ້ອຍຈະເຮັດຫນ້າທີ່ຮັບຜິດຊອບຕ່າງໆຝ່າຍຄລິດສະຕຽນ ຫລືເຖິງຂັ້ນເປັນອຸປະສັກຂັດຂວາງຂ້ອຍໃນການເຮັດຫນ້າທີ່ຮັບຜິດຊອບນີ້ໃຫ້ສຳເລັດບໍ?’ (ມັດທາຍ 28:19, 20; ເອເຟດ 6:4; ເຫບເລີ 10:24, 25) ‘ໃນອີກດ້ານຫນຶ່ງ ການເຮັດວຽກນັ້ນກ່ຽວຂ້ອງກັບຕາຕະລາງທີ່ຈະເຮັດໃຫ້ຂ້ອຍສາມາດຂະຫຍາຍວຽກຮັບໃຊ້ແບບຄລິດສະຕຽນມາກຂຶ້ນໄດ້ບໍ ບາງທີເຮັດວຽກຮັບໃຊ້ເຕັມເວລາ?’—ເຫບເລີ 6:11, 12.
ຖ້າຄລິດສະຕຽນຄົນຫນຶ່ງເຊິ່ງສະຕິຮູ້ສຶກຜິດຊອບລົງຄວາມເຫັນວ່າລາວສາມາດເຮັດວຽກຮັບໃຊ້ສັງຄົມໄດ້ແທນການເຂົ້າຄຸກ ເພື່ອນຄລິດສະຕຽນຄວນນັບຖືການຕັດສິນໃຈຂອງລາວ. (ໂລມ 14:10) ແຕ່ຖ້າລາວຮູ້ສຶກວ່າບໍ່ສາມາດເຮັດວຽກດັ່ງກ່າວນັ້ນໄດ້ ຄົນອື່ນໆກໍຄວນນັບຖືຈຸດຢືນນັ້ນເຊັ່ນກັນ.—1 ໂກລິນໂທ 10:29; 2 ໂກລິນໂທ 1:24.