ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ17 ມິຖຸນາ ໜ້າ 8
  • ພົບຄວາມສຸກໃນການປະກາດຂ່າວດີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພົບຄວາມສຸກໃນການປະກາດຂ່າວດີ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
  • ເລື່ອງທີ່ຄ້າຍກັນ
  • ‘ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ຄົນ​ທຸກ​ຊາດເຂົ້າ​ເປັນ​ລູກ​ສິດ’
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ມີ​ການ​ປະກາດ​ຂ່າວ​ດີ​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຄວາມ​ຍິນດີ—ຄຸນ​ລັກສະນະ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພະເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ເຫດຜົນ​ທີ່​ເຮົາ​ຕ້ອງ “ເກີດ​ໝາກ​ຫຼາຍ” ຕໍ່ໆໄປ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ຄມປ17 ມິຖຸນາ ໜ້າ 8

ຊີວິດ​ຄລິດສະຕຽນ

ພົບ​ຄວາມ​ສຸກ​ໃນ​ການ​ປະກາດ​ຂ່າວ​ດີ

ເຈົ້າ​ເຄີຍ​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ປະກາດ​ບໍ? ຫຼາຍ​ຄົນ​ຈະ​ຕອບ​ວ່າ​ແມ່ນ. ແລະ​ຍ້ອນ​ຫຍັງ? ບາງ​ເທື່ອ​ເຈົ້າ​ຂອງ​ເຮືອນ​ບໍ່​ຕອບ​ຮັບ ຫຼື​ເຮົາ​ຢ້ານ​ທີ່​ຈະ​ເວົ້າ​ກັບ​ຄົນ​ແປກ​ໜ້າ. ສິ່ງ​ເຫຼົ່າ​ນີ້​ອາດ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ຄວາມ​ຍິນດີ. ແນວ​ໃດ​ກໍ​ຕາມ ເຮົາ​ນະມັດສະການ​ພະເຈົ້າ​ແຫ່ງ​ຄວາມ​ສຸກ ຜູ້​ທີ່​ຢາກ​ໃຫ້​ເຮົາ​ຮັບໃຊ້​ພະອົງ​ດ້ວຍ​ຄວາມ​ຍິນດີ. (ເພງ. 100:2; 1 ຕິໂມ. 1:11) ມີ​ສາມ​ເຫດຜົນ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ໃນ​ການ​ປະກາດ?

ໜຶ່ງ ເຮົາ​ປະກາດ​ຂ່າວ​ດີ​ແຫ່ງ​ຄວາມ​ຫວັງ. ເຖິງ​ແມ່ນ​ວ່າ​ຄວາມ​ຫວັງ​ນັ້ນ​ໄດ້​ຫຼຸດ​ລົງ​ໃນ​ທຸກ​ມື້​ນີ້ ແຕ່​ພວກ​ເຮົາ​ສາມາດ​ຊ່ວຍ​ຜູ້​ຄົນໃຫ້​ເຂົ້າ​ໃຈ “ຂ່າວ​ທີ່​ດີ​ກວ່າ.” (ເອຊາ. 52:7, ລ.ມ.) ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃຫ້​ຄວາມ​ຍິນດີ​ແກ່​ເຮົາ. ກ່ອນ​ໄປ​ປະກາດ ຂໍ​ໃຫ້​ຄິດ​ເຖິງ​ພະ​ພອນ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ເທິງ​ແຜ່ນດິນ​ໂລກ.

ສອງ ຂ່າວ​ດີ​ທີ່​ເຮົາ​ປະກາດ​ເປັນ​ປະໂຫຍດ​ຕໍ່​ຜູ້​ຄົນ​ທັງ​ທາງ​ຮ່າງກາຍ ແລະ​ຈິດ​ໃຈ. ພວກ​ເຂົາ​ຮຽນ​ຮູ້​ທີ່​ຈະ​ປະ​ຖິ້ມ​ນິດໄສ​ທີ່​ບໍ່​ດີ ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. (ເອຊາ. 48:17, 18; ໂລມ 1:16) ສົມມຸດ​ວ່າ​ພວກ​ເຮົາ​ເປັນ​ໜ່ວຍ​ກູ້​ໄພ​ທີ່​ຊອກ​ຫາ ແລະ​ຊ່ວຍ​ຊີວິດ​ຜູ້​ຄົນ. ບາງ​ຄົນ​ອາດ​ບໍ່​ຍອມ​ຮັບ​ການ​ຊ່ວຍ​ເຫຼືອ ແຕ່​ພວກ​ເຮົາ​ກໍ​ຍັງ​ເຮັດ​ວຽກ​ນັ້ນ​ຕໍ່ໆໄປ.—ມັດ. 10:11-14.

ສາມ ສຳຄັນ​ທີ່​ສຸດ ການ​ປະກາດ​ຂອງ​ເຮົາ​ແມ່ນ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ. ພະອົງ​ຮູ້​ຄຸນຄ່າ​ຫຼາຍ​ຕໍ່​ວຽກ​ຂອງ​ເຮົາ. (ເອຊາ. 43:10; ເຫບ. 6:10) ນອກ​ຈາກ​ນັ້ນ​ພະອົງ​ມີ​ຄວາມ​ເອື້ອເຟື້ອ ທີ່​ຈະ​ໃຫ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຮັດ​ວຽກ​ນີ້​ສຳເລັດ. ດັ່ງ​ນັ້ນ ຈົ່ງ​ຂໍ​ຄວາມ​ຍິນດີ ເຊິ່ງ​ເປັນ​ໝາກ​ຂອງ​ພະລັງ​ບໍລິສຸດ. (ຄລາ. 5:22) ຈາກ​ການ​ຊ່ວຍ​ເຫຼືອ​ຂອງ​ພະອົງ​ເຮົາ​ຈະ​ເອົາ​ຊະນະ​ຄວາມ​ກັງວົນ ແລະ​ປະກາດ​ດ້ວຍ​ຄວາມ​ກ້າຫານ​ໄດ້. (ກິດ. 4:31) ເຖິງ​ວ່າ​ມີ​ຜູ້​ຄົນ​ບໍ່​ຕອບ​ຮັບ ພວກ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ໃນ​ການ​ປະກາດ​ຂ່າວ​ດີ.—ເອເຊກ. 3:3.

ການ​ມີ​ນິໄສ​ມັກ​ປຽບ​ທຽບ​ໃນ​ວຽກ​ປະກາດ​ເຮັດ​ໃຫ້​ຂາດ​ຄວາມ​ສຸກ​ແລະ​ຄວາມ​ຍິນດີ

ທັດສະນະ​ແບບ​ໃດ​ທີ່​ເຈົ້າ​ຢາກ​ມີ​ໃນ​ວຽກ​ປະກາດ?

ເບິ່ງ​ວິດີໂອ ກັບ​ມາ​ມີ​ຄວາມ​ສຸກ​ກັບ​ການ​ສຶກສາ​ແລະ​ການ​ໄຄ່​ຄວນ​ອີກ​ຄັ້ງ ແລະ​ຕອບ​ຄຳຖາມ​ລຸ່ມ​ນີ້:

  • ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ໃຊ້​ເວລາ​ຫຼາຍ​ໃນ​ການ​ປະກາດ​ແຕ່​ລະ​ເດືອນ ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ຕ້ອງ​ສຶກສາ​ສ່ວນ​ຕົວຢ່າງ​ສະໝ່ຳ​ສະເໝີ?

  • ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ແມ​ຣີ້​ແນວ​ໃດ?

  • ເຈົ້າ​ຈະ​ຈັດ​ເວລາ​ສຳລັບ​ຄິດ​ຕຶກຕອງ​ພະ​ຄຳ​ຂອງ​ພະເຈົ້າ​ເມື່ອ​ໃດ?

  • ເມື່ອ​ເຈົ້າ​ປະກາດ​ຂ່າວ​ດີ ອັນ​ໃດ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌