ພາກທີ 6
ເຮົາໄດ້ຮຽນຮູ້ສິ່ງໃດແດ່ຈາກນ້ຳຖ້ວມໂລກ?
ພະເຈົ້າທຳລາຍຄົນຊົ່ວ ແຕ່ໄດ້ຊ່ອຍໂນເອແລະຄອບຄົວຂອງລາວໃຫ້ລອດ. ຕົ້ນເດີມ 7:11, 12, 23
ຝົນໄດ້ຕົກແຮງເປັນເວລາ 40 ມື້ແລະ 40 ຄືນ ຈົນນ້ຳໄດ້ຖ້ວມທົ່ວໂລກ. ຄົນຊົ່ວຮ້າຍຕາຍໝົດ.
ເຫຼົ່າທູດສະຫວັນທີ່ຂືນອຳນາດໄດ້ປະຖິ້ມຮ່າງກາຍເນື້ອໜັງແລ້ວກາຍເປັນຜີປີສາດ.
ຄົນທີ່ຢູ່ໃນນາວານັ້ນໄດ້ລອດຊີວິດ. ເຖິງວ່າໃນທີ່ສຸດໂນເອແລະຄອບຄົວຂອງລາວຕ້ອງຕາຍ ພະເຈົ້າກໍຈະໃຫ້ເຂົາເຈົ້າກັບຄືນມາມີຊີວິດອີກພ້ອມກັບຄວາມຫວັງທີ່ຈະມີຊີວິດຕະຫຼອດໄປ.
ພະເຈົ້າຈະທຳລາຍຄົນຊົ່ວອີກແລະໃຫ້ຄົນດີມີຊີວິດ. ມັດທາຍ 24:37-39
ຊາຕານແລະພວກຜີປີສາດຍັງຊັກນຳຜູ້ຄົນໃຫ້ຫຼົງຜິດຕໍ່ໆໄປ.
ສະໄໝນີ້ກໍຄືກັບສະໄໝຂອງໂນເອ ຄົນສ່ວນຫຼາຍປະຕິເສດການຊີ້ນຳທີ່ປ່ຽມດ້ວຍຄວາມຮັກຂອງພະເຢໂຫວາ. ອີກບໍ່ດົນ ພະເຢໂຫວາຈະທຳລາຍຄົນຊົ່ວທັງໝົດ.—2 ເປໂຕ 2:5, 6.
ບາງຄົນຄືກັບໂນເອ. ເຂົາເຈົ້າເຊື່ອຟັງພະເຈົ້າແລະປະຕິບັດຕາມສິ່ງທີ່ພະອົງບອກ; ເຂົາເຈົ້າແມ່ນພະຍານພະເຢໂຫວາ.