ເຈົ້າລໍຖ້າມື້ທີ່ຈະໄດ້ເຫັນລາຊະອານາຈັກເຮັດໃຫ້ຄຳສັນຍາ ຂອງພະເຈົ້າເປັນຈິງບໍ?
ຕອນ 7
ຄຳສັນຍາຂອງລາຊະອານາຈັກ ການສ້າງທຸກສິ່ງຂຶ້ນໃໝ່
ເຈົ້າປິດໝາກແອັບເປິ້ນໜ່ວຍໃຫຍ່ໆທີ່ສຸກຄາຕົ້ນ ມັນສົດແລະເປັນຕາແຊບ ເຈົ້າດົມກິ່ນຫອມໆຂອງມັນກ່ອນຈະໃສ່ໃນກະຕ່າທີ່ມີໝາກແອັບເປິ້ນເກືອບເຕັມແລ້ວ. ເຈົ້າຍ່າງເກັບໝາກແອັບເປິ້ນຫຼາຍຊົ່ວໂມງແຕ່ກໍຍັງບໍ່ຮູ້ສຶກເມື່ອຍ ແຕ່ຍັງເຮັດວຽກຕໍ່ໄປອີກໄດ້ ແມ່ກັບຍາດຕິພີ່ນ້ອງ ແລະໝູ່ຂອງເຈົ້າກໍກຳລັງເກັບໝາກແອັບເປິ້ນຢູ່ແຖວໆນັ້ນຄືກັນ. ເຂົາເຈົ້າລົມກັນໄປເຮັດວຽກໄປຢ່າງເພີດເພີນ. ແມ່ເບິ່ງເປັນສາວຄືສະໄໝຕອນທີ່ເຈົ້າຍັງເປັນເດັກນ້ອຍ ເຈົ້າຈົນບໍ່ຢາກເຊື່ອວ່າເຈົ້າເຄີຍເຫັນແມ່ຄ່ອຍໆເຖົ້າລົງໃນໂລກເກົ່າທີ່ຜ່ານມາ ເຈົ້າເຫັນແມ່ບໍ່ມີແຮງທີ່ຈະຕໍ່ສູ້ກັບຄວາມເຈັບປ່ວຍ ເຈົ້າຈັບມືແມ່ໄວ້ຈົນລົມຫາຍໃຈສຸດທ້າຍ ແລ້ວເຈົ້າກໍເລີ່ມຮ້ອງໄຫ້ເມື່ອເຫັນແມ່ຈາກໄປ. ແຕ່ເບິ່ງຕອນນີ້ແມ ແມ່ກັບອີກຫຼາຍຄົນທີ່ຕາຍໄປກັບມາມີຊີວິດແລະມີສຸຂະພາບແຂງແຮງອີກຄັ້ງ!
ເຮົາຮູ້ວ່າວັນນັ້ນຈະມາເຖິງແນ່ນອນເພາະຄຳສັນຍາຂອງພະເຈົ້າເປັນຈິງສະເໝີ. ໃນຕອນ 7 ນີ້ເຮົາຈະພິຈາລະນາຄຳສັນຍາບາງຂໍ້ທີ່ລາຊະອານາຈັກຈະເຮັດໃຫ້ເກີດຂຶ້ນແທ້ຕາມລຳດັບຈົນເຖິງສົງຄາມອະລະມະເຄໂດນເຊິ່ງກໍໃກ້ເຂົ້າມາແລ້ວ. ເຮົາຍັງຈະທົບທວນຄຳສັນຍາທີ່ໜ້າຕື່ນເຕັ້ນບາງຂໍ້ຂອງລາຊະອານາຈັກເຊິ່ງຈະເກີດຂຶ້ນຫຼັງຈາກນັ້ນນຳອີກ. ເຮົາຄົງຈະມີຄວາມສຸກຫຼາຍທີ່ໄດ້ເຫັນສະໄໝທີ່ລາຊະອານາຈັກຂອງພະເຈົ້າປົກຄອງທົ່ວທັງແຜ່ນດິນໂລກແລະສ້າງທຸກສິ່ງຂຶ້ນໃໝ່!