ບົດທີ 11
ເປັນຫຍັງເຮົາຈຶ່ງເຂົ້າຮ່ວມການປະຊຸມໃຫຍ່?
ເມັກຊິກ
ເຢຍລະມັນ
ບົດສະວານາ
ນີກາຣາກົວ
ອີຕາລີ
ເປັນຫຍັງຄົນເຫຼົ່ານີ້ຈຶ່ງມີຄວາມສຸກແທ້? ເຂົາເຈົ້າກຳລັງເຂົ້າຮ່ວມໜຶ່ງໃນບັນດາການປະຊຸມໃຫຍ່ຂອງພວກເຮົາ. ເຊັ່ນດຽວກັບຜູ້ຮັບໃຊ້ຂອງພະເຈົ້າໃນອະດີດທີ່ຖືກສັ່ງໃຫ້ເຕົ້າໂຮມກັນປີລະສາມຄັ້ງ ພວກເຮົາລໍຄອຍທີ່ຈະເຕົ້າໂຮມນຳກັນເປັນກຸ່ມໃຫຍ່ ໆ. (ພະບັນຍັດ 16:16) ໃນແຕ່ລະປີ ພວກເຮົາມີສາມການປະຊຸມໃຫຍ່ ນັ້ນຄືການປະຊຸມໝວດ ມື້ດຽວປີລະສອງຄັ້ງ ແລະການປະຊຸມພາກ ສາມມື້. ເຮົາຈະໄດ້ຮັບປະໂຫຍດຫຍັງແດ່ຈາກການເຕົ້າໂຮມກັນແບບນີ້?
ການປະຊຸມເຫຼົ່ານີ້ເສີມສ້າງສາຍສຳພັນແບບຄລິດສະຕຽນ. ເຊັ່ນດຽວກັບທີ່ຊາວອິດສະລາແອນຊື່ນຊົມຍິນດີໃນການສັນລະເສີນພະເຢໂຫວາ “ໃນພວກຊຸມນຸມ” ພວກເຮົາກໍເຊັ່ນກັນຊື່ນຊົມຍິນດີໃນການນະມັດສະການພະອົງຮ່ວມກັນໃນໂອກາດພິເສດຕ່າງ ໆ. (ຄຳເພງ 26:12; 111:1) ການເຕົ້າໂຮມກັນແບບນີ້ເປີດໂອກາດໃຫ້ພົບພໍ້ແລະຄົບຫາກັບພະຍານພະເຢໂຫວາທີ່ມາຈາກປະຊາຄົມອື່ນຫຼືແມ່ນແຕ່ມາຈາກປະເທດອື່ນ. ໃນຕອນທ່ຽງ ພວກເຮົາມ່ວນຊື່ນໃນການກິນເຂົ້ານຳກັນຢູ່ສະຖານທີ່ຈັດການປະຊຸມ ເຊິ່ງເປັນການເສີມບັນຍາກາດແບບເປັນມິດໃນກິດຈະກຳຝ່າຍວິນຍານເຫຼົ່ານີ້. (ກິດຈະການ 2:42) ຢູ່ການປະຊຸມໃຫຍ່ເຫຼົ່ານັ້ນພວກເຮົາສຳຜັດດ້ວຍຕົວເອງກັບຄວາມຮັກທີ່ໂຮມເອົາ “ພີ່ນ້ອງທັງປວງ” ໃນໂລກໃຫ້ເປັນເອກະພາບກັນ.—1 ເປໂຕ 2:17
ການປະຊຸມເຫຼົ່ານີ້ຊ່ວຍເຮົາໃຫ້ກ້າວໜ້າຝ່າຍວິນຍານ. ຊາວອິດສະລາແອນຍັງໄດ້ຮັບປະໂຫຍດຈາກການ “ເຂົ້າໃຈຄວາມທັງຫຼາຍ” ຈາກພະຄຳພີທີ່ມີການອະທິບາຍໃຫ້ເຂົາເຈົ້າຟັງ. (ເນເຫມີ 8:8, 12) ເຊັ່ນດຽວກັນ ພວກເຮົາກໍຮູ້ຄຸນຄ່າຄຳແນະນຳໃນຄຳພີໄບເບິນທີ່ໄດ້ຮັບຢູ່ການປະຊຸມໃຫຍ່. ແຕ່ລະລາຍການແມ່ນອາໄສເນື້ອໃນຈາກພະຄຳພີ. ໂດຍຜ່ານທາງຄຳບັນລະຍາຍ ຄຳບັນລະຍາຍຊຸດ ແລະການສາທິດທີ່ໜ້າສົນໃຈ ພວກເຮົາຮຽນຮູ້ວິທີເຮັດຕາມໃຈປະສົງຂອງພະເຈົ້າໃນຊີວິດຂອງເຮົາ. ພວກເຮົາໄດ້ຮັບກຳລັງໃຈເມື່ອໄດ້ຍິນກ່ຽວກັບປະສົບການຕ່າງ ໆ ຂອງຜູ້ທີ່ຮັບມືກັບສິ່ງທ້າທາຍໄດ້ຢ່າງປະສົບຜົນສຳເລັດໃນການດຳເນີນຊີວິດແບບຄລິດສະຕຽນໃນສະໄໝທີ່ຫຍຸ້ງຍາກນີ້. ຢູ່ການປະຊຸມພາກ ລະຄອນສາກບູຮານເຮັດໃຫ້ບັນທຶກຕ່າງ ໆ ໃນຄຳພີໄບເບິນເປັນຈິງຫຼາຍຂຶ້ນສຳລັບເຮົາ ແລະສອນບົດຮຽນຕ່າງ ໆ ທີ່ເຮົາໃຊ້ໄດ້ແທ້ໃນຊີວິດ. ໃນການປະຊຸມໃຫຍ່ທຸກຄັ້ງ ມີການຮັບບັບເຕມາສຳລັບຜູ້ທີ່ຕ້ອງການສະແດງສັນຍະລັກການອຸທິດຕົວຂອງຕົນຕໍ່ພະເຈົ້າ.
ເປັນຫຍັງການປະຊຸມໃຫຍ່ຈຶ່ງເປັນໂອກາດທີ່ໜ້າຊື່ນຊົມຍິນດີ?
ທ່ານອາດໄດ້ຮັບປະໂຫຍດຫຍັງແດ່ຈາກການເຂົ້າຮ່ວມການປະຊຸມໃຫຍ່?