ເລື່ອງຊີວິດຈິງ
ພວກເຮົາໄດ້ພົບ “ໄຂ່ມຸກທີ່ມີຄ່າຫຼາຍ”
ວິນສະຕັນແລະແພມເມລາ (ແພມ) ເພນຮັບໃຊ້ຢູ່ສຳນັກງານສາຂາອັອດສະຕຣາເລເຊຍ. ຊີວິດຂອງເຂົາເຈົ້າມີຄວາມສຸກ ເຖິງວ່າຈະເຄີຍມີຂໍ້ທ້າທາຍຫຼາຍເຊັ່ນ: ຕ້ອງປັບຕົວໃຫ້ເຂົ້າກັບວັດທະນາທຳໃໝ່ ແລະຕ້ອງທຸກໃຈຕອນທີ່ລູກຕາຍກ່ອນເກີດ. ຕະຫຼອດໄລຍະນັ້ນ ເຂົາເຈົ້າຮັກສາຄວາມຮັກຕໍ່ພະເຢໂຫວາ ຕໍ່ປະຊາຊົນຂອງພະອົງ ແລະເຂົາເຈົ້າມີຄວາມສຸກໃນການຮັບໃຊ້. ໃນການສຳພາດນີ້ ເຮົາໄດ້ເຊີນທັງສອງຄົນໃຫ້ມາເລົ່າບາງສົບການໃຫ້ຟັງ.
ວິນສະຕັນ ເຈົ້າມາຮູ້ຈັກພະເຈົ້າໄດ້ແນວໃດ?
ຂ້ອຍເຕີບໃຫຍ່ຂຶ້ນຢູ່ຟາມແຫ່ງໜຶ່ງໃນລັດຄວີນສະແລນ ປະເທດອົດສະຕຣາລີໃນຄອບຄົວທີ່ບໍ່ສົນໃຈສາສະໜາ. ເນື່ອງຈາກຟາມນີ້ຢູ່ໂດດດ່ຽວຫ່າງໄກ ຂ້ອຍຈຶ່ງບໍ່ຄ່ອຍໄດ້ຄົບຫາກັບຄົນອື່ນນອກຈາກຄອບຄົວ. ຂ້ອຍເລີ່ມຢາກຮູ້ຈັກພະເຈົ້າຕັ້ງແຕ່ອາຍຸ 12 ປີ. ຂ້ອຍໄດ້ອະທິດຖານເຖິງພະອົງເພື່ອຂໍໃຫ້ຮູ້ຈັກຄວາມຈິງກ່ຽວກັບພະອົງ. ຕໍ່ມາ ຂ້ອຍກໍອອກຈາກເຮືອນແລະໄປເຮັດວຽກຢູ່ເມືອງອາເດໄລ ລັດເຊົາ ອົດສະຕຣາລີ. ຕອນອາຍຸ 21 ປີ ຂ້ອຍໄດ້ພົບກັບແພມໃນຂະນະທີ່ໄປທ່ຽວຢູ່ເມືອງຊິດນີ. ລາວບອກຂ້ອຍເລື່ອງກຸ່ມສາສະໜາບຣິຕິດສ-ອິດສະລາແອນເຊິ່ງອ້າງວ່າຄົນອັງກິດເປັນເຊື້ອສາຍຂອງອິດສະລາແອນຕະກູນທີ່ຫາຍສາບສູນໄປ. ກຸ່ມນີ້ບອກວ່າຕະກູນເຫຼົ່ານັ້ນຄື 10 ຕະກູນຂອງອານາຈັກອິດສະລາແອນທາງເໜືອທີ່ຖືກຈັບເປັນຊະເລີຍໃນສະຕະວັດທີ 8 ກ່ອນ ຄ.ສ. ເມື່ອຂ້ອຍກັບໄປເມືອງອາເດໄລ ຂ້ອຍໄດ້ລົມເລື່ອງນີ້ກັບໝູ່ທີ່ເຮັດວຽກນຳກັນ ເຊິ່ງລາວໄດ້ເລີ່ມສຶກສາຄຳພີໄບເບິນກັບພະຍານພະເຢໂຫວາ. ຫຼັງຈາກລົມກັນກ່ຽວກັບຄວາມເຊື່ອຂອງພະຍານພະເຢໂຫວາບໍ່ເທົ່າໃດຊົ່ວໂມງ ຂ້ອຍກໍຮູ້ເລີຍວ່ານີ້ເປັນຄຳຕອບຂອງຄຳອະທິດຖານທີ່ຂ້ອຍເຄີຍຂໍຕອນຍັງນ້ອຍ. ຂ້ອຍກຳລັງຮຽນຮູ້ຄວາມຈິງກ່ຽວກັບພະເຈົ້າຜູ້ສ້າງຂ້ອຍແລະລາຊະອານາຈັກຂອງພະອົງ! ຂ້ອຍໄດ້ພົບ “ໄຂ່ມຸກທີ່ມີຄ່າຫຼາຍ” ແລ້ວ.—ມັດ. 13:45, 46, ລ.ມ.
ແພມ ເຈົ້າກໍເລີ່ມຊອກຫາໄຂ່ມຸກທີ່ມີຄ່າຕັ້ງແຕ່ຕອນຍັງນ້ອຍຄືກັນແມ່ນບໍ ເຈົ້າພົບມັນໄດ້ແນວໃດ?
ຂ້ອຍເຕີບໃຫຍ່ມາຢູ່ເມືອງຄັອບຮາເບີ ລັດນິວ ເຊົາ ເວວໃນຄອບຄົວທີ່ເຄັ່ງສາສະໜາ. ພໍ່ແມ່ຂອງຂ້ອຍລວມທັງພໍ່ຕູ້ແມ່ຕູ້ເຊື່ອຄຳສອນຂອງກຸ່ມສາສະໜາບຣິຕິດສ-ອິດສະລາແອນ. ຂ້ອຍ ນ້ອງຊາຍ ເອື້ອຍ ແລະລູກພີ່ລູກນ້ອງເຕີບໃຫຍ່ມາໃນຄວາມເຊື່ອທີ່ວ່າພະເຈົ້າຮັກຄົນທີ່ມີເຊື້ອສາຍອັງກິດເປັນພິເສດ. ແຕ່ຂ້ອຍບໍ່ເຫັນດີກັບຄວາມເຊື່ອນີ້ແລະຮູ້ສຶກບໍ່ໄດ້ໃກ້ຊິດກັບພະເຈົ້າເລີຍ. ເມື່ອຂ້ອຍອາຍຸ 14 ປີ ຂ້ອຍກໍໄປໂບດຂອງສາສະໜາຕ່າງໆ ເຊັ່ນ: ແອງລິແກນ, ບັບຕິດສ ແລະຄະນະວັນເສົາ ແຕ່ເຂົາເຈົ້າກໍບໍ່ໄດ້ຊ່ວຍຂ້ອຍໃຫ້ຮູ້ຈັກພະເຈົ້າເລີຍ.
ຕໍ່ມາ ຄອບຄົວຂ້ອຍຍ້າຍໄປຢູ່ເມືອງຊິດນີ ແລະຂ້ອຍກໍໄດ້ພົບກັບວິນສະຕັນທີ່ມາທ່ຽວຢູ່ຫັ້ນ. ດັ່ງທີ່ລາວເລົ່າໄປແລ້ວ ການລົມກັນເລື່ອງສາສະໜາໃນຕອນນັ້ນເຮັດໃຫ້ລາວສຶກສາຄຳພີໄບເບິນກັບພະຍານພະເຢໂຫວາ. ຈາກນັ້ນ ຈົດໝາຍທີ່ລາວຂຽນຫາຂ້ອຍກໍເຕັມແຕ່ຂໍ້ພະຄຳພີ! ທຳອິດ ຂ້ອຍຮູ້ສຶກໜັກໃຈແລະບາງເທື່ອກໍຮູ້ສຶກໃຈຮ້າຍ. ແຕ່ໃນທີ່ສຸດຂ້ອຍກໍຍອມຮັບວ່າສິ່ງທີ່ລາວຂຽນມາເປັນຄວາມຈິງ.
ໃນປີ 1962 ຂ້ອຍກໍໄດ້ຍ້າຍໄປເມືອງອາເດໄລເພື່ອຈະຢູ່ໃກ້ກັບວິນສະຕັນຫຼາຍຂຶ້ນ. ລາວໃຫ້ຂ້ອຍພັກຢູ່ກັບພະຍານພະເຢໂຫວາຄູ່ຜົວເມຍໜຶ່ງຊື່ໂທມັດກັບເຈນນິກ ສະໂລເມນ ເຊິ່ງເຄີຍເປັນມິດຊັນນາລີຢູ່ປາປົວນິວກີເນ. ເຂົາເຈົ້າໃຈດີກັບຂ້ອຍຫຼາຍ ຂ້ອຍອາຍຸພຽງແຕ່ 18 ປີ ແຕ່ເຂົາເຈົ້າຊ່ວຍຂ້ອຍໃຫ້ຮູ້ຈັກພະເຢໂຫວາຫຼາຍຂຶ້ນ. ຂ້ອຍເລີ່ມສຶກສາຄຳພີໄບເບິນແລະບໍ່ດົນຂ້ອຍກໍໝັ້ນໃຈວ່າຂ້ອຍພົບຄວາມຈິງ. ຫຼັງຈາກວິນສະຕັນກັບຂ້ອຍແຕ່ງດອງກັນແລ້ວ ພວກເຮົາກໍເລີ່ມໃຊ້ຊີວິດຮັບໃຊ້ພະເຢໂຫວາທັນທີ ເຊິ່ງເຮັດໃຫ້ໄດ້ຮັບພອນຢ່າງຫຼວງຫຼາຍ. ເຖິງວ່າເຮົາໄດ້ເຈິບັນຫາຫຼາຍຢ່າງ ແຕ່ວຽກຮັບໃຊ້ນີ້ແຫຼະເຮັດໃຫ້ເຮົາຮູ້ຄຸນຄ່າໄຂ່ມຸກທີ່ມີຄ່ານີ້ຫຼາຍຂຶ້ນ.
ວິນສະຕັນ ການຮັບໃຊ້ພະເຢໂຫວາໃນໄລຍະຕົ້ນໆ ເປັນແນວໃດ?
ກ. ແຜນທີ່ການເດີນທາງການເດີນໝວດຂອງເຮົາ
ຂ. ສະແຕມຈາກເກາະຕ່າງໆ. ກິຣິບາຕິແລະຕູວາລູ ແຕ່ກ່ອນມີຊື່ວ່າໝູ່ເກາະກິວເບີດແລະເອວລິດສ
ຄ. ເກາະຟູນະຟູຕິເປັນເກາະຫີນປະກາລັງສວຍງາມຢູ່ໃນເຂດຂອງປະເທດຕູວາລູ. ເກາະນີ້ເປັນໜຶ່ງໃນຫຼາຍໆເກາະທີ່ເຮົາໄປຢ້ຽມຢາມກ່ອນຈະມີການສົ່ງມິດຊັນນາລີໄປ
ບໍ່ດົນຫຼັງຈາກທີ່ຂ້ອຍກັບແພມແຕ່ງດອງກັນ ພະເຢໂຫວາກໍເລີ່ມເປີດ “ປະຕູກວ້າງ” ຫຼາຍປະຕູເພື່ອໃຫ້ເຮົາຮັບໃຊ້ພະອົງຫຼາຍຂຶ້ນ. (1 ໂກ. 16:9) ວຽກທຳອິດທີ່ເຮັດໃຫ້ເຮົາໄດ້ຮັບໃຊ້ພະເຢໂຫວາຫຼາຍຂຶ້ນແມ່ນການເປັນໄພໂອເນຍປະຈຳ. ພີ່ນ້ອງແຈ໋ກ ພໍເຕີແລະໂຣດສະລິນເມຍຂອງລາວໄດ້ສະໜັບສະໜູນພວກເຮົາໃຫ້ເປັນໄພໂອເນຍປະຈຳເຊິ່ງເປັນສິດທິພິເສດທີ່ເຮົາໄດ້ເຮັດເປັນເວລາ 5 ປີ. ຕອນນັ້ນແຈ໋ກເປັນຜູ້ດູແລໝວດເຊິ່ງຮັບໃຊ້ໃນປະຊາຄົມນ້ອຍໆຂອງເຮົາ (ປັດຈຸບັນລາວເປັນສະມາຊິກຄະນະກຳມະການສາຂາອັອດສະຕຣາເລເຊຍ). ເມື່ອຂ້ອຍອາຍຸ 29 ປີ ແພມກັບຂ້ອຍຖືກເຊີນໃຫ້ຮັບໃຊ້ເດີນໝວດຢູ່ເກາະຕ່າງໆ ເຊັ່ນ: ເກາະອາເມຣິກາ ຊາມົວ, ຊາມົວ, ກິຣິບາຕິ, ນາອູຣູ, ນີອູ, ໂຕເກເລົາ, ຕົງກາ, ຕູວາລູ ແລະວານົວຕູໃນເຂດມະຫາສະໝຸດປາຊີຟິກທາງໃຕ້ ເຊິ່ງຕອນນັ້ນສຳນັກງານສາຂາຟິດຈິໄດ້ເບິ່ງແຍງ.
ໃນສະໄໝນັ້ນ ຜູ້ຄົນທີ່ຢູ່ເກາະທີ່ຫ່າງໄກບາງເກາະລະແວງພະຍານພະເຢໂຫວາ ດັ່ງນັ້ນ ພວກເຮົາຈຶ່ງຕ້ອງສະຫຼາດແລະຮອບຄອບ. (ມັດ. 10:16) ເນື່ອງຈາກປະຊາຄົມໃນເກາະຕ່າງໆນັ້ນເປັນປະຊາຄົມນ້ອຍໆຈຶ່ງບໍ່ສາມາດຈັດໃຫ້ພວກເຮົາມີບ່ອນນອນໄດ້ ພວກເຮົາຈຶ່ງໄດ້ຊອກພັກຢູ່ເຮືອນປະຊາຊົນແລະເຂົາເຈົ້າກໍໃຈດີກັບພວກເຮົາສະເໝີ.
ວິນສະຕັນ ເຈົ້າສົນໃຈໃນວຽກແປຫຼາຍ ສິ່ງໃດເຮັດໃຫ້ເຈົ້າສົນໃຈໃນເລື່ອງນີ້?
ສອນໃນໂຮງຮຽນຜູ້ເຖົ້າແກ່ຢູ່ຊາມົວ
ຕອນທີ່ເຮົາເລີ່ມຮັບໃຊ້ໃນເກາະຕົງກາ ພີ່ນ້ອງຢູ່ຫັ້ນມີແຕ່ແຜ່ນພັບກັບປຶ້ມນ້ອຍໆບໍ່ເທົ່າໃດຫົວທີ່ເປັນພາສາຕົງກາເຊິ່ງເປັນພາສາໜຶ່ງຂອງຊາວໂພລີນີເຊຍ. ໃນວຽກປະກາດ ເຂົາເຈົ້າໃຊ້ປຶ້ມຄວາມຈິງເຊິ່ງນຳໄປສູ່ຊີວິດຕະຫຼອດໄປ ສະບັບພາສາອັງກິດ. ໃນລະຫວ່າງ 4 ອາທິດທີ່ມີໂຮງຮຽນສຳລັບຜູ້ເຖົ້າແກ່ ຜູ້ເຖົ້າແກ່ທ້ອງຖິ່ນ 3 ຄົນທີ່ບໍ່ເກັ່ງພາສາອັງກິດປານໃດໄດ້ຕົກລົງແປປຶ້ມຄວາມຈິງ ເປັນພາສາຕົງກາ. ແພມເປັນຜູ້ພິມດີດແລະພວກເຮົາໄດ້ສົ່ງວຽກແປນັ້ນໄປໃຫ້ສຳນັກງານສາຂາຢູ່ສະຫະລັດອາເມລິກາເປັນຜູ້ຈັດພິມ. ໂຄງການນີ້ໃຊ້ເວລາທັງໝົດ 8 ອາທິດ. ເຖິງວ່າຄຸນນະພາບຂອງການແປບໍ່ດີປານໃດ ແຕ່ປຶ້ມນີ້ໄດ້ຊ່ວຍໃຫ້ຫຼາຍຄົນທີ່ເວົ້າພາສາຕົງກາຮຽນຮູ້ຄວາມຈິງ. ແພມກັບຂ້ອຍບໍ່ແມ່ນນັກແປພາສາ ແຕ່ປະສົບການນັ້ນເຮັດໃຫ້ເຮົາສົນໃຈວຽກແປຫຼາຍ.
ແພມ ຊີວິດຢູ່ເກາະເຫຼົ່ານັ້ນເປັນແນວໃດເມື່ອສົມທຽບກັບຢູ່ອົດສະຕຣາລີ?
ໜຶ່ງໃນບ່ອນພັກຂອງເຮົາຕອນຢ້ຽມຢາມໝວດ
ມັນຕ່າງກັນຫຼາຍອີ່ຫຼີ! ຂຶ້ນກັບບ່ອນທີ່ເຮົາຢູ່ ບາງບ່ອນມີຍຸງຫຼາຍ ອາກາດຮ້ອນຊຸ່ມ ບາງບ່ອນກໍມີໜູໃຫຍ່ ໂລກພະຍາດ ແລະບາງເທື່ອເຮົາກໍຂາດແຄນອາຫານ. ເຖິງວ່າເປັນແນວນັ້ນ ເຮົາກໍຮູ້ສຶກສະຫງົບໃຈ ເພາະທຸກມື້ຫຼັງຈາກເຮັດວຽກຮັບໃຊ້ແລ້ວ ເຮົາມັກໄປນັ່ງຢູ່ຕູບຟາເລເຊິ່ງເປັນຊື່ພາສາຊາມົວທີ່ໝາຍເຖິງເຮືອນທີ່ມຸງດ້ວຍຫຍ້າແລະບໍ່ມີຝາແບບຊາວໂພລີນີເຊຍ. ເມື່ອເຮົາຢູ່ຫັ້ນຫຼຽວເບິ່ງມະຫາສະໝຸດ ເຮົາກໍຮູ້ສຶກສະຫງົບໃຈຫຼາຍແທ້ໆ. ໃນບາງຄືນເຮົາໄດ້ເຫັນເດືອນແຈ້ງສະຫວ່າງຫຼາຍຈົນເຫັນເງົາຂອງຕົ້ນໝາກພ້າວແລະເຫັນແສງເດືອນສະທ້ອນຈາກນ້ຳ. ສິ່ງທີ່ສວຍງາມເຫຼົ່ານີ້ໄດ້ເຮັດໃຫ້ເຮົາຢາກຄິດຕຶກຕອງແລະອະທິດຖານ ແລະຊ່ວຍເຮົາໃຫ້ຄິດໃນແງ່ບວກແທນທີ່ຈະຄິດໃນແງ່ລົບ.
ເມື່ອຢູ່ຫັ້ນ ເຮົາຮັກເດັກນ້ອຍຫຼາຍ ພວກເດັກນ້ອຍຮູ້ສຶກມ່ວນຊື່ນແລະຢາກຮູ້ຢາກເຫັນເມື່ອເຫັນເຮົາທີ່ເປັນຄົນຕ່າງປະເທດຜິວຂາວມາ. ມີເທື່ອໜຶ່ງຕອນທີ່ໄປຢາມເກາະນີອູ ມີເດັກນ້ອຍຜູ້ຊາຍຄົນໜຶ່ງລູບຂົນແຂນຂອງວິນສະຕັນແລະເວົ້າວ່າ: “ຂ້ອຍມັກຂົນນົກຢູ່ແຂນເຈົ້າ.” ຍ້ອນລາວບໍ່ເຄີຍເຫັນຂົນແຂນຫຼາຍປານນີ້ມາກ່ອນແລະກໍເລີຍບໍ່ຮູ້ວ່າຈະໃຊ້ຄຳໃດ!
ສິ່ງທີ່ເຮັດໃຫ້ເຮົາໜັກໃຈຫຼາຍກໍຄືເຮົາເຫັນສະພາບທີ່ຍາກລຳບາກຂອງປະຊາຊົນ. ເຂົາເຈົ້າມີສິ່ງແວດລ້ອມທີ່ສວຍງາມ ແຕ່ຂາດຄວາມຊ່ວຍເຫຼືອທາງດ້ານສຸຂະພາບແລະບໍ່ຄ່ອຍມີນ້ຳດື່ມ. ແຕ່ພີ່ນ້ອງກໍບໍ່ໄດ້ກັງວົນປານໃດ ເພາະມັນເປັນເລື່ອງທຳມະດາສຳລັບເຂົາເຈົ້າແລ້ວ. ເຂົາເຈົ້າມີຄວາມສຸກຍ້ອນໄດ້ຢູ່ນຳຄອບຄົວ ມີບ່ອນປະຊຸມເພື່ອນະມັດສະການ ແລະມີສິດທິພິເສດທີ່ຈະສັນລະເສີນພະເຢໂຫວາ. ຕົວຢ່າງຂອງເຂົາເຈົ້າຊ່ວຍເຮົາໃຫ້ຈັດລຳດັບຄວາມສຳຄັນແລະປັບຊີວິດໃຫ້ຮຽບງ່າຍ.
ແພມ ບາງຄັ້ງເຈົ້າຕ້ອງໄປຕັກນ້ຳເອງແລະແຕ່ງກິນຢູ່ໃນສະພາບແວດລ້ອມໃໝ່ໆ ເຈົ້າໄດ້ເຮັດແນວໃດ?
ຢູ່ຕົງກາ ແພມກຳລັງຊັກເຄື່ອງ
ທີ່ຈິງ ຂ້ອຍຕ້ອງຂອບໃຈພໍ່ ລາວສອນຫຼາຍຢ່າງເຊັ່ນ: ວິທີດັງໄຟແຕ່ງກິນ ແລະສອນວິທີເອົາຕົວລອດເມື່ອມີວັດຖຸສິ່ງຂອງໜ້ອຍ. ມີເທື່ອໜຶ່ງຕອນທີ່ໄປຢ້ຽມຢາມກິຣິບາຕິ ເຮົາໄດ້ພັກຢູ່ເຮືອນຫຼັງນ້ອຍໆທີ່ມີຫຼັງຄາມຸ່ງຫຍ້າ ພື້ນເປັນຫີນປະກາລັງ ແລະຝາທີ່ເຮັດດ້ວຍໄມ້ໄຜ່. ເພື່ອຈະແຕ່ງກິນເຍື່ອງງ່າຍໆ ຂ້ອຍກໍຕ້ອງຂຸດຂຸມດັງໄຟແລະໃຊ້ກາບໝາກພ້າວອອຍໄຟ. ເພື່ອຈະມີນ້ຳ ຂ້ອຍຕ້ອງໄປລຽນແຖວກັບພວກຜູ້ຍິງທ້ອງຖິ່ນ. ເຂົາເຈົ້າໃຊ້ໄມ້ຍາວເກືອບ 2 ແມັດ ປາຍໄມ້ມີເຊືອກນ້ອຍໆມັດໃສ່ ສ່ວນປາຍເຊືອກກໍມັດກັບກະປ໋ອງ ຄ້າຍຄືກັບຄັນເບັດຕ່າງແຕ່ໃຊ້ກະປ໋ອງແທນເບັດ. ຕາມຜຽນໃຜລາວ ແຕ່ລະຄົນຈະຢ່ອນກະປ໋ອງລົງນ້ຳສ້າງ ຊິດຂໍ້ມືໃຫ້ຖືກຈັງຫວະແລ້ວນ້ຳກໍຈະເຂົ້າເຕັມກະປ໋ອງ. ຂ້ອຍຄິດວ່າມັນຈະງ່າຍ. ບາດມາຮອດຜຽນຂ້ອຍ ຂ້ອຍຊິດຈັ່ງໃດກໍບໍ່ໄດ້ຈັກເທື່ອ ກະປ໋ອງນັ້ນກໍຍັງລອຍຢູ່ໜ້ານ້ຳຢູ່! ເມື່ອທຸກຄົນເຊົາຫົວຂ້ອຍແລ້ວ ກໍມີຄົນໜຶ່ງສະເໜີຈະຊ່ວຍຂ້ອຍ. ເຂົາເຈົ້າໃຈດີແລະມີນ້ຳໃຈຊ່ວຍເຫຼືອຂ້ອຍສະເໝີ.
ໃນທີ່ສຸດເຈົ້າທັງສອງກໍມັກວຽກມອບໝາຍໃນເກາະເຫຼົ່ານັ້ນ. ເຈົ້າຢາກເລົ່າຄວາມຊົງຈຳພິເສດໃຫ້ເຮົາຟັງບໍ?
ວິນສະຕັນ: ເຮົາໄດ້ໃຊ້ເວລາໜ້ອຍໜຶ່ງເພື່ອຈະລຶ້ງເຄີຍກັບບາງທຳນຽມ. ຕົວຢ່າງ: ເມື່ອພີ່ນ້ອງເອົາອາຫານມາໃຫ້ກິນ ສ່ວນຫຼາຍເຂົາເຈົ້າຈະເອົາອາຫານທັງໝົດທີ່ມີມາໃຫ້. ເນື່ອງຈາກທຳອິດເຮົາບໍ່ຮູ້ວ່າຕ້ອງແບ່ງສ່ວນໜຶ່ງໄວ້ໃຫ້ເຂົາເຈົ້າກິນນຳ ເຮົາຈຶ່ງກິນອາຫານໝົດເລີຍ! ຫຼັງຈາກຮູ້ຈັກທຳນຽມແລ້ວ ເຮົາກໍໄດ້ແບ່ງອາຫານສ່ວນໜຶ່ງໄວ້ໃຫ້ເຂົາເຈົ້າ. ເຖິງວ່າເຮົາເຮັດຫຍັງບໍ່ຖືກແດ່ ແຕ່ເຂົາເຈົ້າກໍເຂົ້າໃຈເຮົາ. ເຂົາເຈົ້າດີໃຈຫຼາຍທີ່ເຫັນເຮົາໃນທຸກໆ 6 ເດືອນທີ່ເຮົາໄປຢາມເຂົາເຈົ້າໃນການເດີນໝວດ. ນອກຈາກພວກເຮົາແລະພີ່ນ້ອງທ້ອງຖິ່ນແລ້ວ ເຂົາເຈົ້າບໍ່ມີໂອກາດໄດ້ພົບກັບພະຍານພະເຢໂຫວາຄົນອື່ນໆເລີຍ.
ພາພີ່ນ້ອງອອກໄປປະກາດຢູ່ເກາະນີອູ
ການຢ້ຽມຢາມຂອງເຮົາຍັງເປັນການປະກາດກັບຄົນໃນຊຸມຊົນຄືກັນ. ຊາວບ້ານຫຼາຍຄົນຄິດວ່າສາສະໜາຂອງພີ່ນ້ອງທ້ອງຖິ່ນເປັນສາສະໜາທີ່ຄິດຂຶ້ນມາເອງ. ດັ່ງນັ້ນ ເມື່ອເຂົາເຈົ້າເຫັນພວກເຮົາສອງຄົນເຊິ່ງເປັນຄົນຕ່າງປະເທດມາຢ້ຽມຢາມພີ່ນ້ອງທ້ອງຖິ່ນ ເຂົາເຈົ້າກໍຮູ້ວ່າມີອົງການສາສະໜາແທ້ໆທີ່ເປັນຫ່ວງສະມາຊິກທຸກຄົນແລະນີ້ເຮັດໃຫ້ເຂົາເຈົ້າປະທັບໃຈ.
ແພມ: ໜຶ່ງໃນຄວາມຊົງຈຳທີ່ຂ້ອຍມັກທີ່ສຸດຄື ຕອນທີ່ເຮົາຢູ່ເກາະກິຣິບາຕິເຊິ່ງມີພີ່ນ້ອງຢູ່ບໍ່ເທົ່າໃດຄົນ ແລະມີຜູ້ເຖົ້າແກ່ຄົນດຽວຢູ່ຫັ້ນຊື່ອິທິນິໄກ ມາເທຣາ. ຜູ້ເຖົ້າແກ່ຄົນນີ້ເຮັດສຸດຄວາມສາມາດທີ່ຈະເບິ່ງແຍງເຮົາ. ມື້ໜຶ່ງລາວຖືກະຕ່າທີ່ມີໄຂ່ໜ່ວຍດຽວມາຫາເຮົາແລ້ວເວົ້າວ່າ: “ຂ້ອຍໃຫ້ເຈົ້າ.” ສະໄໝນັ້ນ ໄຂ່ໄກ່ເປັນສິ່ງທີ່ຫາຍາກ. ການສະແດງນ້ຳໃຈເຖິງວ່າຈະເປັນສິ່ງເລັກໆນ້ອຍໆແບບນີ້ໄດ້ເຮັດໃຫ້ເຮົາປະທັບໃຈ.
ແພມ ເມື່ອເຈົ້າຫຼຸລູກ ສິ່ງໃດທີ່ຊ່ວຍເຈົ້າໃຫ້ຮັບມືໄດ້?
ໃນປີ 1973 ຂ້ອຍໄດ້ຖືພາຕອນທີ່ຂ້ອຍແລະວິນສະຕັນຢູ່ເຂດປາຊີຟິກໃຕ້. ເຮົາຕັດສິນໃຈຈະກັບເມືອອົດສະຕຣາລີ ແຕ່ 4 ເດືອນຕໍ່ມາຂ້ອຍກໍໄດ້ຫຼຸລູກ. ວິນສະຕັນເສຍໃຈຫຼາຍເພາະເປັນລູກຂອງລາວຄືກັນ. ເມື່ອເວລາຜ່ານໄປຄວາມເຈັບປວດໃຈຂອງຂ້ອຍກໍຄ່ອຍໆຫຼຸດລົງ ແຕ່ຄວາມຮູ້ສຶກນັ້ນກໍບໍ່ໄດ້ຫາຍໄປຈົນໄດ້ຮັບຫໍສັງເກດການ ສະບັບ 15 ເມສາ 2009. ໃນນັ້ນມີບົດຄວາມ “ຄຳຖາມຈາກຜູ້ອ່ານ” ທີ່ຊື່ວ່າ: “ມີຄວາມຫວັງບໍວ່າລູກທີ່ຕາຍໃນທ້ອງແມ່ຈະຖືກປຸກໃຫ້ຟື້ນຄືນຈາກຕາຍ?” ບົດຄວາມນີ້ເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາຜູ້ທີ່ເຮັດຖືກຕ້ອງສະເໝີຈະແກ້ໄຂບັນຫານີ້. ພະອົງຈະບັນເທົາຄວາມເຈັບປວດທີ່ຄົນເຮົາປະສົບໃນໂລກຊົ່ວນີ້ ຕອນທີ່ພະອົງໃຫ້ພະເຍຊູລູກຊາຍຂອງພະອົງ ‘ທຳລາຍຜົນງານຂອງຊາຕານ.’ (1 ໂຢ. 3:8, ລ.ມ.) ບົດຄວາມນີ້ຍັງຊ່ວຍເຮົາໃຫ້ຮູ້ຄຸນຄ່າຫຼາຍຂຶ້ນວ່າ ເຮົາທີ່ເປັນປະຊາຊົນຂອງພະອົງມີໄຂ່ມຸກທີ່ມີຄ່າຫຼາຍອີ່ຫຼີ! ຖ້າເຮົາບໍ່ມີຄວາມຫວັງເລື່ອງລາຊະອານາຈັກຂອງພະເຈົ້າ ຊີວິດຂອງເຮົາຈະເປັນແນວໃດ?
ຫຼັງຈາກທີ່ສູນເສຍລູກ ເຮົາກໍເລີ່ມຮັບໃຊ້ເຕັມເວລາອີກເທື່ອໜຶ່ງ. ເຮົາຮັບໃຊ້ໃນເບເທນຢູ່ອົດສະຕຣາລີ ຈາກນັ້ນ ເຮົາກໍເລີ່ມເຮັດວຽກເດີນໝວດອີກ. ໃນປີ 1981 ຫຼັງຈາກຮັບໃຊ້ໃນເຂດຊົນນະບົດຢູ່ລັດນິວ ເຊົາ ເວວແລະເມືອງຊິດນີເປັນເວລາ 4 ປີ ເຮົາກໍໄດ້ຮັບເຊີນໃຫ້ໄປຮັບໃຊ້ຢູ່ສຳນັກງານສາຂາອົດສະຕຣາລີເຊິ່ງເປັນຊື່ເອີ້ນໃນສະໄໝນັ້ນ ແລະຈົນເຖິງຕອນນີ້ເຮົາກໍຍັງຮັບໃຊ້ຢູ່ຫັ້ນ.
ວິນສະຕັນ ປະສົບການຂອງເຈົ້າຢູ່ເກາະຕ່າງໆໃນເຂດປາຊີຟິກໃຕ້ໄດ້ຊ່ວຍເຈົ້າບໍຕອນທີ່ເຮັດວຽກຮັບໃຊ້ເປັນສະມາຊິກຄະນະກຳມະການສາຂາອັອດສະຕຣາເລເຊຍ?
ຊ່ວຍແທ້ ຊ່ວຍໄດ້ຫຼາຍເລີຍ. ທຳອິດ ສາຂາອົດສະຕຣາລີຖືກຂໍໃຫ້ເບິ່ງແຍງເຂດອາເມຣິກາ ຊາມົວແລະຊາມົວ. ຕໍ່ມາສາຂານູແວນເຊລັງກໍລວມເຂົ້າກັບສາຂາອົດສະຕຣາລີ. ປັດຈຸບັນນີ້ເຂດທີ່ສາຂາອັອດສະຕຣາເລເຊຍເບິ່ງແຍງມີອົດສະຕຣາລີ ອາເມຣິກາ ຊາມົວແລະຊາມົວ ໝູ່ເກາະຄຸກ ນູແວນເຊລັງ ນີອູ ຕີມໍເລັດສະເຕ ໂຕເກເລົາ ແລະຕົງກາ ເຊິ່ງຫຼາຍບ່ອນຂ້ອຍໄດ້ມີສິດທິພິເສດໄປຢ້ຽມຢາມໃນຖານະເປັນຕົວແທນສຳນັກງານສາຂາ. ປະສົບການທີ່ຂ້ອຍໄດ້ຮັບໃນການເຮັດວຽກກັບພີ່ນ້ອງຊາຍຍິງທີ່ສັດຊື່ໃນເກາະເຫຼົ່ານັ້ນຊ່ວຍຂ້ອຍໄດ້ຫຼາຍເມື່ອເຮັດວຽກເພື່ອເຂົາເຈົ້າຢູ່ສຳນັກງານສາຂາຕອນນີ້.
ວິນສະຕັນກັບແພມຢູ່ໃນສາຂາອັອດສະຕຣາເລເຊຍ
ສຸດທ້າຍນີ້ ຂ້ອຍຢາກບອກຕາມປະສົບການວ່າ ຂ້ອຍກັບແພມເຫັນວ່າບໍ່ແມ່ນແຕ່ຜູ້ໃຫຍ່ເທົ່ານັ້ນທີ່ຢາກຮູ້ຈັກພະເຈົ້າ ແຕ່ເດັກນ້ອຍແລະໄວລຸ້ນກໍຢາກໄດ້ “ໄຂ່ມຸກທີ່ມີຄ່າຫຼາຍ” ຄືກັນ ເຖິງວ່າຄົນອື່ນໃນຄອບຄົວຈະບໍ່ສົນໃຈເລີຍ. (2 ກະ. 5:2, 3; 2 ຂ່າວ. 34:1-3) ແນ່ນອນ ພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກ ພະອົງຢາກໃຫ້ທຸກຄົນໄດ້ຮັບຊີວິດບໍ່ວ່າຈະອາຍຸໜ້ອຍຫຼືຫຼາຍ!
ເມື່ອ 50 ປີຫຼັງ ຕອນທີ່ຂ້ອຍກັບແພມເລີ່ມຢາກຮູ້ຈັກພະເຈົ້າ ເຮົາບໍ່ຮູ້ວ່າສິ່ງນີ້ຈະເຮັດໃຫ້ເຮົາປະສົບກັບຫຍັງແດ່. ຄວາມຈິງເລື່ອງລາຊະອານາຈັກຂອງພະເຈົ້າເປັນໄຂ່ມຸກທີ່ມີຄ່າຫຼາຍແທ້ໆຈົນປະເມີນຄ່າບໍ່ໄດ້! ເຮົາຕັ້ງໃຈທີ່ຈະກຳໄຂ່ມຸກທີ່ມີຄ່ານີ້ໄວ້ດ້ວຍສຸດກຳລັງຂອງເຮົາ.