ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ18 ມັງກອນ ໜ້າ 8
  • ຈົ່ງ​ໄປ​ກະທຳ​ໃຫ້​ຄືນ​ດີ​ກັບ​ພີ່​ນ້ອງ​ກ່ອນ—ໂດຍ​ວິທີ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈົ່ງ​ໄປ​ກະທຳ​ໃຫ້​ຄືນ​ດີ​ກັບ​ພີ່​ນ້ອງ​ກ່ອນ—ໂດຍ​ວິທີ​ໃດ?
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເລື່ອງທີ່ຄ້າຍກັນ
  • ແກ້ໄຂ​ຂໍ້​ຂັດ​ແຍ່ງ​ດ້ວຍ​ນ້ຳໃຈ​ຂອງ​ຄວາມ​ຮັກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ຢ່າ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້ “ຄົນ​ທີ່​ຕ່ຳ​ຕ້ອຍ” ຖິ້ມ​ຄວາມ​ເຊື່ອ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ເຈົ້າຈະແກ້ໄຂຂໍ້ຂັດແຍ່ງແລະສ້າງສັນຕິສຸກບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ໃຫ້ ‘ເຊື່ອ​ຟັງ​ພະ​ເຢຊູ’ ຕໍ່ໆ​ໄປ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ຄມປ18 ມັງກອນ ໜ້າ 8

ຊີວິດ​ຄລິດສະຕຽນ

ຈົ່ງ​ໄປ​ກະທຳ​ໃຫ້​ຄືນ​ດີ​ກັບ​ພີ່​ນ້ອງ​ກ່ອນ—ໂດຍ​ວິທີ​ໃດ?

ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ປະ​ເຄື່ອງ​ຖວາຍ​ໄວ້​ທີ່​ແທ່ນ​ບູຊາ​ແລະ​ໄດ້​ໄປ​ຄືນ​ດີ​ກັບ​ພີ່​ນ້ອງ

ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ອາໄສ​ຢູ່​ແຂວງ​ຄາລິເລ​ໃນ​ສະໄໝ​ຂອງ​ພະ​ເຍຊູ. ເຈົ້າ​ຕ້ອງ​ເດີນ​ທາງ​ໄປ​ເຢຣຶຊາເລມ​ເພື່ອ​ສະຫຼອງ​ເທດ​ສະ​ການ​ຈຳໜັກ​ອາໄສ. ໃນ​ເມືອງ​ເຕັມ​ແຕ່​ຜູ້​ນະມັດສະການ​ທີ່​ມາ​ຈາກ​ທຸກ​ແຫ່ງ​ທັງ​ໃກ້​ແລະ​ໄກ. ເຈົ້າ​ຢາກ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. ເຈົ້າ​ເອົາ​ແບ້​ມາ​ນຳ ແລະ​ຍ່າງ​ຜ່າ​ຝູງ​ຄົນ​ໄປ​ຕາມ​ທາງ​ແຄບໆໃນ​ເມືອງ​ມຸ່ງ​ໜ້າ​ມາ​ວິຫານ. ເມື່ອ​ມາ​ຮອດ​ກໍ​ເຫັນ​ຄົນ​ເຕັມ​ວິຫານ​ເຂົາ​ເຈົ້າ​ກໍ​ຢາກ​ຖວາຍ​ເຄື່ອງ​ບູຊາ​ຄື​ກັນ. ໃນ​ທີ່​ສຸດ​ຮອດ​ຜຽນ​ຂອງ​ເຈົ້າ​ທີ່​ຈະ​ມອບ​ແບ້​ໃຫ້​ປະໂລຫິດ. ຕອນ​ນັ້ນ ເຈົ້າ​ຈື່​ໄດ້​ວ່າ​ພີ່​ນ້ອງ​ຍັງ​ຄຽດ​ໃຫ້​ເຈົ້າ ລາວ​ອາດ​ຈະ​ຢູ່​ໃນ​ກຸ່ມ​ຝູງ​ຊົນ ຫຼື​ອາດ​ຈະ​ຢູ່​ໃນ​ເມືອງ. ພະ​ເຍຊູ​ອະທິບາຍ​ວ່າ​ເຈົ້າ​ຄວນ​ເຮັດ​ຫຍັງ. (ອ່ານ​ມັດທາຍ 5:24) ຕາມ​ຄຳ​ແນະນຳ​ຂອງ​ພະ​ເຍຊູ ເຈົ້າ​ກັບ​ພີ່​ນ້ອງ​ທີ່​ຄຽດ​ໃຫ້​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຄືນ​ດີ​ກັນ? ໃຫ້​ເລືອກ​ຄຳຕອບ​ທີ່​ຄວນ​ເຮັດ​ໃນ​ຂອບ​ລຸ່ມ​ນີ້.

ເຈົ້າ​ຄວນ​ຈະ . . .

  • ໄປ​ລົມ​ກັບ​ພີ່​ນ້ອງ​ເປັນ​ສ່ວນ​ຕົວ​ຖ້າ​ເຈົ້າ​ຄິດ​ວ່າ​ມີ​ເຫດຜົນ​ພຽງ​ພໍ​ທີ່​ລາວ​ຄຽດ​ໃຫ້​ເຈົ້າ

  • ພະຍາຍາມ​ແກ້ໄຂ​ຄວາມ​ຄິດ​ຂອງ​ພີ່​ນ້ອງ​ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ລາວ​ຄິດ​ຫຼາຍ​ໂພດ ຫຼື​ຮູ້ສຶກ​ວ່າ​ລາວ​ກໍ​ມີ​ສ່ວນ​ຜິດ​ຄື​ກັນ

  • ໃຫ້​ຟັງ​ຢ່າງ​ອົດ​ທົນ​ເມື່ອ​ພີ່​ນ້ອງ​ບອກ​ຄວາມ​ຮູ້ສຶກ​ອອກ​ມາ ແລະ​ເຖິງ​ວ່າ​ເຈົ້າ​ຈະ​ບໍ່​ເຂົ້າ​ໃຈ​ທັງ​ໝົດ ໃຫ້​ຂໍ​ໂທດ​ຢ່າງ​ຈິງ​ໃຈ​ທີ່​ເຮັດ​ໃຫ້​ລາວ​ເສຍໃຈ ຫຼື​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ໂດຍ​ບໍ່​ຮູ້​ຕົວ.

ພີ່​ນ້ອງ​ຂອງ​ເຈົ້າ​ຄວນ​ຈະ . . .

  • ຫາ​ວິທີ​ໃຫ້​ຄົນ​ອື່ນ​ເຂົ້າ​ຂ້າງ​ໂດຍ​ເວົ້າ​ໃຫ້​ເຂົາ​ເຈົ້າ​ຟັງ​ວ່າ​ເຈົ້າ​ເຮັດ​ຜິດ​ຕໍ່​ລາວ

  • ໂທດ​ເຈົ້າ ເວົ້າ​ເຖິງ​ລາຍ​ລະອຽດ​ທຸກ​ຢ່າງ​ທີ່​ເຈົ້າ​ເຮັດ​ໃຫ້​ລາວ​ຄຽດ ແລະ​ຢາກ​ໃຫ້​ເຈົ້າ​ຍອມ​ຮັບ​ຜິດ

  • ເຫັນ​ວ່າ​ເຈົ້າ​ໄດ້​ສະແດງ​ຄວາມ​ຖ່ອມ​ແລະ​ຄວາມ​ກ້າ​ທີ່​ມາ​ລົມ​ກັບ​ລາວ ແລະ​ລາວ​ຄວນ​ໃຫ້​ອະໄພ​ເຈົ້າ​ຢ່າງ​ໃຈ​ກວ້າງ

ເຖິງ​ວ່າ​ໃນ​ທຸກ​ມື້​ນີ້​ການ​ນະມັດສະການ​ຂອງ​ເຮົາ​ບໍ່​ໄດ້​ຖວາຍ​ສັດ​ເປັນ​ເຄື່ອງ​ບູຊາ ແຕ່​ພະ​ເຍຊູ​ສອນ​ຫຍັງ​ເຮົາ​ເລື່ອງ​ການ​ຄືນ​ດີ​ກັບ​ພີ່​ນ້ອງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ທີ່​ພະເຈົ້າ​ຍອມ​ຮັບ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌