ຊີວິດຄລິດສະຕຽນ
‘ພະເຈົ້າເປັນຜູ້ຊ່ວຍຂ້ອຍ’
ຄຳເພງ ບົດ 52-59 ສະແດງໃຫ້ເຫັນເຖິງຄວາມຮູ້ສຶກຂອງດາວິດໃນໄລຍະທີ່ປະສົບກັບຂໍ້ທ້າທາຍໃນຊີວິດ ແຕ່ລາວກໍຍັງວາງໃຈພະເຢໂຫວາໃນໄລຍະທີ່ຫຍຸ້ງຍາກນີ້. (ເພງ. 54:4; 55:22) ນອກຈາກນັ້ນ ລາວຍັງສັນລະເສີນພະຄຳຂອງພະເຢໂຫວາ. (ເພງ. 56:10) ເຮົາຈະພັດທະນາຄວາມເຊື່ອແລະຄວາມໄວ້ວາງໃຈໃນພະເຢໂຫວາຄືກັບລາວໄດ້ບໍ? ເຮົາໄດ້ຊອກຫາຄຳແນະນຳຂອງພະອົງບໍເມື່ອປະສົບກັບບັນຫາທີ່ຫຍຸ້ງຍາກ? (ສຸພາ. 2:6) ພະຄຳພີຂໍ້ໃດທີ່ຊ່ວຍເຈົ້າໄດ້ເມື່ອ . . .
ທໍ້ໃຈຫຼືເສົ້າໃຈ?
ເຈັບປ່ວຍ?
ຄົນອື່ນເຮັດໃຫ້ເຈັບໃຈ?
ຖືກຂົ່ມເຫງ?