ວິທີທີ່ຈະໄດ້ປະໂຫຍດຫຼາຍທີ່ສຸດຈາກປຶ້ມນີ້
ຮຽນກັບຜູ້ສອນ: ຂໍຮຽນກັບຄົນທີ່ເອົາປຶ້ມນີ້ໃຫ້ເຈົ້າ ຫຼືສົ່ງຄຳຂໍຮຽນທາງເວັບໄຊ jw.org/lo.
ສ່ວນທຳອິດ
ອ່ານແຕ່ລະຫຍໍ້ໜ້າ ແລະອ່ານ (ກ) ຄຳຖາມໂຕເຂັ້ມ (ຂ) ຂໍ້ຄຳພີທີ່ເນັ້ນຈຸດສຳຄັນ. ຂໍໃຫ້ສັງເກດວ່າຖ້າຂໍ້ຄຳພີໃດບອກໃຫ້ “ອ່ານ” ກໍໃຫ້ເຈົ້າອ່ານຂໍ້ຄຳພີນັ້ນກັບຜູ້ທີ່ສອນ.
ສ່ວນກາງ
ໃນສ່ວນ (ຄ)ຮຽນຮູ້ຫຼາຍຂຶ້ນ ເວົ້າເຖິງສິ່ງທີ່ເຈົ້າຈະໄດ້ຮຽນ. (ງ) ຫົວຂໍ້ຍ່ອຍ ເວົ້າເຖິງເລື່ອງທີ່ຈະລົມກັນ. (ຈ) ອ່ານຂໍ້ຄຳພີ ຕອບຄຳຖາມ ແລະເບິ່ງວິດີໂອ.
(ສ) ລົມກັນກ່ຽວກັບຮູບແລະຄຳອະທິບາຍ (ຊ) ໃນສ່ວນບາງຄົນເວົ້າວ່າ ເປັນຄຳເວົ້າທີ່ຄົນທົ່ວໄປມັກເວົ້າເລື້ອຍໆ ໃຫ້ເຈົ້າລອງຄິດເບິ່ງວ່າຈະຕອບຄົນທີ່ເວົ້າແບບນີ້ແນວໃດ.
ສ່ວນສຸດທ້າຍ
ໃນສ່ວນ (ຍ) ສະຫຼຸບແລະຄຳຖາມທົບທວນ ຈະສະຫຼຸບບົດຮຽນໃນບົດນັ້ນ ແລະຖ້າຮຽນຈົບແລ້ວກໍໃຫ້ຂຽນວັນທີໃສ່ໃນສ່ວນມື້ທີ່ຮຽນຈົບບົດນີ້. (ດ) ສິ່ງທີ່ເຈົ້າເຮັດໄດ້ ບອກສິ່ງທີ່ເຈົ້າຈະເຮັດຕໍ່ໄປ. (ຕ) ເບິ່ງເພີ່ມເຕີມ ສ່ວນນີ້ມີບົດຄວາມໃຫ້ອ່ານແລະວິດີໂອໃຫ້ເບິ່ງຕື່ມອີກເພື່ອຈະຮູ້ຫຼາຍຂຶ້ນ.
ວິທີຊອກຂໍ້ຄຳພີ
ຂໍ້ຄຳພີແຕ່ລະຂໍ້ຈະມີ (ກ) ຊື່ຂອງປຶ້ມໃນຄຳພີໄບເບິນ (ຂ) ບົດ ເຊິ່ງເປັນໂຕເລກທຳອິດ (ຄ) ຂໍ້ ເຊິ່ງເປັນໂຕເລກຕໍ່ໄປຫຼັງເຄື່ອງໝາຍສອງຈ້ຳ. ຕົວຢ່າງ ໂຢຮັນ 17:3 ໝາຍເຖິງ ປຶ້ມໂຢຮັນ ບົດ 17 ຂໍ້ 3.